ສະພາແຫ່ງຊາດ ພິຈາລະນາການປັບປຸງ ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ

26/06/2024 08:09
Email Print 159
ຂປລ ຂປລ. ໃນພາກບ່າຍຂອງກອງປະຊຸມ ສະໄໝສະມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 25 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ສະບັບປັບປຸງ ປະກອບມີ X ພາກ, 5 ໝວດ ແລະ 89 ມາດຕາ.



ຂປລ. ໃນພາກບ່າຍຂອງກອງປະຊຸມ ສະໄໝສະມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ
IX  ວັນທີ 25 ມິຖຸນາ 2024 ໂດຍການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລື່ອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ  ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ສະບັບປັບປຸງ ປະກອບມີ X ພາກ, 5 ໝວດ ແລະ 89 ມາດຕາ. ໃນນັ້ນ, ປັບປຸງ 64 ມາດຕາ, ເພີ່ມໃໝ່ 21 ມາດຕາ ແລະ ຮັກສາເດີມ 4 ມາດຕາ. ຫລັງຈາກນັ້ນ, ບັນສະມາຊິກສະພາແຫ່ງຊາດ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໄດ້ພັດປ່ຽນກັນສຸມໃສ່ ພິຈາລະ ນາປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວ, ແນໃສ່ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ກຳນົດຫລັກການ, ລະບຽບການ ແລະ ມາດຕະການໃນການຄວບຄຸມ, ຕິດຕາມກວດກາ. ທັງນີ້, ກໍເພື່ອເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ໃນການເຄື່ອນໄຫວ, ສະກັດກັ້ນ ແລະ ຕ້ານອັກຄີໄພ  ທີ່ເກີດຂຶ້ນຢ່າງວ່ອງໄວ ແລະ ທ່ວງທັນ ແລະ ໃຫ້ເສຍຫາຍໜ້ອຍທີ່ສຸດ.

ທ່ານ ພົຕ ສົມວັນ ສາຍລ້ອງພາ ໄດ້ໃຫ້ຮູ້ວ່າ: ການປັບປຸງກົດໝາຍ ວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ຄັ້ງນີ້,  ແມ່ນຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ຂອງພັກ ກໍຄື ການບູລະນະອົງການອຳນາດລັດ ໃຫ້ມີຄວາມເຂັ້ມແຂງ ຕາມທິດຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໂດຍສະເພາະ ກໍເພື່ອເຮັດໃຫ້ກຳລັງສະກັດກັ້ນ ແລະ ຕ້ານອັກຄີໄພ ມີຄວາມເຂັ້ມແຂງ, ເຕີບໃຫຍ່, ຂະຫຍາຍຕົວ ຢ່າງໜັກແໜ້ນ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ ທີ່ເກີດຂຶ້ນຈາກອັກຄີໄພ. ໃນໄລຍະຜ່ານມາ, ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ແມ່ນໄດ້ປະຕິບັດຕາມ ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ສະບັບເລກທີ 09/ສພຊ, ລົງວັນທີ 24 ທັນວາ 2007, ພາຍຫລັງກົດໝາຍດັ່ງກ່າວ, ໄດ້ຖືກປະກາດໃຊ້ ພາກສ່ວນຮັບຜິດຊອບ ກໍຄື ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດຕັ້ງປະຕິບັດໂຄສະນາເຜີຍແຜ່ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ ແລະ ບັນດາ ກະ ຊວງ, ອົງການ, ໂຮງຈັກ-ໂຮງງານ ຕະຫລອດຮອດພໍ່ແມ່ປະຊາຊົນ ໄດ້ເຊື່ອມຊຶມ ກຳແໜ້ນ, ມີສະຕິເຄົາລົບ ແລະ ຈັດຕັ້ງປະຕິບັດ ທັງເປັນບ່ອນອີງພື້ນຖານທີ່ສຳຄັນ ແລະ ເປັນມາດຕະການທາງດ້ານກົດໝາຍ ໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ໂດຍສະເພາະ ການເຄື່ອນໄຫວປະຕິບັດໜ້າທີ່ ວຽກງານວິຊາສະເພາະ ຂອງເຈົ້າໜ້າທີ່ຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ແມ່ນເຮັດໄດ້ດີພໍສົມຄວນ.

