ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ນຳຜົນປະໂຫຍດໃຫ້ປະຊາຊົນ 4 ແຂວງພາກເໜືອ

01/07/2024 11:17
Email Print 170
ຂປລ ໂຄງການ ທລຍ 3 ໄລຍະເພີ່ມທຶນ ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກທະນາຄານໂລກ ຈໍານວນ 22.5 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ແຕ່ປີ 2020-2024, ມີຈຸດປະສົງເພື່ອສ້າງເງື່ອນໄຂການເຂົ້າເຖິງການບໍລິການ, ການຊຸກຍູ້ການຜະລິດ ແລະ ການບໍລິໂພກອາຫານທີ່ມີໂພຊະນາການຂອງຊຸມຊົນ ເຂດທຸກຍາກ.

     *ໂຄງການ ທລຍ 3 ໄລຍະເພີ່ມທຶນ ໄດ້ຮັບການສະໜັບສະໜູນເງິນກູ້ຢືມຈາກທະນາຄານໂລກ ຈໍານວນ 22.5 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ແຕ່ປີ 2020-2024, ມີຈຸດປະສົງເພື່ອສ້າງເງື່ອນໄຂການເຂົ້າເຖິງການບໍລິການ, ການຊຸກຍູ້ການຜະລິດ ແລະ ການບໍລິໂພກອາ ຫານທີ່ມີໂພຊະນາການຂອງຊຸມຊົນ ເຂດທຸກຍາກໃນພື້ນທີ່ເປົ້າໝາຍຂອງໂຄງການ ໂດຍເປັນໜ່ຶງໃນແຜນງານໜຶ່ງດຽວທີ່ມີຫລາຍຂະແໜງການເຂົ້າຮ່ວມ ເພື່ອແກ້ໄຂບັນຫາດ້ານໂພຊະນາການຢູ່ 4 ແຂວງພາກເໜືອຂອງ ສປປ ລາວ ແລະ ນອນໃນແຜນງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ທີ່ຈັດຕັ້ງປະຕິບັດໂດຍກະຊວງກະສິກໍາ ແລະ ປ່າໄມ້.

    ໂຄງການ ທລຍ 3 ໄລຍະ ເພີ່ມທຶຶນ ໄດ້ຈັດຕັ້ງປະຕິບັດວຽກງານຢູ່ 468 ບ້ານ ໃນ 12 ເມືອງ ຂອງ 4 ແຂວງ ຄື: ຜົ້ງສາລີ, ອຸດົມ ໄຊ, ຫົວພັນ ແລະ ຊຽງຂວາງ.ໃນວັນທີ 25 ມິຖຸນາ 2024, ກອງທຶນຫລຸດຜ່ອນຄວາມທຸກຍາກໄດ້ຈັດກອງປະຊຸມ ປິດໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ການເຂົ້າຮ່ວມຂອງທ່ານ ອາເລັກຊານເດີ ເຄຣມເມີ ຫົວໜ້າຫ້ອງການ ທະນາຄານໂລກ ປະຈໍາ ສປປ ລາວ; ບັນດາທ່ານຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຄະນະກໍາມະການສະພາບໍລິຫານກອງທຶນຫລຸດຜ່ອນຄວາມທຸກຍາກ; ຄະນະຜູ້ແທນ ແລະ ຊ່ຽວຊານທະນາຄານໂລກ; ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຜູ້ປະສານງານໂຄງການ ທລຍ ຂັ້ນແຂວງ ແລະ ຂັ້ນເມືອງ ຕະຫລອດຮອດບັນດາທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງຕ່າງໆພາກລັດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.  

    ຕະຫລອດໄລຍະການຈັດຕັ້ງປະຕິບັດ ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ 3 ໄລຍະເພີ່ມທຶນ ໄດ້ມີຜົນສໍາເລັດຢ່າງເປັນຮູບປະທໍາ ແລະ ກິດຈະກໍາທັງໝົດຂອງໂຄງການ ໄດ້ມອບໃຫ້ 12 ເມືອງ ຂອງ 4 ແຂວງເປົ້າໝາຍ ປະກອບດ້ວຍ 1) ກິດຈະກໍາການພັດທະນາພື້ນຖານໂຄງລ່າງຂອງຊຸມຊົນ: ພື້ນຖານໂຄງລ່າງຂະໜາດນ້ອຍຈໍານວນ 462 ໂຄງການ, ນໍາໃຊ້ງົບປະມານທັງໝົດ 99.56 ຕື້ກີບ, ໃນນັ້ນຊຸມຊົນປະກອບສ່ວນ 10.60 ຕື້ກີບ; 2) ກິດຈະກໍາປັບປຸງຊີວິດການເປັນຢູ່: ກຸ່ມຊ່ວຍເຫລືອກັນ ຫລື ກຸ່ມທ້ອນເງິນຂັ້ນບ້ານ ຈໍານວນ 2.019 ກຸ່ມ ໃນ 466 ບ້ານ,  ມີສະມາຊິກ 26.591 ຄົນ, ເງິນຕົ້ນທຶນທີ່ໂຄງການ ທລຍ ສະໜອງໃຫ້ທັງໝົດ 67.47 ຕ້ື ກວ່າກີບ ແລະ ເງິນຝາກສະສົມຂອງສະມາຊິກ 10 ຕື້ກວ່າກີບ; ກຸ່ມຜູ້ຜະລິດ ຈໍານວນ 50 ກຸ່ມ, ມີສະມາຊິກ 786 ຄົນ, ເງິນຕົ້ນທຶນ ທີ່ໂຄງການ ທລຍ ສະໜອງໃຫ້ທັງໝົດ 2.3 ຕື້ ກີບ; 3) ກິດຈະກໍາສົ່ງເສີມໂພຊະນາການ: ກຸ່ມໂພຊະນາການບ້ານຈໍາ ນວນ 530 ກຸ່ມ ໃນ 468 ບ້ານ, ມີ ສະມາຊິກ 38.000 ຄົນ, ທຶນທີ່ໂຄງການ ທລຍ ສະໜອງໃຫ້ 4.7 ຕື້ກີບ ແລະ ຊຸມຊົນປະກອບສ່ວນ 563 ລ້ານກີບ ໄດ້ນໍາໃຊ້ໃນການສາທິດປຸງແຕ່ງອາຫານສໍາລັບແມ່ ແລະ ເດັກ; ກິດຈະກໍາທົດລອງຮີດເອົານໍ້ານົມແບ້ເພື່ອມາປຸງແຕ່ງອາຫານໃຫ້ເດັກນ້ອຍ ຈໍານວນ 93 ຄອບຄົວ ໃນ 30 ບ້ານ; ຄລິບວິດີໂອສົ່ງເສີມດ້ານໂພຊະນາການ ເປັນພາສາທ້ອງຖິ່ນ 1.500 ເລື່ອງ; ແລະ 4) ກິດຈະກໍາສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນ: ທີມງານຄຸ້ມຄອງການກໍ່ສ້າງພື້ນຖານໂຄງລ່າງຂັ້ນບ້ານ  2.772 ຄົນ; ນາຍຊ່າງ ຂັ້ນບ້ານ 751 ຄົນ ທີ່ໄດ້ຮັບການຝຶກອົບຮົມຈາກໂຮງຮຽນວິຊາຊີບ ແລະ ໄດ້ຮັບເໝົາກໍ່ສ້າງໃນບ້ານທີ່ໄດ້ຮັບໂຄງການຂອງ ທລຍ; ຄະນະບໍລິຫານກອງທຶນ ກຸ່ມຊ່ວຍເຫລືອກັນ ຂັ້ນບ້ານ 2.695  ຄົນ (ເປັນເພດຍິງ 2.155 ຄົນ); ວິຊາການກະສິກໍາຂັ້ນບ້ານ 466 ຄົນ (1 ຄົນ ຕໍ່ບ້ານ); ຕົວແບບດ້ານກະສິກໍາ 527 ຄອບຄົວ; ໄດ້ສ້າງຄວາມເຂັ້ມແຂງໃຫ້ພະນັກງານກະສິກໍາ ແລະ ປ່າໄມ້ເມືອງ ຈໍານວນ 24 ທ່ານ (2 ຄົນ ຕໍ່ເມືອງ) ຊຶ່ງຈະເປັນຜູ້ສືບຕໍ່ຕິດຕາມ ແລະ ຊຸກຍູ້ວຽກງານຫລັງຈາກສິ້ນສຸດໂຄງການ.

ໂດຍ: ທລຍ

KPL

ຂ່າວອື່ນໆ

    • ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສບົດ-ສາລະຄະດີ

      ຄວາມຈຳເປັນຂອງການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ

      7/3/2024 10:36:53 AM

      ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການເກັບກໍາຂ້ໍມູນທາງດ້ານຄຸນລັກສະນະຂອງພົນລະເມືອງ, ການຂະຫຍາຍຕົວຂອງພົນລະເມືອງ, ການເກີດ, ການເສຍຊີວິດ, ຄວາມພິການ, ການຍົກຍ້າຍ, ແຮງງານ, ການຈົດທະບຽນການເກີດ, ຄຸນລັກສະນະຂອງທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຕ່າງໆຂອງພົນລະເມືອງ ໃນ ສປປ ລາວ ໄລຍະ 10 ປີ ຜ່ານມາ.

    • ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມບົດ-ສາລະຄະດີ

      ການອະນຸລັກສັດນໍ້າ-ສັດປ່າ ແມ່ນພັນທະ ແລະ ໜ້າທີ່ຂອງທົ່ວສັງຄົມ

      7/3/2024 10:13:12 AM

      ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນສິນໃນນໍ້າ, ມີຊະນິດພັນສັດປ່າຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດ ປ່າຊະນິດອື່ນໆ.

    • ເຮັດທຸລະກິດບໍລິການ ມີລາຍໄດ້ກຳໄລດີບົດ-ສາລະຄະດີ

      ເຮັດທຸລະກິດບໍລິການ ມີລາຍໄດ້ກຳໄລດີ

      7/2/2024 10:34:32 AM

      ຄໍລໍາສົ່ງເສີມທຸລະກິດ ມ້ືນີ້ຈະພາທ່ານອອກຈາກນະຄອນຫລວງວຽງຈັນ ມາສ່ອງເບິ່ງແຂວງຄໍາມ່ວນ ເພື່ອມາຮູ້ຈັກຄົນພາຍແຂວງ ດັ່ງກ່າວທໍາມາຫາກິນ ແລະ ດໍາເນີນທຸລະກິດໄປທິດທາງໃດໃນຍຸກເສດຖະກິດຫຍຸ້ງຍາກ.

    • ມີສະຕິ ບໍ່ເປັນເຫຍື່ອຄົນບໍ່ດີທາງອອນລາຍບົດ-ສາລະຄະດີ

      ມີສະຕິ ບໍ່ເປັນເຫຍື່ອຄົນບໍ່ດີທາງອອນລາຍ

      7/2/2024 10:18:08 AM

      ດຽວນີ້ ສື່ສັງຄົມອອນລາຍໄດ້ເຂົ້າມາໃນຊີວິດປະຈໍາວັນຂອງພວກເຮົາ ເກືອບເວົ້າໄດ້ວ່າຂາດບໍ່ໄດ້ສໍາລັບຫລາຍຄົນ, ຍ້ອນວ່າປະໂຫຍດຂອງມັນກໍ່ມີຫລວງຫລາຍ, ແຕ່ໃນຂະນະດຽວກັນການເພີດເພີນກັບສັງຄົມອອນລາຍ ຈົນລືມສະຕິລະມັດລະວັງ ກ່ໍເກີດຄວາມເສຍຫາຍທາງຊັບສິນ, ກໍ່ຄືຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທ່ີສວຍໃຊ້ສື່ສັງຄົມຕົວະຍົວະຫລອກຫລວງ ສະແຫວງຫາຜົນປະໂຫຍດດ້ວຍເປົ້າໝາຍຕ່າງໆ.

    • ຄຸນປະໂກຍດນໍ້າອັດລົມທີ່ຫລາຍຄົນອາດບໍ່ຮູ້ບົດ-ສາລະຄະດີ

      ຄຸນປະໂກຍດນໍ້າອັດລົມທີ່ຫລາຍຄົນອາດບໍ່ຮູ້

      7/1/2024 11:30:31 AM

      ນໍ້າອັດລົມ ເປັນເຄື່ອງດື່ມທີຫລາຍຄອບຄົວອາດຊື້ມາໄວ້ໃນຕູ້ເຢັນຢ່າງແນ່ນອນ ເພາະເມື່ອອາກາດຮ້ອນໆກໍຈະຄິດເຫັນນໍ້າອັດລົມ ຫວານເຢັນເພື່ອເຮັດໃຫ້ຮ່າງການສົດຊື່ນ, ມີແຮງແຕ່ຄວນດື່ມໃນປະລິມານທີ່ພໍດີພໍງາມເພາະວ່ານໍ້າອັດລົມ ນອກຈະໃຫ້ຄວາມແຊບສົດຊື່ນແລ້ວຍັງມີ ທັງໂທດ ແລະ ປະໂຫຍດໃນເວລາດຽວກັນ.

ads
ads

Top