ຄຸນງາມຄວາມດີທີ່ເປັນອຳມະຕະຂອງບັນດາຜູ້ນຳ 2 ປະເທດ ໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ

24/06/2024 08:35
Email Print 312
ຂປລ * ມື້ນີ້ເປັນມື້ທີ່ປະຊາຊົນ ສປປ ລາວ ແລະ ສປປ ເກົາຫລີ ສະເຫລີມ ສະຫລອງວັນສ້າງຕັ້ງສາຍ ພົວພັນການທູດຂອງສອງປະເທດ ຄົບຮອບ 50 ປີ ຊຶ່ງປະຊາຊົນສອງປະເທດພວກເຮົາ ພວມ ຫວນຄືນປະຫວັດສາດ ແຫ່ງການພັດທະນາສາຍພົວພັນມິດຕະພາບ ທີ່ເປັນມູນ ເຊື້ອມາແຕ່ ດົນນານຂອງສອງປະເທດ.




ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ  ຄົບຮອບ 50 ປີ (24 ມິຖຸນາ 1974 - 24ມິຖຸນາ 2024).



* ມື້ນີ້ເປັນມື້ທີ່ປະຊາຊົນ ສປປ ລາວ ແລະ ສປປ ເກົາຫລີ ສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນການທູດຂອງສອງປະເທດ ຄົບຮອບ 50 ປີ ຊຶ່ງປະຊາຊົນສອງປະເທດພວກເຮົາ ພວມຫວນຄືນປະຫວັດສາດ ແຫ່ງການພັດ ທະນາສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອມາແຕ່ດົນນານຂອງສອງປະເທດ.

ໃນປີ 1974 ຊຶ່ງແມ່ນ 50 ປີ ທີ່ຜ່ານມາ, ໄດ້ເກີດມີທ່າອ່ຽງທີ່ປະຊາຊົນ ຢູ່ໃນປະເທດກໍາລັງພັດທະນາ ໄດ້ລຸກຮືຂຶ້ນເປັນຕົ້ນແບບ ແລະ ບັນທຶກເຂົ້າໃນປະຫວັດສາດໜ້າໃໝ່ ເພື່ອສະໜັບສະໜູນເຈດຈຳນົງ ແລະ ຄວາມສົນໃຈ ຂອງເຂົາເຈົ້າພາຍໃຕ້ຮົ່ມເງົາຂອງທຸງໄຊແຫ່ງເອກະລາດ.

ໃນສະພາບການປະຫວັດສາດດັ່ງ ກ່າວ, ສປປ ເກົາຫລີ ແລະ ສປປ ລາວ ໄດ້ສ້າງສາຍພົວພັນການທູດ ໃນວັນທີ 24 ມິຖຸນາ1974. ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນສະໜິດແໜ້ນ ລະຫວ່າງສອງປະເທດ ໄດ້ຮັບການ ເສີມຂະຫຍາຍ ແລະ ພັດທະນາໃນແຕ່ລະໄລຍະ ເພື່ອແນໃສ່ປະກອບສ່ວນປະຕິບັດ ບັນດາຈຸດໝາຍລວມຂອງປະຊາຊົນສອງປະເທດ ເພື່ອຮັບປະກັນຜົນປະໂຫຍດຂອງປະຊາຊົນ ແລະ ຄວາມຈະເລີນກ້າວໜ້າທາງສັງຄົມ. ສິ່ງເຫລົ່ານີ້ທັງ ໝົດຈະບໍ່ສາມາດປະສົບຜົນສຳເລັດໄດ້ ຖ້າປາສະຈາກຄຸນງາມຄວາມດີ ທີ່ເປັນອຳມະຕະຂອງຜູ້ນຳສອງປະເທດ ທີ່ໄດ້ບັນລຸໃນການພັດທະນາສາຍພົວພັນລະ ຫວ່າງສອງ ປະເທດ.

