ນັກທຸລະກິດລາວປ່ຽນຜືນດິນ-ປ່າໄມ້ ເປັນອັນຍະມະນີສີຂຽວ

06/06/2024 09:37
Email Print 1453
ຂປລ ນັກທຸລະກິດໜຸ່ມຊາວລາວເບິ່ງກວ້າງແນມໄກ ລົງທຶນມະຫາສານເພື່ອພິກແຜ່ນດິນ ແລະ ປີ້ນໜ່ວຍພູຄືນຄວາມອຸດົມສົບບູນໃຫ້ກາຍເປັນອັນຍະມະນີສີຂຽວທີ່ກິນບໍ່ບົກແຫ້ງເປັນຈັກເທື່ອ ດ້ວຍ 4 ວິໄສທັດຄື: ອະນຸລັກຮັກສາ, ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບວິຖີຊິວິດ ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ.

    *ນັກທຸລະກິດໜຸ່ມຊາວລາວເບິ່ງກວ້າງແນມໄກ ລົງທຶນມະຫາສານເພື່ອພິກແຜ່ນດິນ ແລະ ປີ້ນໜ່ວຍພູຄືນຄວາມອຸດົມສົບບູນໃຫ້ກາຍເປັນອັນຍະມະນີສີຂຽວທີ່ກິນບໍ່ບົກແຫ້ງເປັນຈັກເທື່ອ ດ້ວຍ 4 ວິໄສທັດຄື: ອະນຸລັກຮັກສາ, ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບວິຖີຊິວິດ ຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ; ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ ໃຫ້ມີຄວາມຫລາກຫລາຍ ແລະ ໄດ້ມາດຕະຖານລະດັບສາກົນ; ສ້າງອາຊີບ ສ້າງວຽກເຮັດງານທໍາສ້າງລາຍໄດ້ໃຫ້ປະຊາຊົນໃນທ້ອງຖິ່ນ ແລະ ປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານຄື: ພັດທະນາສີຂຽວຍືນຍົງ.

    ພາຍຫລັງກອງປະຊຸມເວທີສາກົນ ເພ່ືອໂຄສະນາການທ່ອງທ່ຽວລາວ ໄດ້ດໍາເນີນມາເປັນເວລາໜຶ່ງວັນ ໃນວັນທີ 29 ພຶດສະພາ 2024 ທີ່ແຂວງ ອຸດົມໄຊ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະ ນະທໍາ ແລະ ທ່ອງທ່ຽວ (ຖວທ), ມີ ບັນດາທ່ານຫົວໜ້າກົມ, ຮອງກົມ, ຄະນະພະແນກ, ສື່ມວນຊົນລາວ ແລະ ມື້ຕໍ່ມາເປັນວັນທີ 30 ພຶດສະພາ 2024 ບັນດາສື່ມວນຊົນລາວ ແລະ ຕ່າງປະເທດກໍໄດ້ຍາດໂອກາດສໍາຄັນເດີນທາງ ໄປຢ້ຽມຢາມແຫລ່ງທ່ອງທ່ຽວທໍາມະຊາດນໍ້າກັດຢໍລາປາ, ຫ່າງຈາກເທສະບານເມືອງໄຊພຽງ 15 ກິໂລແມັດ.

    ດັ່ງທີ່ຮູ້ນໍາກັນ, ທ່ານ ສົມເພັດ ມ້າວປະເສີດ ປະທານບໍລິສັດແຟເຊັດ ພັດທະນາແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລາປາ ທັງເປັນນັກທຸລະກິດໜຸ່ມຜູ້ ທີ່ມີແນວຄິດຈະຫັນປ່ຽນແຜນດິນປອກໂລ້ນແຫ້ງແລ້ງ, ປ່າຊຸດໂຊມໃຫ້ກາຍເປັນອັນຍະມະນີສີຂຽວຍືນຍົງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການຮັກຊາດຮັກບ້ານເກີດເມືອງນອນ ແລະ ຜືນແຜ່ນດິນເຮົາກໍຕ້ອງສຸມສະຕິປັນຍາມັນສະໝອງ ແລະ ເຫ່ືອແຮງເຂົ້າໃນພາລະກິດປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງໜັກແໜັນ ໂດຍສະເພາະການປະຕິບັດຕາມແນວທາງນະໂຍບາຍ ແລະ ຍຸດທະສາດການພັດທະນາ ຍືນຍົງສີຂຽວຂອງພັກ-ລັດ ໃຫ້ເກີດດອກອອກຜົນຢ່າງແທ້ຈິງແມ່ນໜ້າທີ່ຂອງໝົດທຸກຄົນຕ້ອງເຮັດ ແລະ ເອົາໃຈໃສ່.ດ້ວຍເຫດນ້ັນ “ການພັດທະນາການທ່ອງທ່ຽວແບບຍືນຍົງ” ແມ່ນມີຄວາມສໍາຄັນທີ່ສຸດເຊິ່ງໃນໄລຍະຜ່ານຕົນເອງຈຶ່ງໄດ້ສົມທົບແໜ້ນກັບຄະນະພັກ, ອົງການປົກຄອງແຂວງອຸດົມໄຊ ດໍາເນີນການສຶກສາ, ສໍາຫລວດຄວາມເປັນໄປໄດ້ ແລະ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໂດຍໃສ່ຊື່ໂຄງການວ່າ: “ສະຖານທີ່ທ່ອງທ່ຽວທໍາມະຊາດນ້ໍາ ກັດຢໍລາປາ” ຈຸດປະສົງເປົ້າໝາຍຂອງໂຄງການແມ່ນເລັ່ງໃສ່ 3 ເປົ້າ ໝາຍຕົ້ນຕໍ ຄື: 1.ເພື່ອອະນຸລັກຮັກສາ ແລະ ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ ໂດຍຕິດພັນກັບການອະນຸລັກວິຖີຊິວິດຂອງປະຊາຊົນບັນດາ ເຜົ່າໃນທ້ອງຖິ່ນຕາມທິດພັດທະນາສີຂຽວ ແລະ ຍຶນຍົງ; 2. ປະກອບສ່ວນສ້າງຜະລິດຕະພັນການທ່ອງທ່ຽວໃໝ່ໃຫ້ມີຄວາມຫລາກຫລາຍ ແລະ ໄດ້ມາດຕະຖານລະດັບສາກົນ ເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວປະເທດລາວເຮົາໃຫ້ຫລາຍຂຶ້ນ ແລະ 3. ສ້າງອາຊີບ ສ້າງ ວຽກເຮັດງານທໍາສ້າງລາຍໄດ້ໃຫ້ປະ ຊາຊົນໃນທ້ອງຖິ່ນເພື່ອປະກອບສ່ວນຊ່ວຍລົບລ້າງຄວາມທຸກຍາກໃຫ້ປະຊາຊົນ ຕາມແນວທາງນະໂຍບາຍຂອງພັກ-ລັດເຮົາ.

    ການຈັດຕັ້ງປະຕິບັດໂຄງການ ແຫລ່ງທ່ອງທ່ຽວຂອງພວກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການຮ່ວມມືປະສານສົມທົບແໜ້ນຈາກ 3 ພາກສ່ວນ ຄື: ລັດ, ຜູ້ລົງທຶນ ແລະ ປະຊາຊົນໃນ ທ້ອງຖິ່ນ  ໃນນັ້ນ ສຸມໃສ່ 4 ວຽກງານຈຸດສຸມຄື: ວຽກງານອະນຸລັກ-ຟື້ນຟູຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນ; ວຽກງານສ້າງບຸກຄະລາກອນ ໂດຍເລັ່ງໃສ່ການສ້າງວຽກເຮັດງານທໍາໃຫ້ ແກ່ປະຊາຊົນໃນທ້ອງຖິ່ນເປັນຕົ້ນຕໍ; ວຽກງານການສ້າງພື້ນຖານໂຄງລ່າງ ແລະ ຜະລິດຕະພັນການທ່ອງທ່ຽວ ແລະ ວຽກງານພາກການຕະຫລາດ.ຜ່ານການຈັດຕ້ັງປະຕິບັດຕົວຈິງ, ມີຜົນສໍາເລັດ ອັນພົ້ນເດັ່ນແມ່ນສາມາດຫລຸດຜ່ອນການບຸກລຸກທໍາລາຍທໍາມະຊາດ ເຮັດໃຫ້ປ່າໄມ້ມີຄວາມອຸດົມສົມບູນ, ສັດບົກ, ສັດນ້ໍາ ແລະ ຊີວະນາໆພັນ ກໍ່ມີຈໍານວນເພີ່ມຂຶ້ນເລື້ອຍໆ; ພ້ອມດຽວກັນນີ້ ກໍປະກອບສ່ວນໃນການອະນຸລັກວັດທະນະທໍາ, ວິຖີຊິວິດ, ຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າໃນທ້ອງຖິ່ນ ໂດຍສະເພາະເຜົ່າກຶມມຸໃນເຂດໂຄງການດ້ວຍການສ້າງບ້ານຊົນເຜົ່າ, ຮັກສາການນຸ່ງຖື ແລະ ເຊື່ອມສານວິຖີການດໍາລົງຊີວິດໃຫ້ຕິດພັນກັບໂຄງການຢ່າງກົມກຽວ; ເຖິງແນວໃດກໍດີມາຮອດປັດຈຸບັນ ພວກເຮົາສາມາດຂະຫຍາຍສາທີ່ 2 ແລ້ວ ຕັ້ງຢູ່ເຂດປ່າສະຫງວນ ແຫ່ງຊາດພູເຂົາຄວາຍ, ອ່າງໂຕ່ງນ້ໍາປຽນ ເມືອງປາກງຶ່ມ ນະຄອນຫລວງວຽງຈັນ ຊຶ່ງໂຄງການມີຊື່ວ່າ “ນໍ້າປຽນຢໍລາປາ” ເຊິ່ງເຮັດໃຫ້ນັກທ່ອງທ່ຽວໄດ້ຮັບຄວາມນິຍົມເພີ່ມຂຶ້ນເລື້ອຍໆ.

   ທ່ານປະທານບໍລິສັດແຟເຊັດ ພັດທະນາແຫລ່ງທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລາປາ ຍັງກ່າວວ່າ: ຕະຫລອດຫລາຍຊຸມປີຜ່ານມາທີ່ຕົນເອງໄດ້ເຂົ້າພັດທະນາ ແລະ ກີ້ງເກືອກລີເລືອໃນໂຄງການພັດທະນາແຫລ່ງທ່ອງທ່ຽວນໍ້າກັດຢໍລາປານີ້ ເຮັດໃຫ້ຕົນເອງຮູ້ສຶກຄື: ບ້ານ ແລະ ເຮືອນຫລັງໜ່ຶງທ່ີອົບອຸ່ນ ເພາະບໍ່ພຽງແຕ່ເນື້ອທີ່ປ່າສີຂຽວ ແລະ ແຫລ່ງນໍ້າທະມາຊາດເຕີບໃຫຍ່ຂຶ້ນໄປເລື້ອຍໆ ແຕ່ຍັງໄດ້ສ້າງວຽກເຮັດງານທໍາ ແລະ ຫລໍ່ຫລອມບຸກຄະລາກອນຢ່າງມີທັກສະຊໍານານງານດ້ານການບໍລິການທ່ອງທ່ຽວ. ນອກຈາກນັ້ນຍັງສາມາດ ຮັກສາເນື້ອທີ່ປ່າໄມ້, ຮັກສາແຫລ່ງນໍ້າ, ຮັກສາຊີວະນາໆໄດ້ຢ່າງໜ້າປະທັບໃຈມາຮອດປັດຈຸບັນສາມາດສຶກສາ ແລະ ອະນຸລັກຊີວະນາໆພັນໄດ້ຫລາຍກວ່າ 1.000 ລາຍການໂດຍແບ່ງອອກເປັນ 4 ພາກສ່ວນຄື: ແມງໄມ້ ແລະ ແມງກະ ເບື້ອ, ນົກ, ສັດເລືອຄານເຄິ່ງບົກເຄິ່ງນໍ້າ ແລະ ດອກໄມ້ພົ້ນເດັ່ນແມ່ນການຄົ້ນພົບສາຍພັນແມງໄມ້ 8 ສາຍພັນໃໝ່ ໃນພິພິທະພັນວາງສະແດງໄວ້ມີ 2 ສາຍພັນ ໂດຍຈະໄດ້ຕັ້ງຊື່ທີ່ເປັນເອກະລັກສະເພາະຂອງແຕ່ລະສາຍພັນໂດຍ ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວຕ່າງປະເທດເປັນຈໍານວນຫລາຍທີ່ໄດ້ເດີນທາງເຂົ້າມາຊົມ ແລະ ສຶກສາຄ້ົນຄວ້າ ແລະ ຄາດວ່າການສຶກສາດ້ານຊີວະນາໆພັນຈະເປັນອີກໜຶ່ງທ່າແຮງ ດ້ານການທ່ອງທ່ຽວຂອງລາວໃນອະ ນາຄົດ ເນື່ອງຈາກຊີວະນາໆພັນທີ່ໄດ້ ສຶກສາຄົ້ນຄວ້າແມ່ນພົບເຫັນໄດ້ໃນ ເຂດສະຫງວນຂອງນໍ້າກັດຢໍລາປາ.ພ້ອມດຽວກັນນີ້, ທ່ານ ນາງ ແຄລໍລາຍ ເບນນອຍ ນັກທ່ອງທ່ໜຽວ ຈາກປະເທດຝຣັ່ງທ່ີມາພັກແຮມຄືນຢູ່ ແຫລ່ງທ່ອງທ່ຽວນໍ້າກັດຢໍລາປາໄດ້ ໃຫ້ສໍາພາດວ່າ: ຂ້ອຍຮູ້ສຶກປະທັບໃຈຫລາຍທີ່ໄດ້ມີໂອກາດມາທ່ຽວປະເທດລາວ ທີ່ມີທຳມະຊາດສວຍງາມ ແລະ ແຫລ່ງນໍ້າ-ປ່າໄມ້ບໍ່ຖືທໍາລາຍຫລາຍ ໂດຍສະເພາະນໍ້າກັດຢໍລາປາ ຍັງມີທຳມະຊາດທີ່ອຸດົມສົມບູນຫລາຍ ແລະ ປະຊາຊົນສ່ວນໃຫຍ່ທີ່ດໍາລົງຊີວິດໃນບໍລິເວນສະຖານທີ່ທ່ອງທ່ຽວນີ້ຍັງຮັກສາ ໄດ້ມູນເຊື້ອວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.

   ຜ່ານມາ, ຂ້າພະເຈົ້າໄດ້ເດີນ ທາງໄປສະຖານທີ່ທ່ອງທ່ຽວສໍາຄັນຂອງແຂວງຫລວງພະບາງ ແລະ ນໍ້າກັດຢໍລາປາ ແຂວງອຸດົມໄຊ ເຊ່ິງໄດ້ສໍາຜັດ ແລະ ຮັບປະທານອາຫານທີ່ເປັນເອກະລັກຂອງລາວ ເປັນຕ້ົນແມ່ນລາບ, ມົກປາ, ນໍ້າຫວານໝາກກ້ວຍເຊື່ອມກ້ວຍ ແລະ ມັກອາຫານລາວຫລາຍເຊິ່ງເຮັດໃຫ້ຂ້ອຍຮູ້ສຶກໄດ້ເຖິງຈິດວິຍານຂອງທໍາມະຊາດ ແລະ ຄວາມເປັນທ້ອງຖິ່ນອັນວິເສດ.

ຂ່າວ: ເກີດຂວັນໃຈ

KPL

ຂ່າວອື່ນໆ

    • ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວທ່ອງທ່ຽວ

      ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວ

      6/27/2024 10:17:33 AM

      ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງ ເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ເນື່ອງວ່າ ເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.

    • ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1ທ່ອງທ່ຽວ

      ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1

      6/26/2024 10:46:16 AM

      ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

    • ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາທ່ອງທ່ຽວ

      ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາ

      6/20/2024 10:18:17 AM

      ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.

    • ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ  ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວທ່ອງທ່ຽວ

      ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວ

      6/19/2024 1:15:23 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ 18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ

    • ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນທ່ອງທ່ຽວ

      ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນ

      6/18/2024 7:45:21 AM

      ສປປ ລາວ ແລະ ສສ ຫວຽດນາມ ຈັບມືຮ່ວມກັນຢືນຢັນຈະເປີດໃຫ້ບໍລິການຊໍາລະສະສາງຄ່າສິນຄ້າ ແລະ ບໍລິການຕ່າງໆຂ້າມແດນຜ່ານ ລະບົບຄີວອາໂຄສ (QR Code), ນີ້ແມ່ນຄວາມພະຍາຍາມຂອງສອງປະເທດ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງປະເທດ.

ads
ads

Top