ພະແນກ ຮສສ ນະຄອນຫລວງ ຍັງມີ ຫລາຍດ້ານທີ່ຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ

08/07/2025 12:32
ຂປລ ຂປລ. ​ໃນ​ໂອກາດລົງເຄື່ອນໄຫວພົບປະຢ້ຽມຢາມ ພະແນກແຮງງານ ແລະ ສະຫວັດດີການສັງ ຄົມ ນະຄອນຫລວງວຽງຈັນ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນງານ ​ແລະ ຜົນ​ສໍາ​ເລັດຫລາຍ​ດ້ານ ​ທີ່ພະ​ແນ​ກ ຮສສ ນະຄອນຫລວງ​ວຽງ​ຈັນ



ຂປລ. ​ໃນ​ໂອກາດລົງເຄື່ອນໄຫວພົບປະຢ້ຽມຢາມ ພະແນກແຮງງານ ແລະ ສະຫວັດດີການສັງ ຄົມ ນະຄອນຫລວງວຽງຈັນ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນງານ ​ແລະ ຜົນ​ສໍາ​ເລັດຫລາຍ​ດ້ານ ​ທີ່ພະ​ແນ​ກ ຮສສ ນະຄອນຫລວງ​ວຽງ​ຈັນ ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ​ແຕ່​ເຫັນ​ວ່າການຈັດຕັ້ງປະຕິບັດ ວຽກງານແຮງງານ ແລະ ສະຫວັດດີການສັງຄົມຂອງພວກເຮົາ ຍັງມີຫລາຍດ້ານທີ່ຈະຕ້ອງໄດ້ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ປັບປຸງແກ້ໄຂ.

         

ໂອກາດ​ນີ້, ທ່ານ ໂພໄຊ ໄຊຍະສອນ ​ໄດ້​ເນັ້ນວ່າ: ພວກເຮົາຕ້ອງຍອມຮັບນຳກັນວ່າ ການຈັດຕັ້ງປະຕິບັດວຽກງານ ແຮງງານ ແລະ ສະຫວັດດີການສັງຄົມຂອງພວກເຮົາ ຍັງມີຫລາຍດ້ານ ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດ ແລະ ເອົາໃຈໃສ່ປັບປຸງແກ້ໄຂ ຄື: ສືບຕໍ່ເອົາໃຈໃສ່ໃນ ການສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ-ພະນັກງານຢ່າງແຂງແຮງ ແລະ ເປັນຄວາມຮັບຜິດຊອບໂດຍກົງ ໃນການນຳພາຂອງຄະນະພັກ
, ຄະນະພະແນກ ເພື່ອສ້າງຄວາມເຂົ້າໃຈທີ່ຖຶກຕ້ອງ ແລະ ມີຄວາມເປັນເອກະພາບ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມໃນແຕ່ລະໄລຍະ ເພື່ອນໍຳມາເຊື່ອມຊືມຕໍ່ ສະມາຊິກພັກ-ພະນັກງານ ໃນຄວາມຮັບຜິດຊອບຂອງຕົນ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ສອດຄ່ອງກັບຈຸດພິເສດ ແລະ ເງື່ອນໄຂສະພາບແວດລ້ອມຂອງຕົນ ເພື່ອສ້າງຄວາມເຂົ້າໃຈໃຫ້ຖືກຕ້ອງ, ມີຄວາມເອກະພາບໃນການຈັດຕັ້ງປະຕິບັດ ແນໃສ່ໃຫ້ພະນັກງານ-ລັດຖະກອນມີຄວາມຕື່ນຕົວ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະດ້ານຢ່າງມີຫົວຄິດປະ ດິດສ້າງ ແລະ ເປັນຂະບວນການຢ່າງຕໍ່ເນື່ອງ; ເພີ່ມທະວີປັບປຸງຍົກສູງບົດບາດການນຳພາ ແລະ ຄວາມເປັນແບບຢ່າງນຳໜ້າ ຂອງຄະນະພັກ-ຄະນະພະແນກ, ບັນດາສະມາຊິກພັກແຕ່ລະສະຫາຍ ຜັນຂະ ຫຍາຍບັນດາມະຕິ ຄຳສັ່ງ ແລະ ແນວທາງນະໂຍບາຍຂອງພັກ ແລະ ລັດວາງອອກໃນແຕ່ລະໄລຍະ, ພ້ອມທັງກວດຄືນ ແບບແຜນການນຳພາ ແລະ ແບບແຜນວິທີເຮັດວຽກ ຂອງຂະແໜງການ ແລະ ສະມາຊິກພັກ-ພະນັກງານ ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ແບບມີວິທະຍາສາດ ແລະ ຫັນເປັນທັນສະ​ໄໝເທື່ອລະກ້າວ, ຕົ້ນຕໍແມ່ນເດັດດ່ຽວ ແກ້ໄຂບັນດາຂອດຂັ້ນທີ່ຊັກຊ້າແກ່ຍາວ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເຂັ້ມງວດ ແລະ ເດັດ ຂາດ, ຖືເອົາການດຳເນີນຊີວິດການເມືອງ ແລະ ສ່ອງແສງລາຍງານໃນແຕ່ລະໄລຍະ ເປັນບ່ອນຖອດຖອນບົດຮຽນ, ແລກປ່ຽນຄຳຄິດເຫັນ, ຕີລາຄາຄວາມຮັບຜິດຊອບ ແລະ ຜົນສຳເລັດໃນແຕ່ລະຂົງເຂດວຽກງານ; ສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ ແລະ ວິທີເຮັດວຽກທີ່ເປັນດ້ານຕັ້ງໜ້າ ໂດຍສືບຕໍ່ຜັນຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ໄປຄຽງຄູ່ກັບການກໍ່ສ້າງຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ຖັັນແຖວສະມາຊິກພັກ-ພະນັກງານ ເປັນຂໍກຸນແຈ ໃຫ້ແກ່ການເຄື່ອນໄຫວ ຈັດຕັ້ງປະຕິບັດໜ້າທີ່ ການເມືອງຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ ແລະ ມີຜົນສຳເລັດຕາມການມອບໝາຍທີ່​ວາງ​ໄວ້; ສືບຕໍ່ສຸມໃສ່ໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງແຕ່ລະຂົງເຂດ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ບັນລຸຜົນສຳເລັດ; ສຸມໃສ່ໃນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2025 ​ແລະ ບັນດາຄາດໝາຍທີ່ໄດ້ກຳນົດໃນຮ່າງແຜນພັດ ທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ VI ໄລຍະແຕ່ປີ 2026-2030  ​ແລະ ບັນຫາ​ສໍາຄັນ​ອື່ນໆ.




ຕ້ອນຮັບການ​ລົງ​ເຄື່ອນ​ໄຫວ​ພົບ​ປະ​ຂອງ ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​ໂດຍ ທ່ານ ສາລະພິດ ສູນວໍລະວົງ ເລຂາຄະນະພັກຮາກຖານ
, ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະພະແນກ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງຂອງພະແນກ ຮສສ ນະຄອນຫລວງວຽງຈັນ ​ເຂົ້າ​ຮ່ວມ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

KPL

ຂ່າວອື່ນໆ

ads
ads

Top