ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຜູ້ຕາງໜ້າ ຫ້ອງການອົງການອຸຍນີເຊບ ປະຈຳລາວ ເຂົ້າຢ້ຽມອຳລາ

26/06/2024 08:14
Email Print 270
ຂປລ ຂປລ. ໃນວັນທີ 25 ມິຖຸນາ 2024, ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມາອໍາລາຂອງ ທ່ານ ນາງ ເພຍ ເຣເບນໂລ ບຣິດໂຕ ຜູ້ຕາງໜ້າຫ້ອງການ ອົງການອຸຍນີເຊບ ປະຈຳ ສປປ ລາວ ໃນໂອກາດສຳເລັດໜ້າທີ່ຢູ່ ສປປ ລາວ.

ຂປລ. ໃນວັນທີ 25 ມິຖຸນາ 2024, ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມາອໍາລາຂອງ ທ່ານ ນາງ ເພຍ ເຣເບນໂລ ບຣິດໂຕ ຜູ້ຕາງໜ້າຫ້ອງການ ອົງການອຸຍນີເຊບ ປະຈຳ ສປປ ລາວ ໃນໂອກາດສຳເລັດໜ້າທີ່ຢູ່ ສປປ ລາວ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ໃນຕະຫລອດໄລຍະຜ່ານມາ ໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫລາຍດ້ານລະຫວ່າງ ສປປ ລາວ ແລະ ອົງການອຸຍນິເຊັບ ໂດຍສະເພາະໃນຂົງເຂດ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.

ພ້ອມນີ້, ທ່ານ ນາງ ເພຍ ເຣເບນໂລ ບຣິດໂຕ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີກະຊວງ ຖວທ ທີ່ໄດ້ໃຫ້ການສະໜັບສະໜູນ ການເຄື່ອນໄຫວວຽກງານຂອງ ອົງການອຸຍນີເຊບຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະຫລາຍປີທີ່ຜ່ານມາ ເຊິ່ງລວມມີການສົ່ງເສີມ ການເປັນຢູ່ທີ່ດີຂອງແມ່ ແລະ ເດັກນ້ອຍ, ວຽກງານສື່ມວນຊົນ ແລະ ການມີສ່ວນຮ່ວມຂອງໄວໜຸ່ມ ໂດຍຜ່ານການໂຄສະນາ ແລະ ກະຈາຍຂໍ້ມູນ-ຂ່າວສານ ໃຫ້ຊຸມຊົນຜ່ານຊ່ອງທາງສື່ຫລັກຄື: ວິທະຍຸ, ໂທລະພາບ ແລະ ໂທລະໂຄ່ງຊຸມຊົນ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ເພຈ ມີເດຍລາວ (Media Laos Page) ໃນເຟສບຸກ (Facebook) ທີ່ດໍາເນີນໂດຍ ກົມສື່ມວນຊົນ, ກະຊວງ ຖວທ ມີຜົນສໍາເລັດ ໃນການກະຈາຍຂໍ້ມູນຂ່າວສານໃຫ້ແກ່ປະຊາຊົນ ພາຍໃນ 18 ແຂວງ ທົ່ວປະເທດ. ນອກນັ້ນ, ກໍຍັງມີການເຜີຍແຜ່ຂໍ້ມູນ ຂ່າວສານດ້ານສາທາລະນະສຸກ ແລະ ຂໍ້ມູນອື່ນໆ ໂດຍຜ່ານຊ່ອງທາງ ວິທະຍຸ, ໂທລະພາບ, ໜັງສືພິມ, ວິທະຍຸຊຸມຊົນ ແລະ ສື່ສັງຄົມອອນລາຍ. ໂຄງການ “ສື່ໄວໜຸ່ມ” ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ກໍໄດ້ມີການສະເຫລີມສະຫລອງ ການຈັດຕັ້ງປະຕິບັດ, ຄົບຮອບ 20 ປີ ໃນບໍ່ດົນມານີ້ ແລະ ມີການຜະລິດລາຍການໂທລະ ພາບ “ບ້ານຂອງຂ້ອຍ” ແລະ “ເຮືອນຂອງຂ້ອຍ” ສໍາລັບເດັກກ່ອນໄວຮຽນ. ໃນອະນາຄົດ, ອົງການອຸຍນີເຊບ ມີຄວາມໝາຍໝັ້ນ ໃນການສະໜັບສະໜູນ ແຜນການພັດທະນາແຫ່ງຊາດຂອງ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ບັນດາບຸລິມະສິດໃນອະນາຄົດ ລວມເຖິງການເສີມຂະຫຍາຍຄວາມຮູ້ ທາງດ້ານດີຈິຕອນໃຫ້ກັບໄວໜຸ່ມ ແລະ ການນຳໃຊ້ສື່ ເພື່ອໂຄສະນາຄວາມສໍາຄັນ ຂອງການສັກວັກຊິນ, ຄວາມຮຸນແຮງທາງເພດ ແລະ ພຶດຕິກຳທີ່ເປັນອັນຕະລາຍອື່ນໆ.

ໃນຕອນທ້າຍ, ທ່ານ ລັດຖະມົນຕີ ຖວທ ຍັງໄດ້ອວຍພອນໃຫ້ ທ່ານ ນາງ ເພຍ ເຣເບນໂລ ບຣິດໂຕ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານໃໝ່ ທີ່ທ່ານຈະໄດ້ຮັບຜິດຊອບໃນອະນາຄົດ ແລະ ສະແດງຄວາມຫວັງວ່າ ທ່ານຈະສືບຕໍ່ປະກອບສ່ວນເຂົ້າໃນ ການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ລາວ ແລະ ອົງການອຸຍນີເຊບ ໂດຍສະເພາະ ການຊຸກຍູ້ທ່ານຜູ້ຕາງໜ້າ ອົງການອຸຍນີເຊບ ຄົນໃໝ່ ທີ່ຈະມາຮັບໜ້າທີ່ ມີຂໍ້ມູນລະອຽດເປັນພື້ນຖານ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ມອບໃບຍ້ອງຍໍໃຫ້ທ່ານຜູ້ຕາງໜ້າ ອົງການອຸຍນິເຊັບ ປະຈຳ ສປປ ລາວ ອີກດ້ວຍ.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

ads
ads

Top