ໄອເອັຟຊີ ສະໜັບສະໜູນແຜນປະຕິບັດງານ ເພື່ອ ພັດທະນາຕົວເມືອງສີຂຽວ ສໍາລັບ ນວ

24/06/2024 13:27
Email Print 300
ຂປລ ຂປລ. ອົງການການເງິນສາກົນ ຫລື ໄອເອັຟຊີ (IFC) ໄດ້ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ສ້າງແຜນປະຕິບັດງານ ສໍາລັບ ນະຄອນຫລວງວຽງຈັນ ເພື່ອຫັນເປັນຕົວເມືອງ ທີ່ມີອາຍກາກບອນຕໍ່າ, ທົນທານຕໍ່ສະພາບດິນຟ້າອາກາດ ພ້ອມທັງຊ່ວຍແກ້ໄຂ ສິ່ງທ້າທາຍ ດ້ານດິນຟ້າອາກາດຂອງປະເທດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທາງດ້ານພື້ນຖານໂຄງລ່າງ ທີ່ເພີ່ມຂຶ້ນ ຂອງ ສປປ ລາວ ບົນພື້ນຖານການຂະຫຍາຍຂອງຕົວເມືອງ ທີ່ເພີ່ມຂຶ້ນຢ່າງວ່ອງໄວ.



ຂປລ. ອົງການການເງິນສາກົນ ຫລື ໄອເອັຟຊີ (
IFC) ໄດ້ສະໜັບສະໜູນລັດຖະບານແຫ່ງ ສປປ ລາວ ສ້າງແຜນປະຕິບັດງານ ສໍາລັບ ນະຄອນຫລວງວຽງຈັນ ເພື່ອຫັນເປັນຕົວເມືອງ ທີ່ມີອາຍກາກບອນຕໍ່າ, ທົນທານຕໍ່ສະພາບດິນຟ້າອາກາດ ພ້ອມທັງຊ່ວຍແກ້ໄຂ ສິ່ງທ້າທາຍ ດ້ານດິນຟ້າອາກາດຂອງປະເທດ ເພື່ອຕອບສະໜອງຕໍ່ຄວາມຕ້ອງການທາງດ້ານພື້ນຖານໂຄງລ່າງ ທີ່ເພີ່ມຂຶ້ນ ຂອງ ສປປ ລາວ ບົນພື້ນຖານການຂະຫຍາຍຂອງຕົວເມືອງ ທີ່ເພີ່ມຂຶ້ນຢ່າງວ່ອງໄວ.

ແຜນປະຕິບັດງານຕົວເມືອງສີຂຽວ ສໍາລັບ ນະຄອນຫລວງວຽງຈັນ ເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງ IFC ໃຫ້ແກ່ ກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຖືກນໍາສະເໜີ ໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ພັດທະນາພື້ນຖານໂຄງລ່າງ ແລະ ຜູ້ຈັດຕັ້ງປະຕິບັດ ໃນກອງວັນທີ 21 ມິຖຸນາ 2024 ຜ່ານມາ ໂດຍໄດ້ກຳນົດເອົາ 30 ມາດຕະການສໍາລັບການສ້າງຕົວ ເມືອງນະຄອນຫລວງ ໃຫ້ມີຄວາມຍືນຍົງກວ່າເກົ່າ. ເມື່ອແຜນປະຕິບັດງານນີ້ ໄດ້ຮັບການຈັດ ຕັ້ງປະຕິບັດແລ້ວຈະສາມາດຊ່ວຍ ນະຄອນຫລວງວຽງຈັນ ຫລຸດຜ່ອນການນໍາໃຊ້ພະລັງງານ ໃນຕຶກອາຄານລົງ 16%, ຫລຸດຜ່ອນການເດີນທາງໂດຍນໍາໃຊ້ລົດສ່ວນຕົວ ທີ່ໃຊ້ນໍ້າມັນເຊື້ອໄຟ ລົງ 24%, ຫລຸດປະລິມານສິ່ງເສດເຫລືອ ທີ່ຖືກສົ່ງໄປຖິ້ມ ໃນສະໜາມຂີ້ເຫຍື້ອໄດ້ 37% ແລະ ເພີ່ມທະວີຄວາມ ຮັບປະກັນດ້ານການສະໜອງນໍ້າໃຊ້ໄດ້ 9%. ໂດຍລວມແລ້ວ, ການຈັດຕັ້ງປະຕິບັດແຜນງານນີ້ ຈະຊ່ວຍໃຫ້ນະຄອນຫລວງວຽງຈັນ ຫລຸດຜ່ອນການປ່ອຍທາດອາຍເຮືອນແກ້ວ (GHG) ລົງ 22% ພາຍໃນປີ 2030.

