ຂໍ້ມູນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ມີຄວາມຈຳເປັນໃນການວາງແຜນພັດທະນາ

26/06/2024 11:40
Email Print 228
ຂປລ ລັັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈາກທຸກໆພາກສ່ວນໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂອງ ສປປ ລາວ ຄັ້ງທີ V ໃນປີ 2025.

      *ລັັດຖະບານ ແຫ່ງ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈາກທຸກໆພາກສ່ວນໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຂອງ ສປປ ລາວ ຄັ້ງທີ V ໃນປີ 2025.  ເພາະຂໍ້ມູນສະຖິຕິທາງດ້ານ ພົນລະເມືອງ ແມ່ນຂໍ້ມູນໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບການສ້າງແຜນນະໂຍບາຍຕ່າງໆໃນແຕ່ລະໄລຍະ ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດຮອດ ປີ 2030.


     ຜ່ານມາ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສມາແລ້ວ 4 ຄັ້ງ ໃນທຸກໆ 10 ປີ ເລີ່ມແຕ່ປີ 1985 ເປັນຕົ້ນມາ, ຄັ້ງຫລ້າສຸດແມ່ນປີ 2015 ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ, ສູນສະຖິຕິແຫ່ງຊາດເປັນໃຈກາງໃນການຈັດຕັ້ງປະຕິບັດ ພາຍໃຕ້ການປະສານສົມທົບ ແລະ ຮ່ວມມືກັບບັນດາຂະແໜງການ ແລະ ຄູ່ຮ່ວມພັດທະນາ. ຜົນໄດ້ຮັບຈາກການຈັດຕັ້ງປະຕິບັດການສຳຫລວດດັ່ງກ່າວ ໄດ້ສະໜອງຂໍ້ມູນທີ່ຈຳເປັນພື້ນຖານທາງດ້ານພົນລະເມືອງເຊັ່ນ: ຈຳນວນພົນລະເມືອງແບ່ງຕາມເພດ, ອາຍຸ, ສະພາບສົມລົດ, ຊົນເຜົ່າ, ສາສະໜາ, ການສຶກສາ, ສະພາບການຈ້າງງານ, ການເກີດ, ການຕາຍ, ການຍົກຍ້າຍ, ຄຸນລັກສະນະທີ່ຢູ່ອາໄສ, ການນຳໃຊ້ທີ່ດິນ ແລະ ການເຂົ້າເຖິງການບໍລການດ້ານສັງຄົມອື່ນໆ ເຊິ່ງເປັນຂໍ້ມູນທີ່ສຳຄັນສຳລັບການຕິດຕາມ ແລະ ປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

    ໂດຍເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສຳຄັນ ແລະ ມີຄວາມມຸ່ງໝັ້ນອັນແຮງກ້າໃນການສືບຕໍ່ຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ໃນປີ 2025 ໂດຍມີຈຸດປະສົງເພື່ອສືບຕໍ່ປັບປຸງຖານຂໍ້ມູນດ້ານພົນລະເມືອງແຫ່ງຊາດ ແລະ ສະໜອງຂໍ້ມູນໃຫ້ແກ່ການປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ປີ 2021- 2025 ແລະ ເປົ້າໝາຍການພັດທະນາແບບຍືນຍົງ.

    ເຊື່ອໝັ້ນວ່າ ພາຍໃຕ້ການຮ່ວມມື ແລະ ການສະໜັບສະໜູນປະກອບສ່ວນຂອງບັນດາຄູ່ຮ່ວມພັດທະນາຈາກທຸກໆພາກສ່ວນຈະເປັນກຳລັງແຮງທີ່ໃຫຍ່ຫລວງ ເພື່ອຈັດຕັ້ງປະຕິບັດການສຳຫລວດດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທ່ີວາງໄວ້ ແລະ ຈະເປັນສ່ວນໜຶ່ງທີ່ສຳຄັນໃນການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສະຖະຕິແຫ່ງຊາດ ໃຫ້ກ້າວສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

ads
ads

Top