ປີນີ້ ຂະແໜງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ-ສັດນ້ຳ ໃຫ້ໄດ້ 64 ລ້ານໂຕ

26/06/2024 13:44
Email Print 223
ຂປລ ຂປລ. ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2024 ທີ່ຈະມາເຖິງນີ້, ຂະແໜງກະສິກຳ ແລະ ປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນປ່ອຍປາ ແລະ ສັດນໍ້າ ລົງສູ່ແຫລ່ງນ້ຳທຳມະຊາດ ໃຫ້ໄດ້ທັງໝົດ 64 ລ້ານໂຕ, ໃນຂະນະທີປີ 2023 ຜ່ານມາ ສາມາດປ່ອຍປາໄດ້ທັງໝົດ 62 ລ້ານໂຕ.

ຂປລ. ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ໃນວັນທີ 13 ກໍລະກົດ 2024 ທີ່ຈະມາເຖິງນີ້, ຂະແໜງກະສິກຳ ແລະ ປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ຈະສູ້ຊົນປ່ອຍປາ ແລະ ສັດນໍ້າ ລົງສູ່ແຫລ່ງນ້ຳທຳມະຊາດ ໃຫ້ໄດ້ທັງໝົດ 64 ລ້ານໂຕ, ໃນຂະນະທີປີ 2023 ຜ່ານມາ ສາມາດປ່ອຍປາໄດ້ທັງໝົດ 62 ລ້ານໂຕ.

