ສປ ຈີນ-ສສ ຫວຽດນາມ ຮັດແໜ້ນຄວາມສຳພັນ-ການຮ່ວມມືຫລາຍດ້ານ

26/06/2024 13:33
Email Print 127
ຂປລ ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ທ່ານ ຟ້າມມິ່ງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢູ່ນະຄອນຕ້າຫລຽນ ຂອງ ສປ ຈີນ ເພື່ອຮັກແໜ້ນ ຄວາມສຳພັນ ແລະ ການຮ່ວມມື ຫລາຍດ້ານ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ທ່ານ ຟ້າມມິ່ງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຢູ່ນະຄອນຕ້າຫລຽນ ຂອງ ສປ ຈີນ ເພື່ອຮັກແໜ້ນ ຄວາມສຳພັນ ແລະ ການຮ່ວມມື ຫລາຍດ້ານ.ໃນໂອກາດນີ້ ທ່ານ ຫລີ ສຽງ ໄດ້ຍົກໃຫ້ເຫັນວ່າ: ສປ ຈີນ ຍິນດີຮ່ວມມືກັບ ສປ ຫວຽດນາມ ເພື່ອຍຶດໝັ້ນ ແລະ ກຳເອົາທິດທາງຊຸກຍູ້ ການສ້າງປະຊາຄົມ ຮ່ວມຊາຕາກຳ ຈີນ-ຫວຽດນາມ ໃຫ້ດີຂຶ້ນ, ຈັດການພົວພັນ ລະຫວ່າງ ສອງປະເທດ ເຂົ້າໃນຖານະ ບຸລິມະສິດ ຂອງວຽກງານ ການຕ່າງປະເທດ ຂອງປະເທດຕົນ ແລະ ສອງປະເທດ ຄວນນຳໃຊ້ ທ່າແຮງເສດຖະກິດ ຊ່ວຍຊູກັນ ໃຫ້ເຕັມທີ່, ເປີດກວ້າງ ຂະໜາດການຄ້າ ແລະ ການລົງທຶນ ຢ່າງບໍ່ຢຸດຢັ້ງ, ເພີ່ມການເຊື່ອມໂຍງເຊື່ອມຈອດກັນ ຕື່ມອີກ, ສືບຕໍ່ສ້າງຈຸດ ເຕີບໂຕໃໝ່ຕ່າງໆ ດ້ານການຮ່ວມມືເຊັ່ນ: ພະລັງງານໃໝ່, ເສດຖະກິດ ດີຈີຕອນ ແລະ ອື່ນໆ, ພະຍາຍາມ ໃຫ້ໄດ້ຮັບໝາກຜົນ ການຮ່ວມມື ທີ່ສ້າງຜົນປະໂຫຍດ ໃຫ້ແກ່ ປະຊາຊົນ ສອງປະເທດ ໃຫ້ຫລາຍກວ່າເກົ່າ.ຈາກນັ້ນ ທ່ານ ຟ້າມມິ່ງຈິງ ໄດ້ກ່າວວ່າ: ການເພີ່ມທະວີ ການຮ່ວມມື ບົນຈິດໃຈ ມິດຕະພາບ ຍາວນານຫວຽດນາມ-ຈີນ ແມ່ນຄວາມຮຽກຮ້ອງ ຕ້ອງການ ແບບພາວະວິໄສ, ທາງເລືອກ ດ້ານຍຸດທະສາດ ແລະ ຄວາມເປັນບຸລິມະສິດ ອັນດັບໜຶ່ງ ຂອງນະໂຍບາຍ ການຕ່າງປະເທດ ຂອງ ສສ ຫວຽດນາມ. ສສ ຫວຽດນາມ ຍຶດໝັ້ນ ຫລັກການປະເທດ ຈີນດຽວ, ສະໜັບ ສະໜູນ ສປ ຈີນ ພັດທະນາ ໃຫ້ມີຄວາມເຂັ້ມແຂງ, ສະໜັບ ສະໜູນ ສປ ຈີນ ເຂົ້າຮ່ວມ ສັນຍາ ການພົວພັນ ຄູ່ຮ່ວມມື ຂ້າມມະຫາສະໝຸດ ປາຊີຟິກ ຢ່າງຮອບດ້ານ ແລະ ກ້າວໜ້າ, ຍິນດີຮ່ວມມືກັບ ສປ ຈີນ ເພື່ອຈັດຕັ້ງ ປະຕິບັດ ຄວາມຮັບຮູ້ ທີ່ເປັນ ເອກະພາບກັນ ອັນສຳຄັນ ຂອງການນຳສູງສຸດ ຂອງສອງພັກ ແລະ ສອງລັດ, ລົງເລິກ ການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການສ້າງ ປະຊາຄົມຮ່ວມຊາຕາກຳ ຫວຽດນາມ-ຈີນ ໃຫ້ໄດ້ຮັບ ໝາກຜົນ ອັນອຸດົມ ສົມບູນ ກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top