ຫວນຄືນວັນຄ້າຍວັນເກີດ ປະທານ ກິມ ອິນ ຊຸງ ຄົບຮອບ 113 ປີ

23/04/2025 15:18
Email Print 137
ຂປລ ຂປລ. ໃນວັນ​ທີ 21 ເມສາ 2025 ຜ່ານ​ມາ, ຄະນະຫ້ອງວ່າການປົກຄອງແຂວງຫົວພັນ ແລະ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ​ຈັດປາຖະກະຖາ ລະນຶກວັນຄ້າຍວັນເກີດ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ ຄົບຮອບ 113 ປີ



ຂປລ. ໃນວັນ​ທີ
21 ເມສາ 2025 ຜ່ານ​ມາ, ຄະນະຫ້ອງວ່າການປົກຄອງແຂວງຫົວພັນ ແລະ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ  ​ຈັດປາຖະກະຖາ ລະນຶກວັນຄ້າຍວັນເກີດ ສະຫາຍ ກິມ ອິນ ຊຸງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ ຄົບຮອບ 113 ປີ (​15/4/1912-15/4/2025) ຢູ່ແຂວງຫົວພັນ, ພ້ອມທັງ ວາງ​ສະ​ແດງ​ຮູບ​ພ​າບ, ສາຍ​ວິ​ດີ​ໂອ ກ່ຽວ​ກັບ​​ຊີວິດການເຄື່ອນໄຫວປະຕິວັດ ແລະ ຜົນງານໃນການນໍາພາ ຂອງ ສະຫາຍ ກິມ ອິນ ຊຸງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ສປປ ເກົາຫລີ ໃນໄລຍະຜ່ານມາ ໂດຍມີ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ປະທານຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ, ສະຫາຍ  ພຸດພັນ ແກ້ວວົງໄຊ ຮອງປະທານກຳມະທິການປົກຄອງແຂວງຫົວພັນ,  ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ເກົາຫລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ສະຫາຍ ລີ ຢົງ ຊົນ ໄດ້ຫວນຄືນເຖິງການອຸທິດຊີວິດເຂົ້າໃນ ການເຄື່ອນໄຫວປະຕິວັດ  ແລະ ແບບແຜນການນໍາພາ ຂອງ ສະຫາຍ ກິມ ອິນ ຊຸງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນແຕ່ລະໄລຍະ, ອັນພົ້ນເດັ່ນແມ່ນ ໄດ້ສ້າງແນວຄິດຈຸເຊ (Juche Idea) ແລະ ແບບແຜນການນຳພາການຕໍ່ສູ້ປະຕິວັດ ຕໍ່ຕ້ານຈັກກະພັດຕ່າງດ້າວ ເປັນເວລາສອງທົດສະວັດ ເພື່ອປົດປ່ອຍປະເທດຊາດໃນປີ 1945. ຫລັງຈາກນັ້ນ, ກໍໄດ້ນໍາພາສ້າງຕັ້ງພັກແຮງງານເກົາຫລີ. ສະຫາຍ ກິມ ອິນ ຊຸງ ແມ່ນຜູ້ນໍາຮຸ່ນທໍາອິດ ໃນການສ້າງແນວຄິດ ແລະ ແບບແຜນການນໍາພາ ການຕໍ່ສູ້ການສ້າງສາ ພັດທະນາປະເທດຊາດ ແລະ ສືບທອດມາຍັງ ສະຫາຍ ກິມ ເຈິງ ອິນ ໄດ້ສືບຕໍ່ແນວຄິດ ແລະ ແບບແຜນການນໍາພາ ຈົນມາຮອດ  ປັດຈຸບັນ ທີ່ສະຫາຍ ກິມ ເຈິງ ອຸນ ພວມສືບຕໍ່ພາລະກິດດັ່ງກ່າວ, ຈຶ່ງເຮັດໃຫ້ ສປປ ເກົາຫລີ ມີການພັດທະນາຢ່າງຕໍ່ເນື່ອງ, ການເມືອງມີສະຖຽນລະພາບໜັກແໜ້ນ, ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບມີຄວາມເຂັ້ມແຂງ ແລະ ທັນສະໄໝ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງດີຂຶ້ນເລື້ອຍໆ, ການພົວພັນຕ່າງປະເທດ ໄດ້ຮັບການເປີດກວ້າງເທື່ອລະກ້າວ, ເຮັດໃຫ້ບົດບາດການນໍາພາ ຂອງ ພັກ, ລັດ ສປປ ເກົາຫລີ ນັບມື້ນັບສູງເດັ່ນຂຶ້ນ.




