ຂປລ
*ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ.
![](https://cms.kpl.gov.la/Media/Upload/News/Thumb/2022/02/23/fb_img_16072378878603481157345766192676.jpg)
ພາບປະກອບ
*ປີ 2022 ນີ້ ເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງຂອງສອງຊາດ ລາວ-ຫວຽດນາມ ເພາະເປັນປີແຫ່ງມິດຕະພາບ ແລະ ການຮ່ວມມື ຊຶ່ງການນຳທັງສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ປະສານສົມທົບຈັດຕັ້ງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ດ້ວຍຫລາຍກິດຈະກຳ ເພື່ອສະເຫລີມສະຫລອງ ວັນສຳຄັນຕ່າງໆຂອງ ລາວ ແລະ ຫວຽດນາມ ເຊັ່ນ: ສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ (5 ກັນຍາ 1962-5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977-18 ກໍລະກົດ 2022) ຖື ເປັນໂອກາດທີ່ດີ ເພື່ອການສຶກສາອົບຮົມ ແລະ ເຜີຍແຜ່ໃຫ້ລຸ້ນໜຸ່ມ ຂອງສອງປະເທດ ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມຍິ່ງໃຫຍ່, ໃກ້ຊິດສະໜິດສະໜົມ ລະຫວ່າງ ສອງປະເທດ ແລະ ສືບຕໍ່ຮັກສາຮັກສາ, ເພີ່ມພູນຄູນສ້າງສາຍພົວພັນ ນັບມື້ນັບເກີດດອກອອກຜົນ.
![](https://kpl.gov.la/Media/Upload/News/Thumb/2022/02/23/fb_img_16072378985926434611641495054232.jpg)
ພາບປະກອບ
ເພື່ອເຮັດໃຫ້ການສະເຫລີມສະຫລອງວັນສຳຄັນດັ່ງກ່າວ ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສຳຄັນນັ້ນ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການ ສູນກາງ ພັກ, ປະທານຄະນະ ຊີ້ນໍາລະດັບຊາດ ເພື່ອສະເຫລີມສະຫລອງ ປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ໄດ້ມີຄຳເຫັນຊີ້ນຳ ໃນກອງປະຊຸມປຶກສາຫາລື ການກະກຽມ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ວ່າ: ການສະເຫລີມສະຫລອງ ສອງວັນປະຫວັດສາດເທື່ອນີ້ ແມ່ນມີຄວາມໝາຍສໍາຄັນຫລາຍ ສໍາລັບສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ- ຫວຽດນາມ ແລະ ເປັນການຫວນຄືນມູນເຊື້ອ ແຫ່ງສາຍພົວພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ນັບແຕ່ພາລະກິດ ຕໍ່ສູ້ປົດປ່ອຍຊາດ ແລະ ການສ້າງສາພັດທະນາ ໃນປັດຈຸບັນ, ທັງເປັນບັ້ນໃຫຍ່ໜຶ່ງ ໃນການສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ທຸກ ເປົ້າໝາຍ ທົ່ວສັງຄົມ ເປັນຕົ້ນ: ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຄົນຮຸ່ນໜຸ່ມ ໃຫ້ຮັບຮູ້, ເຂົ້າໃຈຖືກຕ້ອງ, ເລິກເຊິ່ງ ແລະ ໜັກແໜ້ນ.
![](https://kpl.gov.la/Media/Upload/News/Thumb/2022/02/23/popopo.jpg)
ພາບປະກອບ
ເພື່ອແນໃສ່ໃຫ້ການສະເຫລີມສະຫລອງບັນລຸຕາມຄາດໝາຍນັ້ນ ທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຈົ່ງພ້ອມກັນ ເອົາໃຈໃສ່ກະກຽມ ໂດຍການຫັນບັນດາ ກິດຈະກໍາຕ່າງໆ ໃຫ້ເປັນອັນລະອຽດ ແລະ ເປັນແຜນຈັດຕັ້ງປະ ຕິບັດ ໃນແຕ່ລະເດືອນ ແລະ ແຕ່ລະໄລຍະ; ການຈັດຕັ້ງປະຕິບັດ ໃຫ້ເນັ້ນ ໃສ່ເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອົງປະກອບສໍາຄັນ, ມີຫລາຍຮູບຫລາຍສີ, ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ, ມີຊີວິດຊີວາ ແລະ ກາຍເປັນ ສັນຍະລັກ ບົນພື້ນຖານຮັບປະກັນ ໄດ້ຄວາມສະຫງົບປອດໄພ ແລະ ປະຢັດມັດທະຍັດ ໂດຍຈະສຸມໃສ່ ຈັດຕັ້ງປະຕິບັດ 8 ກິດຈະກໍາໃຫຍ່ ຄື: ພິທີເປີດ ແລະ ປິດປີສາມັກຄີ ມິດຕະພາບ 2022; ການແລກປ່ຽນ ຢ້ຽມຢາມຂອງ ຄະນະຜູ້ ແທນທຸກຂັ້ນ, ພົບປະສັງສັນ, ການຮ່ວມມື ລະຫວ່າງບັນດາ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ແລະ ແລກປ່ຽນພົບປະ ມິດຕະພາບ ລະຫວ່າງປະຊາຊົນ ຂອງສອງປະເທດ; ການຈັດງານ ໂຮມຊຸມນຸມມິດຕິງ (ໃນ ວັນທີ 18 ກໍລະກົດ 2022); ການແລກປ່ຽນ ສານອວຍພອນ ຂອງການນໍາທຸກຂັ້ນ; ແລກປ່ຽນສິລະປະ ວັນນະຄະດີ, ວັດທະນະທໍາ, ການສຶກສາ ແລະ ກິລາ; ການເຄື່ອນໄຫວ ເພີ່ມທະວີການຮ່ວມມື ທາງດ້ານເສດຖະກິດ, ການຄ້າ- ການ ລົງທຶນ; ການໂຄສະນາ ເຜີຍແຜ່ຜ່ານສື່ມວນຊົນ ເຊັ່ນ: ພິມປຶ້ມວາລະສານ, ບົດຄວາມ, ໜັງສືພິມ, ສໍາພາດທາງວິທະຍຸ, ໂທລະພາບ ແລະ ອື່ນໆ; ການຍ້ອງຍໍ ປະດັບຫລຽນໄຊ ແລະ ຫລຽນກາຕ່າງໆ ຊຶ່ງທຸກກິດຈະກຳ ຕ້ອງສ່ອງແສງ ໃຫ້ ເຫັນຜົນງານ ແລະ ຜົນສຳເລັດ ແຫ່ງການພົວພັນຮ່ວມມື ແບບພິເສດ ແລະ ຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທັງເປັນການປຸກລະດົມ ໃຫ້ທົ່ວສັງຄົມ ໂດຍສະເພາະຄົນຮຸ້ນໜຸ່ມ ໃຫ້ຮັບຮູ້ເຂົ້າໃຈ ແລະ ພ້ອມກັນເສີມຂະຫຍາຍ ມູນເຊື້ອດັ່ງກ່າວ ໃຫ້ຍືນຍົງຕະຫລອດໄປ./.
ໂດຍ: ພິດສະໄໝ ສຸວັນນະລາດ
KPL