ຄຸ້ມຄອງປ້ອງກັນເດັກນ້ອຍ ໃຫ້ປອດໄພການໃຊ້ສື່ສັງຄົມອອນລາຍ

26/06/2024 11:18
Email Print 251
ຂປລ ສື່ສັງຄົມອອນລາຍ ຖືກພັດທະນາກ້າວໜ້າຂຶ້ນເລື້ອຍໆ, ມັນມີປະໂຫຍດຫລວງຫລາຍ ແລະ ມີພ້ອມກັບປະໂຫຍດ ກໍ່ມີຄົນຈໍານວນໜຶ່ງສະແຫວງຫາປະໂຫຍດໂດຍບໍ່ຖືກກົດໝາຍ ແລະ ຈັນຍາທໍາແຫ່ງຄວາມເປັນມະນຸດທີ່ຄວນສີວິໄລດ້ານວັດທະນະທໍາ ໂດຍການໃຊ້ສື່ອອນລາຍ ໃນຮູບການຕ່າງໆເພື່ອໃຫ້ຜູ້ໃຊ້ໃນເປົ້າໝາຍຕ່າງໆຫລົງໄຫລ - ຫລົງເຊື່ອ ແລະ ກາຍເປັນເຄື່ອງມືຂອງພວກເຂົາ ໂດຍທາງກົງ ແລະ ທາງ ອ້ອມ.

    *ສື່ສັງຄົມອອນລາຍ ຖືກພັດທະນາກ້າວໜ້າຂຶ້ນເລື້ອຍໆ, ມັນມີປະໂຫຍດຫລວງຫລາຍ ແລະ ມີພ້ອມກັບປະໂຫຍດ ກໍ່ມີຄົນຈໍານວນໜຶ່ງສະແຫວງຫາປະໂຫຍດໂດຍບໍ່ຖືກກົດໝາຍ ແລະ ຈັນຍາທໍາແຫ່ງຄວາມເປັນມະນຸດທີ່ຄວນສີວິໄລດ້ານວັດທະນະທໍາ ໂດຍການໃຊ້ສື່ອອນລາຍ ໃນຮູບການຕ່າງໆເພື່ອໃຫ້ຜູ້ໃຊ້ໃນເປົ້າໝາຍຕ່າງໆຫລົງໄຫລ - ຫລົງເຊື່ອ ແລະ ກາຍເປັນເຄື່ອງມືຂອງພວກເຂົາ ໂດຍທາງກົງ ແລະ ທາງ ອ້ອມ. ນັ້ນເວົ້າລັກສະນະທົ່ວໄປ, ແມ່ນແຕ່ຜູ້ໃຫຍ່ກໍ່ມີຫລາຍເກີດກໍລະນີຫລົງເຊ່ືອ ເກີດອັບປະໂຫຍດຕ່ໍຕົນເອງ-ຄອບຄົວ...

    ສໍາລັບເດັກນ້ອຍທີ່ຍັງດຽງສາ ຢູ່ໃນການຄຸ້ມຄອງຂອງພໍ່ແມ່ ກໍ່ຍິ່ງມີຄວາມສ່ຽງຖ້າຖືກປ່ອຍປະຈາກຜູ້ປົກຄອງໃຫ້ລູກຫລານໃຊ້ສື່ສັງຄົມອອນລາຍຢ່າງເສລີ, ອະນາຄົດຈະເປັນແນວໃດ? ເປັນບັນຫາທ່ີນໍາມາແລກປ່ຽນຄໍາເຫັນນໍາກັນ. ທ້າຍອາທິດຜ່ານມາ ມີໂອກາດພົບໜ້າພໍ້ຕາໝູ່ເພື່ອນຫລາຍອາຊີບຢູ່ສວນແຫ່ງໜຶ່ງຂອງໝູ່ຜູ້ມີພື້ນຖານເສດຖະກິດຄອບຄົວດີ, ບາງຄົນບໍ່ໄດ້ພໍ່້ກັນແບບຕໍ່ໜ້າຫລາຍປີ, ມາບັດນີ້ ມີຫລານໃຫ້ເຝົ້າແລ້ວຫລາຍຄົນ(ກໍ່ມີ)ພໍບໍ່ເຫງົາຫລັງຈາກສໍາເລັດໜ້າທີ່ມາປະຈໍາການຢູ່ເຮືອນ. ລົມກັນຫລາຍເລື່ອງ, ທັງເລື່ອງເກົ່າເອົາມາເລົ່າຫລໍາຄືນ, ທັງແນວເປັນຕາມ່ວນ ແລະ ບົດຮຽນການສ້າງຄອບຄົວ.

