ສປຈີນ ລົງທຶນ ຢູ່ຕ່າງປະເທດ ບັນລຸ 6 ໝື່ນລ້ານໂດລາ

25/06/2024 16:55
Email Print 227
ຂປລ ເຈົ້າໜ້າທີ່ ກະຊວງ ການຄ້າ ຂອງ ຈີນ ລາຍງານວ່າ: ການລົງທຶນ ຢູ່ ຕ່າງປະເທດ ຂອງຈີນ ໄດ້ຂະຫຍາຍຕົວ ຢ່າງເຂັ້ມແຂງ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ຂອງປີນີ້

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,​ ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ກະຊວງ ການຄ້າ ຂອງ ຈີນ ລາຍງານວ່າ: ການລົງທຶນ ຢູ່ ຕ່າງປະເທດ ຂອງຈີນ ໄດ້ຂະຫຍາຍຕົວ ຢ່າງເຂັ້ມແຂງ ໃນໄລຍະເດືອນ ມັງກອນ-ເດືອນພືດສະພາ ຂອງປີນີ້, ຊຶ່ງ ສະແດງ ໃຫ້ເຫັນເຖິງ ການພັດທະນາ ທີ່ດີຂຶ້ນ  ໃນການຮ່ວມມື ລະຫວ່າງ ຈີນ ກັບ ຫຸ້ນສ່ວນ ທົ່ວໂລກ. ໂດຍມູນຄ່າ ການລົງທຶນ ໂດຍກົງ ຢູ່ ຕ່າງປະເທດ (ODI) ທີ່ບໍ່ແມ່ນ ການເງິນຂອງ ຈີນ ໃນໄລຍະ 5 ເດືອນ ທຳອິດຂອງປີນີ້ ລວມມີ 6,02 ໝື່ນລ້ານ ໂດລາ ສະຫະລັດ ເພີ່ມຂຶ້ນ 16,3% ເທື່ອທຽບ ໃສ່ປີຕໍ່ປີ.

ສ່ວນການຮ່ວມມື ລະຫວ່າງ ຈີນ ກັບ ກຸ່ມປະເທດ ຕາມແຜນລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ຍັງສືບຕໍ່ເຕີບໂຕຂຶ້ນ. ໂດຍສະເພາະ ການລົງທຶນ ໂດຍກົງ ຢູ່ຕ່າງປະເທດ ບັນລຸ 1,28 ໝື່ນລ້ານໂດລາ ສະຫລັດ, ເພີ່ມຂຶ້ນ 12,7% ເມື່ອທຽບໃສ່ ປີຕໍ່ປີ ແລະ ອື່ນໆ. /

KPL

ຂ່າວອື່ນໆ

ads
ads

Top