ເພື່ອໃຫ້ບັນລຸຕົວເລກດັ່ງກ່າວ, ຕິດພັນກັບການສົ່ງເສີມການລ້ຽງ, ຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ ປາ-ສັດນໍ້າ ໃຫ້ມີການຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ໃຫ້ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການປະ ສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງວຽງຈັນ ເອົາໃຈໃສ່ໂຄສະນາເຜີຍແຜ່ ບັນດານະໂຍບາຍ, ກົດໝາຍ ແລະ ປູກຈິດສຳນຶກ ໂດຍຜ່ານສື່ມວນຊົນຕ່າງໆ ເປັນຕົ້ນ ໜັງສືພິມ, ໂທລະພາບ, ວິທະຍຸ ແລະ ສື່ອື່ນໆ ໃຫ້ທົ່ວສັງຄົມເຂົ້າຮ່ວມ ໃນການປ່ອຍປາ ແລະ ສັດນໍ້າ ແນ່ໃສ່ປ່ອຍປາ ແລະ ສັດນໍ້າ ໃຫ້ເປັນຂະບວນກວ້າງຂວາງ ແລະ ບັນລຸຕາມແຜນການທີ່ວາງໄວ້. ພ້ອມນັ້ນ, ກໍໃຫ້ທົ່ວປວງຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບນະໂຍບາຍຂອງລັດ ແລະ ເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງປາ ແລະ ສັດນໍ້າ ຕໍ່ກັບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ທັງເປັນການປຸກລະ ດົມໃຫ້ທຸກພາກສ່ວນ ປະກອບສ່ວນເຂົ້າໃນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາ ປາ ແລະ ສັດນໍ້າ ຕາມກົດໝາຍ ແລະ ລະບຽບການກຳນົດ. ພ້ອມທັງ ໃຫ້ເປັນເຈົ້າການປະສານສົມທົບກັບຂະ  ແໜງການ, ອົງການປົກຄອງທ້ອງຖິ່ນ ຈັດຕັ້ງພິທີປ່ອຍປາ ແລະ ສັດນໍ້າ ລົງແຫລ່ງນໍ້າຕ່າງໆ ຕິດພັນກັບການຈັດຕັ້ງ ການຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອໃຫ້ມີການສືບຕໍ່ ຂະຫຍາຍພັນເພີ່ມຂຶ້ນ ແລະ ເພີ່ມຄວາມອຸດົມສົມບູນຂອງປາ ແລະ ສັດນໍ້າ; ໃຫ້ກົມລ້ຽງສັດ ແລະ ການປະມົງ, ກົມສົ່ງເສີມ ແລະ ສະ ຫະກອນ ແລະ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫລວງວຽງຈັນ ຊີ້ນຳ ສູນ, ສະຖານີຜະລິດແນວພັນປາ ຂອງພາກລັດ ແລະ ເອກະຊົນໃນການກະກຽມ ຜະລິດ ແລະ ສະໜອງລູກປາ ໃນວັນປ່ອຍປາແຫ່ງຊາດ ໃຫ້ພຽງພໍ ໂດຍເນັ້ນໃສ່ການປ່ອຍປາພັນພື້ນເມືອງ (ປາປາກ, ປາເພ້ຍ, ປາແກງ, ປາສະຫວາຍ, ປາເຄິງ ແລະ ປາຊະນິດອື່ນໆ) ແລະ ຫ້າມປ່ອຍປາພັນ ຕ່າງປະເທດເຊັ່ນ: ປານິນ, ປາໄນ, ປາດຸກພັນ, ປາເກັດແລບ ແລະ ຊະນິດອື່ນໆ ລົງໃສ່ແຫລ່ງນໍ້າທຳມະຊາດ ເຊິ່ງເປັນການທຳລາຍແຫລ່ງທີ່ຢູ່ອາໄສ ຫລື ການວາງໄຂ່ຂອງປາພື້ນເມືອງລາວ ແລະ ໃຫ້ຊີ້ນຳຂະແໜງ ລ້ຽງສັດ ແລະ ການປະມົງ ຊຸກຍູ້ກະສິກອນ ແລະ ຜູ້ປະກອບການ ສືບຕໍ່ຂະຫຍາຍການລ້ຽງປາ ແລະ ສັດນໍ້າ ທຸກຮູບແບບ ເຊັ່ນ: ການລ້ຽງປາໃນໜອງ, ລ້ຽງປາໃສ່ກະຊັງ, ລ້ຽງປາໃນນາເຂົ້າ, ລ້ຽງປາແບບປະສົມປະສານ ແລະ ຮູບແບບອື່ນໆ ໃຫ້ເປັນຂະບວນ, ພ້ອມທັງເອົາໃຈໃສ່ແນະນຳ ທາງດ້ານເຕັກນິກ-ວິຊາການ ດ້ານແນວພັນ, ການໃຫ້ອາຫານ, ບົວລະບັດຮັກສາ, ປ້ອງກັນພະຍາດ ແລະ ເກັບກູ້ຜົນຜະລິດ ໃຫ້ຖືກຕ້ອງຕາມຫລັກວິຊາການ ຕິດພັນກັບການເພີ່ມຄວາມເຂັ້ມງວດ ໃນການປະຕິບັດມາດຕະການ ເກືອດຫ້າມການຫາປາແບບດັບສູນ.

