ສປປ ລາວ ແລະ ຮົງກາລີ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

15/06/2024 12:54
Email Print 504
ຂປລ ຂປລ. ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ທ່ານ ສະເຫລີມໄຊ ກົມມະສິດ ​ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍ​​ຄະ​ນະ​ ໄດ້ເດີນ​ທາງມາ​​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ



ຂປລ. ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ທ່ານ ສະເຫລີມໄຊ ກົມມະສິດ ​ຮອງນາຍົກລັດຖະມົນຕີ
, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ພ້ອມດ້ວຍ​​ຄະ​ນະ​ ໄດ້ເດີນ​ທາງມາ​​ຢ້ຽມ​ຢາມ ສປປ ລາວ ​ຢ່າ​ງ​ເປັນ​ທາງ​ການ, ໃນວັນທີ 13-14 ມິຖຸນາ 2024 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ເປັນມູນເຊື້ອອັນດີງາມມາແຕ່ດົນນານ, ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາລີ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ.



ໃນວັນທີ 14 ມິຖຸນາ 2024
, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ, ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຂອງ ທ່ານລັດຖະມົນຕີ ປີເຕີ ຊີຢາໂຕ ເຊິ່ງເປັນຂີດໝາຍສຳຄັນ ໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ກໍຄື ການຮ່ວມມືຂອງສອງກະຊວງການຕ່າງປະເທດ ລາວ-ຮົງກາລີ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ຂອງການນຳສອງປະເທດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ເປັນຮູບປະທຳຍິ່ງຂຶ້ນ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນສະໜິດແໜ້ນ ລະຫວ່າງ ລາວ-ຮົງກາລີ ຄົບຮອບ 62 ປີ (12 ກັນຍາ 1962) ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ ບົນພື້ນຖານ ການເປັນຄູ່ຮ່ວມມືຍຸດທະສາດ, ຄວາມເຂົ້າອົກເຂົ້າໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຊ່ວຍ​ເຫລືອເຊິ່ງກັນ ແລະ ກັນ ເຊິ່ງສະແດງອອກໃນການພົບປະ, ການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນຳຂັ້ນສູງຂອງສອງປະເທດ ແລະ ໃຫ້ ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະກັນ ຢ່າງເປັນປົກກະຕິ; ອັນທີ່ພົ້ນເດັ່ນ, ຝ່າຍລາວ ໄດ້ເປີດສະຖານເອກອັກຄະລັດຖະທູດຂອງຕົນ ປະຈໍາ ຮົງກາລີ ຄືນໃໝ່ໃນປີ 2022 ເຊິ່ງຖືເປັນນິມິດໝາຍອັນສໍາຄັນ ໃຫ້ແກ່ການຮ່ວມມືກັນ ແລະ ກັນ. ໃນໂອກາດຢ້ຽມຢາມ ສປປ ລາວ ຂອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮົງກາລີ ຄັ້ງນີ້, ຈະໄດ້ມີການເປີດສະຖານ ເອກອັກຄະລັດຖະທູດ ຮົງກາລີ ປະຈໍາ ສປປ ລາວ ຄືນໃໝ່ ຢ່າງເປັນທາງການ ທີ່ ນະຄອນຫລວງວຽງຈັນ ເຊິ່ງສອງຝ່າຍກໍຈະໄດ້ ເຂົ້າຮ່ວມພິທີດັ່ງກ່າວ, ທັງໝົດນີ້ ໄດ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງຫວັງຂອງ ສອງລັດຖະບານ ລາວ-ຮົງກາລີ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ສອງຝ່າຍ ໃຫ້ກ້າວຂຶ້ນສູ່ລະດັບໃໜ່ໃນອະນາຄົດ.



