ຂປລ
ຂປລ. ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປສະຖິດໄວ້ ສຸສານນັກຮົບປະຕິວັດແຫ່ງຊາດຫລັກ 24 ເມືອງໄຊທານີ ນະຄອນຫລວງວຽງຈັນ


ຂປລ. ພິທີເຄື່ອນຍ້າຍອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄປສະຖິດໄວ້ ສຸສານນັກຮົບປະຕິວັດແຫ່ງຊາດຫລັກ 24 ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 23 ເມສາ 2025 ໂດຍມີພະເຖລານຸເຖລະ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີການນໍາຂັ້ນສູງພັກ-ລັດ, ອະດີດການນໍາພັກ-ລັດ, ພ້ອມດ້ວຍຄອບຄົວສີພັນດອນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າການນໍາຂັ້ນສູງພັກ-ລັດ, ຄອບຄົວສີພັນດອນ ກ່າວສະດຸດີ ຕໍ່ໜ້າອັດຖິຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ວ່າ: ຜ່ານການເຄື່ອນໄຫວ ປະຕິວັດຕະຫລອດເວລາ ເກືອບ 8 ທົດສະວັດທີ່ຜ່ານມາ ຢືນຢັນຢ່າງໜັກແໜ້ນວ່າ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນນັກເຄື່ອນໄຫວປະຕິວັດທີ່ໂດດເດັ່ນ, ເດັດດ່ຽວໜຽວແໜ້ນຂອງພັກເຮົາ ເຊິ່ງຕະຫລອດໄລຍະແຫ່ງຊີ ວິດປະຕິວັດຂອງເພິ່ນ ຍາມໃດກໍມີຄວາມຟົດຟື້ນຫ້າວຫັນ, ມີຄວາມມຸ່ງໝັ້ນໃນອຸດົມການ, ກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ມີວິໄສທັດແຫລມຄົມ; ເພິ່ນໄດ້ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນການຈັດຕັ້ງນໍາພາ ພາລະກິດປະຕິວັດຂອງພັກ ນັບແຕ່ພັກເຮົາໄດ້ຮັບການສ້າງຕັ້ງຂຶ້ນ ໃຫ້ຂະຫຍາຍ ຕົວເປັນກ້າວໆ ຈົນກ້າວສູ່ໄຊຊະນະ ຢ່າງສົມບູນ.

ສະຫາຍ ປະທານ ຄໍາໄຕ ສີພັນດອນ ແມ່ນນັກຍຸດທະສາດ ທີ່ມີວິໄສທັດອັນກວ້າງໄກທາງການເມືອງ ແລະ ນັກຍຸດທະສາດການທະຫານທີ່ໂດດເດັ່ນ, ເປັນນັກບັນຊາການກອງກໍາລັງສູ້ຮົບ ທີ່ເດັດດ່ຽວໜຽວແໜ້ນ, ທັງເປັນຜູ້ສຶກສາອົບຮົມ ກໍ່ສ້າງກໍາລັງປະກອບອາວຸດ ໃຫ້ມີຄວາມ ສາມາດຕ້ານ ທານສັດຕູຜູ້ຮຸກຮານ ທີ່ມີກຳລັງເໜືອກວ່າເປັນ ຫລາຍຮ້ອຍເທົ່າໃຫ້ປະລາໄຊລົງ; ສະຫາຍ ເປັນຜູ້ມີຄວາມສາມາດ ຄາດຄະເນການຜັນແປ ຂອງສະຖານະການຢ່າງຖືກຕ້ອງ ເພື່ອເປັນເຈົ້າການໃນການແກ້ໄຂ ໄວ້ລ່ວງໜ້າຢ່າງແມ່ນຢໍາ; ສະຫາຍ ໄດ້ເປັນເພື່ອນຮ່ວມຮົບ ທີ່ໃກ້ຊິດທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ກັບຜູ້ນໍາຄົນອື່ນໆ ໃນການຄົ້ນຄວ້າກໍານົດແນວທາງ ແຜນນະໂຍບາຍ ແລະ ຍຸດທະສາດ, ຍຸດໂທບາຍ ກໍຄື ຍຸດທະວິທີປະຕິວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວ ໃນແຕ່ລະໄລຍະ; ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກເຮົາ ທີ່ກໍາຄັນທຸງແຫ່ງຄວາມສາມັກຄີ ເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວກໍາລັງປະຕິວັດ ກໍຄື ປວງຊົນລາວທັງຊາດ,ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາລົບນັບຖື ແລະ ເຊື່ອໝັ້ນຈາກ ການຈັດຕັ້ງ ແລະ ເພື່ອນສະຫາຍ ຮ່ວມອຸດົມການ ແລະ ເພື່ອນຮ່ວມງານຕະຫລອດມາ, ທັງໄດ້ຮັບຄວາມເຄົາລົບນັບຖື, ເຊື່ອໝັ້ນໄວ້ວາງໃຈຢ່າງສູງສົ່ງຈາກປະຊາຊົນຊັ້ນຄົນຕ່າງໆ.

ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL