ຂປລ
*ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປ ຈີນ 5 ປີ ຄັ້ງທີ 14 (2021-2025) ມີຜົນສໍາເລັດ ຢ່າງຫລວງຫລາຍ ໃນທ່າມກາງ ສະພາບເສດຖະກິດ, ການເມືອງ ຂອງໂລກ ຜັນຜວນ ແລະ ການແຊກແຊງ ຈາກພາຍນອກເພີ່ມຂຶ້ນເລື້ອຍໆ.
*ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປ ຈີນ 5 ປີ ຄັ້ງທີ 14 (2021-2025) ມີຜົນສໍາເລັດ ຢ່າງຫລວງຫລາຍ ໃນທ່າມກາງ ສະພາບເສດຖະກິດ, ການເມືອງ ຂອງໂລກ ຜັນຜວນ ແລະ ການແຊກແຊງ ຈາກພາຍນອກເພີ່ມຂຶ້ນເລື້ອຍໆ. ໃນຂະນະທີ່ ແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ 14 ນີ້ໃກ້ຈະສິ້ນສຸດລົງ ທ້າຍປີ 2025 ນີ້, ສປ ຈີນ ໄດ້ສະທ້ອນໃຫ້ເຫັນ ຄວາມສໍາເລັດ ຫລາຍດ້ານຢ່າງເປັນຮູບປະທໍາ ແລະ ຜ່ານສາຍຕາທົ່ວໂລກ ຢ່າງພາກພູມໃຈ ເຊັ່ນ: ເສດຖະກິດທີ່ມີຄວາມຍືນຍົງ, ການປ່ຽນແປງໄປສູ່ທິດສີຂຽວ, ການເປີດປະເທດຢ່າງຕໍ່ເນື່ອງ, ການເພິ່ງພາຕົນເອງ ດ້ານເຕັກໂນໂລຊີເພີ່ມຂຶ້ນ ແບບກ້າວກະໂດດ, ການແບ່ງປັນອັດຕາສ່ວນການພັດທະນາ ໃຫ້ປະຊາຄົມໂລກກວ້າງຂວາງຂຶ້ນ ແລະ ການປັບປຸງຄຸນນະພາບຊີວິດ ຂອງປະຊາຊົນຈີນດີຂຶ້ນກວ່າເກົ່າ.
ໂດຍລວມແລ້ວ, ຈຸດເດັ່ນຂອງແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ 14 ຂອງຈີນໄດ້ກວມເອົາ 7 ຫົວໃຈຫລັກສໍາຄັນທີ່ຂັບເຄື່ອນ ດ້ວຍພະລັງມະຫາສາມັກຄີ ທົ່ວປວງຊົນຈີນ ບັນດາເຜົ່າຢ່າງແຂງແຮງ ຄື: 1.ການພັດທະນາແບບມີຄຸນນະພາບ: ປ່ຽນຈາກການຂະຫຍາຍຕົວ ແບບໄວໄປສູ່ ການຂະຫຍາຍຕົວແບບກຸ້ມຄ່າ ແລະ ຍືນຍົງ, 2. ການເພິ່ງພາຕົນເອງ ດ້ານເຕັກໂນໂລຊີ: ຫລຸດຜ່ອນ ການເພິ່ງພາອາໄສ ເຕັກໂນໂລຊີ ຈາກຕ່າງປະເທດ ໂດຍສະເພາະ ເຕັກໂນໂລຊີ ໜ່ວຍປະເມີນຜົນ (ຊິບ) ຄອມພິວເຕີ ແລະ ເຄື່ອງໂທລະຄົມອື່ນໆ, 3. ຍຸດທະສາດ "ສອງວົງຈອນ" : ເລືອກໃຊ້ວົງຈອນພາຍໃນ (ການບໍລິໂພກ ແລະ ການຜະລິດພາຍໃນ) ເປັນຫລັກ, ພ້ອມສ້າງຄວາມສົມດຸນ ກັບວົງຈອນຕ່າງປະເທດໄປຄວບຄຽງຄູ່ກັນ, 4. ການເປີດປະເທດ ແລະ ການຄ້າເສລີ: ຂະຫຍາຍ ເຂດການຄ້າເສລີ, ຫລຸດຜ່ອນຂໍ້ຈຳກັດການລົງທຶນຂອງຕ່າງປະເທດ ແລະ ເຂົ້າຮ່ວມຂໍ້ຕົກລົງ ການຄ້າເສລີ, 5. ການພັດທະນາແບບສີຂຽວ: ສົ່ງເສີມການຜະລິດ ທີ່ໃຊ້ພະລັງງານສະອາດ ແລະ ຫລຸດຜ່ອນ ການປ່ອຍກາກບອນ ຫລື ມົນລະພິດຂຶ້ນສູ່ອາກາດ, 6. ການປັບປຸງຄຸນນະພາບຊີວິດຂອງປະຊາຊົນ: ເສີມຂະຫຍາຍການຄົ້ນຄວ້າດ້ານການແພດ, ຊີວະ ເຕັກໂນໂລຊີ ແລະ ການສຶກສາວິທະຍາສາດ ຢ່າງຫ້າວຫັນ ແລະ 7. ການເສີມສ້າງຄວາມເຂັ້ມແຂງ ດ້ານວິທະຍາສາດ-ເຕັກໂນໂລຊີ: ສຸມໃສ່ການຄົ້ນຄວ້າເຕັກໂນໂລຊີ ຂັ້ນສູງ ເຊັ່ນ: ເຕັກໂນໂລຊີ ອະວະກາດ, ລະບົບສຳຫລວດ ພື້ນທະເລ ແລະ ເຄື່ອງຈຳລອງສະພາບແວດລ້ອມອະວະກາດອື່ນໆ.
ໃນວັນທີ 11 ກໍລະກົດ 2025 ຜ່ານມານີ້, ໜັງສືພິມ ປະຊາຊົນຈີນ (People's Daily Online) ໄດ້ເຜີຍແຜ່ບົດລາຍງານທົບຄວນຄືນ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປ ຈີນ 5 ປີ ຄັ້ງທີ 14 (2021-2025)ຜ່ານເວທີ ກອງປະຊຸມສຳມະນາ ແລກປ່ຽນຄວາມຄິດເຫັນ ຢ່າງໜ້າສົນໃຈ. ໃນໂອກາດດັ່ງກ່າວນີ້, ທ່ານ ເຈິງ ຊານເຈີ ຫົວໜ້າຄະນະກໍາມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ໄດ້ກ່າວເຖິງ 5 ປີຜ່ານມາວ່າ: ເປັນເວລາຂອງ "ຄວາມກ້າວໜ້າທີ່ສໍາຄັນ, ຄວາມກ້າວໜ້າທີ່ສ້າງການປ່ຽນແປງ ແລະ ຄວາມສໍາເລັດ ທາງປະຫວັດສາດຄື: ຈີນໄດ້ກາຍເປັນພະລັງ ທີ່ມີຄວາມໝັ້ນຄົງ, ເຊື່ອຖືໄດ້ ແລະ ມີກໍາລັງແຮງຫລາຍທີ່ສຸດ ໃນການພັດທະນາລະດັບໂລກ." ໃນນັ້ນ ລະບົບເສດຖະກິດຈີນ ຈະສາມາດຕີຫລົບທົບ ໄດ້ຢ່າງໝັ້ນໜຽວ: ໃນໄລຍະ 5 ປີ, ການຂະຫຍາຍຕົວທາງເສດ ຖະກິດຂອງຈີນ ຄາດວ່າຈະເກີນ 35 ລ້ານໆຢວນ (4,89 ລ້ານລ້ານໂດລາ), ໂດຍມີສ່ວນຮ່ວມໃນການຂະຫຍາຍຕົວຂອງເສດຖະກິດໂລກ ປະມານ 30% ຕໍ່ປີ.
ທ່ານ ເຈິງ ເວົ້າວ່າ: ໃນ 4 ປີທໍາອິດຂອງໄລຍະເວລາດັ່ງກ່າວ, ເສດຖະກິດຂະຫຍາຍຕົວ ດ້ວຍອັດຕາການເຕີບໂຕສະເລ່ຍ 5,5% ຕໍ່ປີ, ເຖິງວ່າຈະຖືກຜົນກະທົບ ຈາກການລະບາດພະຍາດ ໂຄວິດທົ່ວໂລກ ແລະ ຜົນກະທົບທາງການຄ້າກໍຕາມ, ແຕ່ການເຕີບໂຕຂອງຈີນ ຖືວ່າເປັນຄວາມສໍາເລັດທີ່ບໍ່ເຄີຍເກີດຂຶ້ນມາກ່ອນ.
ຜົນງານທາງດ້ານເສດຖະກິດ ຂອງ ຈີນທີ່ໝັ້ນຄົງ ຍັງເຮັດໃຫ້ຄຸນນະພາບຊີວິດຂອງປະຊາຊົນດີຂຶ້ນຢ່າງຈະແຈ້ງ. ໃນແຕ່ລະປີ, ມີວຽກເຮັດງານທໍາໃໝ່ໃນເມືອງຫລາຍກວ່າ 12 ລ້ານຕໍາແໜ່ງ, ສະທ້ອນໃຫ້ເຫັນ ຕະຫລາດແຮງງານທີ່
ໝັ້ນຄົງ ຂອງປະເທດ ທີ່ມີປະຊາກອນໜາແໜ້ນ. ການຂະຫຍາຍຕົວນີ້ ໄດ້ຮັບແຮງບັນດານໃຈ ຈາກການປ່ຽນແປງທາງເສດຖະກິດທີ່ເລິກເຊິ່ງຂຶ້ນ, ຄວາມຕ້ອງການພາຍໃນປະເທດມີສ່ວນຮ່ວມ 86,4% ຂອງການເຕີບໂຕ GDP, ໂດຍການບໍລິໂພກສຸດທ້າຍ ມີສ່ວນຮ່ວມ 56,2% ເຊິ່ງເພີ່ມຂຶ້ນ 8,6%. ນະວັດຕະກໍາ ມີບົດບາດສໍາຄັນ ໃນການຂັບເຄື່ອນການພັດທະນາເຮັດໃຫ້ ຄ່າໃຊ້ຈ່າຍ ດ້ານການຄົ້ນຄວ້າ ແລະ ພັດທະນາຂອງປະເທດຈີນ ເພີ່ມສູງຂຶ້ນເກືອບ 50% ຫລື 1,2 ລ້ານໆຢວນ ລະຫວ່າງປີ 2020 ຫາ 2024 ແລະ ດ້ານການຄົ້ນຄວ້າ ແລະ ພັດທະນາຢູ່ທີ່ 2,8% ເຊິ່ງໃກ້ຄຽງກັບຄ່າສະເລ່ຍຂອງປະເທດໃນກຸ່ມອົງການ ການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ (OECD).
ທ່ານ ເຈິງ ຍັງຍົກໃຫ້ເຫັນ ບາງເນື້ອໃນວ່າ: ໃນໄລຍະ 5 ປີຜ່ານມາ, ຈີນ ໄດ້ສ້າງຄວາມເຂັ້ມແຂງ ໃຫ້ແກ່ປະເທດ ເຊິ່ງໄດ້ນໍາມາສູ່ໂອກາດດີໆ ໃນການພັດທະນາລະດັບໂລກ, ບໍ່ວ່າສະພາບສາກົນ ຈະປ່ຽນແປງໄປໃນທາງໃດ, ປະເທດຈີນ ກໍຈະຈັດບັນດາກິດຈະກໍາຕ່າງໆ ທີ່ຜົນປະໂຫຍດຮ່ວມ ຂອງຕົນເອງໄດ້ດີ ແລະ ຊຸກຍູ້ການພັດທະນາແບບທັນສະໄໝຂອງຈີນ.
ການປ່ຽນແປງໄປສູ່ການພັດທະນາສີຂຽວຍືນຍົງ: ໄລຍະເວລາ 5 ປີທີ່ຜ່ານມາ ຍັງເປັນການກ້າວກະໂດດໃນການປ່ຽນແປງທາງດ້ານສິ່ງແວດລ້ອມຂອງຈີນ ດ້ວຍການນຳໃຊ້ພະລັງງານທີ່ມີປະສິດທິພາບຫລາຍຂຶ້ນ ແລະ ມີສິ່ງແວດ ລ້ອມທາງທຳມະຊາດທີ່ດີຂຶ້ນ. ນັບແຕ່ປີ 2021 ຫາ 2024 ການໃຊ້ພະລັງງານຕໍ່ຫົວໜ່ວຍຈີດີພີ (GDP)ຫລຸດລົງ
11,6%, ຊ່ວຍຫລຸດການປ່ອຍ ອາຍກາກບອນໄດ້ປະມານ 1,1 ພັນລ້ານໂຕນ ເທົ່າກັບເກືອບເຄິ່ງໜຶ່ງຂອງການປ່ອຍອາຍກາກບອນທັງໝົດ ຂອງ ສະຫະພາບເອີຣົບໃນປີ 2024. ຈີນໃນຖານະຜູ້ນຳລະດັບໂລກ ດ້ານພະລັງງານທົດແທນຈົນເຖິງເດືອນພຶດສະພາ 2025, ກຳລັງການຜະລິດ ພະລັງງານທົດແທນ ທີ່ຕິດຕັ້ງໃນຈີນສູງເຖິງ 2,09 ພັນລ້ານກິໂລວັດ ເຊິ່ງເພີ່ມຂຶ້ນຫລາຍກວ່າສອງເທົ່າຈາກປີ 2020. ໃນປັດຈຸບັນ, ໜຶ່ງໃນສາມກິໂລວັດໂມງຂອງໄຟຟ້າທົ່ວປະເທດແມ່ນມາຈາກແຫລ່ງພະລັງງານສີຂຽວ. ການນຳໃຊ້ພະລັງງານທົດແທນ ກາຍເປັນວິຖີຊີວິດ ຂອງປະຊາຊົນຈີນທີ່ເປັນມິດກັບສິ່ງແວດ ລ້ອມເພີ່ມຂຶ້ນ. ໃນປີ 2024 ຈຳນວນຜູ້ໃຊ້ລົດພະລັງງານທົດແທນໃໝ່ຂອງຈີນສູງເຖິງ 31,4 ລ້ານຄັນ, ເພີ່ມຂຶ້ນຢ່າງຫລວງຫລາຍຈາກ 4,92 ລ້ານຄັນໃນປີ 2020.
ທ່ານ ເຈົ້າ ໄຮ່ປິງ ຮອງຫົວໜ້າຄະນະກຳມະການການພັດທະນາ ແລະ ປ່ຽນແປງແຫ່ງຊາດ (NDRC) ກ່າວວ່າ: ໄລຍະເວລາ 5 ປີຕໍ່ໜ້າ, ນັບແຕ່ປີ 2026 ຫາ 2030, ຈະເປັນໄລຍະເວລາທີ່ສຳຄັນໃນການບັນລຸເປົ້າໝາຍເຖິງຈຸດສູງສຸດຂອງການປ່ອຍອາຍກາກບອນພາຍໃນປີ 2030 ຂອງຈີນ . ທ່ານເຈົ້າ ໄຮ່ປິງ ກ່າວວ່າ: “ພວກເຮົາຈະເພີ່ມຄວາມພະຍາຍາມຫລຸດອາຍກາກບອນເປັນສອງເທົ່າ ແລະ ດຳເນີນມາດຕະການທີ່ເປັນຮູບປະທຳຫລາຍຂຶ້ນ ເພື່ອສົ່ງເສີມການປ່ຽນແປງໄປສູ່ທິດທາງສີຂຽວໃນດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ເລັ່ງການປັບປຸງຄວາມກົມກຽວລະຫວ່າງມະນຸດ ແລະ ທຳມະຊາດໃຫ້ທັນສະໄໝ.”
ການເປີດປະຕູສູ່ພາຍນອກຢ່າງກວ້າງຂວາງກວ່າເກົ່າ: ນັບແຕ່ປີ 2021 ຈົນເຖິງເດືອນພຶດສະພາ 2025 ການລົງທຶນໂດຍກົງຈາກຕ່າງປະເທດໃນຈີນມີມູນຄ່າລວມ 4,7 ລ້ານໆຢວນ. ປັດຈຸບັນ, ການລົງທຶນໂດຍກົງຈາກຕ່າງປະເທດ ມີສ່ວນຮ່ວມໜຶ່ງໃນສາມຂອງການນຳເຂົ້າ ແລະ ສົ່ງອອກຂອງຈີນ, ໜຶ່ງໃນສີ່ຂອງຜົນຜະລິດອຸດສາຫະກຳ, ແລະ ໜຶ່ງໃນເຈັດຂອງລາຍຮັບຈາກພາສີ, ພ້ອມທັງສ້າງວຽກເຮັດງານທຳເກີນ 30 ລ້ານຕຳແໜ່ງ. ຈີນໄດ້ຫລຸດລາຍການຫ້າມ ຫລື ຂໍ້ຈໍາກັດສຳລັບການລົງທຶນຈາກຕ່າງປະເທດເຖິງສອງຄັ້ງນັບແຕ່ປີ 2021. ຂໍ້ຈຳກັດທັງໝົດກ່ຽວກັບການເຂົ້າເຖິງຂະແໜງການຜະລິດຂອງຕ່າງປະເທດໄດ້ຮັບການຍົກເລີກແລ້ວ ແລະ ການເປີດກວ້າງເພີ່ມຕື່ມໃນຂະແໜງກະສິກຳ ແລະ ບໍລິການ. ໂຄງການທົດລອງຕົວແບບດ້ານສາທາລະນະສຸກ ແລະ ໂທລະຄົມມະນາຄົມທີ່ເພີ່ມມູນຄ່າໄດ້ເປີດໂອກາດໃໝ່ໆໃຫ້ແກ່ທຸລະກິດຕ່າງປະເທດ. ນະໂຍບາຍຂອງຈີນໃນການດຶງດູດ ແລະ ນຳໃຊ້ປະໂຫຍດຈາກການລົງທຶນຕ່າງປະເທດມີຄວາມສອດຄ່ອງກັນ. ພ້ອມດຽວກັນນີ້, ຈີນ ຍັງຄົງຜ່ອນຜັນການເຂົ້າເຖິງຕະຫລາດ ແລະ ຂະຫຍາຍຄວາມເປີດກວ້າງຢ່າງເປັນລະບົບ, ເພື່ອຮັບປະກັນວ່າບໍລິສັດຕ່າງປະເທດຈະສາມາດເຂົ້າເຖິງສິດຜົນປະໂຫຍດດ້ານນະໂຍບາຍໄດ້ຢ່າງສະເໝີພາບ, ຕັ້ງແຕ່ການຈັດຊື້ຈັດຈ້າງຂອງລັດຈົນເຖິງການກຳນົດມາດຕະຖານ. ຈີນ ຍັງຄົງຈະເປັນຈຸດໝາຍປາຍທາງທີ່ເໝາະສົມ, ປອດໄພ ແລະ ມີອະນາຄົດທີ່ດີສຳລັບນັກລົງທຶນທົ່ວໂລກ.
ແຕ່ເຖິງແນວໃດກໍດີ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ຈີນ 5 ປີ ຄັ້ງທີ 14 ພວມຈະສິ້ນສຸດ ໃນທ້າຍປີ 2025 ນີ້ ແລະ ຈະສືບຕໍ່ ວາງທິດທາງ-ແຜນການ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ຈີນ 5 ປີ ຄັ້ງທີ 15 ໃໝ່ ຢ່າງເປັນລະບົບຄົບຊຸດ ແລະ ສອດຄ່ອງກັບການປ່ຽນແປງແຕ່ລະໄລຍະ ໂດຍຮັບປະກັນ ຜົນສະສໍາເລັດອັນໃຫຍ່ຫລວງ ກວ່າເກົ່າ ຕາມແບບສີສັນ ແລະ ເອກະລັກສະເພາະຂອງຈີນ.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL