ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນ

27/06/2024 14:29
Email Print 586
ຂປລ ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ​ແລະ ​ເອກະສານ​ສຳຄັນ​ອື່ນ​ໆຈຳນວນ​ໜຶ່ງ, ໃນວັນທີ 27 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ



ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ
 ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ​ແລະ ​ເອກະສານ​ສຳຄັນ​ອື່ນ​ໆຈຳນວນ​ໜຶ່ງ, ໃນວັນທີ 27 ມິຖຸນາ 2024  ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດມີຄະນະປະຈຳພັກຄະນະບໍລິຫານງານພັກຄະນະໜ່ວຍພັກຄະນະກົມ ແລະ ຄະນະພະແນກ ຂອງອົງການໄອຍະການ ປະຊາຊົນສູງສຸດ ເຂົ້າຮ່ວມ.

ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນ ເຊື່ອມຊຶມເອກະສານສຳຄັນຂອງພັກ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຍົກໃຫ້ເຫັນແຈ້ງສິ່ງທ້າທາຍກາລະໂອກາດ ແລະ ການແກ້ໄຂບັນຫາຮີບດ່ວນ ເປັນຕົ້ນ ການແກ້ໄຂ ຄວາມເຄັ່ງຮ້ອນ ດ້ານເສດຖະກິດ-ການເງິນແກ້ໄຂອັດຕາເງິນເຟີອັດຕາແລກປ່ຽນແກ້ໄຂໜີ້ສິນ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ ແລະ ການດຳເນີນທຸລະກິດລວມເຖິງ ການແກ້ໄຂທຸກການທ່ວງດຶງຂອດຂັ້ນລະບຽບການກົດໝາຍ ທີ່ຍັງເປັນອຸປະສັກກີດຂວາງຊັກຊ້າບໍ່ໂປ່ງໃສ ໃຫ້ຕົກໄປການຍູ້ແຮງການຄຸ້ມຄອງການລົງທຶນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດຍູ້ແຮງການຜະລິດ ເປັນສິນຄ້າຄຸ້ມຄອງລາຄາສິນຄ້າ ແລະ ຊຸກຍູ້ການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ.




ຈາກນັ້ນ
, ກອງ​ປະຊຸມຍັງໄດ້ເຜີຍແຜ່ມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ໂດຍ ສະຫາຍ ຫົວໜ້າ ອອປສ ໄດ້ຍົກໃຫ້ເຫັນ ຄວາມຈຳເປັນ ໃນການອອກມະຕິແນວຄິດຊີ້ນຳ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງການເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນສ້າງຄວາມເຂັ້ມແຂງ ໃຫ້ແກ່ການຜະລິດການບໍລິການລະບົບການເງິນ-ເງິນ ຕາ ແລະ ການຄຸ້ມຄອງ ບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວທີ່ໜັກແໜ້ນ ເພື່ອຕອບສະໝອງ ໃຫ້ແກ່ການປົກປັກຮັກສາປະເທດຊາດ ແລະ ການພັດທະນາທີ່ຍືນຍົງສ້າງຄວາມຢູ່ດີກິນດີ ໃຫ້ປະຊາຊົນພາຍ ໃນຊາດເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ພ້ອມນີ້, ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນໃຫ້ສະມາຊິກພັກພະນັກງານ-ລັດຖະ ກອນອົງການໄອຍະການປະຊາຊົນສູງສຸດ ຈົ່ງພ້ອມກັນເປັນເຈົ້າການທຸ້ມເທສະຕິປັນຍາເຫື່ອແຮງຍົກສູງຄວາມຮັບຜິດຊອບ ການເມືອງເພື່ອນຳພາ-ຊີ້ນໍາ ໃນການຈັດຕັ້ງ ປະຕິບັດໃຫ້ຖືກທິດ, ປັບປຸງ​ແກ້ໄຂຂໍ້ຄົງຄ້າງຜ່ານມາເສີມຂະຫຍາຍດ້ານດີ ແລະ ສືບຕໍ່ປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໂດຍສ້າງເປັນແຜນງານໂຄງການ ແລະ ກິດຈະກໍາລະອຽດ ຕາມມະຕິກອງປະຊຸມໃຫຍ່ ສະມາຊິກພັກ ອົງການ ໄອຍະການປະຊາຊົນສູງສຸດ ຄັ້ງທີ 8, ຜັນຂະຫຍາຍແຜນງານໂຄງການເຂົ້າເປັນກິດຈະກໍາປະຈໍາວັນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມ ກົດລະບຽບຂອງພັກກົດໝາຍຂອງລັດ ແລະ ທິດຊີ້ນໍາທາງຂັ້ນເທິງ ວາງອອກໃນແຕ່ລະໄລຍະ ໃຫ້ເປັນລະບົບ ຕໍ່ເນື່ອງມີປະສິດທິພາບເຕີບໃຫຍ່ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ ເຮັດໃຫ້ອົງການໄອຍະການປະຊາຊົນ ຍົກສູງຄຸນນະພາບ ການຕິດຕາມກວດ ກາ ການປະຕິບັດກົດໝາຍ ແລະ ການປະຕິບັດສິດກ່າວຟ້ອງ ຂອງອົງການໄອຍະການປະຊາຊົນ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ຢ່າງໜັກແໜ້ນສັງຄົມ ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ຂ່າວ: ກິດ​ຕາ

