ຂປລ
ຂປລ. ກອງປະຊຸມສະໄໝສາມັນເທືອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ໃນວັນທີ 9 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 1 ນວ (ສສຊ)

ຂປລ. ກອງປະຊຸມສະໄໝສາມັນເທືອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ໃນວັນທີ 9 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ, ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ຂອງບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 1 ນວ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ) ທີ່ຕິດພັນກັບວຽກງານການຄຸ້ມຄອງ ຂະແໜງກະສິກໍາ ແລະ ປ່າໄມ້ ເປັນຕົ້ນ ບັນຫາໝາກເລັ່ນ ເຂດເມືອງຫາດຊາຍຟອງ ມີລາຄາຖືກຍ້ອນຫຍັງ? ຖ້າພຽງພໍຕໍ່ການບໍລິໂພກແລ້ວ ຈະມີມາດຕະການຊຸກຍູ້ສົ່ງເສີມ ປຸງແຕ່ງແປຮູບຄືແນວ ໃດ ເພື່ອເພີ່ມມູນຄ່າຂອງສິນຄ້າ ທັງເປັນການກະຕຸກຊຸກຍູ້ ໃນການຜະລິດພາຍໃນ; ບັນຫາລາຄາໝູໜ້າຟາມ ແລະ ຄາລາໃນຕະຫລາດ ແຕກໂຕນກັນຫລາຍ ສາເຫດແມ່ນຍ້ອນຫຍັງ ແລະ ຈະມີມາດຕະການ ຊຸກຍູ້ສົ່ງເສີມຄືແນວໃດ.

ຕໍ່ບັນຫາດັ່ງກ່າວ, ທ່ານ ແສງອາລຸນ ສຸລິຍະວົງ ໄດ້ໃຫ້ຮູ້ວ່າ: ໃນລະດູແລ້ງຜ່ານມາ, ມີຊາວກະສິ ກອນ ໄດ້ປູກໝາກເລັ່ນໃນເນື້ອທີ່ທັງໝົດ 46 ເຮັກຕາ. ໃນນັ້ນ, ມີເມືອງຫາດຊາຍຟອງ ແລະ ເມືອງສີໂຄດຕະບອງ, ຕໍ່ບັນຫາລາຄາໝາກເລັ່ນຖືກ ຍ້ອນການວາງແຜນການຜະລິດ ບໍ່ໄດ້ຄຳນຶງເຖິງຕະຫລາດກ່ອນ, ການຜະລິດກະແຈກກະຈາຍ ຍັງບໍ່ມີກຸ່ມຜະລິດແບບຊັດເຈນ. ນອກຈາກນີ້, ຍັງຖືກກະທົບຈາກນ້ຳຖ້ວມ ເມື່ອເວລານໍ້າບົກແຫ້ງລົງ ເຮັດໃຫ້ຜົນຜະລິດອອກພ້ອມກັນ ເຮັດໃຫ້ຜົນຜະລິດລົ້ນຕະຫລາດ ແລະ ຄວາມຕ້ອງການມີໜ້ອຍກວ່າການສະໜອງ ເຮັດໃຫ້ມີລາຄາຖືກລົງ. ນອກຈາກນັ້ນ, ດ້ານຕະຫລາດທີ່ຮອງຮັບກໍບໍ່ທັນແນ່ນອນ ການຈຳໜ່າຍແມ່ນອາໄສແມ່ຄ້າ-ພໍ່ຄ້າຄົນກາງມາຊື້ ແລະ ບໍ່ທັນມີໂຮງງານປຸງແຕ່ງ ຫລື ແປຮູບຮອງຮັບເທື່ອ. ຕໍ່ບັນຫາດັ່ງກ່າວ, ເພື່ອເປັນການກະຕຸກຊຸກຍູ້ ດ້ານຫົວໜ່ວຍລາຄາ ສະເໜີໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ປະຕິບັດ ມາດຕະການຊຸກຍູ້ສົ່ງເສີມຄື: ລະ ດົມຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ລົງທຶນຊຸກຍູ້ສົ່ງເສີມການຜະລິດ ແລະ ເກັບຊື້ ຕິດພັນກັບການນໍາມາປຸງແຕ່ງ, ແປຮູບເປັນຜະລິດຕະພັນສໍາເລັດຮູບ; ຝຶກອົບຮົມການວາງແຜນການຜະ ລິດ ໃຫ້ກະສິກອນໃຫ້ມີຄວາມຮູ້ ແລະ ໄດ້ກຳນົດແຜນການຜະລິດຕົນເອງ ສ່ອດຄ່ອງກັບຄວາມຕ້ອງ ການຕະຫລາດ; ຝຶກອົບຮົມໃຫ້ກະສິກອນ ຮູ້ຈັກການຄິດໄລ່ຕົ້ນທຶນ ການຜະລິດພືດ ເພື່ອໃຫ້ມີຄວາມຮູ້ ແລະ ໝູນໃຊ້ເຂົ້າໃນການວາງແຜນການຜະລິດພືດຕາມຄວາມເໝາະສົມ.
ກ່ຽວກັບຄວາມແຕກໂຕນ ລະຫວ່າງ ລາຄາໝູໜ້າຟາມ ແລະ ລາຄາໃນທ້ອງຕະຫລາດ ພວກເຮົາ ຈະຕ້ອງໄດ້ກວດກາຄືນທັງໝົດ ກ່ຽວກັບຕ່ອງໂສ້ການຜະລິດການຜະລິດ ແລະ ການສະໜອງແຕ່ຕົ້ນ ນໍ້າຈົນຮອດປາຍນໍ້າ ມີບັນຫາບ່ອນໃດຕ້ອງແກ້ບ່ອນນັ້ນ ແລະ ພາກສ່ວນໃດຮັບຜິດຊອບ ໂດຍສະເພາະ ຄະຮັບຜິດຊອບຄຸ້ມຄອງລາຄາ ຂັ້ນນະຄອນຫລວງວຽງຈັນ ຕ້ອງເຄື່ອນໄຫວຢ່າງຈິງຈັງ ໃນການແກ້ໄຂເຊິ່ງໄລຍະຜ່ານມາ ພະແນກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບເມືອງຈັນທະບູລີ ສ້າງຕັ້ງສະຫະກອນ 3 ເອັບຢືນຍົງຂອງຄົນລາວ ເພື່ອເຕົ້າໂຮມຜູ້ປະກອບການລ້ຽງໝູເຊັ່ນ: ຜູ້ຜະລິດອາຫານສັດ, ຜູ້ຜະລິດໝູນ້ອຍ, ຜູ້ລ້ຽງໝູຊີ້ນ, ໂຮງງານຂ້າສັດ, ນາຍຂຽງ, ໂຮງງານປຸງແຕ່ງ ແລະ ຮ້ານຄ້າ ເຊິ່ງທຸກຫົວໜ່ວຍດັ່ງກ່າວ, ແມ່ນຢູ່ໃນລະບົບການຄວບຄຸມ ຂອງລະບົບສະຫະກອນ ມີການແບ່ງຜົນກຳໄລຢ່າງຍຸດຕິທຳ ແລະ ສົມເຫດສົມຜົນ. ປັດຈຸບັນ, ຍັງປັບປຸງລະບົບບໍລິຫານ ໃຫ້ໄປຕາມແຜນຍຸດທະສາດ ຂອງສະຫະ ກອນທີ່ວາງໄວ້ ແຕ່ຕ້ອງຮັບການສະໜັບສະໜູນ ຈາກຂະແໜງການທີ່ກ່ຽວຂ້ອງ ຕາມນະໂຍບາຍຂອງພາກ, ລັດ ຕໍ່ສະຫະກອນຢ່າງຈິງຈັງ.
ຂ່າວ: ກິດຕາ
KPL