ການປົກປັກຮັກສາ ແລະ ພັດທະນາສັດນໍ້າ

07/07/2025 12:06
Email Print 100
ຂປລ ໃນກົດໝາຍວ່າດ້ວຍສັດນຳ ແລະ ການປະມົງ ສະບັບປັບປຸງປີ 2023, ໃນໝວດ 3 ມາດຕາ 28 (ໃໝ່) ການປົກປັກຮັກສາ ແລະ ພັດທະນາສັດນ້ຳ.

    *ໃນກົດໝາຍວ່າດ້ວຍສັດນຳ ແລະ ການປະມົງ ສະບັບປັບປຸງປີ 2023, ໃນໝວດ 3  ມາດຕາ 28 (ໃໝ່) ການປົກປັກຮັກສາ ແລະ ພັດທະນາສັດນ້ຳ ປະກອບດ້ວຍກິດຈະການດັ່ງນີ້: ການສຳຫລວດສັດນ້ຳ, ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດປົກປັກຮັກສາພັນສັດນ້ຳ, ການສ້າງວັງສະຫງວນ, ການສ້າງສູນຟື້ນຟູສຸຂະພາບສັດນ້ຳ, ການພັດທະນາສັດນ້ຳ ແລະ ກິດຈະການອື່ນ. ມາດຕາ 29 (ໃໝ່) ການສຳຫລວດສັດນ້ຳແມ່ນການເກັບກຳຂໍ້ມູນກ່ຽວກັບຊະນິດ, ຈຳນວນ, ຄວາມຫລາກຫລາຍ, ສະພາບການ ຄົງຕົວ, ການຂະຫຍາຍຕົວ, ຖິ່ນທີ່ຢູ່ອາໄສ, ເຂດປົກປັກຮັກສາພັນສັດນ້ຳ ແລະ ອື່ນໆ ເຊິ່ງຂະແໜງກະສິກຳ ແລະ ປ່າໄມ້ເປັນເຈົ້າການໃນການສຳຫລວດສັດນ້ຳ ໂດຍປະສານສົມທົບກັບຂະແໜງການທ່ີກ່ຽວຂ້ອງ ແລະ ສ້າງເປັນລະບົບຖານຂໍ້ມູນຂ່າວສານໄວ້ ເພື່ອສະໜອງໃຫ້ແກ່ການວາງແຜນພັດທະນາສັດນ້ຳ ແຕ່ລະເຂດໃນແຕ່ລະໄລຍະ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງມີຈຸດປະສົງໃນການສຳຫລວດ ຫລື ຕ້ອງການຂໍ້ມູນການສຳຫລວດສັດນ້ຳຕ້ອງຂໍອະນຸຍາດນຳຂະແໜງກະສິກຳ ແລະ ປ່າໄມ້ ແລະ ປະຕິບັດຕາມກົດໝາຍທ່ີກ່ຽວຂ້ອງ.

ມາດຕາ 30 (ໃໝ່) ການກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດປົກປັກຮັກສາພັນສັດນ້ຳ ແມ່ນຂະແໜງກະສິກຳ ແລະ ປ່າໄມ້ປະສານສົມທົບກັບຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງກຳນົດຖິ່ນທີ່ຢູ່ອາໄສ ແລະ ເຂດປົກປັກຮັກສາພັນສັດນ້ຳຕາມຂໍ້ມູນຕົວຈິງທີ່ໄດ້ຈາກການສຳຫລວດດ້ວຍການມີສ່ວນຮ່ວມ ຂອງປະຊາຊົນເປັນຕົ້ນເຂດທີ່ມີເງື່ອນໄຂສ້າງວັງສະຫງວນ, ເຂດປາອໍ, ແຫລ່ງສັດນ້ຳວາງໄຂ່,  ເຂດຈະເລີນເຕີບໂຕຂອງລູກສັດນ້ຳໄວອ່ອນ.

ມາດຕາ 31  (ໃໝ່) ການສ້າງວັງສະຫງວນ ແມ່ນແຫລ່ງໃດແຫລ່ງໜຶ່ງທີ່ກຳນົດຂຶ້ນຢູ່ຕາມແມ່ນ້ຳ, ອ່າງເກັບນ້ຳ, ອ່າງຮັບນ້ຳທີ່ມີນ້ຳຕະຫລອດປີເພື່ອເປັນແຫລ່ງທີ່ຢູ່ອາໄສ ແລະ ແພ່ພັນຢ່າງປອດໄພຂອງສັດນ້ຳ. ການສ້າງວັງສະຫງວນໃຫ້ປະຕິບັດຕາມຂັ້ນຕອນ ແລະ ລະບຽບການທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງມີພັນທະປົກປັກຮັກສາວັງສະຫງວນ ແລະ ປະກອບສ່ວນທຶນ, ວັດຖຸປະກອນເຂົ້າໃນການບູລະນະວັງສະຫງວນໃຫ້ມີຄວາມຍືນຍົງ.

ມາດຕາ 32 (ໃໝ່) ການສ້າງສູນຟ້ືນຟູສຸຂະພາບສັດ: ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງສ້າງສູນຟື້ນຟູສຸຂະພາບສັດນ້ຳເພື່ອເປັນບ່ອນພັກຟື້ນ, ປິ່ນປົວສັດນ້ຳທີ່ຕິດເຊື້ອພະຍາດ, ບາດເຈັບ ຫລື ອ່ອນເພຍ ຕ້ອງຂໍອະນຸຍາດນຳກະຊວງກະສິກຳ ແລະ ປ່າໄມ້. ໃນກໍລະນີສັດນ້ຳທີ່ຖືກຢຶດ, ອາຍັດ, ຮິບ ຫລື ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງມອບໃຫ້ຕ້ອງໄດ້ນຳມາກວດສຸຂະພາບ, ຟື້ນຟູ ແລະ ປິ່ນປົວຢູ່ສູນຟື້ນຟູສຸຂະພາບສັດນ້ຳ.ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດລະບຽບການກ່ຽວກັບການສ້າງສູນຟື້ນຟູສຸຂະພາບສັດນ້ຳ.

ມາດຕາ 33 (ໃໝ່) ການພັດທະນາສັດນ້ຳ ແມ່ນການຂະຫຍາຍພັນສັດນ້ຳທຸກປະເພດຕາມທຳມະຊາດໃຫ້ມີຈຳນວນເພ່ີມຂຶ້ນດ້ວຍການນ້ຳໃຊ້ມາດຕະການດ້ານເຕັກນິກວິທະຍາສາດທັງແມ່ນການຟື້ນຟູບູລະນະຖິ່ນທີ່ຢູ່ອາໄສທີ່ເສື່ອມໂຊມ ລວມທັງແຫລ່ງອາຫານ ແລະ ແຫລ່ງແພ່ພັນເພື່ອໃຫ້ສັດນ້ຳດັ່ງກ່າວ ສາມາດມີຊີວິດຢ່າງເປັນປົກກະຕິ, ພ້ອມກັນນັ້ນກໍຕ້ອງປຸກລະດົມທົ່ວປວງຊົນໃຫ້ມີສ່ວນຮ່ວມໃນການພັດທະນາສັດນ້ຳຢ່າງກວ້າງຂວາງ. ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ມີຈຸດປະສົງພັດທະນາສັດນ້ຳຕ້ອງປະຕິບັດຕາມນະໂຍບາຍ, ວິທີການ, ລະບຽບການ ແລະ ມາດຕະຖານເຕັກນິກທີ່ຂະແໜງກະສິກຳ ແລະ ປ່າໄມ້ກຳນົດ.

KPL

ຂ່າວອື່ນໆ

ads
ads

Top