ຖະແຫລງການຮ່ວມ ລາວ-ຫວຽດນາມ

13/09/2024 19:38
Email Print 580
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024.




ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດນາມ
, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 10-13 ກັນຍາ 2024.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ເລຂາທິການໃຫ່ຍ, ປະທານປະເທດ ທອງລຸນ ສີສຸລິດ ໄດ້ພົບປະ ສອງຝ່າຍ ກັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ພົບປະກັບສະຫາຍ ຟ້າມ ມິງ ຈິງ ນາຍົກລັດ ຖະມົນຕີ, ສະຫາຍ ເຈິນ ແທັງ ເມີ້ນ ປະທານສະພາແຫ່ງຊາດ, ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ຄະນະກໍາມະ ການແນວ ໂຮມປະເທດຊາດຫວຽດນາມ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ, ຢ້ຽມຢາມອະດີດການນຳ ຂັ້ນສູງ ຂອງ ສສ ຫວຽດນາມ, ພົບປະກັບອະດີດທະຫານອາສາສະໝັກ, ຊ່ຽວຊານ, ນັກສຶກສາຫວຽດນາມ ຢູ່ ສປປ ລາວ, ຕົວແທນຄົນໄວໝຸ່ມຫວຽດນາມ ແລະ ນັກສຶກສາລາວທີ່ກຳລັງສຶກສາ ຢູ່ ສສ ຫວຽດນາມ, ວາງພວງມາລາ ທີ່ສຸສານນັກຮົບວິລະຊົນ ແລະ ສຸສານປະທານ ໂຮ່ຈີ່ມິງ, ພົບປະເຮັດວຽກກັບການນຳ ແລະ ຢ້ຽມ ຢາມ ບາງພື້ນຖານເສດຖະກິດ ແລະ ວັດທະນະທຳ, ປະຫວັດສາດ ຢູ່ ນະຄອນໂຮ່ຈີ່ມິງ.

ໃນທ່າມກາງບັນຍາກາດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອ ເຊື່ອໃຈກັນຢ່າງເລິກເຊິ່ງ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການພົ້ນເດັ່ນ ພາຍໃນຂອງແຕ່ລະພັກ, ແຕ່ ລະປະເທດ; ແລກປ່ຽນ ແລະ ເອກະພາບບັນດາທິດທາງ, ແນວທາງ ແລະ ມາດຕະການຕ່າງໆ ເພື່ອແນໃສ່ສືບຕໍ່ ເຮັດໃຫ້ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບ ການເພີ່ມທະວີຢ່າງເລິກເຊິ່ງ, ກວ້າງຂວາງ, ມີປະສິດທິຜົນ ແລະ ແທດເໝາະກັບຕົວຈິງໃນທຸກຂົງເຂດ, ປະກອບ ສ່ວນເຂົ້າໃນການປະຕິບັດ ມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ຢ່າງມີໄຊ ແລະ ຍຸດທະສາດການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ໄລຍະ ປີ 2021-2030. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນ ຄວາມຄິດເຫັນຮ່ວມ ກັນກ່ຽວກັບ ສະພາບການທີ່ພົ້ນເດັ່ນ ຢູ່ພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ, ບັນດາການນຳ ຫວຽດນາມ ແລະ ສະຫາຍ ເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ມີຄວາມປິຕິຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນງານອັນໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍສຳຄັນທາງປະຫວັດສາດ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ຕະຫຼອດໄລຍະເກືອບ 40 ປີ ແຫ່ງການປ່ຽນແປງໃໝ່ ແລະ ໝາກຜົນອັນສຳຄັນ ທີ່່ບັນລຸໄດ້ໃນການປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກ; ຢືນຢັນວ່າ ບັນດາຜົນງານ ທີ່ ສອງພັກ, ສອງລັດ ຍາດມາໄດ້ນັ້ນ ໄດ້ປະກອບສ່ວນສຳຄັນເຂົ້າໃນ ການປົກປັກຮັກສາ ສະຖຽນລະພາບ ທາງດ້ານການເມືອງ, ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປີດກວ້າງການພົວພັນກັບຕ່າງປະເທດ ຂອງ ແຕ່ລະປະເທດ. ສອງຝ່າຍ ໄດ້ສະແດງຄວາມ ເຊື່ອໝັ້ນຢ່າງຍິ່ງວ່າ: ພາຍໃຕ້ການຊີ້ນຳ-ນຳພາ ອັນສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ສອງຝ່າຍ ຈະສືບຕໍ່ພາລະກິດຂອງບັນດາການນຳ ສອງພັກ, ສອງລັດ, ພາລະກິດການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຢູ່ ສສ ຫວຽດນາມ ແລະ ສປປ ລາວ ໃຫ້ສືບຕໍ່ໄດ້ຮັບໝາກຜົນອັນໃໝ່, ໃຫຍ່ຫລວງກວ່າເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ກອງປະຊຸມຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຢ່າງມີໄຊ; ຈັດຕັ້ງ ກອງປະຊຸມໃຫຍ່ ຂອງອົງຄະນະ ພັກທຸກຂັ້ນ ແລະ   ກອງປະຊຸມໃຫຍ່ທົ່ວປະເທດຂອງແຕ່ລະພັກໃຫ້ສໍາເລັດ, ສ້າງສາປະເທດຫວຽດນາມ ແລະ ລາວ ນັບມື້ນັບຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ສະເໝີພາບ,ຈະເລີນຮຸ່ງເຮືອງ, ຍົກສູງບົດບາດ ແລະ ຖານະຂອງແຕ່ລະປະເທດຢູ່ພາກພື້ນ ແລະ ໃນໂລກ ຢ່າງບໍ່ຢຸດຢັ້ງ, ກ້າວຂຶ້ນຕາມເສັ້ນທາງ ລັດທິສັງຄົມນິຍົມຢ່າງໜັກແໜ້ນ.

ສອງຝ່າຍຢືນຢັນ ຈະສືບທອດມູນເຊື້ອປະຫວັດສາດອັນສະຫງ່າງາມ ຂອງປະຊາຊົນສອງປະເທດ ໃນຕະຫລອດໄລຍະເກືອບ 1 ສັດຕະວັດຂອງປະຫວັດສາດທີ່ຜ່ານມາ; ເນັ້ນໜັກເຖິງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍປະທານ ໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ, ໄດ້ຮັບການເພີ່ມ ພູນຄູນສ້າງຈາກການນຳຮຸ້ນສືບທອດຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ເປັນຊັບສິນອັນລ້ຳຄ່າລວມຂອງປະຊາຊົນສອງປະເທດ, ແມ່ນປັດໄຈຕັດສິນພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ແຫລ່ງກຳລັງແຮງອັນໃຫຍ່ຫຼລວງທີ່ສຸດຂອງສອງປະເທດ ແລະ ເປັນພື້ນຖານ ເພື່ອໃຫ້ສອງປະເທດຮ່ວມກັນເສີມຂະຫຍາຍ ແລະ  ຖ່າຍທອດສືບຕໍ່ໃຫ້ຄົນຮຸ່ນຫລັງ.

ສອງຝ່າຍເນັ້ນໜັກວ່າ: ຫວຽດນາມ ແລະ ລາວ ບໍ່ພຽງແຕ່ແມ່ນສອງປະເທດ ບ້ານໃກ້ເຮືອນຄຽງເທົ່ານັ້ນ, ແຕ່ແມ່ນສອງປະເທດສະຫາຍອ້າຍນ້ອງ ທີ່ມີຕົ້ນກຳເນີດມາຈາກ ພັກກອມມູນິດອິນດູຈີນ, ຍຶດໝັ້ນເອກະລາດແຫ່ງ ຊາດ ແລະ ລັດທິສັງຄົມນິຍົມ; ສືບຕໍ່ໃຫ້ບູລິມະສິດການປະຕິບັດ ນະໂຍບາຍການຕ່າງປະເທດຂອງຕົນ; ຄຽງບ່າຄຽງ ໄຫລ່ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນພາລະກິດປ່ຽນແປງໃໝ່, ສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດ ໃນປັດຈຸບັນ ແລະ ອະນາຄົດ; ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດມີໜ້າທີ່ຮ່ວມກັນ ໃນການປົກປັກຮັກສາ, ເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບເພີ່ມທະວີຂຶ້ນສູ່ລະດັບໃໝ່, ກ້າວເຂົ້າສູ່ລວງເລິກ, ແທດເໝາະກັບຕົວຈິງ, ມີປະສິດທິຜົນໃນທຸກຂົງເຂດ, ບົນພື້ນຖານເສີມ ຂະຫຍາຍນໍ້າໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ຮ່ວມມືກັນດ້ວຍຄວາມ ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສົມທົບກົມກຽວ ກັບລັກສະນະພິເສດ ຂອງການພົວພັນລະຫວ່າງ ລາວ-ຫວຽດນາມ ຕາມລະບຽບການສາກົນ, ໃຫ້ບຸລິມະສິດ, ສະ ໜັບສະໜູນ, ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກ ໃຫ້ກັນ ແລະ ກັນ, ຮ່ວມກັນພັດທະນາເພື່ອຄວາມຈະເລີນຮຸ່ງເຮືອງຂອງທັງສອງປະເທດ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການ ພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ.

ສອງຝ່າຍໄດ້ສະແດງຄວາມຂອບໃຈເຊິ່ງກັນ ແລະ ກັນ ຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນ ຍິ່ງໃຫຍ່ ແລະ ລໍ້າຄ່າທີ່ສຸດ ທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີໃຫ້ກັນຕະຫລອດມາ ບໍ່ວ່າຈະຢູ່ໃນ ໄລຍະຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ໃນພາລະກິດແຫ່ງ ການປ່ຽນແປງໃໝ່, ການສ້າງສາ ແລະ ພັດທະນາປະເທດ ໃນປັດຈຸບັນ.

