ຊ່ອງທາງອາກາດ ທີ່ປົກຄຸມເຖິງ 6 ແລວ ເສດຖະກິດໃຫຍ່ຕາມ“ໜຶ່ງແລວ ໜຶ່ງເສັ້ນທາງ”

11/08/2025 16:47
Email Print 494
ຂປລ ເນື່ອງ​ໃນ​ໂອ​ກາດ​ທີ່ ສປ ຈີນ​ ສະ​ເໜີ​ ຂໍ້​ລິ​ເລີ່ມ ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ຄົບ​ຮອບ 12 ປີ, ເມື່ອບໍ່ດົນ ມານີ້, ອົງ​ການ ​ການ​ບິນ​ພົນ​ລະ​ເຮືອນ​ຈີນ, ຄະ​ນະ​ກຳ​ມະ​ການ ​ພັດ​ທະ​ນາ ແລະ ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ ​ຮ່ວມ​ກັນ​ເປີດ​ເຜີຍ “ບົດ​ລາຍ​ງານ​ ການ​ສ້າງ​ສາ​ພັດ​ທະ​ນາ ​ເສັ້ນ​ທາງ​ສາຍ​ໄໝ​ ທາງ​ອາ​ກາດ”,

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເນື່ອງ​ໃນ​ໂອ​ກາດ​ທີ່ ສປ ຈີນ​ ສະ​ເໜີ​ ຂໍ້​ລິ​ເລີ່ມ ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ຄົບ​ຮອບ 12 ປີ, ເມື່ອບໍ່ດົນມານີ້, ອົງ​ການ ​ການ​ບິນ​ພົນ​ລະ​ເຮືອນ​ຈີນ, ຄະ​ນະ​ກຳ​ມະ​ການ ​ພັດ​ທະ​ນາ ແລະ ປະ​ຕິ​ຮູບ​ ແຫ່ງ​ຊາດ​ຈີນ ​ຮ່ວມ​ກັນ​ເປີດ​ເຜີຍ “ບົດ​ລາຍ​ງານ​ ການ​ສ້າງ​ສາ ​ພັດ​ທະ​ນາ ​ເສັ້ນ​ທາງ​ສາຍ​ໄໝ​ ທາງ​ອາ​ກາດ”, ​ໂດຍ​ໄດ້ແນະ​ນຳ​ຜົນງານ​ ການ​ສ້າງ​ເສັ້ນ​ທາງ​ ສາຍ​ໄໝ​ ທາງ​ອາ​ກາດ ​ຢ່າງ​ຮອບ​ດ້ານ, ພ້ອມ​ທັງ ​ເຕົ້າ​ໂຮມ​ ຄວາມ​ເຫັນ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​​ຕື່ມ​ອີກ ແລະ ກໍານົດວິໄສທັດ ການຮ່ວມມື ໃນອະ​ນາ​ຄົດ​. ປັດ​ຈຸ​ບັນ, ສປ ຈີນ ໃຫ້ບໍລິການເຮືອບິນໂດຍສານປະຈໍາ ​ໄປ 61 ປະ​ເທດ ທີ່ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ແລະ ​ເຮືອ​ບິນ​ຂົນ​ສົ່ງ ​ສິນ​ຄ້າ​ ​ໄປ 33 ປະ​ເທດ​, ນັບ​ມາ​ຮອດ​ປັດ​ຈຸ​ບັນ, ບໍ​ລິ​ສັດ​ການ​ບິນ​ຂອງ​ຈີນ​ໄດ້​ເປີດ​ເສັ້ນ​ທາງ​ການ​ບິນ​ສາ​ກົນ​ໄປ​ເຖິງ​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ  “ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ລວມ​ທັງ​ໝົດ 110 ປະ​ເທດ, ເຊິ່ງໄດ້​ສ້າງ​ຊ່ອງ​ທາງ​ ທາງ​ອາ​ກາດ ​ທີ່​ປົກ​ຄຸມ​ເຖິງ 6 ແລວ​ ເສດ​ຖະ​ກິດ​ໃຫຍ່ຕາມ“ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ໃນ​ເບື້ອງ​ຕົ້ນ. ນັບ​ມາ​ຮອດ ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ສປ ຈີນ ​ໄດ້​ເຊັນ​ສັນ​ຍາ ​ຂົນ​ສົ່ງ​ ທາງ​ອາ​ກາດ ລະ​ຫວ່າງ​ ລັດ​ຖະ​ບານ​ກັບ 107 ປະ​ເທດ ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ” ເຊິ່ງກວມເອົາ ​ເກືອບ 70% ຂອງ​ປະ​ເທດທັງໝົດ ທີ່​ຮ່ວມ​ຂໍ້ລິເລີ່ມ ດັ່ງກ່າວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ     

KPL

ຂ່າວອື່ນໆ

ads
ads

Top