ຂປລ
ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ຈັດກອງປະຊຸມ ຖະແຫລງຂ່າວ ທີ່ມີຫົວຂໍ້ “ຜົນສຳເລັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດຈີນ 5 ປີຄັ້ງທີ 14” ຢ່າງມີຄຸນນະພາບສູງ”.
ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 9 ກໍລະກົດນີ້, ຫ້ອງການ ຖະແຫລງຂ່າວ ລັດຖະບານຈີນ ຈັດກອງປະຊຸມ ຖະແຫລງຂ່າວ ທີ່ມີຫົວຂໍ້ “ຜົນສຳເລັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດຈີນ 5 ປີຄັ້ງທີ 14” ຢ່າງມີຄຸນນະພາບສູງ”.ຈາກນັ້ນ ທ່ານ ຢວນຕາ ເລຂາທິການໃຫຍ່ ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດ ຈີນແຈ້ງ ໃຫ້ຮູ້ວ່າ: ນັບແຕ່ປີ 2021 ຫາປີ 2024, ເສດຖະກິດຈີນ ໄດ້ຮັກສາ ຈັງຫວະ ການເຕີບໂຕ ອ່າວໄວ ໂດຍສະເລ່ຍ 5,5% ຕໍ່ປີ, ໃນນັ້ນ ຄວາມຕ້ອງການ ພາຍໃນ ມີສ່ວນຮ່ວມ ຕໍ່ການເຕີບໂຕ ຂອງເສດຖະກິດ ສະເລ່ຍ 86,4%, ແລະ ການບໍລິໂພກ ຂັ້ນສຸດທ້າຍ ມີສ່ວນຮ່ວມ ຕໍ່ການເຕີບໂຕ ຂອງເສດຖະກິດ ສະເລ່ຍ 56,2%, ເພີ່ມຂຶ້ນ 8,6% ເມື່ອທຽບໃສ່ໄລຍະ “ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 13”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL