5 ເດືອນຕົ້ນປີ 2025 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຈຳປາສັກ 298.024 ເທື່ອຄົນ

10/06/2025 09:34
Email Print 852
ຂປລ ແຂວງຈຳປາສັກ ເປັນແຂວງໜຶ່ງຂອງປະເທດລາວ ທີ່ມີຊາຍແດນຕິດຈອດກັບປະເທດກຳປູເຈຍ ແລະ ປະເທດໄທ, ເປັນດິນແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຫລາຍແຫ່ງ.

   *ແຂວງຈຳປາສັກ ເປັນແຂວງໜຶ່ງຂອງປະເທດລາວ ທີ່ມີຊາຍແດນຕິດຈອດກັບປະເທດກຳປູເຈຍ ແລະ ປະເທດໄທ, ເປັນດິນແດນທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງໂດ່ງດັງຫລາຍແຫ່ງ ເປັນຕົ້ນຜາສາດຫີນວັດພູຈຳປາສັກ, ມະຫານະທີສີພັນດອນທີ່ຂຶ້ນຊື່ລືນາມ, ສວນກາເຟປາກຊ່ອງອັນສວຍງານ ແລະ ເຢັນສະບາຍ, ພູສ່າເຫລົ້າ, ຄອນພະເພັງ, ນຳ້ຕົກຕາດສົມພະມິດ (ຫລີ່ຜີ), ນ້ຳຕົກຕາດຜາສ້ວມ, ຕາດເຍືອງ, ຕາດຟານ ແລະ ສະຖານທີ່ທ່ອງທ່ຽວອື່ນໆ, ປຽບເໜືອນສະຫວັນຂອງນັກທ່ອງທ່ຽວເລີຍກໍວ່າໄດ້ ບໍ່ວ່າຈະເປັນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ກໍລ້ວນແຕ່ຢາກເດີນທາງມາທ່ຽວແຂວງຈຳປາສັກ.

   ຕາມການລາຍງານຂອງພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກໃຫ້ຮູ້ວ່າ: ໃນໄລຍະ 5 ເດືອນຕົ້ນປີ 2025 ເຫັນວ່າມີນັກທ່ອງທ່ຽວໃຫ້ຄວາມສົນໃຈເດີນທາງເຂົ້າມາທ່ອງທ່ຽວແຂວງຈຳປາສັກຈຳນວນ 298.024 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 1%, ທຽບ ໃສ່ແຜນປີປະຕິບັດໄດ້ 84% (ແຜນ 350.958 ເທື່ອຄົນ) ໃນນັ້ນມີນັກທ່ອງທ່ຽວພາຍໃນ 136.596 ເທື່ອຄົນ, ນັກທ່ອງທ່ຽວຊາຍແດນ 45.747 ເທື່ອຄົນ, ນັກທ່ອງທ່ຽວສາກົນ 115.681 ເທື່ອຄົນລວມລາຍຮັບຈາກນັກທ່ອງທ່ຽວໄດ້ 35.769.400 ໂດລາສະຫະລັດທຽບໃສ່ແຜນປີປະຕິບັດໄດ້ 52% (ແຜນ 68,75 ລ້ານໂດລາສະຫະລັດ). ຕົວເລກນັກທ່ອງທ່ຽວເພີ່ມຂຶ້ນເນື່ອງຈາກວ່າ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຂອງແຂວງ ເປັນຕົ້ນບຸນນະມັດສະການຜາສານຫີນວັດພູຈຳປາສັກ, ບຸນມະໂຫລານກາເຟ-ຊາພູພຽງບໍລະເວນ, ບຸນປີໃໝ່ລາວ ຄສ 2025 ແລະ ກິດຈະກຳອື່ນໆຂອງບັນດາເມືອງ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈຳປາສັກ ເພີ່ມຂຶ້ນ.

