6 ປະເທດລຸ່ມແມ່ນໍ້າຂອງ ຮ່ວມມືຕ້ານ-ສະກັດກັ້ນບັນຫາຢາເສບຕິດ

26/06/2024 08:37
Email Print 339
ຂປລ ຂປລ. ກອງປະຊຸມຮ່ວມມືຕ້ານຢາເສບຕິດ 6 ປະເທດລຸ່ມແມ່ນໍ້າຂອງ ຈັດຂຶ້ນໃນວັນທີ 25 ມິຖຸນາ 2024 ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສປປ ລາວ ໂດຍການເປັນປະ ທານຂອງ ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງເຈົ້າແຂວງ ບໍ່ແກ້ວ, ຜູ້ຕາງໜ້າຫ້ອງການ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ປະຈໍາລາວ, ຕ່າງໜ້າຈາກສະຖານທູດປະຈໍາລາວ 5 ປະທດ ແລະ ເຈົ້າໜ້າທີ່ຈາກປະເທດ ສະມາຊິກລຸ່ມແມ່ນໍ້າຂອງ 6 ປະເທດ

ຂປລ. ກອງປະຊຸມຮ່ວມມືຕ້ານຢາເສບຕິດ 6 ປະເທດລຸ່ມແມ່ນໍ້າຂອງ ຈັດຂຶ້ນໃນວັນທີ 25 ມິຖຸນາ 2024 ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ສປປ ລາວ ໂດຍການເປັນປະ ທານຂອງ ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງເຈົ້າແຂວງ ບໍ່ແກ້ວ, ຜູ້ຕາງໜ້າຫ້ອງການ ອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາດຊະຍາກຳ (UNODC) ປະຈໍາລາວ, ຕ່າງໜ້າຈາກສະຖານທູດປະຈໍາລາວ 5 ປະທດ ແລະ ເຈົ້າໜ້າທີ່ຈາກປະເທດ ສະມາຊິກລຸ່ມແມ່ນໍ້າຂອງ 6 ປະເທດ ຄື: ສປ ຈີນ, ມຽນມາ, ລາວ, ໄທ ກໍາປູເຈຍ ແລະ ສສ ຫວຽດນາມ ເຂົ້າຮ່ວມ ເພື່ອປະເມີນສະພາບ ການແກ້ໄຂສິ່ງທ້າທາຍໃນຕໍ່ໜ້າຮ່ວມກັນ ໃຫ້ມີໝາກມີຜົນ, ແນໃສ່ການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ທີ່ເປັນອຸປະສັກ, ເປັນໄພອັນຕະລາຍຂົ່ມຂູ່ ແລະ ສົ່ງຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມໃຫ້ມີທ່າອ່ຽງທີ່ດີຂຶ້ນ ແລະ ສາມາດຈຳກັດການຂະຫຍາຍຕົວ ຂອງຢາເສບຕິດໃຫ້ມີລັກສະນະແຄບລົງ.

ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ມີຄຳເຫັນວ່າ: ບັນຫາຢາເສບຕິດ ເປັນໄພອັນຕະລາຍຮ້າຍແຮງ ແລະ ມີການແພ່​​ລະບາດເປັນວົງກວ້າງ ແຕ່ຕົວເມືອງໄປສູ່ຊົນນະບົດ ໃນຫລາຍລະດັບທີ່ ແຕກຕ່າງກັນ,ກາຍເປັນສາເຫດພາໃຫ້ເກີດ ບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳປະເພດຕ່າງໆໃນສັງຄົມ, ຈຳນວນຄະດີຢາເສບຕິດ,ຜູ້ຖືກຫາ, ນັກໂທດຜູ້ຕິດເສບຢາເສບຕິດ ນຳໃຊ້ສານເສບຕິດ ລວມ ເຖິງຈຳນວນຕົວເລກຢາເສບຕິດແຕ່ລະປະເພດໄດ້ມີການເພີ່ມຂຶ້ນຢ່າງໜ້າເປັນຫວ່ງ. ພ້ອມດຽວກັນ, ເລ່ຫລ່ຽມ ການເຄື່ອນໄຫວຂົນສົ່ງ, ຄ້າຂາຍ,ຜະລິດຢາເສບຕິດ ມີລັກສະນະເລິກແລບແນບນຽນດ້ວຍຫລາຍວິທີການ-ຫລາຍ ຮູບການທີ່ສະຫລັບສັບຊ້ອນ,ການ​​ເຄື່ອນໄຫວມີລັກສະນະ ເປັນກຸ່ມເຄືອຂ່າຍເຊື່ອມໂຍງທັງພາຍໃນ ແລະ ຕ່າງປະເທດ.

ສປປ ລາວ ກໍຄື ບັນດາປະເທດລຸ່ມແມ່ນ້ຳຂອງ ພວກເຮົາໄດ້ຮັບຜົນກະທົບໂດຍກົງ ແລະ ຜະເຊີນກັບໄພ ຂົ່ມຂູ່ຈາກບັນຫາຢາເສບຕິດ ຢ່າງຫລີກລ່ຽງບໍ່ໄດ້. ປັດຈຸບັນ, ຢາເສບຕິດໄດ້ສົ່ງຜົນກະທົບຮ້າຍແຮງ ໃນທຸກເພດ-ທຸກໄວ, ທຸກຊັ້ນຄົນໃນທົ່ວສັງຄົມ, ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ,ກຳມະກອນ, ຜູ້ວ່າງງານ ຕະ ຫລອດຮອດພະນັກງານ, ລັດຖະກອນຈຳນວນໜຶ່ງ, ເປັນສາເຫດພາໃຫ້ເກີດ​​ປະກົດການຫຍໍ້ທໍ້, ເປັນການກົດໜ່ວງ ຖ່ວງດຶງ ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ, ສົ່ງຜົນກະທົບຕໍ່ ຄວາມໝັ້ນຄົງ ທາງດ້ານການເມືອງ ແລະ ຄວາມເປັນລະບຽບ ຮຽບຮ້ອຍ-ປອດໄພຂອງສັງຄົມ.

