ອາຫານຈານດ່ວນໄດ້ຮັບຄາວມນິຍົມເພີ່ມຂຶ້ນ ຕາມເສັ້ນທາງລົດໄຟລາວ-ຈີນ

11/06/2024 09:52
Email Print 979
ຂປລ ຊາວລາວຈໍານວນບໍ່ໜ້ອຍພວມຍິ້ມແຈ່ມໃສຕ້ອນຮັບໂອກາດດີໆທີ່ເກີດຂ້ຶນ ແລະ ພວມເກີດດອກອອກຜົນຕົວຈິງ ດັ່ງຜູ້ນໍາສອງພັກສອງລັດລາວ-ຈີນ ຮ່ວມກັນກ່າວໄວ້ລະຫວ່າງເປີດເສັ້ນທາງລົດໄຟລາວ-ຈີນ ໃນລະຫວ່າງປີ 2021 ຜ່ານມາວ່າ “ເສັ້ນທາງລົດໄຟລາວ-ຈີນ ແມ່ນໜຶ່ງໃນໂຄງການພັດທະນາທີ່ຕິດພັນກັບໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງເປັນການລົງທຶນຮ່ວມກັນລະຫວ່າງ ລາວ-ຈີນ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນຢ່າງໜັກແໜ້ນ”.

     *ຊາວລາວຈໍານວນບໍ່ໜ້ອຍພວມຍິ້ມແຈ່ມໃສຕ້ອນຮັບໂອກາດດີໆທີ່ເກີດຂ້ຶນ ແລະ ພວມເກີດດອກອອກຜົນຕົວຈິງ ດັ່ງຜູ້ນໍາສອງພັກສອງລັດລາວ-ຈີນ ຮ່ວມກັນກ່າວໄວ້ລະຫວ່າງເປີດເສັ້ນທາງລົດໄຟລາວ-ຈີນ ໃນລະຫວ່າງປີ 2021 ຜ່ານມາວ່າ “ເສັ້ນທາງລົດໄຟລາວ-ຈີນ ແມ່ນໜຶ່ງໃນໂຄງການພັດທະນາທີ່ຕິດພັນກັບໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງເປັນການລົງທຶນຮ່ວມກັນລະຫວ່າງ ລາວ-ຈີນ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນຢ່າງໜັກແໜ້ນ” ປັດຈຸບັນການເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ໄດ້ເກືອບ 3 ປີແລ້ວ ອັນໄດ້ສະທ້ອນໃຫ້ເຫັນດ້ານບວກທີ່ເປັນໝາກຜົນຕົວຈິງຮອບດ້ານຕະຫລອດ ໄລຍະສອງພາກທາງຂອງເສັ້ນທາງລົດໄຟລາວ-ຈີນ ມີຄວາມຍາວ 400 ກວ່າກິໂລແມັດ ຈາກຊາຍແດນລາວ-ຈີນ ໃນແຂວງຫລວງນໍ້າທາຜ່ານບັນດາແຂວງ, ເມືອງ, ບ້ານຕ່າງໆເຖິງໃຈກາງນະຄອນຫລວງວຽງຈັນ ນັ້ນພົບວ່າໂຮງແຮມ, ເຮືອນພັກ, ຮ້ານອາຫານ, ໂຮງງານອຸດສາຫະກໍາ, ການຜະລິດກະສິກໍາ, ບໍລິສັດຂົນສົ່ງສິນຄ້າ, ຮ້ານຄ້າ ຂາຍຍ່ອຍ ແລະ ການສ້າງວຽກເຮັດ ງານທໍາໄດ້ປົ່ງຂຶ້ນ ແລະ ເບັ່ງບານຄືກັບ “ດອກເຫັດ” ອັນສ້າງກາລະໂອກາດເງິນຄໍາ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ຊ່ວຍຫລຸດຜ່ອນຄວາມທຸກຍາກດີຂຶ້ນຕາມລໍາດັບ.

    ໜຶ່ງອາທິດຜ່ານມາ ຜູ້ຂຽນມີໂອກາດໄດ້ນັ່ງລົດໄຟລາວ-ຈີນ ຈາກນະຄອນຫລວງວຽງຈັນ ເຖິງແຂວງອຸດົມໄຊ ໃຊ້ເວລາປະມານ 2 ຊົ່ວໂມງ ເພື່ອເຂ້ົາຮ່ວມກອງປະຊຸມເວທີສາກົນ ເພ່ືອໂຄສະນາການທ່ອງທ່ຽວລາວລະຫວ່າງ 27-30 ພຶດສະພາ 2024 ຢູ່ແຂວງອຸດົມໄຊ, ຂະນະທີ່ເດີນທາງເຖິງສະຖານີລົດໄຟຢູ່ແຂວງອຸດົມໄຊ ກໍໄດ້ເດີນທາງເຂົ້າເທສະບານແຂວງ ເຊິ່ງໄດ້ແວ່ປັ້ນເຂົ້າທ່ຽງຢູ່ຮ້ານໂຮມຄາເຟເພື່ອຕື່ມພະລັງໃຫ້ຄວາມຊຸ່ມຊື່ນ ແລະ ຕື່ນເຕັ້ນກ່ອນເຖິງໂຮງແຮມ.  “ດ້ວຍຄວາມມັກຮັກການດື່ມກາເຟເປັນພິເສດຫລັງອາຫານທ່ຽງ ຂ້ອຍໄດ້ສ່ັງກາເຟຄາປູຊິໂນໜ່ຶງຈອກ ມັນເຮັດໃຫ້ຮູ້ສຶກໄດ້ຢ່າງໜ້າມະຫັດສະຈັນເຖິງລົດຊາດກາເຟປາກຊ່ອງຕົ້ນສະບັບແທ້ໆ ກັບອາຫານຫວານເປັນເອກລັກຂອງແຂວງອຸດົມໄຊ”. ຍ້ອນແນວນັ້ນ ຜູ້ຂຽນຄາໃຈເລີຍຕັດສິນໃຈຖາມເຈົ້າຂອງຮ້ານເພີ່ນຊື່: ທ່ານ ນາງ ກິ່ງແກ້ວ ສຸກສົມບູນເວົ້າສູ່ຟັງວ່າ: ກ່ອນໜ້າກໍເຄີຍເຮັດທຸລະກິດຄ້າຂາຍຍ່ອຍທ່ົວໄປ ແຕ່ພໍເມ່ືອມີເສ້ັນທາງລົດໄຟເປີດໃຫ້ບໍລິການໃນທ້າຍປີ 2021  ແລະ ນັກທ່ອງທ່ຽວມາແວະວຽນສອບຖາມຮ້ານກາເຟ, ຮ້ານອາຫານເປັນຈໍານວນຫລາຍໃນແຕ່ລະມື້ເພື່ອຮັບປະທານກ່ອນການເດີນທາງຕໍ່ໄປຈຸດໝາຍອື່ນ ເຊິ່ງຈຸດນີ້ເກີດມີແນວຄິດບວກກັບແນວຄິດມັກຮັກການປຸງແຕ່ງອາຫານ. ກ່ອນຈະມາເປີດຮ້ານໂຮມຄາ ເຟຢູ່ ນີ້, ຄວາມຈິງພື້ນຖານຂອງຕົນເອງມີ ຖິ່ນກໍາເນີດຢູ່ນະຄອນຫລວງວຽງຈັນ ເມື່ອສ້າງຄອບຄົວແລ້ວ ຈິ່ງຍົກຍ້າຍມາ ຢູ່ແຂວງອຸດົມໄຊ ແຕ່ບັງເອີນເສັ້ນທາງ ລົດໄຟພວມເປີດໃໝ່ໆ ເຊິ່ງເວລານັ້ນກໍ ບໍ່ເຫັນໃຜເປີດຮ້ານກາເຟແນ່ຈິ່ງຈັບໂອກາດນັ້ນທັນທີ, ໄລຍະທໍາອິດກໍບໍ່ມີຄົນຫລາຍປານໃດ ແຕ່ຕໍ່ມາຈິ່ງມີຄົນເຂົ້າມາໃຊ້ບໍລິການຫລາຍຮ້ອຍຄົນ ຍິ່ງວັນເສົາ-ວັນທິດ ຍິ່ງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດບໍ່ຕໍ່າກວ່າ 100-200 ຄົນຂຶ້ນໄປເຂົ້າມາໃຊ້ບໍລິການ.

    ສ່ວນໃຫຍ່ແຂກຄົນເຂົ້າແວະຢ້ຽມ ຮ້ານເຮົານ້ັນແມ່ນຕິດໃຈລົດຊາດກາເຟ ທີ່ເປັນເອກະລັກຂອງລາວແທ້ໆໂດຍສັ່ງຊື້ກາເຟເຂດພູໄຟເກົ່າຕົ້ນສະບັບຈາກເມືອງປາກຊ່ອງ ເພື່ອມາໃຫ້ບໍລິການລູກຄ້າ. ປັດຈຸບັນນີ້ມີສາຂາດຽວ, ໃນອະນາຄົດຕໍ່ໜ້າຄິດວ່າຈະຂະຫຍາຍຕື່ມອີກ ໃນແຂວງອຸດົມໄຊ ບ່ອນທີ່ມີທ່າແຮງ ແລະ ຈະໄປເປີດສາຂາດຢູ່ນະຄອນຫລວງວຽງຈັນ ແຕ່ຈະບໍ່ໄດ້ໃສ່ຊື່: ໂຮມຄາເຟ ຈະປ່ຽນເປັນຊື່ຮ້ານລູມຄາເຟ. ຮ້ານຄາເຟຂອງພວກເຮົາສາຂາທໍາອິດ ໃນແຂວງອຸດົມໄຊ ນີ້ຫ່າງຈາກສະຖານນີລົດໄຟພຽງ 2 ກິໂລແມັດ ເຊິ່ງ ໄດ້ກາຍເປັນສະຖານນັດພົບກັນ ຕັ້ງຢູ່ບ້ານນາເລົາ ເມືອງໄຊ ແຂວງອຸດົມໄຊ, ພາຍໃນໂຮມຄາເຟ ແມ່ນມີຫລາກຫລາຍປະເພດອາຫານຕາມສັ່ງ ແລະ ຜະລິດຕະພັນສິນຄ້າປະເພດອາຫານ ໃຫ້ລູກຄ້າໄດ້ເລືອກຊື້ ແລະ ເລືອກຊິມ ເຊັ່ນ: ກາເຟລາວ, ເຂົ້າໜົມເຄັກ, ຊາ ແລະ ເຄື່ອງຝາກຂອງຕ້ອນອື່ນໆ. ເຖິງແນວໃດກໍດີເມືອງໄຊປະກາດ ວ່າຈະຍົກເອົາວຽກງານພັດທະນາການທ່ອງທ່ຽວເຂົ້າເປັນໜຶ່ງໃນບູລິມະສິດ ສໍາຄັນຂອງເມືອງເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກໃຫ້ສອດຄ່ອງກັບແຜນພັດທະນາຍືນຍົງສີຂຽວຂອງພັກ-ລັດຖະບານ ໃນຕໍ່ໜ້າຂະນະທີ່ແຕ່ລະປີມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວພາຍໃນ ເມືອງໄຊ ໂດຍສະເລ່ຍປະມານ 41.000 ກວ່າຄົນຕໍ່ປີ ສ້າງລາຍຮັບໄດ້ 900.000 ໂດລາ ແລະ ຄາດວ່າພາຍຫລັງ ສປປ ລາວ ໄດ້ເປີດໃຫ້ບໍລິການເສັ້ນທາງລົດໄຟລາວ-ຈີນ ໃນທ້າຍປີ 2021, ບວກກັບການເປີດປີທ່ອງທ່ຽວລາວ ແລະ ເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ຈະເຮັດໃຫ້ນັກທ່ອງທ່ຽວເຂົ້າມາຜ່ານເມືອງໂດຍສະເພາະແຂວງອຸດົມໄຊ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

   

ທ່ານ ວາລີ ຈືນໍເຢັງ ເຈົ້າເມືອງໄຊ ແຂວງອຸດົມໄຊ ລາຍງານວ່າ: ເມືອງໄຊ ຂອງພວກເຮົາຈະຖືເອົາວຽກງານທ່ອງທ່ຽວບັນຈຸເຂົ້າເປັນບູລິມະສິດ ສໍາຄັນບໍ່ໜ້ອຍຂະແໜງການອື່ນໆເພື່ອສືບຕໍ່ປັບປຸງ ແລະ ພັດທະນາຂອດການບໍລິການ, ແຫລ່ງທ່ອງທ່ຽວໃໝ່ໃຫ້ສາມາດຮອງຮັບ ແລະ ດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາເມືອງໄຊ ໃຫ້ຫລາຍຂຶ້ນກວ່າເກົ່າ. ດັ່ງທີ່ຮູ້ນໍາກັນ, ພັດທະນາແຫລ່ງທ່ອງທຽວ ແລະ ທ່າແຮງບົ່ມຊ້ອນພາຍໃນ ເມືອງທີ່ເຊື່ອມໂຍງເຊື່ອມຈອດກັບເມືອງ, ແຂວງອ່ືນລວມທັງເສ້ັນທາງລົດໄຟນັ້ນເຫັນວ່າເມືອງໄຊ ເປັນເມືອງທີ່ຕັ້ງຢູ່ໃຈກາງຂອງແຂວງ ເປັນ 4 ແຍກ, ມີສະຖານີລົດໄຟຟ້າ ລາວ-ຈີນ, ເສັ້ນທາງຫລວງແຫ່ງຊາດ 2E, 2W ແລະ ເສັ້ນທາງຫລວງ 13 N ຜ່ານເທສະບານເມືອງ ເຊື່ອມຕໍ່ໄປຫາເມືອງຕ່າງໆພາຍໃນແຂວງ, ແຂວງອ້ອມຂ້າງ ແລະ ອອກສູ່ປະເທດທີ່ໃກ້ຄຽງເຊັ່ນ: ສປ ຈີນ, ຫວຽດນາມ ແລະ ນາມ ເຊິ່ງໄດ້ ສ້າງກາລະໂອກາດຢ່າງຫລວງຫລາຍ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການຄົມມະນາ ຄົມ, ການທ່ອງທ່ຽວໄປມາຫາສູ່ກັນ ຢ່າງໜັກແໜ້ນ. ປັດຈຸບັນນີ້ ພາຍໃນເມືອງມີແຫລ່ງ ທ່ອງທ່ຽວທັງເກົ່າ ແລະ ໃຫມ່ລວມທັງ ໝົດ 14 ແຫ່ງ ໃນນັ້ນ ແຫລ່ງທ່ອງທ່ຽວ ທໍາມະຊາດ 7 ແຫ່ງ, ວັດທະນະທໍາ 5 ແຫ່ງ ແລະ ປະຫວັດຊາດ 2 ແຫ່ງ; ສະຖານທ່ອງທ່ຽວທີ່ພົ້ນເດັ່ນກວ່າໝູ່ໄດ້ພັດທະນາ ແລະ ເປີດໃຫ້ບໍລິການແຫລ່ງທ່ອງທ່ຽວແລ້ວຄື: ຕາດນໍ້າກັດ, ຖໍ້າ ຈອມອອງ, ວັດພູທາດ ແລະ ອື່ນໆ ດັ່ງນັ້ນ ເພື່ອສືບຕໍ່ປະຕິບັດຕາມທິດທາງການພັດທະນາຍືນຍົງຂອງພັກ-ລັດຖະບານ ແລະ ຍົກລະດັບການດຶງດູດການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ປັດຈຸບັນນີ້ພວກເຮົາກໍາລັງພັດທະນາແຫລ່ງທ່ອງທ່ຽວທໍາ ມະຊາດພູຫຍ້າຄາຢູ່ (ບ້ານຫລັກ 32) ເພື່ອຮອງຮັບເອົານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ແລະ ຍັງໄດ້ເຊັນສັນຍາບັນທຶກຄວາມຊ່ວຍຈໍາ MOU ກັບນັກທຸລະກິດຫລາຍຫົວໜ່ວຍ ເພື່ອເປີດໄຟຂຽວການພັດທະນາແຫລ່ງ ທ່ອງທ່ຽວຕ່າງໆໃຫ້ຫລາຍຂຶ້ນຕື່ມ.

     ທ່ານ ວາລີ ຈືນໍເຢັງຍັງກ່າວວ່າ: ປັດຈຸບັນໜໍ່ແໜງການຜະລິດເປັນສິນຄ້າພວມຟົດຟື້ນ ໂດຍສະເພາະການປູກໝາໂມ, ການປູກຖົ່ວ, ພືດຜັກ ແລະ ອື່ນໆ ເພ່ືອສົ່ງອອກ ສປ ຈີນ ແລະ ສະໜອງໃຫ້ຕະຫລາດພາຍໃນ ສະນັ້ນອາຫານກໍເປັນສິ່ງສໍາຄັນຫລາຍໃນການປ້ອນໃຫ້ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ ແຕ່ກໍຕ້ອງເປັນປະເພດອາຫານສະອາດປອດສານພິດ ເຊິ່ງເປັນທີ່ນິຍົມຂອງນັກທ່ອງທ່ຽວຢາກກິນຢາກສໍາຜັດເພື່ອສຸຂະພາບທີ່ດີກວ່າ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວທ່ອງທ່ຽວ

      ກຽມເປີດບໍລິການຫໍພິພິທະພັນໃຫຍ່ທີ່ສຸດໃນລາວ

      6/27/2024 10:17:33 AM

      ນັກທຸລະກິດລາວໃຊ້ງົບປະມານ 50 ລ້ານໂດລາສະຫະລັດ ເນລະມິດພື້ນທີ່ໃກ້ແຄມອ່າງເກັບນໍ້າ ຊົນລະປະທານໜອງເຊືອມ ເພື່ອສ້າງ ເປັນຫໍພິພິທະພັນວຽງຈັນ ສິລະປະລາວຮ່ວມສະໄໝ ເຊິ່ງຄາດວ່າ ສະຖານທີ່ດັ່ງກ່າວຈະກາຍແຫລ່ງທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ເນື່ອງວ່າ ເພີ່ນຈະນໍາເອົາຜະລິດຕະພັນໄມ້ຫາຍາກ, ພາບສິລະປະ ແລະ ວັດຖຸບູຮານເກົ່າແກ່ອື່ນໆຈໍານວນ 10.000 ລາຍການມາໂຮມໄວ້ນີ້.

    • ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1ທ່ອງທ່ຽວ

      ກຽມເປີດສະຖານທີ່ທ່ອງທ່ຽວ ອ່າງນໍ້າງື່ມ 1

      6/26/2024 10:46:16 AM

      ບໍລິສັດ ຄຳຟອງກຣຸບ ຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດຮັບເໝົາໂຄງ ການພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຢູ່ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ ແຂວງວຽງຈັນ ກຳລັງຂຸ້ນຂ້ຽວກ່ໍສ້າງ ແລະ ຈັດຕັ້ງປະຕິບັດ ບັນດາໜ້າວຽກໃຫ້ໄດ້ຕາມແຜນການທີ່ວາງໄວ້.

    • ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາທ່ອງທ່ຽວ

      ບ້ານຄອນ-ດອນເດດປາຍທາງທ່ອງທ່ຽວທີ່ໜ້າຄົ້ນຫາ

      6/20/2024 10:18:17 AM

      ບ້ານຄອນ-ດອນເດດ ເມືອງໂຂງ ແຂວງຈຳປາສັກ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທໍາມະຊາດ ທີ່ໄດ້ຮັບຄວາມນິຍົມອັນດັບຕົ້ນໆຂອງປະເທດລາວ ເຊິ່ງຕັ້ງຢູ່ສະພາບແວດລ້ອມທີ່ມີເກາະດອນນ້ອຍໃຫຍ່ສະຫລັບສັບຊ້ອນກັນ“4.000 ດອນ“, ຫລີຜີໄຂ່ມຸກແຫ່ງອາຊີ, ຕໍານານລົດໄຟຍຸກຝຣັ່ງເຂົ້າມາລາວ 100 ກວ່າປີ ເຊິ່ງກາຍທ່າແຮງບົມຊ້ອນຢ່າງໃຫຍ່ຫລວງສໍາລັບການທ່ອງທ່ຽວ.

    • ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ  ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວທ່ອງທ່ຽວ

      ຫາລືການສ້າງສະພາບແວດລ້ອມເອື້ອອໍານວຍ ໃຫ້ຂະແໜງກະສິກໍາ ແລະ ທ່ອງທ່ຽວ

      6/19/2024 1:15:23 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ສະພາການຄ້າ ແລະ ອຸດສາຫະກຳ (ສຄອ) ແຂວງຈໍາປາສັກ ຈັດກອງປະຊຸມປຶກສາຫາລື ພາກທຸລະກິດ ສໍາລັບ ຂະແໜງກະສິກຳ (ກາເຟ ແລະ ມັນຕົ້ນ) ແລະ ຂະແໜງທ່ອງທ່ຽວ ໃນວັນທີ 18 ມິຖຸນາ 2024 ທີ່ນະຄອນປາກເຊ ແຂວງຈຳປາສັກ

    • ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນທ່ອງທ່ຽວ

      ລາວ-ຫວຽດ ຈະເປີດໃຫ້ບໍລິການເງິນຂ້າມແດນ

      6/18/2024 7:45:21 AM

      ສປປ ລາວ ແລະ ສສ ຫວຽດນາມ ຈັບມືຮ່ວມກັນຢືນຢັນຈະເປີດໃຫ້ບໍລິການຊໍາລະສະສາງຄ່າສິນຄ້າ ແລະ ບໍລິການຕ່າງໆຂ້າມແດນຜ່ານ ລະບົບຄີວອາໂຄສ (QR Code), ນີ້ແມ່ນຄວາມພະຍາຍາມຂອງສອງປະເທດ ເພື່ອສົ່ງເສີມວຽກງານການ ທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມລະຫວ່າງປະເທດ.

ads
ads

Top