ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສະຫລຸບ ວຽກງານການສຶກສາ ສົກຮຽນ 2023-2024

12/09/2024 10:11
Email Print 991
ຂປລ ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມສະຫລຸບ ຖອດຖອນບົກ​ຮຽນວຽກງານການສຶກສາ ປະຈຳສົກຮຽນ 2023-2024 ແລະ ທິດທາງແຜນການ ວຽກງານການສຶກສາ ປະຈຳສົກຮຽນ 2024-2025 ​ໃນວັນທີ 11 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ຕະ ຫລອດຮອດຄູ-ອາຈານ ເຂົ້າຮ່ວມ.

ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດກອງປະຊຸມສະຫລຸບ ຖອດຖອນບົກ​ຮຽນວຽກງານການສຶກສາ ປະຈຳສົກຮຽນ 2023-2024 ແລະ ທິດທາງແຜນການ ວຽກງານການສຶກສາ ປະຈຳສົກຮຽນ 2024-2025 ​ໃນວັນທີ 11 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ຕະ ຫລອດຮອດຄູ-ອາຈານ ເຂົ້າຮ່ວມ.

ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ, ໄດ້ຜ່ານບົດສະຫລຸບຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານ ການສຶກສາໃນໄລຍະຜ່ານມາ ​ໂດຍ​ໄດ້ຍົກໃຫ້ເຫັນວ່າ: ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສ້າງຕັ້ງຂຶ້ນໃນວັນທີ 24 ມິຖຸນາ 2022 ຢູ່ບ້ານນາຄວາຍກາງ ເປັນໂຮງຮຽນກິນນອນ ​ໂດ​ຍເປີດການຮຽນ-ການສອນ ມ1-ມ7 (ສົກຮຽນ 2023-2024 ແມ່ນເປີດການຮຽນ-ການສອນຊັ້ນ ມ1, ມ5 ແລະ ມ6), ເປັນໂຮງຮຽນລະບົບສາມັນ ທຽບເທົ່າກອງພົນທະຫານຮາບ ຂຶ້ນກັບກະຊວງປ້ອງກັນປະເທດ, ດ້ານວຽກງານການເມືອງຂຶ້ນກັບ ກົມໃຫຍ່ການເມືອງ, ດ້ານການຮຽນ-ການສອນຂຶ້ນ ກັບກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ຫ້ອງການສຶກສາທິການ ແລະ ກິລາເມືອງໄຊເສດຖາ, ພະແນກສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນ, ດ້ານງົບປະມານຂຶ້ນກັບ ກະຊວງປ້ອງກັນປະເທດ. ໃນນັ້ນ, ຫ້ອງສຶກສາ ເປັນຫ້ອງການໜຶ່ງທີ່ຂຶ້ນກັບ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປັນຫ້ອງການຄຸ້ມຄອງ ຄູ-ອາຈານ, ຊີ້ນຳວຽກງານການສຶກສາ ໃນຂອບເຂດທົ່ວໂຮງຮຽນ ແລະ ຈັດການຮຽນ-ການສອນລະບົບສາມັນ ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຕອນປາຍຕາມໂຄງ ການຫລັກສູດການຮຽນ-ການສອນ ຂອງກະຊວງສຶກສາທິການ ແລະ ກິລາ.

