ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດ ສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ

15/06/2024 12:35
Email Print 331
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ, ໃນຖານະປະທານກຸ່ມ BRICS 2024, ໃນວັນທີ 11 ມິຖຸນາ 2024 ຜ່ານມາ, ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ

ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ເຊີເກ ລາບຣົບ (Sergey Lavrov), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ, ໃນຖານະປະທານກຸ່ມ BRICS 2024, ໃນວັນທີ 11 ມິຖຸນາ 2024 ຜ່ານມາ, ທີ່ ເມືອງ Nizhny Novgorod, ສະຫະພັນ ຣັດເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ (International Relations Meeting ‘BRICS Dialogue with Developing Countries’), ເຊິ່ງເປັນກອງປະຊຸມປິ່ນອ້ອມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ BRICS 2024 ພາຍໃຕ້ຫົວຂໍ້: “ການສ້າງ ຄວາມເຂັ້ມແຂງໃຫ້ແກ່ ການຮ່ວມມືຫລາຍຝ່າຍ ເພື່ອຄວາມສະເໝີພາບດ້ານການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ. ຈຸດປະສົງກອງປະຊຸມຄັ້ງນີ້, ເພື່ອປຶກສາຫາລື ລະດັບລັດຖະມົນຕີ ກ່ຽວກັບ ບັນຫາພົ້ນເດັ່ນໃນພາກພື້ນ ແລະ ສາກົນ ໂດຍສະເພາະ ການເພິ່ມທະວີການຮ່ວມມື ເພື່ອການພັດທະນາແບບຍືນຍົງ ແລະ ຮັກສາຄວາມໝັ້ນຄົງຂອງໂລກ ລະຫວ່າງ ບັນດາປະເທດສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ຈາກພາກພື້ນເຂດ ໂລກໃຕ້ ແລະ ຕາເວັນອອກ ຈາກ 22 ປະເທດ ຄື: ສ ຣັດເຊຍ, ອາຟຣິກກາໃຕ້, ສະຫະນະຄອນ ເອມີຣັດ ອາຣັບ, ບຣາຊິນ, ສປ ຈີນ, ເອຢິບ, ເອທິໂອປີ, ອິນເດຍ, ອີຣ່ານ, ອາຣັບບີ ຊາອຸດິ, ອານເຊລີ, ບຣາເຣນ, ບັງກຣາເທດ, ເບລາຣຸດຊີ, ກູບາ, ກາຊັກສະຖານ, ສປປ ລາວ, ໂມຣິຕານີ, ນີເຊຣີ, ສີລັງກາ, ໄທ,  ຕວັກກີ, ເວເນຊູເອລາ ແລະ ສສ ຫວຽດນາມ.


ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ກ່າວມີຄຳເຫັນຮ່ວມ ກັບບັນດາປະເທດ ສະມາຊິກກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ທີ່ເຂົ້າຮ່ວມ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນປະຊາຄົມໂລກ ກຳລັງຜະເຊີນໜ້າກັບ ບັນດາສິ່ງທ້າທາຍທັງ ໃນດ້ານການເມືອງ ແລະ ເສດຖະກິດ ທີ່ບໍ່ສາມາດຄາດຄະເນໄດ້ ອັນໄດ້ສົ່ງ​ຜົນ​ກະທົບ​ ຢ່າງໃຫຍ່ຫລວງຕໍ່​ປະ​ຊາ​ຄົມ​ໂລກ​ ເຊິ່ງ ສປປ ລາວ ເຫັນວ່າຄວາມສາມັກຄີ, ການສະໜັບສະໜູນເຊິ່ງກັນ ແລະ ກັນ ບົນຫລັກການຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແລະ ຄວາມພະຍາຍາມຮ່ວມກັນ ໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມືຫລາຍຝ່າຍ ແມ່ນມີຄວາມສຳຄັນທີ່ຈຳເປັນ ແລະ ຂາດບໍ່ໄດ້ ສຳລັບປະເທດກຳລັງພັດທະນາ, ທັງນີ້ ກໍເພື່ອເປັນການສືບຕໍ່ຮັກສາ ແລະ ສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມບູນພູນສຸກ ມາສູ່ພາກພື້ນ ແລະ ທົ່ວໂລກ.


ພ້ອມກັນນີ້, ສປປ ລາວ ເຫັນວ່າ ຂອບການຮ່ວມມືກຸ່ມ BRICS ເປັນກົນໄກການຮ່ວມມືໜຶ່ງທີ່ສຳຄັນ ຂອງໂລກໃນປັດຈຸບັນ ເຊິ່ງ BRICS ມີປະຊາກອນລວມກັນເກືອບ 50% ຂອງໂລກ ແລະ ມີຂະໜາດເສດຖະກິດ ກວມເອົາ 1/3 ຂອງ GDP ທົ່ວໂລກ, ອັນໄດ້ເຮັດໃຫ້ BRICS ມີຄວາມພົ້ນເດັ່ນໃນການເຄື່ອນໄຫວ ວຽກງານການຕ່າງປະເທດ. ດ້ວຍເຫດຜົນນີ້, ສປປ ລາວ ຈຶ່ງຄາດຫວັງໃຫ້ BRICS ເພິ່ມບົດບາດຂອງຕົນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ການຮ່ວມມືຫລາຍຝ່າຍ ໃນການສົ່ງເສີມ ການພັດທະນາ ແລະ ຄວາມໝັ້ນຄົງຂອງໂລກ ເພື່ອຕ້ານກັບລັດທິຝ່າຍດຽວ ແລະ ສອງມາດຕະຖານ. ນອກຈາກນີ້, ຍັງໄດ້ຍົກໃຫ້ເຫັນວ່າ ສະພາບເງື່ອນໄຂດ້ານພູມສາດ ການເມືອງໃນປັດຈຸບັນ ບໍ່ໄດ້ຕອບສະໜອງເງື່ອນໄຂ ທີ່ເໝາະສົມໃນການພັດທະນາ ຕາມທີ່ໄດ້ກຳນົດໃນ ບົດລາຍງານຂອງ ອົງການສະຫະປະຊາຊາດ ກໍຄື ການຈັດຕັ້ງປະຕິບັດວາລະ 2030 ເຊິ່ງ ສປປ ລາວ ເຊື່ອໝັ້ນວ່າ BRICS ຈະສາມາດເປັນກົນໄກທີ່ເຂັ້ມແຂງ ເພື່ອຊຸກຍູ້ການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາ ແບບຍືນຍົງໃນຕໍ່ໜ້າ.

ສຳລັບການເປັນປະທານອາຊຽນ 2024 ຂອງ ສປປ ລາວ ນັ້ນ, ສປປ ລາວ ໄດ້ສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານການເຊື່ອມຈອດ ແລະ ຄວາມເຂັ້ມແຂງຂອງອາຊຽນ ກໍຄື ຄຳຂວັນຂອງອາຊຽນ 2024, ເຊິ່ງໄດ້ສືບຕໍ່ຮັກສາຫລັກການ ການຮ່ວມມືຫລາຍຝ່າຍ, ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢ່າງສະເໜີພາບ. ນັບແຕ່ການສ້າງຕັ້ງອາຊຽນ ປີ 1967 ແລະ ການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ອາຊຽນ ໄດ້ຮັດແໜ້ນຄວາມສາມັກຄີ ແລະ ເປັນແກນກາງ ໃນການດຶງດູດ ການຮ່ວມມືທີ່ເປັນປະໂຫຍດຈາກ ບັນດາຄູ່ຮ່ວມມືພາຍນອກ ເຊິ່ງປັດຈຸບັນ, ອາຊຽນມີຄູ່ຮ່ວມມືຫລາຍກວ່າ 54 ປະເທດ ແລະ ກຸ່ມ ອັນໄດ້ກາຍເປັນສິ່ງທີ່ຢັ້ງຢືນ ການຮ່ວມມືຂອງອາຊຽນ ບົນຫລັກການການຮ່ວມມືຫລາຍຝ່າຍ ແລະ ສົ່ງເສີມ ການພັດທະນາຂອງໂລກ.


ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຄື: ທ່ານລັດຖະມົນຕີຕ່າງປະເທດ ສ ຣັດເຊຍ, ທ່ານລັດຖະມົນຕີ ຕ່າງປະເທດ ສປ ຈີນ, ທ່ານ ລັດຖະມົນຕີກະຊວງຕ່າງປະເທດ ກູ​ບາ, ລັດຖະມົນຕີກະຊວງຕ່າງປະເທດ ບຣາຊິນ ແລະ ລັດຖະມົນຕີຕ່າງປະເທດ ເບລາຣຸດຊີ ເພື່ອສືບຕໍ່ປຶກສາຫາລື ໃນການຮັດແໜ້ນ ການພົວພັນຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ລວມທັງວຽກງານໃນຂອບອາຊຽນ. ນອກຈາກນີ້, ຍັງໄດ້ໃຫ້ສຳພາດຂ່າວແກ່ສື່ທ້ອງຖິ່ນຂອງ ສ ຣັດເຊຍ ກ່ຽວກັບວຽກງານການຕ່າງປະເທດ ແລະ ທັດນະສະຂອງ ສປປ ລາວ ຕໍ່ບັນຫາພາກພື້ນ ແລະ ສາກົນ ລວມທັງການຮ່ວມມືຂອງປະເທດສະຊິກກຸ່ມ BRICS.

ກອງປະຊຸມລັດຖະມົນຕີຕ່າງປະເທດ ກຸ່ມ BRICS ຈັດຂຶ້ນເປັນປະຈໍາທຸກປີ ໂດຍການໝູນວຽນເປັນປະທານ ຂອງປະເທດສະມາຊິກ ເພື່ອປຶກສາຫາລືບັນຫາສຳຄັນໃນພາກພື້ນ ແລະ ສາກົນ ລວມທັງບັນດາຂົງເຂດການ ຮ່ວມມືຕ່າງໆ. ກຸ່ມ BRICS ປະກອບດ້ວຍສະມາຊິກທີ່ມາຈາກ ປະເທດທີ່ພັດທະນາແລ້ວ ກໍຄື ກຸ່ມປະເທດເສດຖະກິດໃໝ່ ທີ່ມີລະດັບເສດຖະກິດທີ່ເຂັ້ມແຂງ ເຊິ່ງປັດຈຸບັນມີ ສະມາຊິກ 9 ປະເທດ ຄື: ບຣາຊິນ, ຣັດເຊຍ, ອິນເດຍ, ສປ ຈີນ, ອາຟຣິກກາໃຕ້, ອີຣ່ານ, ເອທິໂອເປຍ, ເອຢິບ ແລະ ສະຫະນະຄອນອາເມຣັດ ອາຣັບ. ສຳລັບ ປີ ນີ້, ກອງປະຊຸມສຸດຍອດ ກຸ່ມ BRICS 2024 ຄາດວ່າຈະຈັດຂຶ້ນໃນ ເດືອນຕຸລາ 2024 ທີ່ເມືອງ Kazan, ສ ຣັດເຊຍ.
KPL

ຂ່າວອື່ນໆ

ads
ads

Top