ທ່ານ ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ໃນຂະນະທີ່ ຕົວເມືອງໃຫຍ່ ສືບຕໍ່ເປັນຫົວໜ່ວຍທີ່ປະກອບສ່ວນ ສໍາຄັນຕໍ່ການປ່ຽນແປງຂອງດິນຟ້າອາກາດ ໂດຍຜ່ານການປ່ອຍທາດອາຍເຮືອນແກ້ວ, ການປັບປຸງວຽກງານວາງແຜນຕົວເມືອງ, ວຽກນະໂຍບາຍ ແລະ ວຽກພື້ນຖານໂຄງລ່າງຂອງຕົວເມືອງ ໃຫ້ດີຂຶ້ນເປັນສິ່ງຈໍາເປັນ ເພື່ອຍົກສູງຄວາມທົນທານຕໍ່ດິນຟ້າອາກາດ. ແຜນປະຕິບັດງານຕົວເມືອງສີຂຽວທີ່ສ້າງຂຶ້ນ ໂດຍການຮ່ວມມືກັບ IFC ຈະສະໜູບສະໜູນ ແນວທາງ ການພັດທະນາ ນະຄອນຫລວງວຽງຈັນ ໃຫ້ມີຄວາມທົນທານ ແລະ ຍືນຍົງ ສີຂຽວ ພາຍໃນປີ 2030.



ສປປ ລາວ ກໍາລັງຜະເຊີນໜ້າກັບອັດຕາ ການຂະຫຍາຍຕົວຂອງຕົວເມືອງໄວທີ່ສຸດ ໃນອາຊີຕາ ເວັນອອກສຽງໃຕ້
, ອີງຕາມອົງການສະຫະປະຊາຊາດ ດ້ານເຄຫາສະຖານ, ດ້ວຍອັດຕາການຫັນເປັນຕົວເມືອງຢູ່ ສປປ ລາວ ຄາດຄະເນວ່າຈະບັນລຸ 47.7% ພາຍໃນປີ 2025. ພາຍໃຕ້ສັນຍາປາຣີ, ສປປ ລາວ ມີເປົ້າໝາຍຈະຫລຸດການປ່ອຍທາດອາຍເຮືອນແກ້ວ ໃຫ້ໄດ້ 60% ພາຍໃນປີ 2030 ແລະ ບັນລຸເປົ້າໝາຍການຫລຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນແກ້ວ ໃຫ້ເປັນສູນ ໃນປີ 2050.

ແຜນປະຕິບັດງານດັ່ງກ່າວ ຄາດຄະເນດ້ານງົບປະມານທີ່ຈຳເປັນ ເພື່ອປະຕິບັດມາດຕະການຫລຸດຜ່ອນທາດອາຍເຮືອນແກ້ວ ນັບແຕ່ນີ້ ຮອດປີ 2030 ແມ່ນ 3,3 ຕື້ໂດລາສະຫະລັດ ແລະ ໄດ້ສະ ເໜີແຜນໂຄງການລົງທຶນສີຂຽວ ໃນ 4 ຂະແໜງການຕົ້ນຕໍຄື: ຂະແໜງ ສິ່ງປຸກສ້າງ ແລະ ການນໍາໃຊ້ພະລັງງານ, ການຂົນສົ່ງ, ການຈັດການສິ່ງເສດເຫລືອ ແລະ ຂະແໜງນໍ້າ. ເພື່ອຕອບສະໜອງຄວາມ ຕ້ອງການດ້ານການເງິນ, ລັດຖະບານ ສາມາດຊອກຄົ້ນເອົາການຮ່ວມມື ພາກລັດ-ເອກະຊົນ ຫລື ຊຸກຍູ້ການເຂົ້າຮ່ວມ ຂອງພາກເອກະຊົນ ໂດຍຜ່ານບັນດານະໂຍບາຍ ແລະ ມາດຕະການອື່ນໆ.

