ສານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 37 ປີ

26/06/2024 13:42
Email Print 277
ຂປລ ຂປລ. ໃນຕອນເຊົ້າ ວັນທີ 24 ມິຖຸນາ 2024 ທີ່ ເມືອງ ເຕຮາຣານ, ປະເທດອີຣານ, ທ່ານ ບຸນ ອິນທະບັນດິດ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ກູເວດ ໄດ້ຕາງໜ້າໃຫ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 19



ຂປລ. ໃນຕອນເຊົ້າ ວັນທີ 24 ມິຖຸນາ 2024 ທີ່ ເມືອງ ເຕຮາຣານ, ປະເທດອີຣານ, ທ່ານ ບຸນ ອິນທະບັນດິດ  ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ກູເວດ ໄດ້ຕາງໜ້າໃຫ້ ທ່ານຮອງນາຍົກລັດຖະມົນຕີ
, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດ ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ ຄັ້ງທີ 19 (19th Meeting of the Ministers of Foreign Affairs of the Member States of the Asia Cooperation Dialogue- ACD) ໂດຍການເປັນປະທານຂອງ ທ່ານ Ali Bagheri ຮັກສາການລັດຖະມົນຕີຕ່າງປະເທດ ອີຣານ, ໃນຖານະເປັນປະທານ ACD ປີ2024 ເຊິ່ງມີບັນດາປະເທດສະມາ ຊິກ ເຂົ້າຮ່ວມ 31 ປະເທດ, ປະກອບດ້ວຍຂັ້ນຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດ, ຮອງລັດຖະມົນຕີຕ່າງປະເທດ ແລະ ເອກອັກຄະລັດຖະທູດ ຕາງໜ້າໃຫ້ລັດຖະບານຂອງຕົນ ລວມທັງ 8 ອົງການຈັດຕັ້ງສາກົນ ເຂົ້າຮ່ວມຢ່າງພ້ອມພຽງ.





ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ ແລະ ກິດຈະກຳຕ່າງໆໄລຍະ 1 ປີ ຜ່ານມາ ແລະ  ທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ການເສີມຂະ ຫຍາຍ ແລະ ສ້າງຄວາມເຂັ້ມແຂງຂອບການຮ່ວມມື ACD ໃຫ້ບັນລຸຕາມຈຸດປະສົງເປົ້າໝາຍທີ່ກຳນົດໄວ້ໃນ ACD Vision 2030, ACD Blueprint ແລະ ຄຳຂວັນຂອງກອງປະຊຸມ ACD 2024: Towards an Asian Community through Enhance ACD. 

ກອງປະຊຸມລັດຖະມົນຕີຕ່າງປະເທດ ACD ຄັ້ງນີ້ ໄດ້ຮັບເອົາຖະແຫລງການເຕຮາຣານ ແລະ ເອກະສານສຳຄັນຈຳນວນໜຶ່ງ ທີ່ເປັນພື້ນຖານໃຫ້ແກ່ ການຈັດຕັ້ງປະຕິບັດກົນໄກການຮ່ວມມື ຂອງຂອບການຮ່ວມມື ACD ຄື: ລະບຽບການຂອງ ຂອບການຮ່ວມມື ACD(Rules of Procedure of the Asia Cooperation Dialogue) ແລະ ຫລັກການສຳລັບການປະຕິບັດງານຂອງກອງເລຂາ ACD(Guiding Principle for Functioning of the ACDSecretariat). ນອກນັ້ນ, ກອງປະຊຸມ ຍັງໄດ້ພິຈາລະນາການຄັດເລືອກເລຂາທິການໃຫຍ່ ACD ຄົນໃໝ່ ປ່ຽນແທນຜູ້ເກົ່າທີ່ຈະໝົດວາລະ ໃນເດືອນມິຖຸນາ 2024ນີ້.


          ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ປະ ກອບຄຳເຫັນ ຮ່ວມກັບປະເທດສະມາຊິກ ACD, ໃນນັ້ນໄດ້ກ່າວສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນອີຣ່ານ ຕໍ່ການສູນເສຍການນຳ ຂັ້ນສູງຂອງອີຣານ ໃນເດືອນພຶດສະພາ 2024 ຜ່ານມາແລະ ສະແດງຄວາມຂອບໃຈຕໍ່ການກະກຽມ ແລະ ຕ້ອນຮັບຄະນະຜູ້ແທນລາວ ຢ່າງອົບອຸ່ນຈາກລັດ ຖະບານອີຣານ ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້. ພ້ອມນີ້, ຍັງຍົກໃຫ້ເຫັນວ່າ ຄວາມສຳຄັນກົນໄກ ການຮ່ວມມື ACD ນັບແຕ່ເລີ່ມສ້າງຕັ້ງໃນປີ 2002 ເຊິ່ງໄດ້ປະກອບສ່ວນໃນການຮັດແໜ້ນການຮ່ວມມື ລະຫວ່າງ ປະເທດສະມາຊິກໃນບັນດາຂົງເຂດຕ່າງໆຕະຫລອດມາ. ພ້ອມນັ້ນ, ກໍສະເໜີ ໃຫ້ມີການຮ່ວມມືໃໝ່ໆ ທີ່ແນໃສ່ການສົ່ງເສີມ ການຮ່ວມມື ເພື່ອການພັດທະນາແບບຍືນຍົງ ແລະ ການເຊື່ອມຈອດບັນດາປະເທດສະມາຊິກໃຫ້ຫລາຍຂຶ້ນ. ນອກຈາກນີ້, ກໍຍັງໄດ້ຍົກໃຫ້ເຫັນບົດບາດ ຂອງ ສປປ ລາວ ໃນການເປັນປະທານອາຊຽນ 2024 ໂດຍແຜນວຽກຈຸດສຸມແມ່ນໃສ່ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານ ການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ໃນ 9 ຂົງເຂດບຸລິມະສິດພາຍໃຕ້ຄໍາຂວັນຂອງອາຊຽນ 2024.

