ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ສະຫລຸບວຽກ 6 ເດືອນຕົ້ນປີ

26/06/2024 08:21
Email Print 324
ຂປລ ຂປລ. ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ຈັດກອງປະຊຸມ ສະຫລຸບວຽກງານ ປະ ຈຳ 6 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ ໃນວັນທີ 25 ມິຖຸນາ 2024 ໂດຍການເປັນປະ ທານຂອງ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການ ຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ



ຂປລ. ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ຈັດກອງປະຊຸມ ສະຫລຸບວຽກງານ ປະ ຈຳ 6 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ
 ໃນວັນທີ 25 ມິຖຸນາ 2024  ໂດຍການເປັນປະ ທານຂອງ ທ່ານ ພົອ ວິໄລ ຫລ້າຄຳຟອງ  ຮອງນາຍົກລັດຖະມົນຕີ
, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການ ຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ມີຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ແລະ ຮັບຟັງການລາຍງານ ສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ ພ້ອມທັງວິທີການແກ້ໄຂບັນຫາ ຂອງບັນດາກະຊວງ, ອົງການ, ແຂວງ/ນະຄອນຫລວງ, ແລະ ຮ່ວມກັນປະກອບຄຳເຫັນ ຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດ ພາຍໃນປະເທດ ມີປະສິດທິ ພາບ ແລະ ປະສິດທິຜົນ ດີຂຶ້ນກວ່າເກົ່າ.

ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທັງເປັນ ຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ປະຈໍາ 6 ເດືອນຕົ້ນປີ 2024  ເຊິ່ງໄດ້ຍົກໃຫ້ເຫັນ ການແກ້ໄຂສະພາບທີ່ເກີດຂຶ້ນ ຕ້ອງໄດ້ເລັ່ງພັດທະ ນາ ແລະ ສົ່ງເສີມການນໍາໃຊ້ອິນເຕີເນັດ ໃຫ້ກາຍເປັນປັດໄຈໃນການດໍາລົງຊີວິດ. ພ້ອມນັ້ນ, ກໍຕ້ອງຮັບປະກັນ ແລະ ປ້ອງກັນແກ້ໄຂໃຫ້ໄດ້ ຕໍ່ກັບບັນຫາປະກົດການຫຍໍ້ທໍ້ ທີ່ເກີດຈາກອິນເຕີເນັດ ທີ່ສົ່ງຜົນກະທົບ ຕໍ່ຄວາມສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບໃນສັງຄົມ, ສົ່ງຜົນກະທົບໃນທາງລົບ ຕໍ່ວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ບັນຫາທີ່ສ້າງຄວາມປັ່ນປ່ວນໃຫ້ມີຄວາມແຕກແຍກ, ໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນບິດເບືອນ ທີ່ສົ່ງຜົນກະທົບທີ່ບໍ່ດີ ຕໍ່ການນຳພາ ຂອງພັກ ແລະ ການຄຸ້ມຄອງຂອງລັດ. ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ກ່າວມານັ້ນ, ຄຄອຊ ຈະຕ້ອງເລັ່ງກວດກາຄືນບັນດານິຕິກຳ, ກົງຈັກການຈັດຕັ້ງ, ບຸກຄະລາກອນ, ວິທີການ ແລະ ມາດຕະການຕ່າງໆ, ພ້ອມນັ້ນກໍຕ້ອງເປັນເຈົ້າການຄົ້ນຄວ້າ ປັບປຸງຂອດປະສານງານ ລະຫວ່າງ ຂະແໜງການຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ທີ່ກ່ຽວພັນກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວສານ, ເຕັກໂນໂລຊີດີຈິຕອນ, ເນື້ອໃນຂໍ້ມູນ ຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພທາງໄຊເບີ ໃຫ້ມີຄວາມຮັບປະກັນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການໂຄສະນາເຜີຍແຜ່ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນການນໍາໃຊ້ອິນເຕີເນັດ ໃຫ້ເກີດປະໂຫຍດ.

 

ໂອກາດນີ້, ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ
, ການກຳນົດບັນດາເປົ້າໝາຍ ທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງໄດ້ຄຸ້ມຄອງ ແລະ ພັດທະນາ ເຊິ່ງຈະຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງ ຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດີຈິຕອນ ສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ ໂດຍສະເພາະ ແມ່ນການຊຸກຍູ້ ການສ້າງຕັ້ງ ແລະ ປັບປຸງ ຄະນະກຳມະການ ຄຸ້ມຄອງອິນເຕີເນັດ ໃນແຕ່ລະຂັ້ນ ເພື່ອສ້າງຄວາມແຂງແຮງ, ຄວາມຄ່ອງຕົວ ໃຫ້ແກ່ສາຍໃຍ ແລະ ຂອດການປະສານງານ ໄດ້ຢ່າງທົ່ວເຖິງໃນທົ່ວປະເທດ, ເພີ່ມທະວີຂອດປະສານງານລະຫວ່າງພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນຄຸ້ມຄອງ, ຕິດຕາມ ກວດກາ, ເຝົ້າລະວັງ ແລະ ຕອບຕ້ານຫາງສຽງບໍ່ດີ, ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງເທິງອິນເຕີເນັດ ໃຫ້ມີຄວາມວ່ອງໄວ ທັນການ. ພ້ອມກັນນັ້ນ, ກໍຕ້ອງໄດ້ສ້າງກົນໄກປະສານງານກັບບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຊິ່ງເປັນຜູ້ຮັບຜິດຊອບໂດຍກົງ ຕໍ່ກັບຂໍ້ມູນຜູ້ຊົມໃຊ້ ແລະ ໂຄງລ່າງພື້ນຖານເຊື່ອມຕໍ່ເຂົ້າເຖິງຂໍ້ມູນເທິງອິນເຕີເນັດ ເພື່ອໃຫ້ການປະຕິບັດມາດຕະການຕ່າງໆ ໄດ້ຢ່າງວ່ອງໄວ ທັນສະພາບການ; ຕ້ອງເອົາໃຈໃສ່ຄົ້ນຄວ້າ ແລະ ປັບປຸງ ບັນດານິຕິກຳ ໃຫ້ສອດ ຄ່ອງກັບສະພາບການໃໝ່ ແລະ ເຕັກໂນໂລຊີ ວິທີການໃໝ່ ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ, ພ້ອມທັງສຸມໃສ່ສ້າງຍຸດທະສາດຄວາມປອດໄພໄຊເບີ ແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ວຽກງານຄຸ້ມຄອງອິນເຕີເນັດ ແລະ ຄວາມປອດໄພທາງໄຊເບີ  ຢ່າງຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການ.

ພ້ອມນີ້, ທ່ານຍັງໄດ້ຊີ້ນຳໃຫ້ເລັ່ງແກ້ໄຂ ບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ ເປັນຕົ້ນ ອາຊະຍາກໍາ ແລະ ການຕົວະຍົວະຫລອກຫລວງ ຜ່ານລະບົບອິນເຕີເນັດ, ຜ່ານແກ້ງຄອນເຊັນເຕີ; ການຮົ່ວໄຫລຂອງເອກະສານ ຂອງພັກ-ລັດ, ການຮົ່ວໄຫລຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນ ດາສື່ ແລະ ເວັບໄຊ ລາມົກອະນາຈານ, ບັນຫາເກມ-ການພະນັນ, ຄາສິໂນ ອອນລາຍ, ການຄ້າຂາຍ ຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດ ຜ່ານທາງອອນລາຍ ຕ່າງໆ, ເພື່ອເຮັດແນວໃດ ເຮັດໃຫ້ ສະພາບແວດລ້ອມອິນເຕີເນັດ ຂອງ ສປປ ລາວ ມີຄວາມປອດໄພ ແລະ ບັນຫາອື່ນໆອີກ.

 ຂໍ້ມູນຈາກ: ກະຊວງ ຕສ
KPL

ຂ່າວອື່ນໆ

ads
ads

Top