ທ່ານ ພົງສະຫວັນ ພົມກອງ  ຫົວໜ້າຫ້ອງການ, ອົງການການເງິນສາກົນ (IFC) ປະຈຳ ສປປ ລາວ ໄດ້ກ່າວວ່າ: ການວາງແຜນຜັງເມືອງ ຢ່າງມີປະສິດທິພາບ ແມ່ນມີຄວາມຈໍາເປັນຕໍ່ການຄວບຄຸມ ການປ່ອຍທາດອາຍເຮືອນແກ້ວ ແລະ ຍົກສູງ ຄຸນນະພາບຊີວິດ ການເປັນຢູ່ ແລະ ເພີ່ມທະວີສະມັດຕະພາບແຮງງານ. ແຜນປະຕິບັດງານຕົວເມືອງສີຂຽວ ທີ່ໄດ້ຖືກສ້າງຂຶ້ນ ໂດຍຜ່ານການວິເຄາະຢ່າງຮອບຄອບ ແລະ ຢ່າງມີຫລັກຖານສະໜັບສະໜູນຄັກແນ່ ເຊິ່ງສາມາດລວມເຂົ້າໃນ ການວາງແຜນການລົງທຶນຂອງ ນະຄອນຫລວງ ວຽງຈັນໄດ້ ເພື່ອຕອບສະໜອງຄວາມຕ້ອງການ ທາງດ້ານພື້ນຖານໂຄງລ່າງທີ່ເພີ່ມຂຶ້ນ ໄດ້ຢ່າງຍືນຍົງ ແລະ ເພື່ອສົ່ງເສີມການສ້າງອະນາຄົດ ຂອງຕົວເມືອງທີ່ເຂັ້ມແຂງທົນທານ ສໍາລັບຜູ້ຢູ່ອາໄສໃນຕົວເມືອງດັ່ງກ່າວ.

ມາດຕະການທີ່ລະບຸໄວ້ໃນ ແຜນປະຕິບັດງານຕົວເມືອງສີຂຽວນີ້, ໄດ້ນໍາໃຊ້ວິທີການແບບໃໝ່ທີ່ເອີ້ນວ່າ: APEX (ການຈັດຕັ້ງ ປະຕິບັດງານຂັ້ນສູງ ເພື່ອຄວາມເປັນເລີດ ດ້ານສິ່ງແວດລ້ອມສໍາລັບຕົວເມືອງ) ເຊິ່ງພັດທະນາໂດຍອົງການ IFC. ວິທີການນີ້, ຊ່ວຍໃຫ້ບັນດາຕົວເມືອງ ສາມາດປະເມີນໄດ້ຢ່າງໄວວາ ແລະ ມີປະສິດທິພາບທີ່ສຸດ ເພື່ອລວມເອົາມາດຕະການຕ່າງໆ ເຂົ້າໃນແຜນການລົງທຶນ ແລະ ນະໂຍບາຍຂອງເຂົາເຈົ້າ ເພື່ອບັນລຸບັນດາເປົ້າໝາຍດ້ານພະລັງງານ, ການຂົນສົ່ງ, ການຈັດການສິ່ງເສດເຫລືອ, ວຽກງານນໍ້າ ແລະ ການປ່ອຍທາດອາຍເຮືອນແກ້ວ.

KPL

ຂ່າວອື່ນໆ

ads
ads

Top