          ຂອບການຮ່ວມມືເວທີປຶກສາຫາລື ແຫ່ງ ອາຊີ (ACD) ເປັນກົນໄກການຮ່ວມມື ທີ່ລິເລີ່ມໂດຍອະດີດນາຍົກລັດຖະມົນຕີຂອງໄທ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2002 ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ແລະ ​ເພີ່ມທະວີການພົວພັນຮ່ວມມື ຂອງບັນດາປະເທດໃນພາກພື້ນອາຊີ. ປັດຈຸບັນ, ຂອບການຮ່ວມມື ACD ປະກອບດ້ວຍ ສະມາຊິກ 35 ປະເທດ ແລະ ມີກອງເລຂາ ຕັ້ງຢູ່ ກູເວດ.ກອງປະຊຸມສຸດຍອດ ຄັ້ງທີ 3 ຂອງຂອບການຮ່ວມມື ACD(the 3rd ACD Summit) ຈະຈັດຂຶ້ນໃນວັນທີ​ 2-3 ຕຸລາ 2024 ທີ່ ໂດຮາ, ປະເທດກາຕາ ແລະ ປະທານ ACD ປີ 2025 ຈະແມ່ນປະເທດໄທ ໂດຍຈະຮັບໜ້າທີ່ເປັນປະທານຕໍ່ຈາກອີຣານ.

KPL

ຂ່າວອື່ນໆ

    • ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນການເມືອງ

      ອອປສ ເຊື່ອມຊຶມ ຫລາຍເອກກະສານສຳຄັນ

      6/27/2024 2:29:54 PM

      ຂປລ. ອົງການໄອຍະການປະຊາຊົນສູງສຸດ (ອອປສ) ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ​ແລະ ​ເອກະສານ​ສຳຄັນ​ອື່ນ​ໆຈຳນວນ​ໜຶ່ງ, ໃນວັນທີ 27 ມິຖຸນາ 2024 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ

    • ສສຊ ເຂດ 13 ສະເໜີໃຫ້ລັດ ລົງເລິກຂຸດຄົ້ນ ລາຍຮັບຈາກການດຳເນີນທຸລະກິດ ການບໍລິການ-ໂລຈິສຕິກການເມືອງ

      ສສຊ ເຂດ 13 ສະເໜີໃຫ້ລັດ ລົງເລິກຂຸດຄົ້ນ ລາຍຮັບຈາກການດຳເນີນທຸລະກິດ ການບໍລິການ-ໂລຈິສຕິກ

      6/27/2024 2:19:24 PM

      ຂປລ. ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 26 ມິຖຸນາ 2024 ຜ່ານມາ, ທ່ານ ໄຊຍະເດດ ຜຸຍຍະວົງ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ມີຄຳເຫັນແລກປ່ຽນ ໃສ່ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ ໂດຍສະເໜີໃຫ້ເອົາວຽກເຂດເສດຖະກິດພິເສດເຂົ້າໃສ່ຕື່ມ, ພ້ອມທັງ ສະເໜີໃຫ້ລັດຖະບານ ລົງເລິກຂຸດຄົ້ນເອົາລາຍຮັບ ຈາກການດຳເນີນທຸລະກິດ ໃນຂົງເຂດບໍລິການ-ໂລຈິສຕິກ ທີ່ເປັນທ່າແຮງຂອງປະເທດເຮົາ.

    • ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງ

      6/27/2024 2:15:05 PM

      ຂປລ. ໃນວາລະການດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ວັນທີ 27 ມິຖຸນາ 2024 ນີ້ ທີ່ສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະເໜີກ່ຽວກັບ ຮ່າງກົດໝາຍວ່າດ້ວຍການທ່ອງທ່ຽວສະບັບປັບປຸງ ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງ ກົດໝາຍສະບັບດັ່ງກ່າວ ເຊິ່ງຮ່າງກົດໝາຍສະບັບປັບປຸງໃໝ່ ແມ່ນ ມີ 12 ພາກ ເທົ່າກັບສະບັບເດີມ ປີ 2013.

    • ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດການເມືອງ

      ສປປ ລາວ ຖືເອົາໂພຊະນາການ ເປັນວຽກ ບຸລິມະສິດ ໃນການພັດທະນາຊັບສິນດ້ານມະນຸດ

      6/27/2024 2:05:16 PM

      ຂປລ. ​ໃນກອງປະຊຸມ ສຸດຍອດຊັບສິນດ້ານມະນຸດ ຄັ້ງທີ II ວັນ​ທີ 26 ມິຖຸນາ 2024 ຜ່ານ​ມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຢັ້ງຢືນຄືນເຖິງ​ຄໍາ​ໝັ້ນ​ສັນຍາ ໃນ​ການ​ແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ ແລະ ​ຄວາມສຳຄັນຂອງວຽກງານ​ໂພຊະນາ​ການ ໂດຍ​ຖື​ເອົາວຽກ​ດັ່ງກ່າວ​ເປັນ​ບຸລິມະສິດ​ຕົ້ນຕໍ​ ໃນ​ການພັດທະນາຊັບສິນດ້ານມະນຸດ .

    • ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມືການເມືອງ

      ສປປ ລາວ-ຍີ່ປຸ່ນ ເພີ່ມທະວີການພົວພັນຮ່ວມມື

      6/27/2024 1:59:39 PM

      ຂປລ. ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2024, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຶເງະ ໂຢຊິຟຸມິ (Mr. TSUGE Yoshifumi), ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ads
ads

Top