ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງລາວ ເຂົ້າຮ່ວມ 2 ກອງປະຊຸມສໍາຄັນ ຢູ່ມາເລເຊຍ

08/07/2025 12:57
ຂປລ ຂປລ. ໃນວັນທີ 7 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.


ຂປລ. ໃນວັນທີ 7 ກໍລະກົດ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ​ພົງສະຫວັນ ສີສຸລາດ ຮອງ​ລັດ​ຖະ​ມົ​ນ​ຕີ​ກະຊວງການຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ເຂົ້າ ຮ່ວມກອງປະຊຸມຄັ້ງນີ້ ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຕີມໍແລັດສະເຕ ແລະ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ.


ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ປຶກສາຫາລືການກະກຽມໃຫ້ເເກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58, ກອງປະຊຸມລັດຖະມົນຕີອາຊຽນກັບຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີອາຊຽນບວກສາມ ຄັ້ງທີ 26, ກອງປະຊຸມລັດຖະມົນຕີຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 15 ແລະ ກອງປະຊຸມລັດຖະມົນຕີເວທີພາກພື້ນອາຊຽນ ຄັ້ງທີ 32 ທີ່ຈະຈັດຂຶ້ນໃນວັນທີ 8-11 ກໍລະກົດ 2025. ພ້ອມນີ້, ກອງປະຊຸມ ໄດ້ປຶກສາການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ໂດຍສະເພາະຄວາມ​ຄືບ​ໜ້າ​ໃນການກະກຽມໃຫ້ແກ່ການເຂົ້າເປັນ​ສະ​ມາ​ຊິກສົມບູນຂອງອາຊຽນ​ ສໍາລັບ ຕີ​ມໍ​ແລັດ​ສະ​ເຕ ໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ຕາມການຕົກລົງເຫັນດີຂອງຜູ້ນໍາອາຊຽນ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການສະເໜີເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ຂອງບັນດາປະເທດນອກພາກພື້ນທີ່ມີຄວາມສົນໃຈຮ່ວມມືກັບອາຊຽນ ແລະ ການກະກຽມໃຫ້ແກ່ການລົງນາມເຂົ້າເປັນພາຄີຂອງສົນທິ ສັນຍາດັ່ງກ່າວ ສໍາລັບບັນດາປະເທດນອກພາກພື້ນ ທີ່ອາຊຽນ ໄດ້ຕົກລົງເຫັນດີຮັບເອົາແລ້ວ, ຮັບຊາບຄວາມຄືບໜ້າຂໍ້ລິເລີ່ມກ່ຽວກັບການສົ່ງເສີມເຊິ່ງກັນ ແລະ ກັນ ລະຫວ່າງ ວິໄສທັດປະຊາຄົມອາຊຽນ 2045 ແລະ ວາລະຂອງສະຫະປະຊາຊາດ ເພື່ອການພັດທະນາແບບຍືນຍົງ (ຂໍ້ລິເລີ່ມສົ່ງເສີມເຊິ່ງກັນ ແລະ ກັນ ສະບັບທີ 2.0). ພ້ອມນີ້, ກອງປະຊຸມຍັງໄດ້ທົບທວນຄືນຄວາມຄືບໜ້າຂອງການຮ່ວມມືລະຫວ່າງ ອາຊຽນ ກັບປະເທດຄູ່ເຈລະຈາ, ຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຂະແໜງການຂອງອາຊຽນ ໂດຍໄດ້ຢໍ້າຄືນຄວາມສໍາຄັນໃນການສົ່ງເສີມຄວາມເປັນແກນກາງຂອງອາຊຽນໃນການຮັດແໜ້ນການຮ່ວມມືກັບພາຍນອກ ໂດຍຜ່ານບັນດາກົນໄກການຮ່ວມມືທີ່ອາຊຽນເປັນຜູ້ນໍາພາ.


ໃນຕອນເຊົ້າວັນດຽວກັນ, ທ່ານ ຮອງລັດຖະມົນຕີ ພົງສະຫວັນ ສີສຸລາດ ໄດ້ສືບຕໍ່ນໍາພາຄະນະ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານຂອງຄະນະກຳມາທິການເຂດປອດອາວຸດນິວເຄລຍ ອາຊີຕາເວັນອອກສ່ຽງໃຕ້, ຊຶ່ງກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານຂອງສົນທິສັນຍາເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ສໍາລັບສົກປີ 2023-2027 ແລະ ປຶກສາຫາລືຄວາມເປັນໄປໄດ້ໃນການລົງນາມອະນຸສັນຍາຂອງສົນທິສັນຍາດັ່ງກ່າວ ໂດຍປະເທດທີ່ມີອາວຸດນິວເຄລຍ, ພ້ອມທັງ ຮັບຊາບຄວາມຄືບໜ້າການຮ່າງຍັດຕິກ່ຽວກັບສົນທິສັນຍາເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້ ທີ່ອອກທຸກສອງປີ, ຊຶ່ງປີນີ້ຈະອອກໃນໂອກາດກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 80 ທີ່ຈະຈັດຂຶ້້ນໃນດືອນກັນຍາ 2025. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ເພື່ອກະ ກຽມໃຫ້ແກ່ກອງປະຊຸມຄະນະກໍາມາທິການວ່າດ້ວຍເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້, ຊຶ່ງເປັນກອງປະຊຸມລະດັບລັດຖະມົນຕີ ທີ່ຈະຈັດຂຶ້ນໃນວັນທີ 8 ກໍລະກົດ 2025.
KPL

ຂ່າວອື່ນໆ

ads
ads

Top