ທ່ານ ພົຕ ຄໍາກິ່ງ ຜຸຍຫລ້າມະນີວົງ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ຍາມໃດກໍເຫັນຄວາມສຳຄັນ ແລະ ເອົາໃຈ ໃສ່ຢ່າງຈິງຈັງ, ຜ່ານມາກໍໄດ້ມີການຮ່ວມມືກັບບັນດາປະເທດ ເຊິ່ງສະແດງອອກໃນ ການເຂົ້າຮ່ວມເປັນພາຄີສົນ ທິສັນຍາສາກົນ ວ່າດ້ວຍການສະກັດກັ້ນ, ຕ້ານຢາເສບຕິດ ແລະ ສານອອກລິດຕໍ່ຈິດປະສາດ 3 ສະບັບ; ລົງນາມ ບົດບັນທຶກການຮ່ວມມືສອງຝ່າຍ ວ່າດ້ວຍການສະກັດກັ້ນ, ຕ້ານຢາເສບຕິດ ກັບ 13 ປະເທດ; ລົງນາມໃນບົດບັນ ທຶກຄວາມເຂົ້າໃຈແບບສອງຝ່າຍ ກັບປະເທດໃກ້ຄຽງ-ຮ່ວມມືຫລາຍຝ່າຍ, ພາກພື້ນອາຊຽນ, ພາກພື້ນແມ່ນໍ້າຂອງ, ການສ້າງ ແລະ ຮັບຮອງບັນດາກົດໝາຍ-ນິຕິກຳ ກ່ຽວກັບການຕ້ານຢາເສບຕິດ ອື່ນໆ. ທັງໝົດນັ້ນ, ສະແດງເຖິງ ຄວາມເອົາໃຈໃສ່ໃນການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ ແລະ ໜ່ວຍງານທີ່ຮັບຜິດຊອບ. ສະນັ້ນ, ໃນເດືອນ ສິງຫາ 2021, ສະພາແຫ່ງຊາດ ໄດ້ເຫັນດີຮັບຮອງເອົາ ການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບຸລິມະສິດຈຳເປັນຮີບດ່ວນ ແລະໄດ້ຍົກໃຫ້ເປັນວາລະແຫ່ງຊາດຕາມການສະເໜີ ຂອງລັດຖະບານ ແລະ ມອບໃຫ້ກະ ຊວງ ປກສ ນຳໄປປະສານສົມທົບກັບ ບັນດາອົງການຈັດຕັ້ງທີ່ກ່ຽວຂອ້ງ ເພື່ອຮ່ວມມື ແລະ ສຸມທຸກກຳລັງແຮງສັງ ລວມ ໂດຍໃຫ້ຖືເອົາການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນພັນທະໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນໃນສັງຄົມ ເຂົ້າໃສ່ການແກ້ໄຂບັນຫາສຳຄັນຂອງຊາດ ທີ່ໄດ້ສະສົມມາ ຫລາຍປີໃຫ້ຫລຸດລົງຢ່າງຈະແຈ້ງ ແລະ ເປັນຮູບປະທຳໂດຍໄວ.

ເພື່ອແກ້ໄຂບັນຫາຢາເສບຕິດ,​ ກະຊວງ ປກສ ໄດ້ພະຍາຍາມປຶກສາຫາລື ແລະ ຮ່ວມມືກັບຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເພື່ອຊຸກຍູ້ປະຕິບັດແຜນວາລະແຫ່ງຊາດ ແກ້ໄບັນຫາຢາເສບຕິດ ຢ່າງຈິງຈັງ ແນໃສ່ສົ່ງເສີມການຮ່ວມມື ແລະ ການມີສ່ວນຮ່ວມຂອງສັງຄົມ,  ຮັບປະກັນປະສິດທິພາບ, ປະສິດທິຜົນ ການຈັດ ຕັ້ງປະຕິບັດໃນແຕ່ລະໄລຍະ. ກອງປະຊຸມຂອງບັນດາປະເທດ ອານຸພາກພື້ນແມ່ນ້ຳຂອງ​ ​ເປັນສິ່ງສຳຄັນ ແລະ ມີຄວາມຈໍາເປັນຕໍ່ການຮ່ວມມືການສະກັດກັ້ນ ແລະ ຕ້ານຢາເສບຕິດ ໃຫ້ມີປະສິດທິພາບ ເຊິ່ງໄລຍະຜ່ານມາກໍໄດ້ມີການຊຸກຍູ້ ສົ່ງເສີມການຮ່ວມມື ຜ່ານການແລກປ່ຽນ, ສະໜອງຂໍ້ມູນຂ່າວສານ, ການຊ່ວຍເຫລືອ ແລະ ການສົ່ງ ເສີມສ້າງຂີດຄວາມສາມາດຕ່າງໆ ເຊິ່ງສະແດງເຖິງຄວາມເປັນຫ່ວງ, ຄວາມເອົາໃຈໃສ່ ແລະ ການຊ່ວຍເຫລືອ ໃນການແກ້ໄຂບັນຫາຢາເສບຕິດຢູ່ໃນພາກພື້ນ ໄດ້ຢ່າງມີປະສິດທິພາບ.

ຂ່າວ-ພາບ: ຢ່າຕົ່ງ

KPL

ຂ່າວອື່ນໆ

ads
ads

Top