ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ອົງຄະນະພັກນະຄອນໂຮ່ຈີ່ມິງ ເຂົ້າຢ້ຽມຂໍ່ານັບ

13/09/2024 15:50
Email Print 473
ຂປລ ຂປລ. ຕອນແລງວັນທີ 12 ກັນຍາ 2024, ທີ່ ນະຄອນໂຮ່ຈີ່ມິນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີ່ມິງ ແລະ ຄະນະ ໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.

ຂປລ. ຕອນແລງວັນທີ 12 ກັນຍາ 2024, ທີ່ ນະຄອນໂຮ່ຈີ່ມິນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ວັນ ເນນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກນະຄອນໂຮ່ຈີ່ມິງ ແລະ ຄະນະ ໃນໂອກາດເດີນທາງຢ້ຽມ ຢາມລັດຖະກິດ ທີ່ ສສ ຫວຽດນາມ ໃນວັນທີ 10-13 ກັນຍາ 2024.

ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ມີໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງລາວ ຢ້ຽມ ຢາມນະຄອນໂຮ່ຈີ່ມິງ ໃນຄັ້ງນີ້ ເຊິ່ງເປັນນະຄອນທີ່ໃຫຍ່ທີ່ສຸດ ແລະ ມີການພັດທະນາ ທີ່ຈະເລີນທີ່ສຸດຂອງຫວຽດ ນາມ, ເປັນສູນກາງການຄ້າ, ເສດຖະກິດ, ການບັນເທີງ, ທັງເປັນສູນກາງທາງດ້ານການສຶກສາ ແລະ ວັດທະນະທໍາ-ສັງຄົມ ອັນດັບທີສອງຂອງຫວຽດນາມ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບຟັງ ການລາຍງານ ສະພາບການພັດທະນາ ເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນພາຍໃນນະຄອນໂຮ່ຈີ່ມິງ ແລະ ກໍໄດ້ແຈ້ງສະ ພາບການພົ້ນເດັ່ນໂດຍຫຍໍ້ພາຍໃນ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຕໍ່ບັນດາຜົນ ສໍາເລັດຫລາຍດ້ານ ທີ່ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນນະຄອນໂຮ່ຈີ່ມິງ ຍາດມາໄດ້ໃນການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ອົງຄະນະພັກ ນະຄອນໂຮ່ຈີ່ມິງ ຄັ້ງທີ XI ລວມທັງບັນດາໝາກຜົນ ຂອງການພົວພັນຮ່ວມມື ລະຫວ່າງນະຄອນໂຮ່ຈີ່ມິງ ກັບບັນ ດາແຂວງຂອງລາວ ເປັນຕົ້ນ ແຂວງຫລວງພະບາງ (ແຮກສ່ຽວ), ນະຄອນຫລວງວຽງຈັນ (ແຮກສ່ຽວ), ແຂວງຈໍາ ປາສັກ (ແຮກສ່ຽວ), ແຂວງອຸດົມໄຊ, ແຂວງຫົວພັນ ແລະ ແຂວງອັດຕະປື ໃນໄລຍະຜ່ານມາ.

ໃນຂະນະດຽວກັນ, ສະຫາຍ ເລຂາຄະນະພັກນະຄອນໂຮ່ຈີ່ມິງ ຫງວຽນ ວັນ ເນນ ກໍໄດ້ສະແດງຄວາມຍິນ ດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມນະຄອນໂຮ່ຈີ່ມິງ ຂອງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງເຈດຈໍາ ນົງອັນແຮງກ້າ ແລະ ແນວທາງອັນສະເໝີຕົ້ນ ສະເໝີປາຍຂອງສອງພັກ, ສອງລັດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ໝັ້ນຄົງຂະໜົງແກ່ນຕະຫລອດໄປ.

ໃນຕອນທ້າຍ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈຕໍ່ອົງຄະນະພັກ ແລະ ປະຊາຊົນນະຄອນໂຮ່ຈີມິນ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໂດຍສະເພາະ ບັນດາແຂວງຂອງລາວ ບໍ່ວ່າຈະເປັນການຊ່ວຍເຫລືອ ທາງດ້ານພື້ນຖານໂຄງລ່າງ, ການກໍ່ສ້າງຊັບພະຍາກອນມະນຸດ ແລະ ອື່ນໆ, ພ້ອມທັງໄດ້ສະເໜີ ໃຫ້ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍເຫລືອບັນດາທ້ອງຖິ່ນຂອງລາວ ໃນທຸກຂົງ ເຂດໃຫ້ຫລາຍຂຶ້ນຕື່ມ ໂດຍສະເພາະແມ່ນດ້ານການສຶກສາ, ການກໍ່ສ້າງຊັບພະຍາກອນມະນຸດ, ວັດທະນະທໍາສັງ ຄົມ, ການຄ້າ, ການລົງທຶນ ທີ່ສອງຝ່າຍມີທ່າແຮງບົ່ມຊ້ອນ, ພິເສດ ໃນໂອກາດປີທ່ອງທ່ຽວລາວ 2024 ນີ້ ກໍສະ ເໜີຊ່ວຍຊຸກຍູ້ພາກທຸລະກິດທ່ອງທ່ຽວຂອງ ນະຄອນໂຮ່ຈີ່ມິງ ຮ່ວມມືກັບພາກທຸລະກິດ ທ່ອງທ່ຽວຂອງລາວ ໃນ ການດຶງດູດ ແລະ ນໍາເອົານັກທ່ອງທ່ຽວ ແລກປ່ຽນຢ້ຽມຢາມ ສປປ ລາວ ໃຫ້ເພີ່ມຂຶ້ນ, ເພື່ອສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

ໃນໂອກາດຢ້ຽມຢາມນະຄອນໂຮ່ຈີ່ມິງ ຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ກໍໄດ້ໄປຢ້ຽມຢາມອະດີດການນໍາຂັ້ນສູງຂອງ ສສ  ຫວຽດນາມ ຄື: ສະຫາຍ ຫງວຽນ ມິງ ຈຽດ ແລະ ສະຫາຍ ເຈືອງ ເຕີ້ນ ຊາງ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ, ພ້ອມທັງໄດ້ໄປຢ້ຽມຢາມ ທ່າເຮືອຫໍມັງກອນ ແລະ ກໍໄດ້ເຂົ້າຮ່ວມພິທີລະດົມທຶນ ຊ່ວຍເຫລືອປະຊາ ຊົນທາງພາກເຫນືອຂອງຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກພະຍຸໝາຍເລກ 3 (Yaki) ທີ່ຈັດຂຶ້້ນໂດຍຄະນະ ກໍາມະການແນວໂຮມປະເທດຫວຽດນາມ ນະຄອນໂຮ່ຈີ່ມິງ, ຄະນະພັກນະຄອນໂຮ່ຈີ່ມິງ ແລະ ບັນດາອົງການຈັດ ຕັ້ງການເມືອງ-ສັງຄົມ ອີກດ້ວຍ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top