ຂປລ
ຂປລ. ຄະນະຜູ້ແທນທາງການຂອງ ສປປ ລາວ ນໍາໂດຍ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ເເລະ ກ່າວຄໍາເຫັນຕໍ່ກອງປະຊຸມ ໃນພາກອະພິປາຍທົ່ວໄປຂອງ ຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ (ESCAP) ສະໄໝ ທີ 81 ໃນວັນທີ 21-25 ເມສາ 2025 ຢູ່ບາງກອກ ປະເທດໄທ.

ຂປລ. ຄະນະຜູ້ແທນທາງການຂອງ ສປປ ລາວ ນໍາໂດຍ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ເເລະ ກ່າວຄໍາເຫັນຕໍ່ກອງປະຊຸມ ໃນພາກອະພິປາຍທົ່ວໄປຂອງ ຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ (ESCAP) ສະໄໝ ທີ 81 ໃນວັນທີ 21-25 ເມສາ 2025 ຢູ່ບາງກອກ ປະເທດໄທ.
ກອງປະຊຸມດັ່ງກ່າວ, ຈັດຂຶ້ນພາຍໃຕ້ຫົວຂໍ້ "ການຮ່ວມມືພາກພື້ນ ເພື່ອການພັດທະນາ ຕົວເມືອງແບບຍືນຍົງ ແລະ ທົນທານໃນພາກພື້ນອາຊີ-ປາຊີຟິກ”, ຈຸດປະສົງຂອງກອງປະຊຸມ ເພື່ອທົບທວນຄືນຜົນສຳເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານ, ຍັດຕິ ແລະ ມະຕິຂອງ ESCAP ໃນປີຜ່ານມາ, ລວມທັງການຕົກລົງຮັບຮອງເອົາບັນຫາສຳຄັນຕ່າງໆປະຈໍາປີ 2025-2026, ເປັນເວທີປຶກສາຫາລືຂອງບັນດາປະເທດສະມາຊິກ ແລະ ຄູ່ຮ່ວມງານກ່ຽວກັບບັນດາທາງເລືອກດ້ານນະໂຍບາຍ ແລະ ກາລະໂອກາດໃນການຮ່ວມມື ເພື່ອສົ່ງເສີມການພັດທະນາຕົວເມືອງ ແລະ ການຈັດ ຕັ້ງປະຕິບັດແຜນພັດທະນາແບບຍືນຍົງວາລະ 2030.

ໂອກາດນີ້, ທ່ານ ໄມທອງ ທໍາມະວົງສາ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງການເພີ່ມທະວີການຮ່ວມມືພາກພື້ນ ໃນການຮັບມື ເເລະ ເເກ້ໄຂບັນຫາທີ່ກໍາລັງສົ່ງຜົນກະທົບຕໍ່ພາກພື້ນອາຊີ-ປາຊີ ຟິກ ເປັນຕົ້ນບັນຫາທາງດ້ານເສດຖະກິດ, ຄວາມບໍ່ສະເໝີພາບ ເເລະ ການປ່ຽນເເປງ ສະພາບດິນຟ້າອາກາດ ທີ່ເປັນບັນຫາອັນຮີບດ່ວນໃນການເລັ່ງແກ້ໄຂນີ້, ທ່ານຮອງລັດຖະມົນຕີ ຈຶ່ງໄດ້ເນັ້ນຢໍ້າເຖິງຄວາມພະຍະຍາມຂອງ ສປປ ລາວ ຕໍ່ການຮັບມືບັນຫາທາງດ້ານເສດຖະກິດ ໂດຍສະເພາະການຈັດຕັ້ງປະຕິບັດບັນດາຍຸດທະສາດ, ການຄຸມຄ້ອງໜີ້ສິນສາທາລະນະ ເເລະ ການສ້າງສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ການຮ່ວມມືໃນຂອບຄູ່ຮ່ວມມື ເສດຖະກິດຮອບດ້ານໃນພາກພື້ນ (RCEP) ເເລະ ເສັ້ນທາງລົດໄຟລາວ-ຈີນ ຊ່ວຍເພີ່ມທະວີການຮ່ວມມືດ້ານ ການຄ້າລະຫວ່າງບັນດາປະເທດອ້ອມຂ້າງ, ຫັນໃຫ້ ສປປ ລາວ ກາຍເປັນປະເທດເຊື່ອມຈອດ. ການສ້າງພື້ນຖານ ລັດຖະບານເອເລັກໂຕຣນິກ (E-Government) ເພື່ອອໍານວຍຄວາມສະດວກ ໃນການບໍລິການ ເເລະ ການເກັບກໍາຂໍ້ມູນ.
ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ກັບ ການເເກ້ໄຂບັນຫາຄວາມບໍ່ສະເໝີ ພາບກ່ຽວກັບຍຸດທະສາດປ້ອງກັນສັງຄົມເເຫ່ງຊາດ 2025 ໃນການຮັບປະກັນການເຂົ້າເຖິງການບໍລິ ການລະບົບປົກປ້ອງສັງຄົມ ດ້ານສຸຂະພາບ, ການປະກັນສັງຄົມ ເເລະ ຄວາມຍືນຍົງ, ທັງໄດ້ເເລກປ່ຽນກ່ຽວກັບ ການຮັບມືໃນບັນຫາການປ່ຽນເເປງດິນຟ້າອາກາດ, ຍຸດທະສາດ ເເລະ ເເຜນງານເເຫ່ງຊາດຂອງ ສປປ ລາວ ເປັນຕົ້ນ ຍຸດທະສາດການຄຸ້ມຄອງ ການປ່ຽນເເປງດິນຟ້າອາກາດ ເເຫ່ງຊາດ 2021-2030, ຍຸດທະສາດການເຕີບໂຕສີຂຽວ 2018-2030, ລວມທັງເເກ້ໄຂບັນຫາ ການປ່ຽນເເປງດິນຟ້າອາກາດແຫ່ງຊາດຂອງ ສປປ ລາວ (NDC). ນອກຈາກນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ພ້ອມກັນເພີ່ມທະວີການຊ່ວຍເຫລືອບັນດາປະເທດ ທີ່ມີສະພາບເງື່ອນໄຂພິເສດຢ່າງຕັ້ງໜ້າ, ພ້ອມທັງໄດ້ຢືນຢັນຄືນຄວາມໝາຍໝັ້ນ ຂອງ ສປປ ລາວ ໃນການຮ່ວມມືໃນລະດັບພາກພື້ນ ແລະ ສາກົນ ເພື່ອຮັບປະ ກັນການພັດທະນາແບບຍືນຍົງ ເເລະ ການບັນລຸວາລະ 2030 ຂອງ ສປຊ ວ່າດ້ວຍ ການພັດທະນາເເບບຍືນຍົງ.

ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ໄດ້ປະກອບຄຳເຫັນໃນ 2 ວາລະ ກໍຄື ວາລະການຮ່ວມມືພາກພື້ນ ເພື່ອການພັດທະນາຕົວເມືອງແບບຍືນຍົງ ແລະ ທົນທານ ໃນພາກພື້ນອາຊີ-ປາຊີຟິກ ແລະ ວາລະ ການຮ່ວມມືສໍາລັບປະເທດດ້ອຍພັດທະນາ (LDCs), ປະເທດກຳລັງພັດທະນາ ທີ່ບໍ່ມີຊາຍແດນຕິດທະເລ (LLDCs) ແລະ ປະເທດເກາະດອນນ້ອຍກຳລັງພັດທະນາ (SIDs) ໃນການນໍາໃຊ້ເເຜນການຈັດຕັ້ງປະຕິບັດສະໄໝໃໝ່ ເພື່ອການພັດທະນາເເບບຍືນຍົງ, ພ້ອມດຽວກັນກໍໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມ (Side Events) ຢ່າງຕັ້ງໜ້າ. ກອງປະຊຸມດັ່ງກ່າວ ເປັນໂອກາດສຳຄັນໃນການປຶກສາຫາລື ຕໍ່ການຮັດແໜ້ນການຮ່ວມມື ໃນລະດັບພາກພື້ນ ແລະ ສາກົນ ໃນການໝູນໃຊ້ບັນດາເເຜນງານ ໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອເປົ້າໝາຍການພັດທະນາ ແບບຍືນຍົງຂອງບັນດາປະເທດ LDCs, LLDCs ເເລະ SIDs; ທັງເປັນເວທີ ປຶກສາຫາລື ກ່ຽວກັບ ກາລະໂອກາດການຂ້າມຜ່ານ ສໍາລັບການພັດທະນາຕົວເມືອງແບບຍືນຍົງ ແລະ ທົນທານ ເພື່ອປະກອບເຂົ້າໃນການພັດທະນາ ເສດຖະ ກິດ-ສັງຄົມສີຂຽວຂອງພາກພື້ນ ແລະ ຄວາມຍືນຍົງຂອງສະພາບແວດລ້ອມໃນຕໍ່ໜ້າ.
ຂ່າວ-ພາບ: ກະຊວງການຕ່າງປະເທດ
KPL