ເພີ່ມທະວີຄວາມເຂັ້ມແຂງ ການເປັນປະທານອາຊຽນຂອງລາວ

11/09/2024 09:16
Email Print 638
ຂປລ ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ

       *ເພີ່ມທະວີຄວາມເຂັ້ມແຂງການເປັນປະທານອາຊຽນຂອງ ສປປ ລາວ ເຊິ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ ຢ່າງມີປະສິດທິພາບ ແລະ ຍືນຍົງ; ເປັນພາລະກິດລວມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອພັດທະນາ.

      ບັນດາກິດຈະກໍາ ແລະ ຂົງເຂດລຸ່ມນີ້ ແມ່ນແນໃສ່ສະໜັບສະໜູນການ “ເພີມທະວີຄວາມເຂັ້ມແຂງ”, ປີ 2024 ເປັນປີສໍາຄັນ ເພາະອາຊຽນກ້າວສູ່ໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ການທົບທວນ ແລະ ການປະເມີນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ຈະເລີ່ມຕົ້ນໃນປີ 2024 ແລະ ໃຫ້ສໍາເລັດໃນປີ 2025. ໃນນັ້ນ1. ສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045: ວິໄສທັດປະຊາຄົມອາຊຽນ 2045 ໄດ້ຖືກຮັບຊາບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 43. ໃນປີ 2024 ຈະເລີ່ມສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດນີ້ ເພື່ອໃຫ້ຜູ້ນໍາອາຊຽນຮັບຮອງເອົາໃນປີ 2025. ຄາດຄະເນວ່າຈະມີການອອກຖະແຫລງການຮ່ວມຜູ້ນໍາອາຊຽນ ກ່ຽວກັບການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045. 2. ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ: ຈະສຸມໃສ່ຂົງເຂດລຸ່ມນີ້: ສປປ ລາວ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບພາຍນອກ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ແລະ ການສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສົມບູນພູນສຸກ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ນໍາພາ ຄຽງຄູ່ກັບການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປ. ສປປ ລາວ ຈະສືບຕໍ່ຮັດແໜ້ນສາຍພົວພັນອາຊຽນ ກັບບັນດາຄູ່ເຈລະຈາ, ຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາ ໂດຍຜ່ານບັນດາຂອບການຮ່ວມມື, ແຜນປະຕິບັດງານ, ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ,ຂົງເຂດການຮ່ວມມື ແລະ ໂຄງການຮ່ວມມືເພື່ອການພັດທະນາ ບົນພື້ນຖານຜົນປະໂຫຍດຮ່ວມກັນ. ໃນຖານະເປັນປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ,ສປປ ລາວ ຈະສຸມໃສ່ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມສຸດຍອດສະໄໝພິເສດ ເພື່ອສະເຫລີມສະຫລອງການພົວພັນຮ່ວມມືອາຊຽນ-ອົດສະຕຣາລີ ຄົບຮອບ 50 ປີ. ເພື່ອສະໜັບສະໜູນ ການກະກຽມເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັດສະເຕ, ອາຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນດໍາເນີນງານ ແລະ ສືບຕໍ່ເຮັດວຽກເພື່ອໃຫ້ຕີມໍແລັດສະເຕ ເຂົ້າເປັນພາຄີ ສົນທິສັນຍາວ່າດ້ວຍ ເຂດປອດອາວຸດນິວເຄລຍ ຢູ່ອາຊີຕາເວັນອອກສຽງໃຕ້. ສປປ ລາວ ຈະຍຶດໝັ້ນຄວາມໝາຍໝັ້ນຂອງອາຊຽນ ເພື່ອຊ່ວຍມຽນມາ ໃນການຊອກຫາວິທີການແກ້ໄຂບັນຫາວິກິດການປັດຈຸບັນໃນມຽນມາ ໂດຍສັນຕິວິທີ, ຖາວອນ ແລະ ແບບຮອບດ້ານ ໂດຍມຽນມາເປັນເຈົ້າການ ແລະ ເປັນຜູ້ນໍາພາເພາະມຽນມາຍັງເປັນສ່ວນໜຶ່ງທີ່ຕັດແຍກອອກຈາກອາຊຽນບໍ່ໄດ້ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ, ການທົບທວນ ແລະ ຄໍາຕົກລົງຂອງຜູ້ນໍາອາຊຽນ ໃນການຈັດຕັ້ງປະຕິບັດ5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ທີ່ຮັບຮອງໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ທີ່ພະນົມເປັນ (2022) ແລະ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ຈາກາກຕາ (2023). ອ່ານຕໍ່ສະບັບໜ້າ...

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top