ປະກອບສ່ວນເພີ່ມຈຳນວນ ສັດນໍ້າ-ສັດປ່າ ສ້າງຄວາມອຸດົມສົມບູນດ້ານຊີວະນາໆພັນ

01/07/2024 11:10
Email Print 210
ຂປລ ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳຄັນຕໍ່ວຽກງານປົກປັກຮັກຊັບພະຍາກອນທຳມະຊາດ, ໂດຍສະເພາະຕໍ່ວຽກງານປົກປັກຮັກສາ ແລະ ອະນຸລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ.

    *ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍ່ໄດ້ຖືສຳຄັນຕໍ່ວຽກງານປົກປັກຮັກຊັບພະຍາກອນທຳມະຊາດ, ໂດຍສະເພາະຕໍ່ວຽກງານປົກປັກຮັກສາ ແລະ ອະນຸລັກສັດນໍ້າ ແລະ ສັດປາ ເພື່ອໃຫ້ທຳມະຊາດມີຄວາມອຸດົມສົມບູນ ແລະ ບໍ່ມີວັນບົກແຫ້ງ. ການກຳນົດເອົາ ວັນທີ 13 ກໍລະກົດ ເປັນວັນອະນຸລັກສັດນ້ຳ ແລະ ສັດປ່າ ຂອງ ສປປ ລາວ ກໍເພື່ອເປັນການຈົດຈຳລ້ຳລຶກຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ ເຊິ່ງວັນດັ່ງກ່າວແມ່ນວັນເກີດຂອງເພິ່ນ ເພື່ອເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຂອງຊາດ ກໍຄືລູກຫລານຜູ້ເກີດໃໝ່ໃຫຍ່ລຸນ ໃຫ້ມີສະຕິຮັກ ແລະ ຫວງແຫນສັດນໍ້າ-ສັດປ່າ ແລະ ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ສັດນ້ຳ ແລະ ສັດປ່າ, ແນໃສ່ເຮັດໃຫ້ປະຊາກອນສັດນັບມື້ມີຄວາມອຸດົມສົມບູນ ແລະ ກາຍເປັນທ່າແຮງໃນການຄ້ຳປະກັນດ້ານສະບຽງອາຫານ, ໂພຊະນາການ ກໍຄືການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ ທັງເປັນການສືບສານຮີດຄອງປະເພນີໃນໄລຍະເຂົ້າພັນສາໃຫ້ມີຄວາມໝາຍຄວາມສຳຄັນຍິ່ງໆຂຶ້ນ.

     ໄປຄຽງຄູ່ກັບການປ່ອຍປາ ແລະ ສັດປະເພດຕ່າງໆສູ່ແຫລ່ງນໍ້າທໍາມະຊາດໃນລະດູການປີນີ້, ກໍ່ມີຄວາມຈໍາເປັນທີ່ຂະແໜງການລັດທີ່ກ່ຽວຂ້ອງຂັ້ນຕ່າງໆ ຈະຕ້ອງໄດ້ສືບຕຕິດຕາມ, ກວດກາ ແລະ ປຸກລະດົມຂົນຂວາຍປະຊາຊົນໃຫ້ຕື່ນຕົວສະໝັກໃຈເປັນແບບຢ່າງໃນການມອບອາວຸດລ່າສັດ ແລະ ເຄື່ອງມືຫາປາແບບດັບສູນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ. ສືບຕໍ່ໂຄສະນາຢ່າງຕໍ່ເນື່ອງດ້ວຍຫລາຍຮູບຫລາຍສີຫ້າມບໍ່ໃຫ້ມີການຈັບ, ຊື້-ຂາຍ, ສັດນ້ຳ ແລະ ລ່າສັດປ່າປະເພດຫວງຫ້າມ ຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II ໃນທຸກລະດູການຢ່າງເດັດຂາດ; ບໍ່ນຳເອົາສັດນ້້ຳ, ສັດປ່າປະເພດຫວງຫ້າມທີ່ຍັງມີຊີວິດ, ຊາກ, ສິ້ນສ່ວນ ແລະ ອະໄວຍະວະຕ່າງໆຂອງສັດອອກຈາກຖິ່ນ ທີ່ຢູ່ອາໄສ ຫລື ແຫລ່ງກຳເນີດມາໄວ້ໃນຄອບຄອງໂດຍບໍ່ໄດ້ຮັບອະນຸຍາດ; ບໍ່ຄວນລ່າສັດນ້ຳ, ສັດປ່າ ປະເພດທົ່ວໄປ ຫລື ບັນຊີ III ໃນສະຖານທີ່ຫວງຫ້າມ, ເຂດອະນຸລັກພັນສັດ, ເຂດວັງສະຫງວນ ໂດຍສະເພາະໃນໄລຍະເຂົ້າພັນສາ;  ບຸກລຸກທຳລາຍເຂດອະນຸລັກພັນສັດ, ວັງສະຫງວນ, ຖິ່ນທີ່ຢູ່ອາໄສ ແລະ  ແຫລ່ງອາຫານຂອງສັດນ້ຳ ແລະ ສັດປ່າ ໂດຍທາງກົງ ແລະ ທາງອ້ອມ; ບໍ່ໃຫ້ ມີການຈັບຈອງ, ຍ້າຍ, ປ່ຽນແປງ ຫລື ທຳລາຍເຄື່ອງໝາຍເຂດແດນວັງສະຫງວນ, ເຂດອະນຸລັກພັນສັດ ແລະ ຖິ່ນທີ່ຢູ່ອາໄສ.

    ພ້ອມດຽວກັນ ກໍ່ປຸກລະດົມຢ່າງແຂງແຮງ ຫ້າມບໍ່ໃຫ້ມີການຫາປາໃນໄລຍະລະດູປາໄຂ່ ຫລື ໄລຍະເຂົ້າພັນສາຢູ່ຕາມ ເຂດທີ່ປາຂຶ້ນໄຂ່ ເປັນຕົ້ນແມ່ນເຂດວັງສະຫງວນຕ່າງໆ ຫລື ຕັນທາງເດີນຂອງປາຂຶ້ນໄປໄຂ່ຕາມຫ້ວຍ ແລະ ສາຍນ້ຳດ້ວຍວິທີການຕ່າງໆ ທີ່ເປັນການລະເມີດລະບຽບກົດໝາຍກ່ຽວກັບ ສັດນ້ຳ ແລະ ສັດປ່າ ແລະ ກົດໝາຍວ່າດ້ວຍການປະມົງ. ການປົກປັກຮັກສາສັດນໍ້າ-ສັດປ່າ ມັນແມ່ນພັນທະ ແລະ ໜ້າທີ່ຂອງທຸກຄົນ; ທົ່ວປວງຊົນລາວທັງຊາດຈົ່ງພ້ອມກັນເຂົ້າຮ່ວມປ່ອຍປາ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ, ກໍ່ຄືແຫລ່ງນໍ້າຕ່າງໆໃນ ທົ່ວປະເທດ ແລະ ຮ່ວມມືກັນອະນຸລັກສັດນໍ້າ, ສັດປ່າໃຫ້ຢູ່ຄູ່ແຫລ່ງທຳມະຊາດຂອງມັນ, ສືບຕໍ່ແຜ່ຂະຫຍາຍພັນ ສ້າງຄວາມອຸດົມຮັ່ງມີດ້ານຊີວະນາໆພັນທັງບົກ ແລະ ແມ່ນໍ້າຢ່າງຍືນຍົງ.

ໂດຍ: ສຸວັນນະ

KPL

ຂ່າວອື່ນໆ

    • ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສບົດ-ສາລະຄະດີ

      ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ

      7/3/2024 10:36:53 AM

      ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ.

    • ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມບົດ-ສາລະຄະດີ

      ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມ

      7/3/2024 10:13:12 AM

      ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ.

    • ເຮັດທຸລະກິດບໍລິການ ມີລາຍໄດ້ກຳໄລດີບົດ-ສາລະຄະດີ

      ເຮັດທຸລະກິດບໍລິການ ມີລາຍໄດ້ກຳໄລດີ

      7/2/2024 10:34:32 AM

      ຄໍລໍາສົ່ງເສີມທຸລະກິດ ມ້ືນີ້ຈະພາທ່ານອອກຈາກນະຄອນຫລວງວຽງຈັນ ມາສ່ອງເບິ່ງແຂວງຄໍາມ່ວນ ເພື່ອມາຮູ້ຈັກຄົນພາຍແຂວງ ດັ່ງກ່າວທໍາມາຫາກິນ ແລະ ດໍາເນີນທຸລະກິດໄປທິດທາງໃດໃນຍຸກເສດຖະກິດຫຍຸ້ງຍາກ.

    • ມີສະຕິ ບໍ່ເປັນເຫຍື່ອຄົນບໍ່ດີທາງອອນລາຍບົດ-ສາລະຄະດີ

      ມີສະຕິ ບໍ່ເປັນເຫຍື່ອຄົນບໍ່ດີທາງອອນລາຍ

      7/2/2024 10:18:08 AM

      ດຽວນີ້ ສື່ສັງຄົມອອນລາຍໄດ້ເຂົ້າມາໃນຊີວິດປະຈໍາວັນຂອງພວກເຮົາ ເກືອບເວົ້າໄດ້ວ່າຂາດບໍ່ໄດ້ສໍາລັບຫລາຍຄົນ, ຍ້ອນວ່າປະໂຫຍດຂອງມັນກໍ່ມີຫລວງຫລາຍ, ແຕ່ໃນຂະນະດຽວກັນການເພີດເພີນກັບສັງຄົມອອນລາຍ ຈົນລືມສະຕິລະມັດລະວັງ ກ່ໍເກີດຄວາມເສຍຫາຍທາງຊັບສິນ, ກໍ່ຄືຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທ່ີສວຍໃຊ້ສື່ສັງຄົມຕົວະຍົວະຫລອກຫລວງ ສະແຫວງຫາຜົນປະໂຫຍດດ້ວຍເປົ້າໝາຍຕ່າງໆ.

    • ຄຸນປະໂກຍດນໍ້າອັດລົມທີ່ຫລາຍຄົນອາດບໍ່ຮູ້ບົດ-ສາລະຄະດີ

      ຄຸນປະໂກຍດນໍ້າອັດລົມທີ່ຫລາຍຄົນອາດບໍ່ຮູ້

      7/1/2024 11:30:31 AM

      ນໍ້າອັດລົມ ເປັນເຄື່ອງດື່ມທີຫລາຍຄອບຄົວອາດຊື້ມາໄວ້ໃນຕູ້ເຢັນຢ່າງແນ່ນອນ ເພາະເມື່ອອາກາດຮ້ອນໆກໍຈະຄິດເຫັນນໍ້າອັດລົມ ຫວານເຢັນເພື່ອເຮັດໃຫ້ຮ່າງການສົດຊື່ນ, ມີແຮງແຕ່ຄວນດື່ມໃນປະລິມານທີ່ພໍດີພໍງາມເພາະວ່ານໍ້າອັດລົມ ນອກຈະໃຫ້ຄວາມແຊບສົດຊື່ນແລ້ວຍັງມີ ທັງໂທດ ແລະ ປະໂຫຍດໃນເວລາດຽວກັນ.

ads
ads

Top