ຂປລ
ເມື່ອບໍ່ດົນມານີ້ ໄພແຜ່ນດິນໄຫວ ຮຸນແຮງ 2 ຄັ້ງ ທີ່ເກີດຂຶ້ນ ຢູ່ເຂດທະເລ ໃກ້ກັບ ແຂວງດາເວົາ ຕາເວັນອອກ ທາງພາກໃຕ້ ຂອງຟິລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 11 ຄົນ, ມີຜູ້ປະສົບໄພ ທັງໝົດ 8.436 ຄົນ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຄະນະກຳມະການ ຫລຸດຜ່ອນ ຄວາມສ່ຽງ ໄພພິບັດ ແຫ່ງຊາດ ຟິລິບປິນ ແຈ້ງໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ ໄພແຜ່ນດິນໄຫວ ຮຸນແຮງ 2 ຄັ້ງ ທີ່ເກີດຂຶ້ນ ຢູ່ເຂດທະເລ ໃກ້ກັບ ແຂວງດາເວົາ ຕາເວັນອອກ ທາງພາກໃຕ້ ຂອງຟິລິບປິນ ເຮັດໃຫ້ມີ ຜູ້ເສຍຊີວິດ 7 ຄົນ ແລະ ບາດເຈັບ 11 ຄົນ, ມີຜູ້ປະສົບໄພ ທັງໝົດ 8.436 ຄົນ. ໄພແຜ່ນດິນໄຫວຄັ້ງນີ້ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ ເຮືອນປະຊາຊົນ ປະມານ 33 ຫລັງ, ໂຈະການຮຽນ-ການສອນຊົ່ວຄາວຢູ່ 163 ເມືອງ ແລະ ໂຈະການເຮັດວຽກຊົ່ວຄາວຢູ່ 142 ເມືອງ. ສະຖາບັນຄົ້ນຄວ້າ ແຜ່ນດິນໄຫວ ແລະ ພູເຂົາໄຟ ຟິລິບປິນ ແຈ້ງໃຫ້ຮູ້ວ່າ: ໄດ້ເກັບກຳຂໍ້ມູນ ດ້ານການສັ່ນສະເທືອນ 808 ຄັ້ງ, ໃນນັ້ນ, ມີຄວາມຮູ້ສຶກສັ່ນສະເທືອນ 13 ຄັ້ງ ແລະ ການສັ່ນສະເທືອນຮຸນແຮງທີ່ສຸດ ມີຄວາມແຮງ 5,8 ຣິກເຕີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL