ນີເຊ ປະກາດໃຫ້ບໍ່ແຮ່ຄຳແຫ່ງດຽວຂອງປະເທດເປັນຊັບສິນຂອງລັດ

13/08/2025 13:35
Email Print 109
ຂປລ ລັດຖະ ບານທະຫານ ນີເຊ ປະກາດໂອນບໍ່ແຮ່ຄຳ ອຸດສາຫະກຳແຫ່ງດຽວ ຂອງປະເທດເປັນຂອງລັດ ຕາມສ່ວນໜຶ່ງຂອງການຄວບຄຸມ ຊັບພະຍາກອນທຳມະຊາດ ຫລາຍຂຶ້ນ.

ຂປລ.ສຳນັກຂ່າວເອເອຟພີ ລາຍງານຈາກນະຄອນຫລວງ ເນັຍຢາເມ ປະເທດນີເຊ ເມື່ອບໍ່ດົນມານີ້ວ່າ: ລັດຖະ ບານທະຫານ ນີເຊ ປະກາດໂອນບໍ່ແຮ່ຄຳ ອຸດສາຫະກຳແຫ່ງດຽວ ຂອງປະເທດເປັນຂອງລັດ ຕາມສ່ວນໜຶ່ງຂອງການຄວບຄຸມ ຊັບພະຍາກອນທຳມະຊາດ ຫລາຍຂຶ້ນ.

ໂດຍລັດຖະບານ ທະຫານ ນີເຊ ແລະ ປະເທດເພື່ອນບ້ານເຊັ່ນ: ບູກິນາຟາໂຊ ແລະ ມາລີ ຕ່າງເພີ່ມແຮງກົດດັນຕໍ່ບໍລິສັດບໍ່ແຮ່ຕ່າງປະເທດ ຫລາຍແຫ່ງໃນໄລຍະ ບໍ່ເທົ່າໃດ ປີຜ່ານມາ, ຊຶ່ງເມື່ອເດືອນມິຖຸນາ ຜ່ານມາ ນີເຊ ໄດ້ໂອນກິດຈະການ ຂອງບໍລິສັດ ໂອຣາໂນລາຍໃຫຍ່ດ້ານ ຢູເຣນຽມຂອງຝຣັ່ງ ໃຫ້ເປັນຂອງລັດ.

ຢ່າງໃດກໍ່ຕາມ ຄຳສັ່ງຈາກທ່ານ ອັບດູຣາຮາມາເນ ຊີອານີ ຜູ້ນຳລັດຖະບານ ທະຫານ ນີເຊ ລະບຸວ່າ: ເນື່ອງຈາກການລະເມີດທີ່ຮ້າຍແຮງ ແລະ ເພື່ອຮັກສາບໍລິສັດ ເຊິງຍຸດທະສາດ ລະດັບສູງ, ລັດນີເຊ ຈຶ່ງຕັດສິນໃຈໂອນກິດຈະການຂອງເອສເອັມແອລ ໃຫ້ເປັນຂອງລັດ, ໂດຍມາດຕະການນີ້ ສອດຄອງກັບ ວິໄສທັດຂອງ ປະທານາທິບໍດີ ຊຶ່ງແນໃສ່ໃຫ້ປະຊາຊົນຊາວ ນີເຊ ໃຊ້ຊັບ ພະ ຍາກອນ ທຳມະຊາດຢ່າງເຕັມທີ.
KPL

ຂ່າວອື່ນໆ

ads
ads

Top