ປັດຈຸບັນ, ມີບຸກຄາລາກອນສຶກສາ ແລະ ຄູ-ອາຈານ ທັງໝົດ 129 ສະຫາຍ, ຍິງ 62 ສະຫາຍ, ໃນຕົ້ນສົກຮຽນມີນັກຮຽນ 400 ຄົນ (ມ1 ມີ 134 ຄົນ, ມ5 ມີ 134 ຄົນ ແລະ ມ6 ມີ 132 ຄົນ). ປັດຈຸບັນ, ມີນັກຮຽນທັງໝົດ 396 ຄົນ, ຍິງ 130 ຄົນ, ແບ່ງເປັນ 12 ຫ້ອງຮຽນ, ຊັ້ນລະ 4 ຫ້ອງຮຽນ, ຫ້ອງໜຶ່ງ 33-34 ຄົນ/ຫ້ອງ; ດ້ານການປະເມີນຜົນການຮຽນ-ການສອນ ປະຈຳສົກຮຽນ 2023-2024 ຂອງນັກຮຽນເຫັນວ່າ ມ1 ຂຶ້ນ ມ2 ຈຳນວນ 133 ຄົນ, ຍິງ 31 ຄົນ, ເສັງໄດ້ 133 ຄົນ ​ເທົ່າ​ກັບ 100%; ມ5 ຂຶ້ນ ມ6 ຈຳນວນ 130 ຄົນ, ຍິງ 44 ຄົນ, ເສັງໄດ້ 130 ຄົນ ​ເທົ່າ​ກັບ 100%; ມ6 ຂຶ້ນ ມ7 ຈຳນວນ 132 ຄົນ, ຍິງ 56 ຄົນ, ເສັງໄດ້ 132 ຄົນ ​ເທົ່າ 100%.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ, ເພື່ອພ້ອມກັນສຸມໃສ່ຈັດຕັ້ງປະຕິບັດ ແຜນການ ການຮຽນ-ການສອນ ປະຈຳສົກຮຽ 2024-2025 ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ.

ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ​ໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ເອົາໃຈໃສ່ນຳພາ-ຊີ້ນຳສຶກສາອົບຮົມການເມືອງ ນຳພາແນວຄິດ ໃຫ້ພະນັກງານ-ຄູອາຈານ, ມີຄວາມເປັນເອກະພາບ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ການເມືອງ ແລະ ວຽກງານການສິດສອນ, ປຸກລະດົມກະຕຸກຊຸກຢູ້ ໃຫ້ນັກຮຽນມີຄວາມຕັ້ງໃຈຮໍ່າຮຽນ, ຄູອາຈານຕ້ອງເອົາໃຈໃສ່ຮຽນຮູ້ ວຽກງານວິຊາການ ໄປຄຽງຄູ່ກັບການສິດສອນ ໃຫ້ນັກຮຽນກາຍເປັນນັກຮຽນ ຜູ້ທີ່ຮຽນດີ ຮຽນເກັ່ງ ແລະ ມີຄວາມຮູ້ຄວາມສາມາດ.

ຂ່າວ-ພາບ: ຮວຜທ

KPL

ຂ່າວອື່ນໆ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຊື່ອມຊຶມມະຕິ ກົມການເມືອງສູນກາງພັກສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຊື່ອມຊຶມມະຕິ ກົມການເມືອງສູນກາງພັກ

      9/27/2024 7:42:52 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດເຜີຍແຜ່ເຊື່ອມຊຶມມະຕິຂອງກົມການ ເມືອງສູນກາງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ​ໃນວັນທີ 26 ກັນຍາ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ ການ, 2 ກອງພັນ, ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໄດ້ຮັບການຊ່ວຍເຫລືອສຶກສາ-ກິລາ

      ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໄດ້ຮັບການຊ່ວຍເຫລືອ

      9/25/2024 1:49:33 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບິລາລ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳ ສປປ ລາວ ລົງຢ້ຽມຢາມບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໄພນ້ຳຖ້ວມຢູ່ເມືອງຫລວງນໍ້າທາ

    • ປະເມີນຜົນການປະຕິບັດກົດໝາຍ 2 ສະບັບສຶກສາ-ກິລາ

      ປະເມີນຜົນການປະຕິບັດກົດໝາຍ 2 ສະບັບ

      9/23/2024 5:23:46 PM

      ຂປລ. ​ເມກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍປ້າຍ ຈັດຂຶ້ນໃນທ້າຍ​ອາທິດ​ຜ່ານ​ມາ ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ບັນດາຜູ້ຕາງໜ້າຈາກກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

    • ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ເປີດຂະບວນແຂ່ງຂັນກິລາສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ເປີດຂະບວນແຂ່ງຂັນກິລາ

      9/17/2024 8:28:45 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການແຂ່ງຂັນກິລາ ເພື່ອເສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກໂຮງຮຽນ ​ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ, ບັນດາຄະນະພັກ-ຄະນະອໍານວຍການ, ຄະນະໜ່ວຍພັກ 4 ຫ້ອງ, 2 ກອງພັນ ແລະ ນັກກິລາ ເຂົ້າຮ່ວມ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີ

      9/16/2024 4:01:17 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ 5 ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ 7,8 ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ, ຕ່າງໜ້າຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ads
ads

Top