ອະດີດການນຳຂອງສອງປະເທດ ໄດ້ເພີ່ມທະວີການສະໜັບສະໜູນ ການຮ່ວມມືທີ່ເປັນມູນເຊື້ອ ແລະ ເພີ່ມທະວີຄວາມສາມັກຄີແບບພິເສດເຊິ່ງກັນ ແລະ ກັນ ໃນການຕໍ່ສູ້ຕ້ານລັດທິຈັກກະພັດນິຍົມ ແລະ ຮັດແໜ້ນຄວາມສາມັກ ຄີຂອງຊາດ.

ເນື່ອງໃນໂອກາດສະເຫລີມສະ ຫລອງວັນສ້າງຕັ້ງກອງປະຊຸມບັນດຸງ (Bandung) ຄົບຮອບ 10 ປີ, ໄດ້ມີການພົບປະທີ່ມີຄວາມໝາຍລະຫວ່າງ ສະຫາຍ ສຸພານຸວົງ ປະທານສູນກາງແນວລາວຮັກຊາດ ແລະ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ທີ່ນະຄອນຫລວງຈາກາຕາ, ປະເທດ ອິນໂດເນເຊຍ ໃນເດືອນເມສາ1965, ແລະ ນັບຕັ້ງແຕ່ນັ້ນມາການພົວພັນ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ໄດ້ກໍ່ໃຫ້ເກີດມີບັນດາເຫດ ການທີ່ຄວາມໝາຍຢ່າງບໍ່ຢຸດຢັ້ງ.

ໃນປີ1965, 1970, 1977 ແລະ 1992 ໄດ້ມີການເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການ ຂອງການນຳສປປ ລາວ ລວມທັງການຢ້ຽມຢາມຂອງສະຫາຍໄກສອນ ພົມວິຫານ ປະທານຄະນະບໍລິຫານງານສູນ ກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ການໄປຢ້ຽມຢາມຂອງ ສະຫາຍ ຄຳໄຕ ສີພັນດອນ ປະທານຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນເດືອນທັນວາ 1993 ແລະ ໃນເດືອນກັນຍາ 2011, ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດຖະບານແຫ່ງ ສປປ ລາວ ນຳໂດຍສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ເດີນທາງໄປຢ້ຽມຢາມ ສປປ ເກົາຫລີ ຢ່າງເປັນທາງການ.

ໃນໄລຍະລະຫວ່າງການຢ້ຽມ ຢາມ ສປປ ເກົາຫລີ, ບັນດາການນຳ ຂັ້ນສູງຂອງ ສປປ ລາວ ໄດ້ມີການ ພົບປະກັບ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຂອງສອງປະເທດ.

ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ນັບມື້ນັບມີຄວາມກ້າວໜ້າ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດ ຢັ້ງໂດຍບໍ່ມີວັນເສື່ອມໂຊມ ຊຶ່ງຜ່ານຜ່າການຜັນແປຢ່າງສັບສົນ ຂອງສະພາບ ການສາກົນບົນພື້ນຖານເຈດຈຳ ນົງຂອງຜູ້ນຳສູງສຸດຂອງພັກ, ລັດສອງປະເທດທີ່ຍຶດໝັ້ນ ໃນບັນດາຜົນງານຂອງບັນດາການນຳຮູ່ນກ່ອນ ທີ່ບັນລຸໄດ້ໃນການພັດທະນາການພົວພັນສອງຝ່າຍ.

ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ບັນດາຜົນງານທີ່ພັກປະຊາຊົນ ປະຕິວັດລາວ ແລະ ປະຊາຊົນລາວ ໄດ້ບັນລຸໃນການຕໍ່ສູ້ຂອງຕົນ ໃນການຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມ ໃຫຍ່ຄັ້ງທີ 11 ຂອງພັກ ແລະ ສະໜັບສະໜູນ ພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ ສປປ ລາວ ຢ່າງບໍ່ຢຸດຢັ້ງ ໃນການຕໍ່ສູ້ຕ້ານການເປັນປໍລະປັກ ກັນທັງພາຍໃນ ແລະ ຕ່າງປະເທດລວມທັງການແຊກແຊງ, ປະກົດການຫຍໍ້ທໍ້ ແລະ ຄວາມ ບໍ່ໝັ້ນຄົງທາງສັງຄົມ ເພື່ອເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ ແລະ ບັນລຸຄວາມຈະເລີນຮຸ່ງເຮືອງຂອງປະເທດ.

ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອອັນດີງາມລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ເຕັມໄປດ້ວຍຄວາມມານະພະຍາຍາມ ແລະ ການນຳພາອັນຍິ່ງໃຫຍ່ຂອງບັນດາຜູ້ນຳຮຸ່ນກ່ອນ ແລະ ເປັນຈຸດຢືນ ແລະ ຄວາມມຸ່ງມາດ ປາດຖະໜາ ອັນໜັກແໜ້ນຂອງສອງພັກ ແລະ ລັດຖະບານພວກເຮົາ ທີ່ຈະກ້າວໄປສູ່ການຮັດແໜ້ນສາຍ ພົວພັນດັ່ງກ່າວໃຫ້ກ້າວຂຶ້ນສູ່ລະດັບສູງ ເຊັ່ນດຽວກັນກັບຄວາມມຸ່ງມາດປາດຖະໜາ ອັນສູງສົ່ງຂອງ ຜູ້ນຳຂອງສອງປະເທດ.

ໃນປັດຈຸບັນ,  ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງສອງປະເທດພວກເຮົ າໄດ້ກ້າວເຂົ້າສູ່ໄລຍະອັນໃໝ່ແຫ່ງການພັດທະນາ ພາຍໃຕ້ການເອົາໃຈໃສ່ອັນເລິກເຊິ່ງ ຂອງສະຫາຍ ກິມ ເຈິງ ອຸນ, ເລຂາທິການໃຫຍ່ ພັກແຮງ ງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ສາຍພົວພັນລະຫວ່າງ ສປປ ລາວ ແລະ ສປປ ເກົາຫລີ ກຳລັງຮັບການ ເສີມຂະຫຍາຍໃຫ້ດີຂຶ້ນກ່ວາເກົ່າໃນ ຂະແໜງການຕ່າງໆ ເຊັ່ນມີການແລກປ່ຽນສານຊົມເຊີຍ ແລະ ມີການເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ຢ່າງເປັນປະຈຳລະຫວ່າງຜູ້ນຳສອງພັກ-ສອງລັດ ກໍ່ຄືການແລກປ່ຽນຄະນະຜູ້ແທນ ແລະ ການຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການຟື້ນຟູ ຊຶ່ງເຮັດໃຫ້ສາຍພົວພັນ ແລະ ການຮ່ວມມືທີ່ເປັນ ມູນເຊື້ອ ອັນດີງາມດັ່ງກ່າວນີ້ ສືບຕໍ່ ໄດ້ຮັບການຮັດແໜ້ນ ແລະ ພັດທະນາຢ່າງບໍ່ມີການປ່ຽນແປງ ໂດຍພາຍໃຕ້ຄວາມພະຍາຍາມຢ່າງຕັ້ງໜາ ຂອງສອງປະເທດ. ປະຊາຊົນ ສປປ ເກົາຫລີ ແລະ ປະຊາຊົນ ສປປ ລາວ ຈະຢືນຄຽງບ່າ ຄຽງໄຫລ່ກັນ ເພື່ອຜ່ານຜ່າຄວາມ ທຸກລຳບາກແລະ ສິ່ງທ້າທາຍທຸກຮູບແບບ ແລະ ກ້າວໄປຂ້າງໜ້າຢ່າງແຂງແຮງ ເພື່ອຈຸດປະສົງລວມຂອງການກໍ່ສ້າງສັງຄົມນິຍົມ. ສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມ ມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫລີ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ຈົ່ງໝັ້ນຄົງຂະນົງແກ່ນຕະຫລອດໄປ.


KPL

ຂ່າວອື່ນໆ

ads
ads

Top