ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງໂຄງການສຳຫລວດດວງຈັນ “ສາງເອີ 6”

25/06/2024 17:02
Email Print 425
ຂປລ ຍານກັບຄືນສູ່ໂລກ ຂອງຍານອະວະກາດ “ສາງເອີ 6” ໄດ້ນຳເອົາ ຕົວຢ່າງ ດວງຈັນ ທີ່ຂຸດເຈາະມາ ຈາກເບື້ອງ ຫລັງ ຂອງດວງຈັນ ລົງຈອດ ຢູ່ເຂດ ທີ່ກຳນົດໄວ້ ຢ່າງປອດໄພດີ.

ຂປລ. ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 25 ມິຖຸນານີ້, ຍານກັບຄືນສູ່ໂລກ ຂອງຍານອະວະກາດ “ສາງເອີ 6” ໄດ້ນຳເອົາ ຕົວຢ່າງ ດວງຈັນ ທີ່ຂຸດເຈາະມາ ຈາກເບື້ອງຫລັງ ຂອງດວງຈັນ ລົງຈອດ ຢູ່ເຂດ ທີ່ກຳນົດໄວ້ ຢ່າງປອດໄພດີ. ທ່ານສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ໄດ້ສົ່ງສານ ຊົມເຊີຍ, ໂດຍຕາງໜ້າໃຫ້ ສູນກາງພັກ, ລັດຖະບານ ແລະ ຄະນະກຳມະການ ການທະຫານ ສູນກາງຈີນ ໄດ້ສະແດງ ຄວາມຊົມເຊີຍ ເປັນຢ່າງຍິ່ງ ແລະ ຄວາມຢື້ຢາມ ຖາມຂ່າວ ຢ່າງຈິງໃຈ ໄປເຖິງ ກອງບັນຊາການ ໂຄງການ ສຳຫລວດ ດວງຈັນ “ສາງເອີ 6” ພ້ອມດ້ວຍ ບັນດາ ສະຫາຍ ທີ່ເຂົ້າຮ່ວມ ພາລະກິດດັ່ງກ່າວ. ເນື້ອໃນ ສານຊົມເຊີຍ ຂອງທ່ານ ສີ ຈິ້ນຜິງ ລະບຸວ່າ: “ສາງເອີ 6” ໄດ້ເກັບເອົາ ຕົວຢ່າງ ດວງຈັນ ຈາກເບື້ອງຫລັງ ຂອງດວງຈັນແລ້ວ ກັບຄືນສູ່ໂລກ ເປັນຄັ້ງທຳອິດ ໃນປະຫວັດສາດ ຂອງມວນມະນຸດ, ເປັນຜົນງານ ທີ່ມີລັກສະນະ ເປັນຂີດໝາຍ ອີກຢ່າງໜຶ່ງ ຂອງ ສປ ຈີນ ໃນການສ້າງສາ ປະເທດ ໃຫ້ເຂັ້ມແຂງ ດ້ານການບິນ ອະວະກາດ ແລະ ວິທະຍາສາດ ເຕັກນິກ. ໃນໄລຍະ 20 ປີຜ່ານມາ, ບັນດາສະຫາຍ ທີ່ເຂົ້າຮ່ວມ ການຄົ້ນຄວ້າ ພັດທະນາ ຂອງໂຄງການສຳຫລວດ ດວງຈັນ ໄດ້ເສີມຂະຫຍາຍ ຈິດໃຈ ສຳຫລວດດວງຈັນ, ປິນຂຶ້ນສູ່ ຈອມພູສູງ ແຫ່ງວິທະຍາສາດ ເຕັກນິກ ຢ່າງກ້າຫານ, ໄດ້ຮັບຜົນສຳເລັດ ອັນຍິ່ງໃຫຍ່ ທີ່ເຫັນໄດ້ ຢ່າງປະຈັກຕາ ຂອງຊາວໂລກ, ໄດ້ບຸກເບີກ ເສັ້ນທາງ ສຳຫລວດດວງຈັນ ທີ່ມີຄຸນນະພາບສູງ ແລະ ປະສິດທິຜົນສູງ. ການປະກອບສ່ວນ ອັນພົ້ນເດັ່ນ ຂອງບັນດາ ສະຫາຍ, ປະເທດຊາດ ແລະ ປະຊາຊົນ ຈະຈື່ຈຳ ຕະຫລອດໄປ. ເນື້ອໃນສານຊົມເຊີຍ ຍັງລະບຸ ຕື່ມວ່າ: ຫວັງວ່າ ພວກສະຫາຍ ຈະສຸມຄວາມພະຍາຍາມຕໍ່ໄປ, ສຸມໃສ່ ການຄົ້ນຄວ້າ ຕົວຢ່າງດວງຈັນ, ສືບຕໍ່ ປະຕິບັດ ໂຄງການ ສຳຄັນ ດ້ານການບິນ ອະວະກາດ ເຊິ່ງລວມທັງ ການສຳຫລວດ ອະວະກາດ ຊັ້ນນອກ, ເພີ່ມທະວີ ການແລກປ່ຽນ ແລະ ການຮ່ວມມື ສາກົນ, ກ້າວໄປ ສູ່ເປົ້າໝາຍ ທີ່ສ້າງປະເທດ ໃຫ້ເຂັ້ມແຂງ ດ້ານການບິນ ອະວະກາດ ຢ່າງກ້າຫານ, ສ້າງຜົນງານໃໝ່ ຕື່ມອີກ ໃນການຄົ້ນຄວ້າ ຄວາມລັບ ຂອງຈັກກະວານ ແລະ ເພີ່ມພູນຄູນ ສ້າງຜົນປະໂຫຍດ ຂອງມວນມະນຸດ, ປະກອບ ສ່ວນອັນໃໝ່ ເຂົ້າໃນການຊຸກຍູ້ ພາລະກິດ ການສ້າງ ປະເທດຊາດ ໃຫ້ເຂັ້ມແຂງ ແລະ ຟື້ນຟູ ຄວາມຈະເລີນ ຮຸ່ງເຮືອງ ອັນຍິ່ງໃຫຍ່ ຂອງປະຊາຊົນຈີນ ຢ່າງຮອບດ້ານ ດ້ວຍຄວາມທັນສະໄໝ ແບບຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top