ກອງພັນນັກຮຽນທີ 1 ຮວຜທ ສະຫລຸບ ວຽກງານຮອບດ້ານ 6 ເດືອນຕົ້ນປີ 2024

12/09/2024 19:52
Email Print 979
ຂປລ ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ​ໃນ ວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ກອງ ຮ້ອຍ ​ແລະ ນ້ອງນັກຮຽນທົ່ວກອງພັນທີ 1 ເຂົ້າຮ່ວມ.

ຂປລ. ກອງພັນນັກຮຽນທີ 1 ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ສະຫລຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ​ໃນ ວັນທີ 12 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການທະຫານ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ກອງ ຮ້ອຍ ​ແລະ ນ້ອງນັກຮຽນທົ່ວກອງພັນທີ 1 ເຂົ້າຮ່ວມ.

ສະຫາຍ ພັນໂທ ແສນ ດວງມີໄຊ ຫົວໜ້າການທະຫານ ກອງພັນນັກຮຽນທີ 1 ໄດ້ສະຫລຸບຄືນວຽກງານການເຄື່ອນໄຫວໃນໄລຍະຜ່ານມາ ​ໂດຍຍົກໃຫ້ເຫັນຫລາຍດ້ານທີ່ພົ້ນເດັ່ນ ​ໃນການຄຸ້ມຄອງ ນຳພາ-ຊີ້ນຳ, ສຶກສາອົບຮົມ ແລະ ນຳພານັກຮຽນປະຕິບັດ ບັນດາຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບ ກໍຄື ໂຮງຮຽນວາງອອກໄດ້ຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາອົບຮົມ ການເມືອງນຳພາແນວຄິດ ຖືເປັນສຳຄັນສອດຫ້ອຍເຂົ້າໃນທຸກຂົງເຂດ ວຽກງານຂອງກົມກອງ, ຕິດ ຕາມການເຄື່ອນໄຫວ ຂອງນັກຮຽນເວລາຂຶ້ນຫ້ອງ, ລົງຫ້ອງ. ຈາກນີ້, ຍັງໄດ້ເອົາໃຈໃສ່ປ້ອງກັນເວນ ຍາມຂອບເຂດຮັບຜິດຊອບ ມີຄວາມສະຫງົບປອດໄພ 100%, ພ້ອມທັງປຸກລະດົມໃຫ້ພະນັກງານ-ນັກຮົບເອົາໃຈໃສ່ຢ່າງຕັ້ງໜ້າ ໃນການອອກແຮງເພີ່ມພູນ ຜະລິດຜົນຕາມທິດ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການວາງອອກ ໄດ້ຢ່າງເຂັ້ມງວດ. ໃນນີ້, ນັກຮຽນ ປູກຜັກຊະນິດຕ່າງໆໄດ້ທັງໝົດ 170 ກິໂລກຣາມ, ເປັນເງິນ 680.000 ກີບ, ຄຽງຄູ່ກັນນີ້ ຍັງໄດ້ປະຕິບັດນະໂຍບາຍ ຕໍ່ພະນັກງານ-ນັກຮົບ ທີ່ເຈັບເປັນອື່ນໆ, ປັບປຸງບູລະນະກົມກອງໃຫ້ມີຄວາມຮັບປະກັນ, ສະອາດຈົບງາມ ແລະ ວຽກງານປີ່ນອ້ອມຂອງ ກົມກອງກໍມີຜົນສຳເລັດສູງ.

ພ້ອມ​ນີ້, ກອງປະຊຸມ ຍັງໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ, ພ້ອມທັງ ມອບຂອງຂວັນໃຫ້ບຸກຄົນດີເດັ່ນທາງດ້ານການຮ່ຳຮຽນ ປະເພດ 1 ຈຳນວນ 8 ສະຫາຍ, ປະເພດ 2 ຈຳນວນ 14 ສະຫາຍ.

