ວິທະຍາຄານເຕັກນິກທະຫານ ເອົາໃຈໃສ່ສ້າງນາຍທະຫານເປັນພະນັກງານສືບທອດໃຫ້ມີຄຸນະພາບ

07/07/2025 09:29
ຂປລ ວິທະຍາຄານເຕັກນິກການທະຫານ ແມ່ນວິທະຍາຄານໜຶ່ງຂອງກອງທັບປະຊາຊົນລາວ ເຊິ່ງມີພາລະບົດບາດ ແລະ ໜ້າທີ່ເປັນເສ ນາທິການໃຫ້ຄະນະພັກກົມໃຫຍ່ເຕັກນິກກອງທັບ.

    *ວິທະຍາຄານເຕັກນິກການທະຫານ ແມ່ນວິທະຍາຄານໜຶ່ງຂອງກອງທັບປະຊາຊົນລາວ ເຊິ່ງມີພາລະບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ຄະນະພັກກົມໃຫຍ່ເຕັກນິກກອງທັບໃນການອົບຮົມບຳລຸງກໍ່ສ້າງ, ບຳລຸງນັກວິຊາສະເພາະເຕັກນິກລົດ, ເຕັກນິກຍຸດໂທ ແລະ ບຳລຸງເສນາເຕັກນິກເພື່ອຕອບສະໜອງໃຫ້ກຳລັງຫລວງ- ກຳລັງທ້ອງຖິ່ນທົ່ວກອງທັບປະຊາຊົນລາວ.


     ສະຫາຍ ພັນເອກ ສຸດໃຈ  ລືໄຊສົມບັດ ຮອງອໍານວຍການຫົວໜ້າຫ້ອງອົບຮົມ ໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາທຸກຂັ້ນໃນວິທະຍາຄານເຕັກນິກການທະຫານໄດ້ຖືສໍາຄັນໃນການສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ, ຄູອາຈານນັກສຶກສາ ແຕ່ລະເປົ້າໝາຍຢ່າງເປັນປົກກະຕິດ້ວຍຫລາຍຮູບການ, ວິທີການທ່ີແຕກຕ່າງກັນ ໂດຍຖືເອົາໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຕົວຈິງຂອງແຕ່ລະອົງການແຕ່ລະເປົ້າໝາຍເປັນມາດຖານໃນການສຶກສາອົບຮົມ, ຫັນທຸກການເຄື່ອນ ໄຫວວຽກງານ, ການດໍາລົງຊີວິດ ແລະ ການຄົ້ນຄວ້າຮໍ່າຮຽນເຂົ້າສູ່ ແບບແຜນ, ຄຸ້ມຄອງບໍລິຫານດ້ວຍຂໍ້ກຳນົດກົດລະບຽບຂອງກົມກອງ ແລະ 7 ລະບອບ 18 ວຽກຂອງກອງທັບວາງອອກ.