   ໝູ່ບາງຄົນເວົ້າວ່າດຽວນີ້ຫລານກາຍັງເວົ້າໃຫ້ວ່າພໍ່ຕູ້ມັກທ້ອນສິ່ງຂອງເກົ່າ, ອັນໃດກາບໍ່ຖິ້ມ... ທັງມັກແຕ່ເວົ້າເລື່ອງເກົ່າບາງອັນບໍ່ເຂົ້າໃຈ...ຕ່າງໆນາໆ. ລົມກັນໄປມາກໍ່ເລີຍມາຈຶ້ງຢູ່ຈຸດຮ່ວມອັນຄືກັນບັນດາໝູ່ທີ່ມີຫລານ, ນັ້ນແມ່ນເລື່ອງການຫລິ້ນໂທລະສັບຂອງຫລານໆ, ທຸກຄົນເປັນຫ່ວງຄືກັນ. ຫລານໝູ່ຫລາຍຄົນຄວາມປະພຶດບາງອັນ ຄືຄົນເຖົ້າເຄີຍເວົ້າ “ແກ້ແດດ”,  ບາງຄົນບໍ່ສົນໃຈໝູ່, ບາງຄົນບໍ່ມັກປາກເອົາແຕ່ຂັດ, ບາງຄົນຮຽນໜັງສືບ່ໍໄດ້ແຕ່ຄໍາເວົ້າບໍ່ຕົກສໍ້...ຈຸດສໍາຄັນແມ່ນຄວາມເປັນຫ່ວງອະນາຄົດຂອງຫລານນັ້ນລະ, ສໍາລັບຜູ້ເປັນພໍ່ເຖົ້າແມ່ເຖົ້າພໍ່ປູ່ແມ່ຍ່າ...ເວົ້າເຖິງເດັກນ້ອຍໃຊ້ສື່ສັງຄົມອອນລາຍ, ຈໍານວນທີ່ໄຮ້ດຽງສາກໍ່ຈົມໃນວັງວົນຂອງເກມຕ່າງໆນາໆ ທີ່ຖືກສ້າງ-ພັດທະນາຂຶ້ນມາ ໂດຍເລັງເປົ້າໝາຍໃສ່ເດັກນ້ອຍແຕ່ລະສໍ່າອາຍຸ.  

     ນອກນັ້ນ ເຂົ້າສູ່ໄວເຍົາວະຊົນ ເຂົາເຈົ້າກໍ່ເຂົ້າສູ່ຄວາມສົນໃຈທີ່ກວ້າງກວ່າເກົ່າ, ແຕ່ບໍ່ອາດແຍກອັນຖືກ-ຜິດ, ສົມຄວນ-ບໍ່ສົມຄວນໄດ້ເທື່ອ. ໃນໄວເຍົາວະຊົນ- ຊາວໜຸ່ມມັກສະແຫວງຫາ-ທົດລອງ ແລະ ຄວາມທ້າທາຍ. ສະນັ້ນ ຜູ້ປົກຄອງເອົາທັນ ຫລື ບໍ່ທັນແມ່ນໄລຍະນີ້ເຊິ່ງຖືເປັນໄລຍະຫົວລ້ຽວຫົວຕໍ່ກໍ່ວ່າໄດ້. ຄືດັ່ງພວກເຮົາຮູ້ນໍາກັໃນສ່ືສັງຄົມອອນລາຍ ມັນມີສາລະພັດສິ່ງ, ແລ້ວຈະຄຸ້ມຄອງປ້ອງກັນເດັກນ້ອຍເຍົາວະຊົນເຮົາແນວໃດ? ນັ້ນແມ່ນບັນຫາທີ່ຖືກຕັ້ງຂຶ້ນມາດົນບໍ່ວ່າຢູ່ແຕ່ໃນສັງຄົມເຮົາ. ເຫດການລອກແບບ-ຮຽນແບບ ໃນຮູບເງົາ-ວີດີໂອ ໃນສື່ສັງຄົມອອນລາຍກາຍ ເປັນປາກົດການຫຍໍ້ມທໍ້ແມ່ນມີນັບມື້ຫລາຍໃນສັງຄົມບ້ານເພິ່ນ, ເຮັດແນວໃດຈຶ່ງຈະບໍ່ໃຫ້ມາສັງຄົມເຮົາຂະໜາດນັ້ນ, ການສະກັດກັ້ນຮ້ອຍເປີເຊັນແມ່ນຍາກເພາະພວກເຮົາມີ ຂໍ້ຈໍາກັດຫລາຍອັນກ່ຽວກັບການຄຸ້ມຄອງອິນເຕີເນັດ (ຕາມພາກສ່ວນກ່ຽວຂ້ອງເຄີຍສະຫລຸບຜ່ານມາ).

    ເພື່ອຄຸ້ມຄອງ-ປ້ອງກັນເດັກໃຫ້ມີຄວາມປອດໄພຈາກການໃຊ້ສື່ສັງຄົມອອນລາຍ, ກໍ່ມີຫລາຍທັດສະນະແນວຄິດ ແລະ ຄວາມເຫັນທີ່ແຕກຕ່າງກັນໄປຕາມລົມກັນກັບໝູ່ຄ່ ແລະ ເຫັນບົດຮຽນຂອງຜູ້ມີຄວາມຮູ້-ຊ່ຽວຊານດ້ານສັງຄົມ ແລະ ເດັກນ້ອຍ ທັງເຮົາ ແລະ ຕ່າງປະເທດເຊິ່ງພໍຄັດຈ້ອນສັງຮວມໄດ້ບາງອັນທີ່ເປັນພື້ນຖານມາແລກປ່ຽນຄໍາ ເຫັນຄື: ພໍ່ແມ່ຜູ້ປົກຄອງຄວນຖືສໍາ ຄັນການລົມລູກຫລານຕໍ່ໜ້າ ດ້ວຍຄວາມອ່ອນໂຍນ ກົງໄປກົງມາກ່ຽວກັບສື່ສັງຄົມອອນລາຍ, ໝາຍວ່າໃຫ້ເຂົາເຈົ້າຮູ້ປະໂຫຍດ ແລະ ສິ່ງຄວນຫລີກເວັ້ນຕ່າງໆ; ບອກໃຫ້ເຂົາເຈົ້າຮູ້ວ່າສື່ສັງຄົມອອນລາຍ ບໍ່ໄດ້ເປັນຂອງສ່ວນຕົວ, ມັນຈະຕິດພັນກັບເຮົາຕໍ່ໄປ (ຈຶ່ງຄວນໃຊ້ຢ່າງລະວັງ); ຖ້າສົງໄສອັນໃດກໍ່ບໍ່ຄວນໃຊ້ສື່ສັງຄົມອອນລາຍໂດຍໂພສລົງໄປໃນນັ້ນ; ບອກໃຫ້ເຂົາເຈົ້າຮູ້ຮັບ ຜິດຊອບຕໍ່ຕົນເອງ ແລະ ຜູ້ອື່ນນໍາ; ສອບຖາມ ຫລື ກວດເບິ່ງການໃຊ້ຂອງເຂົາເຈົ້າ ແລະ ລອງຖາມໃນນຫາຕ່າງໆທີ່ເຂົາເຈົ້າອາດຖືກກະທົບຄືນ ເພື່ອສອນໃຫ້ຮູ້ວ່ານັ້ນແມ່ນປະສົບການທີ່ຄວນເຮັດແນວໃດ ໃນການໃຊ້ສື່ສັງຄົມອອນລາຍ; ລົມກັບລູກຫລານ ໂດຍຍົກໃຫ້ເຫັນ ພຶດຕິກໍາໃນສື່ສັງຄົມອອນລາຍກັບຊີວິດຕົວຈິງຢ່າງສົມເຫດສົມຜົນ; ແລກປ່ຽນບົດຮຽນກັບຜູ້ປົກຄອງຫລາຍຄົນກ່ຽວກັບພຶດຕິກໍາລູກຫລານ ໃຊ້ສື່ສັງຄົມອອນລາຍເພື່ອຫາວິທີທີ່ເຫັນວ່າດີ ແລະ ເໝາະສົມກັບສະພາບເງື່ອນໄຂຂອງແຕ່ລະ ຄອບຄົວ...ສະຫລຸບວ່າສື່ສັງຄົມອອນລາຍມີປະໂຫຍດຫລວງຫລາຍ, ໃນຂະນະດຽວກັນກໍ່ໃຊ້ຢ່າງມີສະຕິ ແລະ ໃຫ້ຄວາມສໍາຄັນການຄຸ້ມຄອງເດັກນ້ອຍ ໃຫ້ຫ່າງໄກສິ່ງບໍ່ປາຖະໜາ. ເດັກນ້ອຍມີຄົນປຽບດ່ັງຜ້າແພຂາວ, ເປັນອະນາຄົດຂອງຊາດຂອງສັງຄົມ, ບັນຫາຫຍໍ້ທໍ້ອັນມີສ່ວນມາຈາກສື່ສັງຄົມອອນລາຍຊວນເຊື່ອ ເກີດຂຶ້ນແມ່ນນັບມື້ຫລາຍ. ຢາກຄຸ້ມຄອງ-ປ້ອງກັນລູກຫລານໃຫ້ປອດໄພຈາກການໃຊ້ສື່ສັງຄົມອອນລາຍໄດ້ດີ, ກະໂຕເຮົາເອງຜູ້ໃຫຍ່ກໍ່ຕ້ອງເປັນແບບຢ່າງທີ່ດີເລີດໃນການໃຊ້ສື່ສັງຄົມອອນລາຍ.

ໂດຍ: ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top