ກະຊວງການຕ່າງປະເທດ ຈັດສໍາມະນາວຽກງານຕ້ານການຄ້າມະນຸດ

18/06/2024 15:06
Email Print 1067
ຂປລ ຂປລ. ກະຊວງການຕ່າງປະເທດ ຈັດສໍາມະນາວຽກງານຕ້ານການຄ້າມະນຸດ ສໍາລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບາງກະຊວງກ່ຽວຂ້ອງທີ່ຖືກເເຕ່ງຕັ້ງ ຫລື ມີເປົ້າໝາຍຈະຖືກເເຕ່ງຕັ້ງໄປປະຈໍາການ ຢູ່ສໍານັກງານເເຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ​ໃນ​ວັນ​ທີ 17 ມິຖຸນາ 2024

ຂປລ. ກະຊວງການຕ່າງປະເທດ ຈັດສໍາມະນາວຽກງານຕ້ານການຄ້າມະນຸດ ສໍາລັບພະນັກງານກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບາງກະຊວງກ່ຽວຂ້ອງທີ່ຖືກເເຕ່ງຕັ້ງ ຫລື ມີເປົ້າໝາຍຈະຖືກເເຕ່ງຕັ້ງໄປປະຈໍາການ ຢູ່ສໍານັກງານເເຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ​ໃນ​ວັນ​ທີ 17 ມິຖຸນາ 2024 ໂດຍມີ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ​ເຂົ້າ​ຮ່ວມ​ກ່າວ​ເປີດສຳ​ມະ​ນາ, ມີ​ວິ​ທະ​ຍາ​ກອນ​ທີ່​ມາ​ຈາກກະຊວງການຕ່າງປະເທດ,ກະ ຊວງປ້ອງກັນຄວາມສະຫງົບ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງສະຫະພັນແມ່ ຍິງລາວ ແລະ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມບັນຍາຍໃນຫລາຍຫົວຂໍ້ທີ່ ກ່ຽວຂ້ອງກັບວຽກງານຕ້ານການຄ້າມະນຸດ.

          ການຈັດ​ສຳ​ມະ​ນາ​ຄັ້ງ​ນີ້, ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ ຜູ້​ເຂົ້າ​ຮ່ວມ ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ນິຕິກຳພາຍໃນທີ່ກ່ຽວຂ້ອງກັບ ການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະ ການຕ້ານການຄ້າມະນຸດ, ການຮ່ວມມືກັບສາກົນ ຂອງ ສປປ ລາວ ກໍຄື ກົນໄກການປະສານງານ ລະຫວ່າງພາກສ່ວນທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການປົກປ້ອງ ແລະ ຊ່ວຍເຫລືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ. ນອກຈາກນີ້, ຜູ້ເຂົ້າຮ່ວມ ຍັງໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຕົວຈິງຮ່ວມກັນ ເພື່ອເຮັດໃຫ້ການຕິດຕໍ່ປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງມີຄວາມວ່ອງໄວ, ທັນເຫດການ, ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.


ການສຳມະນາຄັ້ງ​ນີ້, ​ວິ​ທະ​ຍາ​ກອນ​ຍັງໄດ້ຍົກໃຫ້ເຫັນເຖິງ ສະພາບລວມຂອງຂະ​ບວນການຄ້າມະນຸດໃນ ສປປ ລາວ ແລະ ສາກົນ ​ເຊິ່ງເປັນໜຶ່ງໃນອາຊະຍາກຳຂ້າມຊາດ ທີ່ມີການຈັດຕັ້ງທີ່ເປັນໄພຂົ່ມຂູ່ ຮ້າຍເເຮງແກ່ມວນມະນຸດ; ການຄ້າມະນຸດແມ່ນມີຫລາຍຮູບແບບ ແລະ ຫລາຍວິທີການ ໂດຍມີລັກສະນະເປັນ​ເຄືອຂ່າຍຂ້າມຊາດ ເພື່ອຂູດຮີດເເຮງງານ ແລະ ຂູດຮີດທາງເພດ. ໃນໄລຍະຜ່ານມາ,ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນຕໍ່ການເເກ້ໄຂບັນຫາດັ່ງກ່າວ ໂດຍໄດ້ອະນຸມັດງົບປະມານ ຈໍານວນຫລວງຫລາຍໃນແຕ່ລະປີເຂົ້າໃນວຽກງານ ເພື່ອຕ້ານການຄ້າມະນຸດ ແລະ ໄດ້ກໍານົດໃຫ້ການຄ້າມະ ນຸດເປັນການກະທຳຜິດທາງອາຍາ ແລະ ໄດ້ຮັບຮອງເອົາແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນເເຕ່ລະໄລຍະນັບເເຕ່ປີ 2016 ເປັນຕົ້ນມາ.
KPL

ຂ່າວອື່ນໆ

ads
ads

Top