ທົ່ວປະເທດມີຄອບຄົວພົ້ນທຸກກວມຫລາຍກວ່າ 80 ສ່ວຍຮ້ອຍ

26/06/2024 12:21
Email Print 242
ຂປລ ຕາມການລາຍງານຂອງ ທ່ານທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ ກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ວ່າ: ນັບແຕ່ປີ 2021-2023 ແລະ ເຫັນວ່າມາຮອດດຽວນີ້ ທົ່ວປະເທດມີຄອບຄົວພົ້ນທຸກ 1.026.083 ຄອບຄົວ.

    * ຕາມການລາຍງານຂອງ ທ່ານທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ ກ່ຽວກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ວ່າ: ນັບແຕ່ປີ 2021-2023 ແລະ ເຫັນວ່າມາຮອດດຽວນີ້ ທົ່ວປະເທດມີຄອບຄົວພົ້ນທຸກ 1.026.083 ຄອບຄົວ, ກວມ 83,13%, ຄອບຄົວບໍ່ພົ້ນທຸກ ຍັງເຫລືອ 208.231 ຄອບຄົວກວມ 16,87% ຂອງຈໍານວນຄອບຄົວທັງໝົດ.

    ຂະນະທີ່ບ້ານພົ້ນທຸກ 5.855 ບ້ານກວມ 69,69%, ບ້ານ ບໍ່ພົ້ນທຸກຍັງເຫລືອ 2.547 ບ້ານກວມ 30,31%  ຂອງຈໍານວນບ້ານທັງໝົດໃນທົ່ວປະເທດ. ສໍາລັັບເມືອງພົ້ນທຸກ 71 ເມືອງ ກວມ 48%, ເມືອງບໍ່ພົ້ນທຸກຍັງເຫລືອ 77 ເມືອງ ກວມ 52% ຂອງຈໍານວນ ເມືອງ ທັງໝົດໃນທົ່ວປະເທດ; ຄອບຄົວພັດທະນາ 841.454 ຄອບຄົວກວມ 68,17% ຂອງຈໍານວນຄອບຄົວທັງໝົດ; ບ້ານພັດທະນາ 2.828 ບ້ານ ກວມ 33,66% ຂອງຈໍານວນບ້ານທັງໝົດ; ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 31 ຈຸດ ແລະ ມີເມືອງເຂັ້ມແຂງຮອບດ້ານ 9 ເມືອງ ກວມ 6,08% ຂອງຈໍານວນເມືອງ ທັງໝົດໃນທົ່ວປະເທດ.

    ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາລັດຖະບານຈັດສັນງົບປະມານເຂົ້າໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນແຕ່ລະປີຢ່າງຕໍ່ເນື່ອງ. ໃນນີ້, ງົບປະມານການລົງທຶນຂອງລັດປີ 2021 ຈໍານວນ 122 ຕື້ກວ່າກີບ, ປີ 2022 ຈໍານວນ 136 ຕື້ກີບ, ປີ 2023 ຈໍານວນ 178 ຕື້ກີບ; ການປ່ອຍສິນເຊ່ືອຂອງທະນາຄານນະໂຍບາຍ 2.871 ຕື້ກວ່າກີບ. ໃນນັ້ນ, ຈຳນວນ 1.733 ຕື້ກວ່າກີບໄດ້ປ່ອຍໃຫ້ 1.345 ບ້ານ ແລະ 76 ເມືອງທຸກຍາກ.  ນອກຈາກນີ້, ຍັງມີງົບປະມານຊ່ວຍເຫລືອລ້າ, ກູ້ຢືມ, ການປະກອບສ່ວນຂອງຜູ້ປະກອບການ ແລະ ຂອງປະຊາຊົນ ທີ່ບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດໂຄງການຕ່າງໆເປັນຈຳນວນຫລາຍສົມຄວນ ໂດຍສະເພາະງົບປະມານຈາກທະນາຄານໂລກ, ທະນາຄານພັດທະນາອາຊີ, ອົງການຈັດຕັ້ງສາກົນເພື່ອການພັດທະນາ, ການຮ່ວມມື 2 ຝ່າຍກັບປະເທດເພື່ອນມິດ ແລະ ອື່ນໆ.

ໂດຍ:ເຂົ້າຈານນໍ້າ

KPL

ຂ່າວອື່ນໆ

ads
ads

Top