KPL

ຂ່າວອື່ນໆ

    • ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບການເມືອງ

      ສະພາແແຫ່ງຊາດ ພິຈາລະນາຮັບຮອງເອົາກົດໝາຍ 13 ສະບັບ

      7/1/2024 1:13:07 PM

      ຂປລ. ສະພາແຫ່ງຊາດ ໄດ້ພິຈາລະນາ ຮັບຮອງເອົາກົດໝາຍ ຈໍານວນ 13 ສະບັບ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍຫລັງ ທີ່ສະມາຊິກ ສະພາແຫ່ງຊາດ ໄດ້ສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ເນື້ອໃນຂອງແຕ່ລະຮ່າງກົດໝາຍ ຢ່າງລະອຽດຖີ່ຖ້ວນ.

    • ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45ການເມືອງ

      ສະພາແຫ່ງຊາດ ເປີດນຳໃຊ້ເວັບໄຊ ກອງປະຊຸມ ໄອປາ ຄັ້ງທີ 45

      7/1/2024 12:13:55 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 1 ກໍລະກົດ 2024 ນີ້, ສະພາແຫ່ງຊາດ ໄດ້ເປີດນຳໃຊ້ເວັບໄຊ ຂອງກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ​ໄອ​ປາ(AIPA) ຄັ້ງທີ 45 (https://www.aipa45.gov.la)

    • ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີການເມືອງ

      ປະທານສະພາແຫ່ງຊາດ ຕີລາຄາສູງ ຕໍ່ວັນລັດຖະສະພາໂລກ ຄົບຮອບ 135 ປີ

      7/1/2024 12:03:43 PM

      ຂປລ. ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄື ວັນສ້າງຕັ້ງ ສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 135 ປີ (30/6/1889-30/6/2024), ທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ ຂອງສະພາແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໄຊອັນປະເສີດ ໄປຍັງບັນດາການນໍາ, ສະມາຊິກລັດຖະສະພາ ທີ່ເປັນສະມາຊິກຂອງ IPU ທຸກທົ່ວໜ້າ

    • ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານການເມືອງ

      ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ ສະບັບປັບປຸງ 2 ສະບັບ ຂອງລັດຖະບານ

      7/1/2024 11:53:09 AM

      ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ກໍລະກົດ 2024 ໂດຍການເປັນ ປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

    • ຄະນ ສສຊ  ເຂດເລືອກຕັ້ງ 14 ຈະເລັ່ງຊຸກຍູ້ ແກ້ໄຂບັນຫາຄົງຄ້າງການເມືອງ

      ຄະນ ສສຊ ເຂດເລືອກຕັ້ງ 14 ຈະເລັ່ງຊຸກຍູ້ ແກ້ໄຂບັນຫາຄົງຄ້າງ

      7/1/2024 11:04:49 AM

      ໃນໄລຍະຜ່ານມາ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເລືອກ ຕັ້ງທີ 14, ສະມາຊິກສະພາປະຊາຊົນ ແຂວງສາລະວັນ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານຕ່າງໆ ປະສົບຜົນສຳເລັດຫລາຍດ້ານ ໂດຍສະເພາະການລົງເຄື່ອນໄຫວຈັດຕັ້ງຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນລັດຖະທໍາມະນູນ, ກົດໝາຍ, ມະ ຕິຂອງສະພາແຫ່ງຊາດ-ຂອງສະພາປະຊາຊົນແຂວງຢູ່ບັນດາເມືອງທົ່ວແຂວງ ເຊິ່ງສາມາດເຄື່ອນໄຫວໄດ້ທັງໝົດ 8 ເມືອງທົ່ວແຂວງ, ເຄື່ອນໄຫວຢຽມ ຢາມພົບປະພໍ່-ແມ່ປະຊາຊົນ, ພະນັກງານ, ທະຫານ-ຕຳຫລວດ, ລວມມີ 183 ຈຸດ, ມີຜູ້ເຂ້ົາຮ່ວມຮັບຟັງຫລາຍກວ່າ 27.800 ເທື່ອຄົນ ແລະ ອື່ນໆ.

ads
ads

Top