     ສຳລັບໃນສົກຮຽນປີ 2024- 2025 ນີ້ ຈຳນວນນັກສຶກສາ 136 ສະຫາຍ, ຜ່ານການຄົ້ນຄວ້າຮໍ່າຮຽນສອບເສັງຈົບວິຊາສອບເສັງຈົບຊ້ັນ ແລະ ປ້ອງກັນບົດສາມາດສະຫລຸບໄດ້ວ່າ: ບັນດາສະຫາຍນັກສຶກສາໄດ້ມີຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ, ການທະຫານ ແລະ ກຳແໜ້ນດ້ານວິຊາສະເພາະ, ໄດ້ເສັງຈົບທຸກວິຊາ, ສຳເລັດການລົງຝຶກງານ ແລະ ກິດຈະກຳຕ່າງໆທີ່ໄດ້ກຳນົດໃນຫລັກສູດເຊິ່ງຜົນໄດ້ຮັບຕົວຈິງສະແດງອອກຄື: ນັກສຶກສາປະລິນຍາຕີຄະແນນສະເລ່ຍຕະຫລອດໄລຍະສຶກສາຮ່ໍາຮຽນ 5 ປີ ແລະ ສອບເສັງຈົບຊັ້ນວິຊາການເມືອງ, ປ້ອງກັນບົດຈົບຊັ້ນ ຄື: ນັກສຶກສາປະລິນຍາຕີເຕັກນິກລົດໂອໂຕການທະຫານຈໍານວນພົນທັງໝົດ 24 ສະຫາຍ ລະດັບ B+: 6 ສະຫາຍ, ລະດັບ B: 17 ສະຫາຍ, ລະດັບ C: 1 ສະຫາຍ ກວມເອົາ 4%; ນັກສຶກສາປະລິນຍາຕີເຕັກນິກຍຸດໂທຈໍານວນພົນທັງໝົດ 25 ສະຫາຍ, ລະດັບ B+: 5 ສະຫາຍ, ລະດັບ B: 20 ສະຫາຍ; ປະລິນຍາຕີຕໍ່ເນື່ອງລົດ ໂອໂຕການທະຫານຄະແນນສະເລ່ຍຕະຫລອດໄລຍະສຶກສາຮ່ໍາຮຽນ 2 ປີ ແລະ ສອບເສັງຈົບຊັ້ນວິຊາການ ເມືອງ, ປ້ອງກັນບົດຈົບຊ້ັນຄື: ນັກສຶກສາປະລິນຍາຕິຕໍ່ເນື່ອງເຕັກນິກລົດໂອໂຕການທະຫານຈໍານວນພົນທັງໝົດ 20 ສະຫາຍ ລະດັບ B: 6 ສະຫາຍ, ລະດັບ B 14 ສະຫາຍ, ນັກສຶກສາເຕັກນິກຍຸດໂທຊັ້ນສູງຕໍ່ເນື່ອງຄະແນນສະເລ່ຍຕະຫລອດໄລຍະການສຶກສາຮໍ່າຮຽນ 1 ປີ ແລະ ສອບເສັງຈົບຊັ້ນວິຊາການເມືອງ, ປ້ອງກັນບົດຈົບຊັ້ນຄື: ນັກສຶກສາຊັ້ນສູງຕໍ່ເນື່ອງເດັກນົກຍຸດໂທຈໍານວນພົນທັງໝົດ 19 ສະຫາຍ ກວມເອົາ 47%; ນັກສຶກສາຊັ້ນກາງຄະແນນສະເລ່ຍຕະຫລອດໄລຍະສຶກສາຮໍ່າຮຽນອປີ ແລະ ສອບເສັງຈົບຊ້ັນວິຊາການເມືອງ, ວິຊາສະເພາະຄື: ນັກສຶກສາເຕັກນິກລົດໂອໂຕຈໍານວນພົນທັງໝົດ 24 ສະຫາຍ ກວມເອົາ 29%, ນັກສຶກສາເຕັກນິກຍຸດໂທຈໍານວນພົນທັງໝົດ 24 ສະຫາຍ.


   ສັງລວມແລ້ວ, ຕະຫລອດໄລຍະຜ່ານມາ ຜ່ານການອົບຮົມບຳລຸງກໍ່ສ້າງສາມາດຮັບປະກັນໄດ້ທາງດ້ານເນື້ອໃນທິດສະດີ ແລະ ພາກປະຕິບັດຕົວຈິງເຊິ່ງມັນສະແດງອອກໃນເວລາທີ່ນັກສຶກສາ, ນັກຝຶກອົບຮົບແຕ່ລະລຸ້ນທີ່ຈົບອອກໄປແມ່ນສາມາດນຳເອົາບົດຮຽນດັ່ງກ່າວໄປໝູນໃຊ້ຢູ່ພາຍໃນກົມກອງຂອງຕົນໃຫ້ມີປະສິດທິພາບສູງເພື່ອປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ.

ໂດຍ: ຄຳອ້າຍ ທອງວັນ

KPL

ຂ່າວອື່ນໆ

ads
ads

Top