ສອງຝ່າຍເຫັນດີສືບຕໍ່ລົງເລິກ ການພົວພັນທາງດ້ານການເມືອງ, ຖືເປັນພື້ນຖານຫລັກ ໃນການກຳນົດແນວ ທາງການພົວພັນຮ່ວມມືລວມ ລະຫວ່າງ ສອງປະເທດ, ການຮ່ວມມືກັນຢ່າງແໜ້ນແຟ້ນ ໃນບັນດາບັນຫາຍຸດທະສາດ, ແນວທາງ ແລະ ນະໂຍບາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ; ຮັກສາການຢ້ຽມຢາມ ແລະ ການພົບປະລະຫວ່າງ ການນຳຂັ້ນສູງຂອງສອງພັກ ແລະ ສອງລັດ ໃນຫລາຍຮູບຫລາຍແບບ; ຕັ້ງໜ້າເພີ່ມທະວີການແລກປ່ຽນດ້ານທິດສະດີ, ຂໍ້ມູນຂ່າວສານ, ແບ່ງປັນປະສົບການ ກ່ຽວກັບບັນຫາໃໝ່ໃນວຽກ ງານການກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນສະຖຽນລະພາບ ທາງດ້ານ ເສດຖະກິດມະຫາພາກ, ເພີ່ມທະວີການເປີດກວ້າງເຊື່ອມໂຍງກັບສາກົນ; ຈັດຕັ້ງບັນດາກອງປະຊຸມ, ສຳມະນາກ່ຽວ ກັບບັນຫາໃໝ່ທີ່ສອງພັກ, ສອງລັດໄດ້ວາງອອກ; ປະສານສົມທົບກັນຄົ້ນຄວ້າ, ຮຽບຮຽງ, ພິມຈຳໜ່າຍປຶ້ມ ກ່ຽວ ກັບ ແນວຄິດ ໄກສອນ ພົມວິຫານ; ສອງຝ່າຍ ໄດ້ຊຸກຍູ້ວຽກງານການໂຄສະນາ, ສຶກສາອົບຮົມ ກ່ຽວກັບມູນ ເຊື້ອອັນດີງາມ ຂອງສາຍພົວພັນພິເສດ ລາວ-ຫວຽດນາມ ກໍຄື ການພົວພັນລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ແກ່ບັນດາພະນັກງານລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນຄົນ ໂດຍສະເພາະ ແມ່ນຄົນຮຸ່ນໜຸ່ມ ແລະ ກຳລັງປະກອບອາວຸດຂອງສອງປະເທດ; ຕັ້ງໜ້າຜັນຂະຫຍາຍການສິດສອນ ຢູ່ບັນດາສະຖານທີ່ການສຶກສາຂອງສອງປະເທດ ກ່ຽວກັບບັນດາເນື້ອໃນ ຂອງປະຫວັດສາດ ການພົວພັນພິເສດ ລາວ-ຫວຽດນາມ; ເລີ່ມລົງມືກໍ່ສ້າງບັນດາສະຖານທີ່ ປະຫວັດສາດຈຳນວນໜຶ່ງ ທີ່ມີຄວາມໝາຍສຳຄັນ ໃນການພົວພັນ ລາວ-ຫວຽດນາມ; ສົມທົບກັນຢ່າງແໜ້ນແຟ້ນ ເພື່ອສະເຫລີມສະຫລອງ ບັນດາເຫດການສຳຄັນຂອງສອງພັກ ແລະ ສອງປະເທດ.ໃນນັ້ນ, ມີວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດຫວຽດນາມ ຄົບຮອບ 80 ປີ ແລະ ວັນຊາດລາວ ຄົບຮອບ 50 ປີ; ສອງຝ່າຍເຫັນດີພະຍາຍາມຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸ ໃນການຍົກສູງລະດັບການຮ່ວມມື ທາງດ້ານເສດຖະກິດ, ວັດທະນະທຳ, ການສຶກສາວິທະຍາ ສາດ ແລະ ເຕັກໂນໂລຊີ ໃຫ້ສົມຄູ່ກັບການພົວພັນ ທາງດ້ານການເມືອງບົນພື້ນຖານ ການເສີມຂະຫຍາຍຄວາມສາ ມາດ ແລະ ທ່າແຮງບົ່ມຊ້ອນຂອງແຕ່ລະປະເທດ; ຊຸກຍູ້ການຈັດຕັ້ງ ຜັນຂະຫຍາຍ ບັນດາຂໍ້ຕົກລົງ ແລະ ສັນຍາຮ່ວມມືລະຫວ່າງສອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ. ສືບຕໍ່ເຈລະຈາ, ປັບປຸງ ຫລື ເຊັນບັນດາສັນຍາໃໝ່, ຂໍ້ຕົກລົງ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ, ສ້າງລະບົບ ກົດໝາຍທີ່ສະດວກສະບາຍໃຫ້ແກ່ການຮ່ວມມື. ພິເສດ ແມ່ນໃນຂົງເຂດເສດຖະກິດ, ໃນນັ້ນມີສັນຍາການຮ່ວມ ມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2026-2030, ຍຸດທະສາດໃນຂົງເຂດການຄົມມະນາຄົມ-ຂົນສົ່ງ ໄລຍະ 2026- 2030.

