ທົດລອງການຂົນສົ່ງທາງບົກສາກົນ ອະນຸພາກພື້ນແມ່ນ້ຳຂອງ

25/06/2024 17:02
Email Print 179
ຂປລ ການທົດລອງ ການຂົນສົ່ງ ທາງບົກ ລະຫວ່າງ ປະເທດ ອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງ ສປ ຈີນ ເມື່ອບໍ່ດົນມານີ້

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ການທົດລອງ ການຂົນສົ່ງ ທາງບົກ ລະຫວ່າງ ປະເທດ ອະນຸພາກພື້ນ ແມ່ນ້ຳຂອງ ໄດ້ເລີ່ມດຳເນີນ ຢູ່ນະຄອນຄຸນໝິງ ແຂວງຢຸນນານ ຂອງ ສປ ຈີນ ເມື່ອບໍ່ດົນມານີ້, ຂະບວນລົດ ທີ່ປະກອບດ້ວຍ ລົດບັນທຸກ 5 ຄັນ ແລະ ລົດໂດຍສານ 2 ຄັນ ໄດ້ເດີນທາງອອກຈາກ ນະຄອນຄຸນໝິງ ແລະ ອອກເມືອງ ຜ່ານດ່ານ ທາງຫລວງບໍ່ຫານ, ຜ່ານ ສປປ ລາວ ແລະ ໄທ, ໄປຮອດ ນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ ເປັນປາຍທາງສຸດທ້າຍ. ທ່ານ ຫລີ ຢາງ, ຮອງລັດຖະມົນຕີ ກະຊວງ ຄົມມະນາຄົມ ແລະ ການຂົນສົ່ງຈີນ ໃຫ້ຮູ້ວ່າ: ການທົດລອງ ແລ່ນລົດຄັ້ງນີ້ ເປັນການຈັດຕັ້ງ ປະຕິບັດ ຄວາມເຫັນດີ ເຫັນພ້ອມ ຂອງຝ່າຍຕ່າງໆ ຂອງກອງປະຊຸມ ຄະນະ ກຳມະທິການຮ່ວມ ຄັ້ງທີ 8 ຂອງສັນຍາ ວ່າດ້ວຍ ການອຳນວຍ ຄວາມສະດວກ ດ້ານການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ ຂ້າມຊາຍແດນ ( ຫລືCBTA) ໃນເຂດ ອະນຸພາກພື້ນ ແມ່ນ້ຳຂອງ ແລະ ເປັນການຂົນສົ່ງ ຂ້າມຊາຍແດນ ຄັ້ງທຳອິດ ພາຍຫລັງ ເລີ່ມດຳເນີນ "ໝາກຜົນໄລຍະທໍາອິດ" ຂອງ CBTA ຄືນໃໝ່. ປັດຈຸບັນ, ທັງ 11 ສາຍ ໃນເຂດທີ່ກ່ຽວພັນກັບ “ໝາກຜົນ ໄລຍະທຳອິດ” ຂອງ CBTA ແມ່ນມີເງື່ອນໄຂ ແລ່ນລົດ ພ້ອມແລ້ວ, ລົດຂົນສົ່ງ ຜູ້ໂດຍສານ ແລະ ສິນຄ້າ ທີ່ມີໃບຮັບຮອງ ທີ່ກ່ຽວຂ້ອງ ສາມາດ ດໍາເນີນການ ຂົນສົ່ງ ຕາມສາຍຕ່າງໆ ດັ່ງກ່າວໄດ້ແລ້ວ. ຜູ້ຕາງໜ້າ ຈາກພາກສ່ວນ ຄຸ້ມຄອງ ຄົມມະນາຄົມ ແລະ ການຂົນສົ່ງ, ການທູດ, ການກວດກາ ຄົນເຂົ້າ-ອອກເມືອງ, ດ່ານພາສີ ແລະ ພາກສ່ວນອື່ນໆ ຈາກບັນດາປະເທດ ໃນອະນຸພາກພື້ນ ແມ່ນໍ້າຂອງ ຈະດໍາເນີນ ການສໍາຫລວດ ຄົ້ນຄວ້າ ໂດຍຕິດຕາມ ຂະບວນລົດ, ສຳຫລວດ ພື້ນຖານໂຄງລ່າງ ຕາມເສັ້ນທາງ ແລະ ສຶກສາ ຄົ້ນຄວ້າ ກ່ຽວກັບ ການຂະຫຍາຍ ແລະ ເພີ່ມເສັ້ນທາງອື່ນໆ ຕື່ມອີກ. ພາຍຫລັງ ທົດລອງ ການແລ່ນລົດແລ້ວ, ປະເທດຕ່າງໆ ຈະດຳເນີນການ ປະເມີນຜົນ ການປະຕິບັດ CBTA ຢ່າງເລິກເຊິ່ງ, ຄົ້ນຄວ້າ ແລະ ແກ້ໄຂບັນຫາ ທີ່ກະທົບເຖິງ ການອຳນວຍ ຄວາມສະດວກ ໃຫ້ແກ່ ການຂົນສົ່ງ ໃນພາກພື້ນ, ແລະ ຄົ້ນຄວ້າ ການຂະຫຍາຍຕາໜ່າງ CBTA ຕື່ມອີກ,  ຮ່ວມກັນຊຸກຍູ້ ການຂົນສົ່ງ ຕາມທາງຫລວງ ສາກົນ ໃນພາກພື້ນນີ້ ໃຫ້ດຳເນີນໄດ້ ຢ່າງເປັນປະຈຳ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top