ກຳປູເຈຍ-ອົງການ ອະນາໄມໂລກ ຍົກລະດັບຄວາມຮ່ວມມື ດ້ານສາທາລະນະສຸກ

25/06/2024 16:53
Email Print 190
ຂປລ ກະຊວງການ ຕ່າງປະເທດ ຂອງ ກຳປູເຈຍ ລາຍງານວ່າ: ກຳປູເຈຍ ແລະ ອົງການອະນາໄມໂລກ (WHO) ໄດ້ຍົກລະດັບ ຄວາມຮ່ວມມື ດ້ານສາທາ ລະນະສຸກເພີ່ມຂຶ້ນ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງການ ຕ່າງປະເທດ ຂອງ ກຳປູເຈຍ ລາຍງານວ່າ: ກຳປູເຈຍ ແລະ ອົງການອະນາໄມໂລກ (WHO) ໄດ້ຍົກລະດັບ ຄວາມຮ່ວມມື ດ້ານສາທາ ລະນະສຸກເພີ່ມຂຶ້ນ. ໂດຍ ທ່ານ ຊົກ ເຈນດາ ສຸເພຍ ຮອງນາຍົກ ລັດຖະມົນຕີ ກຳປູເຈຍ ແລະ ລັດຖະມົນຕີ ກະຊວງ ດັ່ງກ່າວ ໄດ້ປະຊຸມ ຮ່ວມກັບ ທ່ານ ໄຊອາ ມາອູ ປິອູ ຄາລາ ຜູ້ອຳນວຍການ ປະຈຳ ພາກພື້ນ ປາຊີຟິກ ຕາເວັນຕົກ ຂອງອົງການດັ່ງກ່າວ ຢູ່ນະຄອນຫລວງ ພະນົມເປັນ . ທ່ານ ຊົກ ເຈນດາ ສຸເພຍ ໄດ້ຊົມເຊີຍ ອົງການນີ້ ທີ່ ພະຍາຍາມ ພັດທະນາ ສາທາລະນະສຸກ ທົ່ວໂລກ ພ້ອມກັນນັ້ນ ຍັງສະແດງ ຄວາມຂອບໃຈ ທີ່ ສະໜັບສະໜູນ ແລະ ສົ່ງເສີມ ສາທາລະນະສຸກ ຂອງ ກຳປູເຈຍ ຢ່າງຕໍ່ເນື່ອງ.

ທ່ານ ຊົກເຈນດາ ສຸເພຍ ກ່າວວ່າ ຈຸດປະສົງ ຕົ້ນຕໍ ຂອງ ກຳປູເຈຍ ແມ່ນການປັບປຸງ ລະບົບ ປະກັນສຸຂະພາບ , ການເສີມສ້າງ ສົມມານະ ການບໍລິການ ທາງການແພດ ຂັ້ນປະຖົມ ພູມມີ ຕາມ ສູນສຸຂະພາບ ແລະ ໂຮງໝໍ ສົ່ງຕໍ່ ຄົນເຈັບ ລະດັບເຂດ, ລວມເຖິງ ການປັບປຸງ ຄຸນນະພາບ ບໍລິການ ໂດຍ ກຳປູເຈຍ ຈະຂະຫຍາຍ ໄລຍະເວລາ ການຮ່ວມມື ກັບ ອົງການດັ່ງກ່າວ ເພື່ອຍົກລະດັບ ສຸຂະພາບ ແລະ ຄວາມເປັນຢູ່ ທີ່ດີ ຂອງ ປະຊາຊົນ ກຳປູເຈຍ.

ສ່ວນ ທ່ານ ໄຊອາ ມາອູ ປິອູ ຄາລາ ຄາດວ່າ ຈະເຮັດວຽກ ຮ່ວມກັບ ກຳປູເຈຍ ຕໍ່ໄປ, ໂດຍ ອົງການນີ້ ຈະສະໜັບສະໜູນ ກຳປູເຈຍ ຕາມຄວາມຈຳເປັນ, ໃນຂະນະດຽວກັນ ທ່ານ ຍັງສະເໜີ ຄວາມກ້າວໜ້າ ຂອງ ຍຸດທະສາດ ຄວາມຮ່ວມມື ລະດັບ ປະເທດ ກຳປູເຈຍ - ອົງການດັ່ງກ່າວ ໃນປີ 2024-2028 , ຊຶ່ງພວມ ຢູ່ໃນຂັ້ນຕອນຮ່າງແຜນງານ ຮອບສຸດທ້າຍ ອີກດ້ວຍ./

 

KPL

ຂ່າວອື່ນໆ

ads
ads

Top