ສອງຝ່າຍ ມີບັນດາມາດຕະການຢ່າງລະອຽດ ເພື່ອເພີ່ມທະວີການເຊື່ອມຈອດ ແລະ ຊ່ວຍເຫລືອ ລະຫວ່າງ ສອງ ພື້ນຖານເສດຖະກິດ ລາວ-ຫວຽດນາມ ແລະ ລະຫວ່າງ ສາມພື້ນຖານເສດຖະກິດ ລາວ-ຫວຽດນາມ- ກໍາປູເຈຍ ໂດຍສະເພາະແມ່ນການເຊື່ອມຈອດທາງດ້ານກົດໝາຍ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມ, ພະລັງ ງານໄຟຟ້າ, ໂທລະຄົມ, ການທ່ອງທ່ຽວ, ຊຸກຍູ້ການລະດົມໃຫ້ບັນດາຄູ່ຮ່ວມມືສາກົນ ທີ່ເໝາະສົມ ໃຫ້ເຂົ້າມາຮ່ວມມື ແລະ ສະໜັບສະໜູນບັນດາໂຄງການ ເຊື່ອມຕໍ່ຍຸດທະສາດ ລະຫວ່າງສອງປະເທດ.

ສຸມໃສ່ການຍົກສູງຄຸນນະພາບ, ປະສິດທິຜົນ ໃນການຮ່ວມມືລົງທຶນ, ເອົາໃຈໃສ່ຜັນຂະຫຍາຍບັນດາໂຄງ ການສໍາຄັນ ເພື່ອຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບ; ເພີ່ມທະວີການແລກປ່ຽນປະສົບການ ໃນການຄຸ້ມ ຄອງເສດຖະກິດມະຫາພາກ ລະຫວ່າງສອງປະເທດ; ມີບັນດານະໂຍບາຍ ບຸລິມະສິດເພື່ອຊຸກຍູ້ ບັນດາວິສາຫະກິດ ຂອງທັງສອງປະເທດ ໃຫ້ມາລົງທຶນໃນບັນດາຂົງເຂດ ທີ່ທັງສອງຝ່າຍມີທ່າແຮງ ແລະ ເຂັ້ມແຂງທີ່ສຸດ, ໂດຍສະເພາະ ແມ່ນຂະແໜງພະລັງງານ (ພະລັງງານສະອາດ, ພະລັງງານທົດແທນ), ການຫັນເປັນດີຈິຕອນ, ເຕັກໂນໂລຊີ, ກະສິ ກຳ, ບໍ່ແຮ່, ການທ່ອງທ່ຽວ ແລະ ຊຸກຍູ້ການປະຕິບັດ ຮູບແບບເຂດເສດຖະກິດ ດ່ານຊາຍແດນ ຕາມແລວທາງເສດ ຖະກິດຕາເວັນອອກ-ຕາເວັນຕົກ.

ສອງຝ່າຍພະຍາຍາມຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂ ເພື່ອຮັກສາການເພີ່ມຂຶ້ນ ຂອງມູນຄ່າການ ຄ້າສອງສົ້ນ ສະເລ່ຍ 10-15%/ປີ; ຍູ້ແຮງບັນດາກິດຈະກຳສົ່ງເສີມທາງດ້ານການຄ້າ, ການສ້າງເຄື່ອງໝາຍການຄ້າ, ຊ່ອງທາງການຈໍາໜ່າຍສິນຄ້າຫວຽດນາມ ແລະ ລາວ ຢູ່ແຕ່ລະປະເທດ ເພື່ອເຮັດໃຫ້ມີການສົ່ງອອກທີ່ຍືນຍົງ ໃຫ້ແກ່ ບັນດາຜະລິດຕະພັນ ແລະ ສິນຄ້າ; ຊຸກຍູ້ການນຳໃຊ້ເງິນຕາທ້ອງຖິ່ນ ລະຫວ່າງສອງປະເທດໃນການເຄື່ອນໄຫວທຸ ລະກຳດ້ານການຄ້າ ແລະ ການລົງທຶນ. ຫວຽດນາມ ສ້າງທຸກເງື່ອນໄຂອຳນວຍສະດວກໃຫ້ລາວໃນການ ສົ່ງອອກ ແລະ ນຳເຂົ້າ ສິນຄ້າ ໂດຍຜ່ານທ່າເຮືອກຳປັ່ນທາງທະເລ ຂອງຫວຽດນາມ.

ສອງຝ່າຍໄດ້ເນັ້ນໜັກ ຄວາມສຳຄັນຍຸດທະສາດ ໃນການຮ່ວມມືຂົງເຂດການສຶກສາ, ບໍາລຸງສ້າງ ແລະ ພັດທະນາຊັບພະຍາກອນມະນຸດ, ໃນນີ້ ສືບຕໍ່ຜັນຂະຫຍາຍອະນຸສັນຍາ ກ່ຽວກັບການຮ່ວມມື ການສຶກສາລະຫວ່າງສອງ ລັດຖະບານ ໄລຍະ 2022-2027 ໃຫ້ມີປະສິດທິຜົນ; ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໜ້າວຽກ, ວິທີການແກ້ໄຂ ທີ່ໄດ້ກຳນົດໄວ້ໃນໂຄງການ ຍົກສູງຄຸນນະພາບ ແລະ ປະສິດທິພາບການຮ່ວມມື ລາວ-ຫວຽດນາມ ໄລຍະປີ 2021-2030; ເພີ່ມທະວີການຝຶກອົບຮົມ, ບໍາລຸງໄລຍະສັ້ນໃຫ້ແກ່ພະນັກງານ, ລັດຖະກອນໃນແຕ່ລະຂັ້ນຂອງລາວ ໂດຍ ສະເພາະແມ່ນພະນັກງານຄຸ້ມຄອງ ໂດຍສຸມໃສ່ການສ້າງຊັບພະຍາກອນທີ່ມີຄຸນນະພາບ, ຊຸກຍູ້ການຮ່ວມມືໃນການ ພັດທະນາທັກສະ ແລະ ການສ້າງສີມືແຮງງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.

ສອງຝ່າຍປະສານສົມທົບກັນຢ່າງແໜ້ນເເຟ້ນ ໃນການຜັນຂະຫຍາຍການຮ່ວມມື ໃນຂົງເຂດຕ່າງໆ ໃຫ້ມີປະສິດທິຜົນ ເຊັ່ນ: ດ້ານກົດໝາຍ, ຍຸຕິທຳ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ສາທາລະນະສຸກ, ວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ ແບບປະດິດສ້າງ, ຂໍ້ມູນຂ່າວສານ ແລະ ການສື່ສານ, ແຮງງານ ແລະ ສັງຄົມ. ຊຸກຍູ້ ການຈັດຕັ້ງຜັນຂະຫຍາຍ ບັນດາໂຄງການຮ່ວມມື ລະຫວ່າງ ສອງປະເທດໃຫ້ມີຄວາມຄືບໜ້າ.

ສອງຝ່າຍ ຈະເອົາໃຈໃສ່ຈັດຕັ້ງປະຕິບັດສັນຍາ ວ່າດ້ວຍພົນລະເມືອງຢູ່ຕ່າງປະເທດ, ສັນຍາດ້ານກົງສຸນ, ສັນຍາດ້ານແຮງງານ ລະຫວ່າງສອງປະເທດ, ສັນຍາວ່າດ້ວຍການຊ່ວຍເຫລືອ ດ້ານກົດໝາຍເຊິ່ງກັນ ແລະ ກັນ ໃນຂົງ ເຂດພົນລະເຮືອນ ໃຫ້ມີປະສິດທິຜົນ; ອຳນວຍຄວາມສະດວກ ໃຫ້ແກ່ຄົນຫວຽດນາມ ຢູ່ລາວ ແລະ ຄົນລາວ ຢູ່ ຫວຽດນາມ ທີ່ດຳລົງຊີວິດ, ເຮັດວຽກ, ສຶກສາຮໍ່າຮຽນ ໂດຍສອດຄ່ອງກັບຂໍ້ກຳນົດ ຂອງກົດໝາຍແຕ່ລະປະເທດ ແລະ ລະບຽບການຂອງສາກົນ.

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນ ແລະ ເອກະພາບກັນເພີ່ມທະວີການຍູ້ແຮງກວ່າເກົ່າແກ່ເສົາຄໍ້າການ ຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຮັບປະກັນໃຫ້ເປັນບ່ອນອີງ ທີ່ແໜ້ນແກ່ນເຊິ່ງກັນ ແລະ ກັນ ເພື່ອຮັບມືກັບສິ່ງທ້າທາຍຕໍ່ຄວາມສະຫງົບ ທີ່ນັບມື້ນັບມີ ຫລາຍຮູບແບບ, ສັບສົນ, ປະກອບສ່ວນ ຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ. ປະຕິບັດອະນຸສັນຍາ ແລະ ເເຜນການຮ່ວມມື ດ້ານປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ; ສັນຍາວ່າດ້ວຍລະບຽບ ການຄຸ້ມຄອງຊາຍເເດນ ແລະ ດ່ານຊາຍ ເເດນທາງບົກ; ອະນຸສັນຍາກ່ຽວກັບຊາຍເເດນ ແລະ ຫລັກໝາຍຊາຍເເດນແຫ່ງຊາດ. ກໍ່ສ້າງເສັ້ນຊາຍເເດນ ລາວ-ຫວຽດນາມ ໃຫ້ກາຍເປັນຊາຍເເດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາເເບບຍືນຍົງ; ຢືນຢັນ ຄວາມໝັ້ນຄົງຂອງປະເທດໜຶ່ງ ກໍແມ່ນຄວາມໝັ້ນຄົງ ຂອງປະເທດອື່ນ; ຫ້າມບໍ່ໃຫ້ກຳລັງອິດທິ ປໍລະປັກສວຍໃຊ້ ດິນເເດນຂອງປະເທດໜຶ່ງ ເພື່ອຫວັງທຳລາຍປະເທດອື່ນ ແລະ ສ້າງຄວາມເເຕກແຍກສາຍພົວພັນສອງປະເທດ.  ເພີ່ມທະວີການແລກປ່ຽນຂໍ້ມູນ ຂ່າວສານ, ຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານ ການຫັນປ່ຽນໂດຍ ສັນຕິ”, “ການກໍ່ຄວາມວຸ້ນວາຍ, ໂຄ່ນລົ້ມ”, ສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ພິເສດ ແມ່ນອາດຊະຍາ ກຳຢາເສບຕິດ; ສືບຕໍ່ສົມທົບຄົ້ນຫາ, ເກັບກູ້ ແລະ ສົ່ງອັດຖິຂອງນັກຮົບ, ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດຢູ່ລາວ ແລະ ບູລະນະ ອະນຸສອນສຳພັນສູ້ຮົບ ລາວ- ຫວຽດນາມ.