ແຕ່ເຖິງຢ່າງໃດກໍຕາມ, ໃນປັດຈຸບັນ ປະເທດຊາດມີການພັດທະນາ, ເສດຖະກິດມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ທຳມະຊາດກໍມີການຜັນແປຢ່າງຕໍ່ເນື່ອງ ເຮັດໃຫ້ເເຕ່ລະປີ ມີເຫດການອັກຄີໄພເກີດຂຶ້ນເປັນຈຳ ນວນຫລາຍຄັ້ງ, ມີທັງເກີດຈາກທຳມະຊາດ ຫລື ເກີດຈາກການກະທຳຂອງມະນຸດ ຍ້ອນສາເຫດ ແລະ ສະພາບການທີ່ກ່າວມານັ້ນ, ຍັງເກີດຂຶ້ນຢູ່ເລື້ອຍໆ ແລະ ເກີດຈາກສາເຫດເດີມໆ ບວກກັບຄວາມສອດຄ່ອງ ຂອງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ສະບັບປີ 2007 ໄດ້ຮັບການຈັດຕັ້ງປະຕິບັດ 16 ປີແລ້ວ, ເຮັດໃຫ້ບາງ  ໝວດ, ບາງມາດຕາ ຂອງກົດໝາຍສະບັບດັ່ງກ່າວ, ບໍ່ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນຊ່ອງວ່າງ ໃນການຈັດຕັ້ງປະຕິບັດ ໂດຍສະເພາະກົນໄກປະສານງານລະຫວ່າງ ອົງການ ແລະ ຂະແໜງການ ທີ່ກ່ຽວຂ້ອງ, ການຮ່ວມມືຈາກບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ທັນໄດ້ຮັບການຮ່ວມມືເທົ່າທີ່ຄວນ, ການປະຕິບັດມາດຕະການຕໍ່ຜູ້ລະເມີດ ເປັນຕົ້ນ ມາດຕະການສຶກສາອົບຮົມ, ມາດຕະການທາງອາຍາ, ມາດຕະການທາງແພ່ງ ແລະ ມາດຕະການທາງບໍລິຫານ ຍັງບໍ່ທັນມີ, ເຮັດໃຫ້ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ໃນການແກ້ໄຂສະຖານທີ່ເກີດເຫດຊັກຊ້າ, ເຮັດໃຫ້ເຫດການດັ່ງກ່າວ ແຜ່ລາມສ້າງຄວາມເສຍຫາຍເປັນວົງກວ້າງ ແລະ ການດຳເນີນຄະດີຕໍ່ຜູ້ກະທຳຜິດ ຍັງບໍ່ໄດ້ດີເທົ່າທີ່ຄວນ ສ່ວນຫລາຍກໍວ່າແຕ່ໄຟຟ້າລັດວົງຈອນ ແລ້ວເຮັດໃຫ້ເກີດມີຫາງສຽງຈົ່ມວ່າຈາກສັງຄົມ ເຊິ່ງການເກີດອັກຄີໄພ ໄດ້ສ້າງຄວາມເສຍຫາຍຕໍ່ສຸຂະພາບ, ຊີວິດ, ຊັບສິນ ຂອງບຸກຄົນ, ລັດ, ລວມໝູ່ ແລະ ປະຊາຊົນຢ່າງຫລວງຫລາຍ ແລະ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການ ຂະຫຍາຍຕົວທາງດ້ານເສດຖະກິດຂອງຊາດ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

ຄາດຄະເນຜົນໄດ້ຮັບ ຈາກການປັບປຸງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນເຄື່ອງມືໃນການຄຸ້ມຄອງ, ກວດກາ, ສະກັດກັ້ນ ແລະ ແກ້ໄຂ ຂອດຊ່ອງວ່າງ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການຈັດຕັ້ງປະຕິບັດກົດໝາຍ ກໍຄື ສະພາບປະກົດການຫຍໍ້ທໍ້ໃນສັງຄົມ ເຊິ່ງພົວພັນເຖິງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ຫັນເຂົ້າສູ່ລະບົບກົດໝາຍຢ່າງເຂັ້ມງວດ ເທື່ອລະກ້າວ; ເປັນມາດຕະການ ທາງດ້ານກົດໝາຍ ເພື່ອເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສ່ວນຮ່ວມ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ; ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ປອດໄພຈາກອັກຄີໄພ ທັງເປັນການປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ແນໃສ່ປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະຄວາມໝັ້ນຄົງຂອງຊາດ; ເປັນບ່ອນອີງພື້ນຖານອັນສໍາຄັນ ໃຫ້ແກ່ເຈົ້າໜ້າທີ່ ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ເຈົ້າໜ້າທີ່ ຂະແໜງການທີ່ກ່ຽວຂ້ອງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ດີຂຶ້ນກວ່າເກົ່າ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນການເມືອງ

      ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນ

      6/27/2024 2:29:54 PM

      ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ​ແລະ ​ເອກະສານ​ສຳຄັນ​ອື່ນ​ໆຈຳນວນ​ໜຶ່ງ, ໃນວັນທີ 27 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ

    • ສສຊ ເຂດ 13 ສະເໜີໃຫ້ລັດ ລົງເລິກຂຸດຄົ້ນ ລາຍຮັບຈາກການດຳເນີນທຸລະກິດ ການບໍລິການ-ໂລຈິສຕິກການເມືອງ

      ສສຊ ເຂດ 13 ສະເໜີໃຫ້ລັດ ລົງເລິກຂຸດຄົ້ນ ລາຍຮັບຈາກການດຳເນີນທຸລະກິດ ການບໍລິການ-ໂລຈິສຕິກ

      6/27/2024 2:19:24 PM

      ຂປລ. ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 26 ມິຖຸນາ 2024 ຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ໃສ່ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍສະເໜີໃຫ້ເອົາວຽກເຂດເສດຖະກິດພິເສດເຂົ້າໃສ່ຕື່ມ, ພ້ອມທັງ ສະເໜີໃຫ້ລັດຖະບານ ລົງເລິກຂຸດຄົ້ນເອົາລາຍຮັບ ຈາກການດຳເນີນທຸລະກິດ ໃນຂົງເຂດບໍລິການ-ໂລຈິສຕິກ ທີ່ເປັນທ່າແຮງຂອງປະເທດເຮົາ.

    • ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ

      6/27/2024 2:15:05 PM

      ຂປລ. ໃນວາລະການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 27 ມິຖຸນາ 2024 ນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ກົດໝາຍສະບັບດັ່ງກ່າວ ເຊິ່ງຮ່າງກົດໝາຍສະບັບປັບປຸງໃໝ່ ແມ່ນ ມີ 12 ພາກ ເທົ່າກັບສະບັບເດີມ ປີ 2013.

    • ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດການເມືອງ

      ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດ

      6/27/2024 2:05:16 PM

      ຂປລ. ​ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນ​ທີ 26 ມິຖຸນາ 2024 ຜ່ານ​ມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ໂດຍ​ຖື​ເອົາວຽກ​ດັ່ງກ່າວ​ເປັນ​ບຸລິມະສິດ​ຕົ້ນຕໍ​ ໃນ​ການພັດທະນາຊັບສິນດ້ານມະນຸດ .

    • ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

      6/27/2024 1:59:39 PM

      ຂປລ. ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ads
ads

Top