ຂປລ
ອ້າງຕາມຂໍ້ມູນ ຢ່າງເປັນທາງການ ເປີດເຜີຍວ່າ ອັດຕາ ການວ່າງງານ ໃນອັງກິດ ຍັງສືບຕໍ່ ຢູ່ໃນລະດັບ ສູງສຸດ ຕິດຕໍ່ກັນ ເປັນປີທີ 4 , ໃນຂະນະທີ່ ຕຳແໜ່ງ ການວ່າງງານ ໄດ້ຫລຸດລົງ ເນື່ອງຈາກ ລັດຖະບານ ໄດ້ເກັບພາສີ ເພີ່ມຂຶ້ນ ແລະ ຜົນມາຈາກ ມາດຕະການ ກົດດັນ ທາງການຄ້າ ຂອງ ສ.ອາເມລິກາ.
ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກ ນະຄອນຫລວງ ລອນດອນ ປະເທດ ອັງກິດ ເມື່ອວັນທີ 13 ສິງຫາ, ອ້າງຕາມຂໍ້ມູນ ຢ່າງເປັນທາງການ ເປີດເຜີຍວ່າ ອັດຕາ ການວ່າງງານ ໃນອັງກິດ ຍັງສືບຕໍ່ ຢູ່ໃນລະດັບ ສູງສຸດ ຕິດຕໍ່ກັນ ເປັນປີທີ 4 , ໃນຂະນະທີ່ ຕຳແໜ່ງ ການວ່າງງານ ໄດ້ຫລຸດລົງ ເນື່ອງຈາກ ລັດຖະບານ ໄດ້ເກັບພາສີ ເພີ່ມຂຶ້ນ ແລະ ຜົນມາຈາກ ມາດຕະການ ກົດດັນ ທາງການຄ້າ ຂອງ ສ.ອາເມລິກາ.
ໂດຍ ສຳນັກງານ ສະຖິຕິ ແຫ່ງຊາດ ອັງກິດ ລະບຸວ່າ: ອັດຕາ ການວ່າງງານ ໃນ ໄລຍະ 3 ເດືອນ ສິ້ນສຸດ ເມື່ອເດືອນມິຖຸນາ 2025 ໂດຍກວມເອົາ 4,7% ເປັນຕົວເລກ ເພີ່ມຂຶ້ນສູ່ ລະດັບສູງສຸດ ນັບຕັ້ງແຕ່ ເດືອນມິຖຸນາປີ 2021. ເນື່ອງມາຈາກ ການຂຶ້ນພາສີ ທຸລະກິດ ໂດຍລັດຖະບານ ພັກແຮງງານ ເມື່ອເດືອນເມສາ ທີ່ຜ່ານມາ ທ່ານກາງ ຄຳເຕືອນ ຂອງ ນັກວິເຄາະ ທີ່ ລະບຸວ່າ ພາສີດັ່ງກ່ວນີ້ ຈະເຮັດໃຫ້ ບໍລິສັດຫລຸດ ການຈ້າງງານລົງ. ໃນເດືອນດຽວກັນນັ້ນ ປະທານາທິບໍດີ ໂດນັສ ທຣຳ ຂອງ ສ.ອາເມລິກາ ໄດ້ປະກາດເກັບພາສີ ນຳເຂົ້າ ພື້ນຖານ 10% ຈາກ ທົ່ວໂລກ.
ນອກຈາກນັ້ນ ຕຳແໜ່ງການວ່າງງານ ຍັງຫລຸດລົງ 44.000 ຕຳແໜ່ງ ໃນໄລຍະ 3 ເດືອນທີ່ສິ້ນສຸດ ໃນເດືອນກໍລະກົດ ຜ່ານມາ ເຫລືອ 718.000 ຕຳແໜ່ງ ຊຶ່ງເປັນ ລະດັບຕໍ່າສຸດ ນັບແຕ່ ເດືອນເມສາປີ 2021 ແລະ ມີບາງບໍລິສັດ ບໍ່ໄດ້ເປີດຮັບສະໝັກ ພະນັກງານໃໝ່ອີກ./
KPL