ສອງຝ່າຍໄດ້ເອກະພາບເພີ່ມທະວີ ການແລກປ່ຽນຂໍ້ມູນຂ່າວສານຢ່າງທັນການ, ປຶກສາຫາລື, ສົມທົບກັນ ຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢ່າງມີປະສິດທິຜົນ ຢູ່ເວທີຕ່າງໆໃນພາກພື້ນ ແລະ ສາກົນ ໂດຍ ສະເພາະແມ່ນໃນຂອບການຮ່ວມມືຂອງອາຊຽນ ແລະ ບັນດາກົນໄກ ທີ່ອາຊຽນເປັນຜູ້ນຳພາ, ການຮ່ວມມືໃນຂອບ ສະຫະປະຊາຊາດ, ຂອບອະນຸພາກພື້ນແມ່ນ້ຳຂອງ, ອົງການການຄ້າໂລກ, ເວທີປາໄສການຮ່ວມມືອາຊີ-ເອີຣົບ (ອາເຊັມ), ປະກອບສ່ວນເຂົ້າໃນ ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ເພື່ອການພັດທະນາໃນພາກ ແລະ ໃນໂລກ.

ສອງຝ່າຍເພີ່ມທະວີການ ປະສານສົມທົບກັບກຳປູເຈຍ ເພື່ອຜັນຂະຫຍາຍຢ່າງ ມີປະສິດທິຜົນການພົບປະລະ ຫວ່າງ ການນໍາຂັ້ນສູງສຸດຂອງສາມພັກ ລາວ-ຫວຽດນາມ-ກຳປູເຈຍ, ຂໍ້ຕົກລົງລະຫວ່າງນາຍົກລັດຖະມົນຕີກ່ຽວກັບ ເຂດສາມຫລ່ຽມພັດທະນາ ລາວ-ຫວຽດນາມ-ກຳປູເຈຍ (CLV), ຖະແຫລງການຮ່ວມລະຫວ່າງ ປະທານສະພາ ແຫ່ງຊາດ; ຜັນຂະຫຍາຍແຜນຢ່າງຕັ້ງໜ້າ ເເຜນປະຕິບັດງານ ການເຊື່ອມຈອດເສດຖະກິດ ລາວ-ຫວຽດນາມ-ກຳປູ ເຈຍ ແຕ່ນີ້ຮອດປີ 2030, ກົນໄກການຮ່ວມມືລະຫວ່າງ ສາມລັດຖະມົນຕີກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ສ້າງຕັ້ງກົນໄກຮ່ວມມືໃໝ່ລະຫວ່າງ ສາມລັດຖະມົນຕີກະຊວງການຕ່າງປະເທດ, ກະຊວງ ເເຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວັດທະນະທຳ, ທ່ອງທ່ຽວ ແລະ ກິລາ ຂອງສາມປະເທດ. ຫວຽດນາມ ສະໜັບສະໜູນ ແລະ ຊ່ວຍເຫລືອລາວ ເພື່ອຮັບປະກັນ ເຮັດໃຫ້ການເປັນປະທານ ອາຊຽນ ແລະ ປະທານ AIPA ໃນປີ 2024 ຂອງ ສປປລາວ ປະສົບຜົນສຳເລັດຢ່າງຈົບງາມ.

ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຮ່ວມກັບ ບັນດາປະເທດລຸ່ມ ແມ່ນ້ຳຂອງ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ນໍາໃຊ້ຢ່າງມີປະສິດທິຜົນ, ສະເໝີພາບ ແລະ ຍືນຍົງຕໍ່ການນໍາໃຊ້ແຫລ່ງນໍ້າ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງ ພ້ອມທັງກວດກາ ແລະ ຕິດຕາມຜົນກະທົບຢ່າງຮອບດ້ານ ລວມທັງຜົນກະທົບສະສົມຂ້າມຊາຍແດນ, ການແລກປ່ຽນຂໍ້ມູນຂ່າວສານ, ຕົວເລກອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອຍົກສູງຄວາມອາດສາມາດ ໃນການປ້ອງກັນໄພແຫ້ງແລ້ງ, ໄພນໍ້າຖ້ວມ ແລະ ປະກອບສ່ວນເຂົ້າໃນ ການພັດທະນາແບບຍືນຍົງໃນອະນຸແມ່ນ້ຳຂອງ, ເພື່ອຜົນປະໂຫຍດລວມ ຂອງແຕ່ລະປະເທດຕາມລຳແມ່ນ້ຳຂອງ.

ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນ ຮ່ວມກັບບັນດາປະເທດ ໃນອ່າງແມ່ນໍ້າຂອງຕອນລຸ່ມ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນນໍ້າ ແລະ ບັນດາຊັບພະຍາກອນທີ່ກ່ຽວຂ້ອງ ຢ່າງມີປະສິດທິຜົນ, ສະເໝີພາບ ແລະ ຍືນຍົງ, ພ້ອມທັງກວດກາ ແລະ ຕິດຕາມຜົນກະທົບຢ່າງຮອບດ້ານ ລວມທັງຜົນກະທົບສະສົມຂ້າມຊາຍແດນ, ການແລກ ປ່ຽນຂໍ້ມູນຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ ພ້ອມທັງການແຈ້ງເຕືອນ ໄພລ່ວງໜ້າ ເພື່ອຍົກສູງຄວາມ ອາດສາມາດໃນການປ້ອງກັນໄພແຫ້ງແລ້ງ ແລະ ໄພນໍ້າຖ້ວມ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາແບບຍືນຍົງ ໃນອະນຸພາກພື້ນແມ່ນໍ້າຂອງຕອນລຸ່ມ ຄຽງຄູ່ຜົນປະໂຫຍດລວມ ຂອງແຕ່ລະປະເທດຕາມລຳແມ່ນໍ້າຂອງ.

ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ໃນຂອບການຮ່ວມມືພາຍໃຕ້ ສັນຍາແມ່ນໍ້າຂອງ ໃນປີ 1995 ວ່າ ດ້ວຍການຮ່ວມມື ເພື່ອການພັດທະນາແບບຍືນຍົງ ໃນອ່າງແມ່ນໍ້າຂອງ ກໍຄື ໃນນາມປະເທດສະມາຊິກ ຄະນະກຳມະ ທິການແມ່ນໍ້າຂອງສາກົນ ແລະ ກົນໄກການຮ່ວມມື ທີ່ກ່ຽວຂ້ອງອື່ນໆ, ຊຸກຍູ້ການເພີ່ມທະວີ ການເຊື່ອມໂຍງບັນດາ ກົນໄກຮ່ວມມືໃນອະນຸພາກພື້ນ ແລະ ຂະບວນການສ້າງປະຊາຄົມອາຊຽນ; ການສົ່ງເສີມໃຫ້ບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືນອກພາກພື້ນ ເພື່ອເຂົ້າຮ່ວມຢ່າງຕັ້ງໜ້າໃນ ການຊ່ວຍເຫລືອ ແລະ ລົງທຶນ ຢູ່ອະນຸພາກພື້ນ ແມ່ນໍ້າຂອງໃນຂົງເຂດ ທີ່ມີຄວາມສໍາຄັນເຊັ່ນ: ການເຊື່ອມຈອດພື້ນຖານໂຄງລ່າງ, ພະລັງງານ, ນະວັດຕະກຳ, ເຕັກໂນ ໂລຊີ ແລະ ການພັດທະນາ ຊັບພະຍາກອນມະນຸດ ບົນພື້ນຖານການຮັກສາໄດ້ ນໍ້າໃຈການຮ່ວມມືພາຍໃຕ້ຄໍາຂວັນ ໜຶ່ງແມ່ນໍ້າຂອງ ໜຶ່ງອຸດົມການ".

ສອງຝ່າຍໄດ້ຢືນຢັນຄວາມເປັນເອກະພາບສູງຕໍ່ຫລັກໝັ້ນ ຫລັກການຂອງອາຊຽນ ກ່ຽວກັບບັນຫາທະເລ ຈີນໃຕ້ (ຫວຽດນາມ ເອີ້ນວ່າທະເລຕາເວັນອອກ) ທີ່ໄດ້ຍົກຂຶ້ນໃນຖະແຫລງການຕ່າງໆ ຂອງອາຊຽນ ເຖິງຄວາມສຳ ຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນ ຄວາມສະຫງົບ, ຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາຂໍ້ຂັດແຍ່ງຢູ່ ທະເລຕາເວັນອອກດ້ວຍສັນຕິວິທີ ບົນພື້ນ ຖານ ກົດ ໝາຍສາກົນ, ລວມທັງ ສົນທິສັນຍາ ຂອງ ອົງການສະຫະປະຊາຊາດ ກົດໝາຍທາງທະເລ (UNCLOS) 1982), ຮ່ວມກັບແຕ່ລະຝ່າຍທີ່ກ່ຽວຂ້ອງຊຸກຍູ້ ການປະຕິບັດຖະແຫລງການກ່ຽວກັບ ກົດແຫ່ງການປະພຶດ ຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ໃຫ້ສຳເລັດໂດຍໄວມີປະສິດທິຜົນ ແລະ ບັນລຸການສ້າງກົດແຫ່ງການປະ ພຶດຢູ່ທະເລຕາເວັນອອກ(COC) ໂດຍໄວທີ່ແທ້ຈິງ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດຫມາຍສາກົນ, ລວມ ທັງ UNCLOS ປີ 1982.

ສອງຝ່າຍເອກະພາບສືບຕໍ່ເສີມຂະຫຍາຍ ແລະ ຍົກສູງປະສິດທິພາບການຮ່ວມມື ລະຫວ່າງບັນດາອົງການສາຍພັກ, ກະຊວງ, ຂະແໜງການຂອງລັດຖະບານ, ບັນດາອົງການຂອງສະພາແຫ່ງຊາດ, ແນວລາວສ້າງຊາດ, ສະຫະພັນ, ອົງການຈັດຕັ້ງປະຊາຊົນ ແລະ ບັນດາທ້ອງຖິ່ນ ຂອງສອງປະເທດ ໂດຍສະເພາະບັນດາທ້ອງຖິ່ນທີ່ມີຊາຍ ແດນຮ່ວມກັນ ແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນປະສົບການຢ່າງຕັ້ງໜ້າ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ເພື່ອຮ່ວມກັນພັດທະນາ, ເພີ່ມທະວີການແລກປ່ຽນ ລະຫວ່າງ ປະຊາຊົນ ໂດຍສະເພາະ ແມ່ນຄົນຮຸ່ນໜຸ່ມ ຂອງສອງປະເທດ.

