ຂປລ
ນັບມາຮອດ ວັນທີ 11 ຕຸລານີ້, ປະລິມານ ການຈັດສົ່ງ ເຄື່ອງດ່ວນ ໃນທົ່ວປະເທດຈີນ ໃນປີ 2025 ໄດ້ບັນລຸ ຫລາຍກວ່າ 150 ຕື້ອັນ, ໄວກວ່າ 37 ວັນ ເມື່ອທຽບໃສ່ປີ 2024 ທີ່ບັນລຸ 150 ຕື້ອັນ
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກອົງການໄປສະນີ ແຫ່ງຊາດຈີນ ແຈ້ງໃຫ້ຮູ້ວ່າ: ນັບມາຮອດ ວັນທີ 11 ຕຸລານີ້, ປະລິມານ ການຈັດສົ່ງ ເຄື່ອງດ່ວນ ໃນທົ່ວປະເທດຈີນ ໃນປີ 2025 ໄດ້ບັນລຸ ຫລາຍກວ່າ 150 ຕື້ອັນ, ໄວກວ່າ 37 ວັນ ເມື່ອທຽບໃສ່ປີ 2024 ທີ່ບັນລຸ 150 ຕື້ອັນ. ຕະຫລາດ ການຈັດສົ່ງ ເຄື່ອງດ່ວນຂອງ ສປ ຈີນ ມີປະລິມານ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ທັງໄດ້ຊຸກຍູ້ ການພັດທະນາ ແບບອັດສະລິຍະ ແລະ ແບບຫລາຍເຄົ້າ, ເຊິ່ງເປັນການຄໍ້າປະກັນ ທີ່ມີປະສິດທິຜົນສູງ ຕໍ່ການປົດປ່ອຍ ຄວາມມີຊີວິດຊີວາ ດ້ານການບໍລິໂພກ ທາງອອນລາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL