ລັດຈະສຸມໃສ່ພັດທະນາຫລາຍຂົງເຂດວຽກງານ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່

15/06/2024 12:42
Email Print 325
ຂປລ ຂປລ. ລັດຖະບານຈະສຸມໃສ່ພັດທະນາ ໃນຫລາຍຂົງເຂດບຸລິມະສິດ ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເປັນຕົ້ນ ຈະສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນເອງ, ກຸ້ມຕົນເອງ ທາງດ້ານປະລິມານ, ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສຸມໃສ່ພັດທະນາ ດ້ານພະລັງງານໄຟຟ້າ ໃຫ້ໄດ້ທັງປະລິມານ-ຄຸນນະພາບ ເພື່ອໃຫ້ສາມາດກຸ້ມຕົນເອງ ດ້ານພະລັງງານໄຟຟ້າ, ພ້ອມທັງ ສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ.



ຂປລ. ລັດຖະບານຈະສຸມໃສ່ພັດທະນາ ໃນຫລາຍຂົງເຂດບຸລິມະສິດ ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເປັນຕົ້ນ ຈະສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນເອງ
, ກຸ້ມຕົນເອງ ທາງດ້ານປະລິມານ, ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ສຸມໃສ່ພັດທະນາ ດ້ານພະລັງງານໄຟຟ້າ ໃຫ້ໄດ້ທັງປະລິມານ-ຄຸນນະພາບ ເພື່ອໃຫ້ສາມາດກຸ້ມຕົນເອງ ດ້ານພະລັງງານໄຟຟ້າ, ພ້ອມທັງ ສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງຄະນະປະຈຳ ສະພາແຫ່ງຊາດ ກໍຄື ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ 2024ຫລາຍບັນຫາຄຳຄັນ ເປັນຕົ້ນ ລັດຖະບານມີແຜນການ ຈັດຕັ້ງຜັນຂະຫຍາຍມະຕິ ຂອງກົມການ ເມືອງສູນກາງພັກ  ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ເຂົ້າໃນການເຄື່ອນໄຫວວຽກງານ ບໍລິຫານຂອງລັດຖະບານ ຄືແນວໃດ ແລະ ຈະສຸມໃສ່ຈັກ ຂົງເຂດຕົ້ນຕໍ ຕໍ່ກັບບັນຫາດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈງວ່າ: ລັດຖະບານ ຈະສຸມໃສ່ພັດທະນາຫລາຍຂົງເຂດ ສຳຄັນ ເປັນຕົ້ນ ຈະສຸມໃສ່ປັບປຸງ ແລະ ພັດທະນາຂົງເຂດ ການເງິນ-ເງິນຕາ ເພື່ອກ້າວໄປສູ່ການເພິ່ງຕົນເອງ ກຸ້ມຕົນເອງທາງດ້ານງົບປະມານ ໂດຍຈະສູ້ຊົນຈັດເກັບລາຍຮັບໃຫ້ໄດ້ເພີ່ມຂຶ້ນ ຕາມຄຳຂັວນ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ມີສ່ວນສະສົມ ເພື່ອຊຳລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງລາຍຮັບໄປສູ່ທັນສະໄໝ” ແນໃສ່ຫລຸດຜ່ອນ ການເພິ່ງພາການກູ້ຢືມ ຈາກຕ່າງປະເທດ ໂດຍຫັນມານຳໃຊ້ແຫລ່ງທຶນ ຈາກພາຍໃນເປັນຕົ້ນຕໍ ເຊິ່ງໄລຍະ 3 ປີຜ່ານມາ ເຫັນໄດ້ວ່າ ການເກັບລາຍຮັບມີການເພີ່ມຂຶ້ນ ແລະ ເກີນແຜນຢ່າງຕໍ່ເນື່ອງ ແລະ ຄາດວ່າປີ 2024 ຈະເກີນແຜນເປັນປີ ທີ່ 4 ຕິດຕໍ່ກັນ, ແຕ່ເຖິງຢ່າງໃດກໍຕາມ ໃນສະເພາະໜ້ານີ້, ລັດຖະບານ ກໍຈະໄດ້ສືບຕໍ່ສຸມໃສ່ປະຕິບັດ ບັນດາມາດຕະການ ດ້ານງົບປະມານ, ທິດທາງ, ແຜນການ ແລະ ວິທີການຕ່າງໆ ເພື່ອສູ້ຊົນຂະຫຍາຍລາຍຮັບງົບປະມານ ໃນປີຕໍ່ໜ້າຕື່ມອີກ. ພ້ອມນີ້, ລັດຖະບານ ຍັງຈະສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນ ສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອໃຫ້ສາມາດກຸ້ມຕົນເອງ ທາງດ້ານສະບຽງອາຫານ ໂດຍສະເພາະຜະລິດເຂົ້າກິນ, ຜະລິດພືດສະບຽງອາຫານ ແລະ ຊີ້ນ, ປາ, ໄຂ່ ໃຫ້ກຸ້ມການບໍລິໂພກ ຢູ່ພາຍໃນ ເພື່ອຫລຸດຜ່ອນການນໍາເຂົ້າ ຫລື ເອີ້ນວ່າດຸ່ນດ່ຽງ ການນຳເຂົ້າ-ສົ່ງອອກ. ໃນຕໍ່ໜ້າ, ລັດຖະບານ ຈະໄດ້ສືບຕໍ່ສຸມໃສ່ ກຳນົດພື້ນທີ່ຈຸດສຸມການປູກ, ການລ້ຽງ ແລະ ຊຸກຍູ້ຂະບວນການປຸງແຕ່ງພາຍໃນ ໃຫ້ເຂັ້ມແຂງຂຶ້ນ ໂດຍສະເພາະ ການຜະລິດເຂົ້າ ແມ່ນຈະໄດ້ສະຫງວນຮັກສາ ພື້ນທີ່ຜະລິດນາເຂົ້າ ບ່ອນທີ່ມີລະບົບ ຊົນລະປະທານ ແລ້ວນັ້ນ ເພື່ອຈຳກັດການຫັນປ່ຽນເປົ້າໝາຍ ນໍາໃຊ້ທີ່ດິນກະສິກຳ; ຈະສູ້ຊົນໃຫ້ກຸ້ມຕົນເອງທາງດ້ານປັດໃຈ ການຜະລິດກະສິກໍາ ໂດຍສະເພາະ ແມ່ນແນວພັນສັດ ແລະ ອາຫານສັດ, ແນວພັນພືດ, ຝຸ່ນ, ປຸ໋ຍ ແລະ ອື່ນໆ.