ສະຫາຍ ເອກອັກຄະລັດຖະທູດ ຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ແລະ ການຮ່ວມມືອັນດີງາມ ​ທີ່ໄດ້​ຮັບການສ້າງຕັ້ງໂດຍ​ ສະຫາຍ ໄກ​ສອນ ພົມ​ວິ​ຫານ ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ ຂອງ​ປະ​ຊາ​ຊົນ​ລາວ ແລະ ສະ​ຫາຍ ກິມ ອິນ ຊຸງ ຜູ້​ນຳ​ທີ່ຍິ່ງ​ໃຫຍ່ ຂອງ​ປະ​ຊາ​ຊົນ ສປປ ເກົາ​ຫລີ ແລະ ໄດ້​ຮັບ​ການເສີມຂະ​ຫຍາຍ ແລະ ​ເພີ່ມ​ພູນ​ຄູນ​ສ້າງໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ໂດຍການນໍາແຕ່ລະຮຸ່ນ ຂອງສອງພັກ
, ສອງລັດ ແລະ ປະຊາຊົນຂອງສອງປະເທດ ການນໍາຂອງສອງປະເທດໄດ້ມີການໄປມາຫາສູ່, ພົບປະແລກປ່ຽນຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງປະເທດ ກໍຄື ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ຂອງ ແຕ່ລະປະເທດ.




ໂອກາດນີ້
, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ຕາງໜ້າໃຫ້ ສະມາຄົມມິດຕະພາບ ລາວ-ສປປ ເກົາຫລີ ມອບເງິນໃຫ້ແກ່ແຂວງຫົວພັນ ລວມມູນຄ່າທັງໝົດ 400 ລ້ານກີບ ຕາງໜ້າຮັບໂດຍ ສະຫາຍ ພຸດພັນ ແກ້ວວົງໄຊ ຮອງປະທານກຳມະທິການປົກຄອງແຂວງຫົວພັນ.

ຂ່າວ-ພາບ: ຄຕພ

KPL

ຂ່າວອື່ນໆ

    • ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດອັງກິດ ຢ້ຽມຢາມ-ເຮັດວຽກ ຢູ່ລາວການເມືອງ

      ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດອັງກິດ ຢ້ຽມຢາມ-ເຮັດວຽກ ຢູ່ລາວ

      4/24/2025 2:37:51 PM

      ຂປລ. ໃນລະຫວ່າງວັນທີ 22-23 ເມສາ 2025, ທ່ານ ນາງ ແຄັດເທີຣິນ ເວສທ໌ ຮອງລັດຖະມົນຕີ ຮັບຜິດຊອບວຽກງານອິນໂດ-ປາຊີຟິກ ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ​ເຊິ່ງເປັນຂີດໝາຍສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ຂອງສອງປະເທດໃຫ້ມີບາດກ້າວໃໝ່.

    • ລະດົມຄວາມຄິດເຫັນ ໃສ່ຮ່າງ ລາຍງານການເມືອງ ຄັ້ງທີ XII ຂອງພັກການເມືອງ

      ລະດົມຄວາມຄິດເຫັນ ໃສ່ຮ່າງ ລາຍງານການເມືອງ ຄັ້ງທີ XII ຂອງພັກ

      4/24/2025 12:42:45 PM

      ຂປລ. ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຈັດສໍາມະນາລະດົມຄວາມຄິດເຫັນ ຕໍ່ຮ່າງລາຍງານການເມືອງ ຄັ້ງທີ XII ຂອງພັກ (ຂົງເຂດແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ) ໂດຍການເປັນປະທານ ຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າ (ຜູ້ປະຈໍາການ) ອະນຸກໍາມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໂດຍມີບັນດາສະຫາຍ ຮອງເລຂາຄະນະພັກ, ຄະນະປະຈໍາພັກ, ກໍາມະການຄະນະພັກ, ຜູ້ຊົງຄຸນວຸທິ, ນັກວິທະຍາສາດ ແລະ ພະນັກງານຫລັກແຫລ່ງໃນຂົງເຂດແນວລາວສ້າງຊາດ, ນັກຮົບເກົ່າ ແລະ ມະຫາຊົນຂອງພັກ ເຂົ້າຮ່ວມ.

    • ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມການເມືອງ

      ພັກ ແລະ ປະຊາຊົນລາວ ປະກອບສ່ວນຢ່າງຕັ້ງໜ້າໃນບັ້ນປົດປ່ອຍພາກໃຕ້-ທ້ອນໂຮມປະເທດຫວຽດນາມ

      4/24/2025 12:38:13 PM

      ຂປລ. ການປົດປ່ອຍພາກໃຕ້ ແລະ ທ້ອມໂຮມຊາດຫວຽດນາມ ເປັນເອກະລາດ ແມ່ນຜົນສໍາເລັດອັນໃຫຍ່ຫລວງໃນພາລະກິດປົດປ່ອຍຊາດ ແລະ ປົດປ່ອຍສັງຄົມ ພາຍໃຕ້ການນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ແມ່ນຂີດໝາຍປະຫວັດສາດອັນສະຫງ່າງາມ ແລະ ຮຸ່ງເຮືອງເຫລືອງເຫລື້ອມໃນເສັ້ນທາງນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຊິ່ງບັ້ນປົດປ່ອຍດັ່ງກ່າວ, ສ່ວນໜຶ່ງໄດ້ຮັບການສະໜັບສະໜູນ ທີ່ໃຫຍ່ຫລວງທັງດ້ານກຳລັງແຮງ, ວັດຖຸ, ສັບສົມບັດຈາກບັນດາປະເທດສັງຄົມນິຍົມ, ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ, ປະຊາຊົນສາມປະເທດອິນດູຈີນ, ພິເສດແມ່ນການສະໜັບສະໜູນ ຢ່າງສຸດອົກສຸດໃຈຂອງພັກ ແລະ ປະຊາຊົນລາວ

    • ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມການເມືອງ

      ກ້ອນກຳລັງສວນສະໜາມ ກອງທັບລາວ ຝຶກຊ້ອມເດີນສວນສະໜາມ ຢູ່ຫວຽດນາມ

      4/24/2025 12:17:08 PM

      ຂປລ. ຕອນແລງວັນທີ 22 ເມສາ 2025 ຜ່ານ​ມາ, ກ້ອນກໍາລັງສວນສະໜາມ ກອງທັບປະຊາ ຊົນລາວ ນຳໂດຍ ສະຫາຍ ພັນເອກ ສົມແພງ ແກ້ວສີລາ ຫົວໜ້າການທະຫານກອງພັນໃຫຍ່ 11, ຫົວໜ້າຄະນະຊີ້ນຳກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ພ້ອມຄະນະ ໄດ້ນຳພາກ້ອນ ກຳລັງສວນສະໜາມ ກອງທັບປະຊາຊົນລາວ ຝຶກຊ້ອມເດີນຂະບວນສວນສະໜາມຕົວຈິງ ຢູ່ຕົວເມືອງ ນະ ຄອນ ໂຮ່ຈີ່​ມິ​ງ ສສ ຫວຽດນາມ ​ເພື່ອ​ກຽມ​ຄວາມ​ພ້ອມເຂົ້າຮ່ວມໃນພິທີສະເຫລີມສະຫລອງ ວັນປົດປ່ອຍພາກໃຕ້ຫວຽດນາມ ຄົບຮອບ 50 ປີ

    • ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບການເມືອງ

      ເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ

      4/23/2025 3:36:45 PM

      ຂປລ. ພິທີເປີດນຳໃຊ້ ອາຄານຫ້ອງປະຊຸມ ໂຮງຮຽນວັດທະນະທຳປ້ອງກັນຄວາມສະຫງົບ ຈັດຂຶ້ນໃນວັນທີ 23 ເມສາ 2025 ຢູ່ເມືອງໂພນໂຮງ ແຂວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ຂອງ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີ​ເອກ​ອັກຄະ​ຣາຊະ​ທູດໄທປະຈຳລາວ ​ແລະ ພາກສ່ວນກ່ຽວຂ້ອງ ຂອງ ລາວ ແລະ ໄທ ເຂົ້າຮ່ວມ.

ads
ads

Top