​ໂອກາດ​ນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານໃນໄລຍະຜ່ານມາ ແລະ ຍັງໄດ້ຮຽກຮ້ອງໃຫ້ຄະນະບັນຊາກອງພັນ, ກອງຮ້ອຍຕ້ອງໄດ້ເອົາໃຈໃສ່ໃກ້ຊິດຕິດແທດອ້າຍນ້ອງຂອງຕົນ ນຳພາ-ຊີ້ນຳເຄື່ອນໄຫວໜ້າທີ່ວຽກງານຢູ້ພາຍໃນກົມກອງ, ຊຸກຍູ້ນັກຮຽນໃຫ້ມີຄວາມກະຕືລືລົ້ນ, ຫ້າວຫັນໃນການສຶກສາຄົ້ນຄວ້າຮໍ່າຮຽນ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ໃນການປະຕິບັດ ຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງ ທັບໃຫ້ມີຄວາມເຂັ້ມງວດເຂັ້ມແຂງ, ເອົາໃຈໃສ່ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນຂະບວນການຕ່າງໆ ຂອງກົມກອງ ກໍຄື ຂອງໂຮງຮຽນຈັດຂຶ້ນ, ພ້ອມກັນຍົກສູງສະຕິຕໍ່ການຈັດຕັ້ງ, ຕ້ານສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ໃຫ້ທັນກັບສະພາບການ, ພ້ອມກັນສ້າງກົມກອງໃຫ້ກາຍເປັນກົມກອງ 3 ປອດ ຄື: ປອດໃສ, ປອດໄພ, ປອດຄະດີ ແລະ ກົມກອງວັດທະນະທຳ-ນັກຮົບ ວັດທະນະທຳ.

ຂ່າວ: ໂອລິນ ມີ່ງມີໄຊ

KPL

ຂ່າວອື່ນໆ

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຊື່ອມຊຶມມະຕິ ກົມການເມືອງສູນກາງພັກສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເຊື່ອມຊຶມມະຕິ ກົມການເມືອງສູນກາງພັກ

      9/27/2024 7:42:52 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈັດເຜີຍແຜ່ເຊື່ອມຊຶມມະຕິຂອງກົມການ ເມືອງສູນກາງພັກ ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ​ໃນວັນທີ 26 ກັນຍາ 2024 ໂດຍການເຜີຍແຜ່ຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະອຳນວຍການ, 4 ຫ້ອງ ການ, 2 ກອງພັນ, ພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.

    • ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໄດ້ຮັບການຊ່ວຍເຫລືອສຶກສາ-ກິລາ

      ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໄດ້ຮັບການຊ່ວຍເຫລືອ

      9/25/2024 1:49:33 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ປະຈໍາ ສປປ ລາວ ນໍາໂດຍ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບິລາລ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳ ສປປ ລາວ ລົງຢ້ຽມຢາມບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໄພນ້ຳຖ້ວມຢູ່ເມືອງຫລວງນໍ້າທາ

    • ປະເມີນຜົນການປະຕິບັດກົດໝາຍ 2 ສະບັບສຶກສາ-ກິລາ

      ປະເມີນຜົນການປະຕິບັດກົດໝາຍ 2 ສະບັບ

      9/23/2024 5:23:46 PM

      ຂປລ. ​ເມກອງປະຊຸມຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍປ້າຍ ຈັດຂຶ້ນໃນທ້າຍ​ອາທິດ​ຜ່ານ​ມາ ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ບັນດາຜູ້ຕາງໜ້າຈາກກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນທີ່ກ່ຽວຂ້ອງ ​ເຂົ້າ​ຮ່ວມ.

    • ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ເປີດຂະບວນແຂ່ງຂັນກິລາສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ເປີດຂະບວນແຂ່ງຂັນກິລາ

      9/17/2024 8:28:45 PM

      ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ເປີດຂະບວນການແຂ່ງຂັນກິລາ ເພື່ອເສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກໂຮງຮຽນ ​ໃນວັນທີ 17 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທໍາ ຊົນເຜົ່າກອງທັບ, ມີ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຮອງເລຂາຄະນະພັກ ຫົວໜ້າການທະຫານ, ບັນດາຄະນະພັກ-ຄະນະອໍານວຍການ, ຄະນະໜ່ວຍພັກ 4 ຫ້ອງ, 2 ກອງພັນ ແລະ ນັກກິລາ ເຂົ້າຮ່ວມ.

    • ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີສຶກສາ-ກິລາ

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີ

      9/16/2024 4:01:17 PM

      ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ 5 ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ 7,8 ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ, ຕ່າງໜ້າຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ads
ads

Top