ພ້ອມກັນນັ້ນ, ລັດຖະບານ ຍັງຈະໄດ້ສືບຕໍ່ສຸມໃສ່ພັດທະນາ ດ້ານພະລັງງານໄຟຟ້າ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອໃຫ້ສາມາດກຸ້ມຕົນເອງ ດ້ານພະລັງງານໄຟຟ້າ ເຊິ່ງໄລຍະຜ່ານມາ, ເຖິງວ່າປະເທດເຮົາ ສາມາດຜະລິດໄຟຟ້າໄດ້ຫລາຍ ແລະ ສົ່ງອອກຂາຍໃຫ້ຕ່າງປະເທດ, ແຕ່ກໍຍັງມີການນຳເຂົ້າໄຟຟ້າ ເພື່ອສະໜອງພາຍໃນ ເນື່ອງຈາກລະບົບສາຍສົ່ງ ເພື່ອລຳລຽງກະແສໄຟ ຢູ່ພາຍໃນປະເທດ ຍັງບໍ່ທັນເຊື່ອມຈອດກັນ. ສະນັ້ນ, ລັດຖະບານ ຈະສືບຕໍ່ປະຕິບັດມາດຕະການແກ້ໄຂເລັ່ງດ່ວນ ແລະ ມາດຕະການ ແກ້ໄຂໃນໄລຍະກາງ ໂດຍສະເພາະ ແມ່ນຈະເລັ່ງຊຸກຍູ້ ໂຄງການຜະລິດໄຟຟ້າພະລັງງານລົມ, ພະລັງງານແສງຕາເວັນ ຕາມທ່າແຮງທີ່ເຮົາມີ. ນອກນີ້, ຈະສືບຕໍ່ກວດກາຄືນ ບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວ ຖ້າບໍ່ມີຄວາມຄືບໜ້າ ຫລື ບໍ່ມີປະສິດທິຜົນ ກໍຈະມີການຖອນໂຄງການຄືນ ເພື່ອມອບໃຫ້ຜູ້ລົງທຶນອື່ນ ທີ່ມີຄວາມຕັ້ງໃຈ ແລະ ມີຄວາມສາມາດ ໄດ້ສືບຕໍ່ຈັດຕັ້ງປະຕິບັດ; ຈະສືບຕໍ່ສຸມໃສ່ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດຕົວຈິງ ຢ່າງເຂັ້ມງວດ ເພື່ອຮັບປະກັນການສະໜອງໄຟຟ້າ ໃຫ້ພຽງພໍກັບ ຄວາມຕ້ອງການຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍ ໃຫ້ໄດ້ຕາມສັນຍາທີ່ກໍານົດໄວ້; ຈະສ້າງຄວາມເຂັ້ມແຂງ ແລະ ຄວາມໝັ້ນຄົງທາງດ້ານນໍ້າມັນເຊື້ອໄຟ, ເນື່ອງຈາກວ່າປະເທດເຮົາ ຍັງບໍ່ມີແຫລ່ງນໍ້າມັນດິບ ແລະ ໂຮງກັ່ນນໍ້າມັນເທື່ອ, ຈຶ່ງຕ້ອງອາໄສການນຳເຂົ້າ ມາຈາກຕ່າງປະເທດ 100%. ສະນັ້ນ, ເພື່ອສ້າງຄວາມໝັ້ນຄົງ ທາງດ້ານນໍ້າມັນເຊື້ອໄຟ ລັດຖະບານ ຈະສຸມໃສ່ສ້າງຄັງແຮສໍາຮອງນໍ້າມັນ ດ້ວຍການສຸມໃສ່ສ້າງສາງເກັບນ້ຳມັນ ແລະ ປັດຈຸບັນ ກຳລັງຄົ້ນຄວ້າຍຸດທະສາດ ທາງດ້ານນໍ້າມັນເຊື້ອໄຟຄືນໃໝ່ ໂດຍສະເພາະ ການສ້າງທໍ່ສົ່ງນໍ້າມັນ, ການສ້າງໂຮງກັ່ນນໍ້າມັນ ແລະ ອື່ນໆ.

ນອກນີ້, ລັດຖະບານ ຈະສຸມໃສ່ສ້າງຄວາມເຂັ້ມແຂງ ໃຫ້ຜູ້ປະກອບການພາຍໃນ ເພື່ອເປັນຕ່ອງໂສ້ສະໜອງ ວັດຖຸດິບໃຫ້ແກ່ໂຮງງານອຸດສາຫະກຳ ເນື່ອງຈາກວ່າ ປັດຈຸບັນ ບັນດາໂຮງງານອຸດສະຫະກຳ ສ່ວນຫລາຍ ແມ່ນນຳເຂົ້າວັດຖຸດິບ ຈາກຕ່າງປະເທດ (ນັບທັງໂຮງງານຕັດຍິບ ກໍນຳເຂົ້າແຜ່ນແພ, ເສັ້ນດ້າຍ, ໂຮງງານຊັນເປເປີ ກໍຍັງນຳເຂົ້າໄມ້ວິກຈາກຕ່າງປະເທດ).

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top