ສຳລັບທິດທາງໃນຕໍ່ຫນ້າ
, ສອງຝ່າຍ ຈະສືບຕໍ່ໃຫ້ມີການພົບປະແລກປ່ຽນ ຂອງການນຳຂັ້ນສູງສອງປະເທດ ຢ່າງເປັນປົກກະຕິ, ຊຸກຍູ້ການໄປມາຫາສູ່ກັນ ລະຫວ່າງປະຊາຊົນດ້ວຍກັນ ເພື່ອສົ່ງເສີມຂະແໜງການທ່ອງທ່ຽວ ລາວ-ຮົງກາລີ, ສືບຕໍ່ແລກປ່ຽນບົດຮຽນ ແລະ ການຈັດຝຶກອົບຮົມ ລະຫວ່າງ ນັກການທູດໜຸ່ມນ້ອຍນຳກັນ, ຊຸກຍູ້ໃຫ້ ຄະນະປະສານງານຮ່ວມ ລາວ-ຮົງກາລີ ສືບຕໍ່ຕິດຕາມຊຸກຍູ້ ການຈັດຕັ້ງປະຕິບັດໂຄງການ ເງິນກູ້ຢືມແບບມີເງື່ອນໄຂບໍ່ມີດອກເບ້ຍ ໄລຍະ 3 ຄື: ໂຄງການພັດທະນາ ໂຄງລ່າງພື້ນຖານ ກະສິກໍາ; ໂຄງການຄຸ້ມຄອງພົນລະເມືອງທັນສະໄໜ  ແລະ ໂຄງການບໍາບັດນໍ້າເປື້ອນແບບລວມສູນ ນະຄອນຫລວງວຽງຈັນ ເພື່ອໃຫ້ປະສົບຜົນສໍາເລັດ ຕາມແຜນທີ່ກໍານົດໄວ້. ນອກຈາກນັ້ນ, ກໍຈະເພີ່ມທະວີການຮ່ວມມືກັນ ໃນຂະແໜງການອື່ນໆ ທີ່ສອງຝ່າຍ ມີທ່າແຮງ ເຊັ່ນ: ການຮ່ວມມືດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ການສຶກສາ ແລະ ອື່ນໆ. ໃນນັ້ນ, ຝ່າຍ ຮົງກາລີ ສະແດງຄວາມຍິນດີຈະສືບຕໍ່ຊ່ວຍເຫລືອ ໃນການພັດທະນາ ຊັບພະຍາກອນມະນຸດ ໃຫ້ແກ່ຝ່າຍລາວ, ປັດຈຸບັນ ແມ່ນໄດ້ສະໜອງທຶນ ການສຶກສາແກ່ ສປປ ລາວ ຈຳນວນ 150 ທຶນຕໍ່ປີ. ພ້ອມດຽວກັນນີ້, ສອງຝ່າຍ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫລາຍຝ່າຍ ເປັນຕົ້ນ ການຮ່ວມມືໃນຂອບ ສປຊ, ອາຊຽນ-ຮົງກາລີ ແລະ ອາຊຽນ-ອີຢູ. ນອກນັ້ນ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບ ການໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອຂອງ ລັດຖະບານ ແລະ ປະຊາຊົນ ຮົງກາລີ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນ ອັນສຳຄັນເຂົ້າໃນ ການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ. ໃນຂະນະດຽວກັນ, ຝ່າຍ ຮົງກາລີ ກໍໄດ້ສະແດງຄວາມຍິນດີ ຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ຂອງຕົນປະສານສົມທົບກັບຝ່າຍລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍ ບັນດາຂໍ້ຕົກລົງສອງຝ່າຍ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນສູງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງປະເທດ ລາວ-ຮົງກາລີ ແລະ ຮົງກາລີ-ລາວ.

ໃນການມາຢ້ຽມຢາມຄັ້ງນີ້, ສອງຝ່າຍ ກໍໄດ້ຮ່ວມກັນລົງນາມໃນ ສັນຍາຂອບການຮ່ວມມື ທາງດ້ານການເງິນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຮົງກາລີສະບັບໃໝ່ ເພື່ອສືບຕໍ່ນໍາໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດວຽກ ກໍ່ສ້າງລະບົບບໍາບັດ ນໍ້າເປື້້ອນຂອງ ນະຄອນຫລວງວຽງຈັນ. ພ້ອມນີ້, ສອງຝ່າຍ ກໍໄດ້ຮ່ວມກັນຖະແຫລງຂ່າວ ຕໍ່ບັນດາສື່ມວນຊົນ ລາວ ແລະ ຮົງກາລີ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ການເປັນປະ ທານອາຊຽນຂອງ ສປປ ລາວ ແລະ ການເປັນປະທານໝູນວຽນ ອີຢູ ຂອງ ຮົງກາຣີ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

KPL

ຂ່າວອື່ນໆ

ads
ads

Top