    ພ້ອມນັ້ນ, ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງຈຳປາສັກຫລາຍຂຶ້ນກວ່າເກົ່າ ທາງພະແນກ ຖວທ ແຂວງ ໄດ້ກຳນົດແຜນກິດຈະກຳເພື່ອກະຕຸ້ນສົ່ງເສີມການທ່ອງທ່ຽວຂອງແຂວງ, ສືບຕໍ່ຈັດຕັ້ງປະຕິບັດວາລະຂອງແຂວງວ່າດ້ວຍການແກ້ໄຂ້ຄວາມຫຍຸ້ງຍາກໃນການພັດທະນາການທ່ອງທ່ຽວ ໂດຍສະເພາະການສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ຕາມລະບຽບການຜ່ານດ່ານສາກົນຕ່າງໆໃຫ້ວ່ອງໄວ, ການປັບປຸງເສັ້ນທາງເຂົ້າແຫລ່ງທ່ອງທ່ຽວ; ຊຸກຍູ້ສົ່ງເສີມການໂຄສະນາການທ່ອງທ່ຽວທຳມະຊາດໃນໄລຍະລະດູຝົນພາຍໃຕ້ຄຳຂວັນ Green session ໂດຍສະເພາະແມ່ນການທ່ອງທ່ຽວຊົມທຳມະຊາດຕິດພັນກັບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ເຂດບ້ານໜອງຫລວງ, ໜອງຢາເທິງ, ດ່ານສິນໄຊ ແລະ ອຸທິຍານແຫ່ງຊາດດົງຫົວສາວ ແລະ ອຸທິຍານແຫ່ງຊາດ ເຊປ່ຽນ, ເຊນໍ້ານ້ອຍ ໃນເຂດເມືອງປາກຊ່ອງ ແລະ ເມືອງປະທຸມພອນ ທີ່ສາມາດດຶງດູດນັກທ່ອງທ່ຽວແບບຍ່າງປ່າໃນແຕ່ລະປີ.

    ນອກຈາກນັ້ນ, ກໍໄດ້ຈັດກິດຈະກຳແລກປ່ຽນວັດທະນະທຳ ແລະ ສ້າງແຜນວົງຈອນການທ່ອງທ່ຽວເຊື່ອມຕໍ່ 4 ແຂວງພາກໃຕ້ ຕິດກັບການແລກປ່ຽນບົດຮຽນດ້ານການທ່ອງທ່ຽວຕາມບົດບັນທຶກກອງປະຊຸມທ່ອງທ່ຽວເຊື່ອມຕໍ່ຂອງ 4 ແຂວງພາກໃຕ້ ທີ່ແຂວງສາລະວັນ ເປັນເຈົ້າພາບໃນປີຜ່ານມາ ເຊິ່ງຈະຈັດຂຶ້ນໃນເດືອນພະຈິກ 2025 ທີ່ແຂວງຈຳປາສັກ; ຈັດກິດຈະກໍາງານນິທັດສະການ ແລະ ງານເທສະການຕາມຮີດຄອງປະເພນີ ທີ່ແຂວງໄດ້ຮັບຮອງ ເປັນຕົ້ນງານເທສະການໝາກໄມ້ ໃນເດືອນມິຖຸນາ- ກໍ ລະກົດ ທີ່ເຂດເມືອງບາຈຽງ, ງານສົ່ງເສີມຜະລິດຕະພັນຊົນເຜົ່າຂອງ 4 ແຂວງພາກໃຕ້ລາວສົມທົບກັບສະມາຄົມຫັດຖະກຳແຂວງຈຳປາສັກ, ຊຸກຍູ້ການພັດທະນາການທ່ອງທ່ຽວ ໃນສະຖານທີ່ທ່ອງທ່ຽວນໍ້າຕົກຕາດຄອນພະເພັງ, ນໍ້າຕົກຕາດສົມພະມິດ, ຜາສ້ວມ ແລະ ແຫ່ງອື່ນໆ.

(ແຫລ່ງຂ່າວຈາກ: ໜັງສັງສືພິມຈຳປາໃໝ່)

KPL

ຂ່າວອື່ນໆ

ads
ads

Top