ສອງຝ່າຍເຫັນດີເປັນເອກະພາບ ແລະ ຕີລາຄາສູງໝາກຜົນອັນດີງາມຂອງການຢ້ຽມຢາມທາງລັດຖະກິດຢູ່ ສສ ຫວຽດນາມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ  ແຫ່ງ ສປປ ລາວ ແລະ ການຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລີມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນເດືອນ ກໍລະກົດ ທີ່ຜ່ານມາ ເຊິ່ງເປັນຂີດໝາຍທາງດ້ານປະຫວັດສາດ ຂອງສາຍພົວພັນ ລາວ-ຫວຽດນາມ ເປັນການປະ ກອບສ່ວນສຳຄັນເຂົ້າໃນ ການເພີ່ມທະວີເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ -ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບໃໝ່, ເພື່ອຄວາມຈະເລີນຮຸ່ງເຮືອງຂອງ ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ພັນລະຍາ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລີມ ແລະ ພັນລະຍາ, ບັນດາສະຫາຍ ການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ໄດ້ໃຫ້ການຕ້ອນຮັບ ຢ່າງສົມກຽດ ແລະ ຈິງໃຈ  ເຊິ່ງເປັນການສະແດງໃຫ້ເຫັນ ຢ່າງເລິກເຊິ່ງຕໍ່ສາຍພົວພັນອັນຍີ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ. ພ້ອມນີ້, ກໍໄດ້ເຊື້ອເຊີນ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລີມ ພ້ອມດ້ວຍພັນລະຍາ, ບັນດາສະຫາຍການນຳຂັ້ນສູງພັກ, ລັດ ສສ ຫວຽດນາມ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ ແລະ ບັນດາສະຫາຍການນຳຂັ້ນສູງ ພັກ, ລັດ ສສ ຫວຽດນາມ ສະແດງຄວາມຂອບໃຈ ຍິນດີຕອບຮັບ ການເຊື້ອເຊີນ ສຳລັບວັນເວລາລະອຽດ ຂອງການຢ້ຽມຢາມ ແມ່ນຈະແຈ້ງຜ່ານຊ່ອງທາງການທູດ.

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງການເມືອງ

      ເພີ່ມທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ

      9/18/2024 5:20:19 PM

      ຂປລ. ກອງປະຊຸມຄົບຄະນະເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ ຂອງນະຄອນອາຊຽນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ), ມີທ່ານ ນາງ ເບີນາເດຍ ອີຣາວາຕີ ຈັນດຣາເດວີ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນອາຊີ-ປາຊີຟິກ, ບັນດາເຈົ້າຄອງ-ຮອງເຈົ້າຄອງນະຄອນຫລວງອາຊຽນ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມືການເມືອງ

      ນະຄອນຫລວງວຽງຈັນ-ນະຄອນຫລວງ ຮ່າໂນ້ຍ ຮັດແໜ້ນການພົວພັນຮ່ວມມື

      9/18/2024 5:14:01 PM

      ຂປລ. ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ນະຄອນຫລວງວຽງຈັນ ສປປ ລາວ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 17 ກັນຍາ 2024 ເຊິ່ງຝ່າຍລາວນຳໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ຝ່າຍຫວຽນາມ ນຳໂດຍ ສະຫາຍ ເຈີ່ນ ສີ ແທ່ງ ປະທານຄະນະກຳມະ ການປະຊາຊົນ ນະຄອນຫລວງຮ່າໂນ້ຍ ພ້ອມດ້ວຍຂະແໜງການກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    • ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາການເມືອງ

      ອົງການຊັບສິນທາງປັນຍາໂລກ ສະໜັບສະໜູນ ສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ

      9/18/2024 5:07:20 PM

      ຂປລ. ໃນວັນທີ 17 ກັນຍາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີການພົບປະລະຫວ່າງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ສປປ ລາວ ແລະ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO) ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນ ຍາ ແລະ ການຮ່ວມມືໃນຂອບອາຊຽນ.

    • ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນການເມືອງ

      ປະກາດການແຕ່ງຕັ້ງ ຮອງເລຂາພັກ ແຂວງ-ຮອງເຈົ້າແຂວງ ສາລະວັນ

      9/18/2024 4:50:27 PM

      ຂປລ. ແຫລ່ງຂ່າວ ຈາກແຂວງສາລະວັນ ໃຫ້ຮູ້ວ່າ: ພິທີປະກາດການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຮອງເຈົ້າແຂວງແຂວງ ສາລະວັນ ຈັດຂຶ້ນໃນວັນທີ 18 ກັນຍາ 2024 ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ແລະ ພະນັກງານຫລັກແຫລ່ງ ເຂົ້າຮ່ວມ.

    • ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາການເມືອງ

      ລົງນາມພັດທະນາການໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ

      9/18/2024 4:44:04 PM

      ຂປລ. ກົມຊັບສິນທາງປັນຍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ລົງນາມສັນຍາການຮ່ວມມື ລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ແລະ ອົງການຊັບສິນທາງປັນຍາໂລກ ກ່ຽວກັບການພັດທະນາການ ໃຫ້ບໍລິການ ບໍລິຫານຊັບສິນທາງປັນຍາ ໃນວັນທີ 18 ກັນຍາ 2024

ads
ads

Top