ເປີດກອງປະຊຸມເວທີປຶກສາຫາລືດາໂວສລະດູຮ້ອນ 2024

26/06/2024 13:46
Email Print 135
ຂປລ ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ພິທີເປີດ ກອງປະຊຸມ ເວທີປຶກສາຫາລື ດາໂວສ ລະດູຮ້ອນ 2024

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 25 ມິຖຸນານີ້ ຢູ່ນະຄອນ ຕ້າຫລຽນ ຂອງ ສປ ຈີນ, ທ່ານ ຫລີ ສຽງ, ນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ພິທີເປີດ ກອງປະຊຸມ ເວທີປຶກສາຫາລື ດາໂວສ ລະດູຮ້ອນ 2024 ໃນໂອກາດນີ້ ທ່ານ ຫລີ ສຽງ ໄດ້ກ່າວຄຳປາໄສວ່າ: ປັດຈຸບັນ, ການປ່ຽນແປງ ຢ່າງໃຫຍ່ຫລວງ ຂອງໂລກ ທີ່ບໍ່ເຄີຍມີ ມາກ່ອນ ໃນຮອບຮ້ອຍປີ ພວມເລັ່ງຜັນແປ, ການພັດທະນາ ຂອງເສດຖະກິດໂລກ ໄດ້ຜະເຊີນກັບ ຈຸດສຳຄັນ ຢ່າງຍິ່ງ. ກອງປະຊຸມ ປະຈຳປີເທື່ອນີ້ ໄດ້ກຳນົດ ຫົວຂໍ້ວ່າແນວໜ້າໃໝ່ ຂອງການເຕີບໂຕ ໃນອະນາຄົດເຊິ່ງເປັນຫົວຂໍ້ ທີ່ມີຈຸດສຸມ ຕາມຄວາມຈິງ ເປັນຢ່າງຍິ່ງ ແລະ ຕ້ອງກຳໄດ້ທິດທາງໃຫຍ່ ຂອງການສ້າງເສດຖະກິດໂລກ ແບບເປີດກວ້າງ ຢ່າງສະເໝີຕົ້ນ ສະເໝີປາຍ, ບຸກເບີກ ແລະ ພັດທະນາ ເສດຖະກິດ ໃຫ້ຂະຫຍາຍຕົວ ຢ່າງກວ້າງຂວາງ ໃນອະນາຄົດ, ຮ່ວມກັນສ້າງພື້ນທີ່ ການພັດທະນາ ອັນໃໝ່. ໜຶ່ງແມ່ນລົງເລິກ ການແລກປ່ຽນ ແລະ ຮ່ວມມື ດ້ານວິທະຍາສາດ ເຕັກນິກ, ສ້າງສະພາບ ແວດລ້ອມ ທີ່ເປີດກວ້າງ, ຍຸຕິທຳ ແລະ ບໍ່ມີການຈຳແນກ ໃຫ້ແກ່ ການປະດິດສ້າງໃໝ່ ດ້ານວິທະຍາສາດ ເຕັກນິກ ບົນພື້ນຖານ ການປົກປັກຮັກສາ ຊັບສິນ ທາງປັນຍາ. ສອງແມ່ນສ້າງພື້ນຖານ ການພັດທະນາ ສີຂຽວ ໃຫ້ໜັກແໜ້ນ, ປະຕິບັດໜ້າທີ່ ຂອງຕົນດ້ານການຫລຸດການປ່ອຍ ກາກບອນ ດີອົກຊິດ ໃຫ້ດີ, ຮ່ວມກັນ ຊຸກຍູ້ການພັດທະນາ ອຸດສາຫະກຳ ສີຂຽວ ກາກບອນຕ່ຳ. ສາມແມ່ນຮັກສາ ສະພາບແວດລ້ອມ ຂອງຕະຫລາດ ທີ່ເປີດກວ້າງ, ເປີດອົກເປີດໃຈ, ປະສານງານກັນ ຢ່າງແໜ້ນແຟ້ນ, ປະລະການເປັນປໍລະປັກກັນ ລະຫວ່າງ ກຸ່ມກ້ອນ, ຄັດຄ້ານ ການຕັດສາຍ ພົວພັນກັນ ທາງດ້ານເສດຖະກິດ ການຄ້າ, ຮັກສາ ໃຫ້ຕ່ອງໂສ້ ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ ມີຄວາມໝັ້ນທ່ຽງ ແລະ ໂລ່ງລ່ຽນດີ, ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນ ມີເສລີພາບ ແລະ ສະດວກຍິ່ງຂຶ້ນ, ຊີ້ນຳ ແລະ ຊຸກຍູ້ໃຫ້ຂະບວນການໂລ ກາພິວັດ ໄດ້ພັດທະນາ ໄປຢ່າງປອດໃສ. ສີ່ແມ່ນຊຸກຍູ້ ການພັດທະນາ ແບບກວມລວມ ແລະ ຊ່ວຍເຫລືອເກື້ອກູນກັນ, ວາງແຜນ ເປັນເອກະພາບກັນ ດ້ານການພັດທະນາ ກັບການບໍລິຫານ, ປັບປຸງກົດໝາຍ ແລະ ຂອບບໍລິຫານທີ່ ກ່ຽວຂ້ອງໃຫ້ສົມບູນ ຢ່າງທັນການ, ພະຍາຍາມ ບັນລຸການພັດທະນາ ທີ່ເອື້ອປະໂຫຍດ ເຖິງກັນ ຢ່າງກວ້າງຂວາງ ກວ່າເກົ່າ ແລະ ກວມລວມຫລາຍກວ່າເກົ່າ ເພື່ອເຮັດໃຫ້ ຜົນການປະດິດ ສ້າງໃໝ່ ສ້າງຄວາມຜາສຸກ ໃຫ້ແກ່ປະເທດ ແລະ ປະຊາຊົນ ໃນວົງກວ້າງ ກວ່າເກົ່າຕື່ມອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top