ຫວຽດເຈັດເພີ່ມຖ້ຽວບິນ ສູ່ເມືອງທ່ອງທ່ຽວແຄມທະເລ ຂອງຫວຽດນາມ

20/06/2024 14:23
Email Print 842
ຂປລ ນັກທ່ອງທ່ຽວລາວສາມາດເພີດເພີນກັບການພັກຮ້ອນໃນຫາດຊາຍທີ່ສວຍງາມຂອງຫວຽດນາມ ດ້ວຍສາຍການບິນຂອງຫວຽດເຈັດ (VietJet) ທີ່ມີການຂະຫຍາຍທາງເລືອກສຳລັບຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫລ່ງທ່ອງທ່ຽວແຄມທະເລ ທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trang ແລະ Phu Quoc,ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.

ນັກ​ທ່ອງ​ທ່ຽວ​ລາວ​ສາ​ມາດ​ເພີດເພີນ​ກັບການ​ພັກ​ຮ້ອນ​ໃນ​ຫາດ​ຊາຍ​ທີ່​ສວຍ​ງາມ​ຂອງ​ຫວຽດ​ນາມ​ ດ້ວຍສາຍການບິນຂອງຫວຽດເຈັດ (VietJet) ທີ່ມີການຂະຫຍາຍທາງເລືອກສຳລັບຜູ້ທີ່ມັກຫາດຊາຍທີ່ສວາຍງາມ ດ້ວຍການເພີ່ມຖ້ຽວບິນໄປຫາບັນດາແຫລ່ງທ່ອງທ່ຽວແຄມທະເລ ທີ່ມີຊື່ສຽງຂອງຫວຽດນາມ ຄື: Nha Trangແລະ Phu Quoc,ໃນຂະນະດຽວກັນກໍໄດ້ສືບຕໍ່ຂະຫຍາຍຖ້ຽວບິນສາກົນຢ່າງຕໍ່ເນື່ອງ.

ສາຍການບິນ VietJet ໄດ້​ເປີດ​ຖ້ຽວ​ບິນ​​ທຳ​ອິດ​ທີ່​ເຊື່ອມ​ຕໍ່​ຫາເມືອງແຄມ​ທະ​ເລ​ຂອງ​ຫວຽດ​ນາມ ເປັນຕົ້ນ: ເກາະ Phu Quoc ກັບ 2 ຕົວ​ເມືອງ​ຂອງ​ໄຕ້​ຫວັນ ຄື: Kaohsiung ແລະ Taichung. ຖ້ຽວບິນPhu Quoc ຫາ Taichung ໄດ້​ເລີ່​ມດຳ​ເນີນ​ການ​ໃນ​ວັນ​ທີ 13 ມິຖຸນາ​ນີ້ ດ້ວຍ​ຖ້ຽວ​ບິນ​ໄປກັບ​ 3 ຖ້ຽວ​ຕໍ່​ອາທິດ. ຖ້ຽວບິນ Phu Quoc ຫາ Kaohsiung ໄດ້ເລີ່ມໃຫ້ບໍລິການໃນມື້ຕໍ່ມາ, ດ້ວຍ4 ຖ້ຽວຕໍ່ອາທິດ. ພ້ອມ​ກັນ​ນັ້ນ, VietJet​ ໄດ້​ເພີ່ມ​ຖ້ຽວບິນ​ກົງ​ທີ່​ເຊື່ອມ​ຕໍ່ Phu Quoc ກັບ Seoul (ສະໜາມ​ບິນ​ສາກົນ Incheon) ຈາກ 2 ເປັນ 3 ຖ້ຽວ​ບິນ​ໄປ​ກັບ​ທຸກ​ມື້​ແຕ່ວັນ​ທີ 14 ມິຖຸນາ. ​ເລີ່ມແຕ່​ວັນ​ທີ 19 ກໍລະກົດ​ນີ້, ສາຍ​ການ​ບິນ​ຍັງ​​ເພີ່ມ​ຖ້ຽວບິນ ​ລະຫວ່າງ​ ບັນດາ​ເມືອງທີ່ຕິດ​ກັບ​ທະ​ເລ​ຂອງ​ນະຄອນ Nha Trang ​ເປັນ​ສອງ​ເທົ່າ ແລະ Busan ຈາກໜຶ່ງເປັນສອງຮອບຕໍ່ມື້. ການຂະຫຍາຍຕົວດັ່ງກ່າວຊີ້ໃຫ້ເຫັນວ່າ VietJet ໄດ້ໃຫ້ບໍລິການຖ້ຽວບິນໄປກັບ 21 ຖ້ຽວຕໍ່ມື້, ເທົ່າກັບ 147 ຖ້ຽວບິນໄປກັບທຸກໆອາທິດ, ລະຫວ່າງ ຫວຽດນາມ ແລະ ສ ເກົາຫລີ. ປັດຈຸ​ບັນສາຍ​ການ​ບິນ​ໄດ້​ໃຫ້ບໍລິການຖ້ຽວ​ບິນກົງ 11 ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ນະຄອນ​ Ho Chi Minh , Ha Noi, Da Nang, Nha Trang, Phu Quoc, Hai Phong with Seoul ແລະ Busan. ການຂະຫຍາຍຕົວດັ່ງກ່າວຈະສ້າງໂອກາດໃຫ້ແກ່ນັກທ່ອງທ່ຽວຈາກລາວ ທີ່ຢາກ​ສຳ​ຜັດ​ກັບ​ທະ​ເລ​ທີ່​ສວຍ​ງາມ​ຢູ່​ຫວຽດ​ນາມ ຜ່ານ​​ເສັ້ນທາງເຊື່ອມ​ຕໍ່​ນະ​ຄອນໂຮ່​ຈີ​ມິນ ກັບ Nha Trang, Phu Quoc, Da Nang ແລະ​ອື່ນໆ. ນອກນີ້, ນັກທ່ອງທ່ຽວຍັງສາມາດທ່ອງທ່ຽວເຖິງຈຸດໝາຍປາຍທາງອັນດັບຕົ້ນໆຂອງອາຊີປາຊີຟິກຄື: Tokyo, Osaka, Seoul, Busan, Taipei, Hong Kong, Sydney, Melbourne, Brisbane, New Delhi, Mumbaiແລະ ອື່ນໆ.

ເພື່ອເປັນການສະຫລອງຄວາມສຳເລັດໃນຄັ້ງນີ້, VietJet ໄດ້ມອບໂປຣໂມຊັນໃຫຍ່ໃນທຸກໆວັນສຸກ ຈົນເຖິງທ້າຍປີ ສຳລັບຜູ້ໂດຍສານທີ່ຈອງປີ້ຍົນຕ່າງປະເທດໄດ້ໃນເວັບໄຊ www.vietjetair.com ຫລື ຜ່ານແອັບມືຖື VietJet Air ໂດຍຄ່າໂດຍສານເລີ່ມຕົ້ນພຽງແຕ່0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ). ຜູ້ໂດຍສານ VietJet ທຸກຄົນຈະໄດ້ຮັບປະກັນໄພການເດີນທາງແບບ Sky Care ຟຣີ, ລວມເຖິງສິດທິປະໂຫຍດອີກຫລາກຫລາຍ ແລະ ບໍລິການຊ່ວຍເຫລືອດ້ານການແພດ ແລະ ການເດີນທາງທົ່ວໂລກຕະຫລອດ 24 ຊົ່ວໂມງ.
KPL

ຂ່າວອື່ນໆ

    • ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່ເສດຖະກິດ

      ຖືສຳຄັນການປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງພາລາທິການກັບທີ່

      6/17/2024 10:43:04 AM

      ໂດຍປະຕິບັດຕາມທິດທາງໃນການປັບປຸງກໍ່ສ້າງ ກຳລັງປະກອບອາວຸດ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກອງທັບປະຕິວັດມີລະບຽບແຜນທັນສະໄໝ, ບໍ່ວ່າກົມກອງກຳລັງຫລວງ-ກຳລັງທ້ອງຖິ່ນໃນກຳລັງປະກອບອາວຸດກອງທັບປະຊາຊົນລາວ ເວລາໃດກໍ່ຖືສຳຄັນຕໍ່ວຽກງານປັບປຸງກໍ່ສ້າງກົມກອງຕິດພັນກັບການສ້າງເສດຖະກິດ ແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂ້ຶນເທື່ອລະກ້າວ.

    • ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດເສດຖະກິດ

      ເມືອງທ່າໂທມ ຜົນຂະຫຍາຍມະຕິພັກ ໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສຳເລັດ

      6/12/2024 10:51:18 AM

      ເມືອງທ່າໂທມ ແຂວງໄຊສົມບູນ ເປັນເມືອງໜຶ່ງທີ່ເອົາໃຈໃສ່ຈັດຕ້ັງຜັນຂະຫຍາຍມະຕິຂອງສູນກາງພັກ, ມະຕິຂອງອົງຄະນະພັກແຂວງ, ມະຕິຂອງອົງຄະນະພັກເມືອງເຂົ້າສູ່ລວງເລິກໃນຂົງເຂດຕ່າງໆເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານ-ການເງິນ, ວຽກງານ ປກຊ- ປກສ, ວຽກງານວັດທະນະທໍາ-ສັງຄົມ ແລະ ວຽກງານອື່ນໆ.

    • ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່ເສດຖະກິດ

      ສນຊ ເຜີຍແຜ່ນິຕິກໍາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໄລຍະໃໝ່

      6/10/2024 3:01:04 PM

      ຂປລ. ທ້າຍອາທິດຜ່ານມາ, ສູນກາງແນວລາວສ້າງຊາດ (ສນຊ) ໄດ້ເຜີຍແຜ່ມະຕິຂອງກົມການ ເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ໂດຍມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານ ສນຊ, ພ້ອມດ້ວຍຮອງປະທານ, ຄະນະປະຈໍາ, ທີ່ປຶກສາ, ຕາງໜ້າສະມາຄົມ, ສາສະໜາຕ່າງໆ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

    • ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງເສດຖະກິດ

      ເສດຖະກິດແຂວງໄຊສົມບູນ ຂະຫຍາຍຕົວຢ່າງຕໍ່ເນື່ອງ

      6/10/2024 1:54:51 PM

      ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໜືອ ຂອງ ສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013 ປະກອບມີ 5 ເມືອງຄື: ເມືອງ ອະນຸວົງ, ເມືອງລ້ອງຊານ, ເມືອງ ລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ.

    • ສາຍການບິນຫວຽດເຈັດ ເປີດບໍລິການສາຍການບິນ ລະຫວ່າງຮ່າໂນ້ຍ ແລະ ເມວເບີນເສດຖະກິດ

      ສາຍການບິນຫວຽດເຈັດ ເປີດບໍລິການສາຍການບິນ ລະຫວ່າງຮ່າໂນ້ຍ ແລະ ເມວເບີນ

      6/6/2024 9:10:55 PM

      ຂປລ. ຖ້ຽວບິນທຳອິດຂອງສາຍການບິນຫວຽດເຈັດ (VietJet) ຈາກນະຄອນຫລວງຮ່າໂນ້ຍ, ຫວຽດນາມ ໄປ ເມວເບີນ, ປະເທດອົດສະຕຣາລີ ໄດ້ລົງຈອດຢູ່ສະໜາມບິນ ເມວເບີນ ເປັນທີ່ຮຽບຮ້ອຍແລ້ວ ຊຶ່ງແມ່ນເສັ້ນທາງສາຍທີ​ 6 ຂອງ VietJet ທີ່ເຊື່ອມຕໍ່ຫວຽດນາມ ກັບ ອົດສະຕຣາລີ ດ້ວຍຖ້ຽວບິນ 2 ຖ້ຽວ ທຸກໆວັນອັງຄານ ແລະ ວັນເສົາ ດ້ວຍເຮືອບິນ A330 ທີ່ກວ້າງ ແລະ ທັນສະໄໝ.

ads
ads

Top