ພ້ອມນີ້, ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນຳໃຊ້ທາດເບື່ອ, ລະເບີດ, ອາວຸດ, ເຄື່ອງໄຟຟ້າ, ຄື້ນ, ເຄື່ອງແສງ, ສຽງ ເພື່ອຫາ ຫລື ຈັບສັດນ້ຳ ແບບດັບສູນ; ຫ້າມນໍາໃຊ້ເຄື່ອງມືຫາສັດນໍ້າ ທີ່ມີຄວາມສ່ຽງເຮັດໃຫ້ສັດນໍ້າສູນພັນ ເຊັ່ນ: ອວນ, ລີ່, ມອງຕາຖີ່, ໂຕ່ງ, ລອບຂະໜາດໃຫຍ່ ແລະ ອື່ນໆ; ຫ້າມຫາສັດນໍ້າ ຈາກແຫລ່ງນໍ້າທຳມະຊາດ ດ້ວຍການ ຕັນຫ້ວຍ, ໂສກ, ບຸ່ງ, ຄອງນ້ຳ, ຂຸດໜອງ ຫລື ດູດໜອງທຳມະຊາດ ທີ່ມີນໍ້າຕະຫລອດປີ; ຫ້າມຮັບເອົາ, ຊື້-ຂາຍ, ຄອບຄອງ ຫລື ຂົນສົ່ງ ສັດນໍ້າບັນຊີ I ໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມສ້າງສິ່ງກີດຂວາງທາງເດີນ ຂອງສັດນໍ້າ ໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມລ້ຽງ ຫລື ປ່ອຍສັດນ້ຳຕ່າງຖິ່ນ ທີ່ມີຄວາມສ່ຽງທຳລາຍສັດນ້ຳພື້ນເມືອງ ແລະ ລະບົບນິເວດ; ຫ້າມປູກພືດນໍ້າ ທີ່ຈະເປັນການທຳລາຍ ລະບົບນິເວດ ຫລື ແຫລ່ງລ້ຽງສັດ ໂດຍບໍ່ໄດ້ຮັບອະນຸຍາດ; ຫ້າມບຸກລຸກ ວັງສະຫງວນ ຫລື ເຂດອະນຸລັກພັນສັດນໍ້າ, ເຂດປາອໍ, ແຫລ່ງສັດນໍ້າວາງໄຂ, ເຂດຈະເລີນເຕີບໂຕຂອງລູກສັດນໍ້າໄວອ່ອນ; ຫ້າມຫາສັດນໍ້າ ໃນລະດູວາງໄຂ່; ຫ້າມບໍລິໂພກ, ຊື້-ຂາຍ ສັດນໍ້າ ທີ່ ຕາຍໂດຍບໍ່ຮູ້ສາເຫດ ແລະ ຫ້າມ ມີພຶດຕິກໍາອື່ນໆ ທີ່ເປັນການລະເມີດກົດໝາຍ ກໍລະນີພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວ, ຈະຖືກດຳເນີນມາດຕະການກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ແລະ ດຳ ເນີນຄະດີ ຢ່າງເຂັ້ມງວດ ຕາມແຕ່ລະກໍລະນີ ເບົາ ຫລື ໜັກ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ.

ສຳລັບ ກິດຈະກຳຈັດພິທີປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ 13 ກໍລະກົດ 2024 ນີ້, ໃຫ້ອີງໃສ່ເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ ໂດຍໃຫ້ເນັ້ນໃສ່ເນື້ອໃນປຸກລະດົມເປັນຕົ້ນຕໍ ບົນພື້ນຖານປະຢັດມັດທະຍັດ ແລະ ຕ້ານການຟຸມເຟືອຍ, ບ່ອນໃດມີເງື່ອນໄຂກໍໃຫ້ ເລີ່ມຈັດຕັ້ງປະຕິບັດ ແຕ່ດຽວນີ້ເປັນ ຕົ້ນໄປ ໂດຍບໍ່ໃຫ້ລໍຖ້າຮອດວັນທີ 13 ກໍລະກົດ; ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະ ຄອນຫລວງວຽງຈັນ ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຕິດຄຳຂວັນກ່ຽວກັບ ວັນປ່ອຍປາ ແລະ ສັດນ້ຳ ແຫ່ງຊາດ ຕາມສະຖານທີ່ຕ່າງໆ ເພື່ອເປັນການໂຄສະນາເຜີຍແຜ່, ລະດົມໃຫ້ທົ່ວປວງຊົນເຂົ້າຮ່ວມ ແລະ ເປັນເຈົ້າການປ່ອຍປາ ແລະ ສັດນ້ຳ ໃຫ້ເປັນຂະບວນການຟົດຟື້ນ ເຊິ່ງມີຄຳຂວັນທີ່ວ່າ: ຊົມເຊີຍ ວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ”; “ຈົ່ງພ້ອມກັນປ່ອຍປາ ແລະ ສັດນ້ຳ ຄືນສູ່ທຳມະຊາດ ໃຫ້ມີຄວາມອຸດົມສົມບູນຕະຫລອດໄປແລະ ການປົກປັກຮັກສາປາ ແລະ ສັດນ້ຳ ແມ່ນພັນທະຂອງປວງຊົນທັງຊາດ”.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top