ສປຈີນ ຈັດສັນບ້ວງເງິນຟື້ນຟູຖະໜົນທີ່ເສຍຫາຍ ຈາກນໍ້າຖ້ວມ ຫລາຍກວ່າ 100 ລ້ານຢວນ

25/06/2024 16:53
Email Print 280
ຂປລ ເມື່ອບໍ່ດົນມານີ້ ກະຊວງ ການເງິນ ຂອງ ຈີນ ໄດ້ຈັດສັນ ບ້ວງເງິນປະມານ 105 ລ້ານຢວນ ເພື່ອສະໜັບ ສະໜູນ ການຟື້ນຟູ ຖະໜົນ ສາຍຕ່າງໆ ທີ່ ເປ່ເພເສຍຫາຍ ຈາກ ອຸທົກກະໄພ ໂດຍດ່ວນ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ກະຊວງ ການເງິນ ຂອງ ຈີນ ໄດ້ຈັດສັນ ບ້ວງເງິນປະມານ 105 ລ້ານຢວນ ເພື່ອສະໜັບ ສະໜູນ ການຟື້ນຟູ ຖະໜົນ ສາຍຕ່າງໆ ທີ່ ເປ່ເພເສຍຫາຍ ຈາກ ອຸທົກກະໄພ ໂດຍດ່ວນ.

ໂດຍງົບປະມານນີ້ ຈະນຳໃຊ້ ເຂົ້າໃນ ການຟື້ນຟູ ຖະໜົນ ສາຍຕ່າງໆ ທີ່ເສຍຫາຍ ຈາກ ອຸທົກກະໄພ ຢູ່ໃນແຂວງ ກວາງຕົງ, ກວາງຊີ, ເຈີຈຽງ, ຝູຈຽນ, ຈຽງຊີ, ຫູຫນານ ແລະ ກຸ້ຍໂຈວ ພ້ອມທັງ ຮັບຮອງ ຄວາມປອດໄພ ທາງດ້ານການຈາລະຈອນ ໃນລະດູຝົນ ນໍ້າຖ້ວມອີກດ້ວຍ. ປັດຈຸບັນ, ຫລາຍພື້ນທີ່ ທາງພາກໃຕ້ ຂອງ ຈີນ ໄດ້ຜະເຊີນກັບ ຝົນຕົກໜັກ ຢ່າງຕໍ່ເນື່ອງ  ຊຶ່ງ ສ້າງຄວາມ ເສຍຫາຍ ໃຫ້ແກ່ ຖະໜົນ ແລະ ສິ່ງກໍ່ສ້າງຕ່າງໆ ພ້ອມທັງ ການນໍາໄປສູ່ ການໄດ້ຮັບບາດເຈັບ ແລະ ເສຍຊີວິດ. /

KPL

ຂ່າວອື່ນໆ

ads
ads

Top